ຄະນະວິສະວະກຳສາດ

ຂຽນເມື່ອ December 20, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 4,304 ຄັ້ງ)

http://www.fe-nuol.edu.la/eng/

ຈົດໄວ້ ກັນລືມ ດຽວຊິເອົາໃສ່ DMOZ

au8ust’s community

ຂຽນເມື່ອ December 19, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 1,676 ຄັ້ງ)

au8ust’s community ເຊິ່ງເປັນເວັບບອຣ໌ດຖາມຕອບບັນຫາຄອມຯ ນັ້ນ ເຈ໊ງມາໄດ້ໄລຍະຫນຶ່ງແລ້ວ ພະຍາຍາມແກ້ໄຂຢູ່ຫລາຍວິທີແຕ່ກໍ່ບໍ່ໄປຮອດໃສ ຕອນນີ້ມີສອງທາງເລືອກ

1.​ ເອົາ backup ເດືອນຕຸລາມາໃຊ້ ຫຼື
2. Newly install ເລີຍ

ແຕ່ຄິດໄວ້ວ່າອາດຈະປ່ຽນໄປໃຊ້ phpBB3 ທີ່ຫາກໍ່ອອກມາໄດ້ບໍ່ດົນນີ້

You know you’re Lao when…

ຂຽນເມື່ອ December 10, 2007, ໃນຫມວດ ສັງຄົມ. (ອ່ານ 5,763 ຄັ້ງ)

ພໍດີໄປເຫັນກຣຸບໃນ Facebook ມາ ເພິ່ນຂຽນຄັກດີ ລອງອ່ານກັນເບິ່ງ

(more…)

Tags: , , ,

Nominated by UN as the best Poem of 2006 – written by an African Kid

ຂຽນເມື່ອ December 8, 2007, ໃນຫມວດ ສັງຄົມ. (ອ່ານ 2,709 ຄັ້ງ)

When I born, I black ເມື່ອຂ້າພະເຈົ້າເກີດມາ ຂ້າພະເຈົ້າມີຜິວສີດຳ
When I grow up, I black ເມື່ອຂ້າພະເຈົ້າໃຫຍ່ຂຶ້ນ ຂ້າພະເຈົ້າກໍ່ຍັງຄົງຜິວດຳ

When I go in Sun, I black ເມື່ອຂ້າພະເຈົ້າຖືກແດດ ຂ້າພະເຈົ້າກໍ່ຍັງຄົງຜິວດຳ

When I scared, I black ເມື່ອຂ້າພະເຈົ້າຢ້ານ ຂ້າພະເຈົ້າກໍ່ຍັງຄົງຜິວດຳ

When I sick, I black ເມື່ອຂ້າພະເຈົ້າປ່ວຍ ຂ້າພະເຈົ້າກໍ່ຍັງຄົງຜິວດຳ

And when I die, I still black ແລະເມື່ອຂ້າພະເຈົ້າຕາຍ ຂ້າພະເຈົ້າກໍ່ຍັງຄົງມີຜິວສີດຳ

And you white fellow ແລະຕົວທ່ານ… ເພື່ອນມະນຸດຜິວຂາວ

When you born, you pink ເມື່ອທ່ານເກີດມາ ທ່ານມີຜິວສີບົວ

When you grow up, you white ເມື່ອທ່ານໃຫຍ່ຂຶ້ນ ທ່ານມີຜິວສີຂາວ

When you go in sun, you red ເມື່ອທ່ານຖືກແດດ ທ່ານມີຜິວສີແດງ
When you cold, you blue ເມື່ອທາງໜາວ ທ່ານມີຜິວສີຟ້າ

When you scared, you yellow ເມື່ອທ່ານມີຄວາມຢ້ານ ທ່ານມີຜິວສີເຫລືອງ
When you sick, you green ເມື່ອທ່ານປ່ວຍ ທ່ານມີຜິວສີຂຽວ

And when you die, you gray ແລະເມື່ອທ່ານຕາຍ ທ່ານມີຜິວສີເທົາ

And you calling me colored?? ເຊັ່ນນີ້ແລ້ວທ່ານກັບເອີ້ນຂ້າພະເຈົ້າວ່າຄົນຜິວສີ??

Tags: , , ,

ຮັກກັນຈົນວັນຕາຍ

ຂຽນເມື່ອ December 7, 2007, ໃນຫມວດ ຄວາມຮັກ. (ອ່ານ 3,231 ຄັ້ງ)

ເມື່ອຫມາຕາຍ…

ຂຽນເມື່ອ December 7, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 4,827 ຄັ້ງ)

 

ມື້ວານຍັງຫຼິ້ນນຳກັນດີ ໆ ຢູ່ ^O^

 

ແຕ່ວ່າ…

(more…)

Tags: , , ,

ມ້າກັບນ້ຳ

ຂຽນເມື່ອ December 6, 2007, ໃນຫມວດ ຊີວິດ. (ອ່ານ 2,617 ຄັ້ງ)

ມ້າ ປົກກະຕິແລ້ວຈະເປັນສັດທີ່ບໍ່ຍອມກິນນ້ຳ ບໍ່ວ່າເຮົາຈະບັງຄັບ ຂູ່ເຂັນ ຫຼືຈັບມັນກົດຫົວລງໄປໃນສະນ້ຳ ມັກໍ່ຈະບໍ່ຍອມກິນ
ວິທີງ່າຍ ໆ ທີ່ຈະໃຫ້ມັນກິນນ້ຳ… ຮູ້ບໍ່ວ່າເຮັດແນວໃດ?

…ໃຫ້ມັນແລ່ນ… ໃຫ້ມັນແລ່ນຈົນເມື່ອຍແລ້ວມັນກໍ່ຈະມາກິນນ້ຳເອງ ໂດຍທີ່ເຮົາບໍ່ຕ້ອງໄປບັງຄັບມັນໃຫ້ເມື່ອຍ…

ນິທານເລື່ອງນີ້ສອນໃຫ້ຮູ້ວ່າ…

ຄົນປົກກະຕິຈະບໍ່ມັກອ່ານຫນັງສື ຕໍ່ໃຫ້ບັງຄັບ ຂູ່ເຂັນ ຖ້າບໍ່ມັກອ່ານກໍ່ຈະບໍ່ອ່ານ ບໍ່ຄົ້ນຄວ້າຫາຄວາມຮູ້ໃຫມ່ ໆ
ສະນັ້ນ ເຮົາຈະຕ້ອງເຮັດວຽກ ແລະຫາສິ່ງໃດທີ່ໃຊ້ສະຫມອງຫລາຍ ໆ ແລ້ວເຮົາກໍຈະເປັນຄົນກະຫາຍຄວາມຮູ້ ຢາກທີ່ຈະຮຽນຮູ້ສິ່ງໃດໃຫມ່ ໆ

ເຊັ່ນ ການໄດ້ເຮັດວຽກງານໃດໃຫມ່ ໆ ທີ່ເຮົາບໍ່ເຄີຍຮູ້ມາກ່ອນ ເຮົາກໍ່ຈະກະຕືລືລົ້ນທີ່ຈະຄົ້ນຄວ້າາຄວາມຮູ້ກ່ຽວກັບວຽກງານນັ້ນ ໆ ຫາຫນັງສືມາອ່ານ ຖາມຄົນນັ້ນຄົນນີ້ທີ່ເປັນຜູ້ຮູ້
ແຕ່ຖ້າບໍລິສັດ ສົ່ງເຮົາໄປຝຶກງານ ໃນເລື່ອງທີ່ເຮົາບໍ່ໄດ້ໃຊ້ ການຝຶກງານນັ້ນ ກໍ່ສະເຫມືອນກັບການໄດ້ລາງານຫນຶ່ງມື້ ນັ້ນເອງ

ແປຈາກສະບັບພາສາໄທຈາກບລັອກ Knowledge Revolution

ຂັ້ນຕອນການກິນຫມາ!! ຄົນຮັກຫມາບໍ່ຄວນເບິ່ງ :P

ຂຽນເມື່ອ December 6, 2007, ໃນຫມວດ ໄອເດຍ. (ອ່ານ 4,319 ຄັ້ງ)

ຂັ້ນທຳອິດ ນຳຫມາທີ່ຕ້ອງການມາ… ເລືອກທີ່ສະອາດ ຫນ້າຕາຫນ້າເອັນດູ ແລະຂະຫນາດກະທັດຮັດ

ຂັ້ນທີ່ສອງ ຫຼິ້ນກັບຫມາເລັກນ້ອຍ ເພື່ອສ້າງຄວາມຄຸ້ນເຄີຍ ຫມາຈຶ່ງຈະບໍ່ຕື່ນຕົກໃຈ…
“ແຮ່… ແຮ່… ຫມານ້ອຍຫນ້າຮັກ ເສັດໃຫ້ເຮົາແນ່….”

ຂັ້ນທີ່ສາມ ຫາກຫມາຍັງຕື່ນເຕັ້ນ ຈະເຮັດໃຫ້ຍາກຕໍ່ການກິນ ໃຫ້ສ້າງຄວາມຄຸ້ນເຄີຍຕໍ່ໄປ
“ເອື້ອກ… ນຳລາຍໄຫລ…​ ກິນໄດ້ແນວໃດນິ໊”

ຂັ້ນທີ່ສີ່ ຈັບຫົວແລະບັ້ນທ້າຍມາ ຍຶດໃຫ້ແຫນ້ນ!!! ຢ່າໃຫ້ຫມາດິ້ນຮົນຂັດຂືນໄດ້
“ຮຶບ!!!”

ຂັ້ນສຸດທ້າຍ ບໍ່ຕ້ອງລີລໍຫຍັງອີກແລ້ວ… ກິນເລີຍ
“ງ່ຳ…”

ບັນຫາ ໔ ຂໍ້ຂອງພະອິນ

ຂຽນເມື່ອ December 5, 2007, ໃນຫມວດ ທັມມະ. (ອ່ານ 2,676 ຄັ້ງ)

  1. ຜູ້ທີ່ຕົບຕີຜູ້ອື່ນດ້ວຍມືດ້ວຍຕີນ ຕົບປາກຜູ້ອື່ນ ຜູ້ນັ້ນຍິ່ງເປັນທີ່ຮັກຂອງຜູ້ຖືກຕີ ຜູ້ນັ້ນແມ່ນໃຜ?
  2. ຜູ້ທີ່ດ່າວ່າຜູ້ອື່ນ ແຕ່ບໍ່ຢາກໃຫ້ເຂົາເປັນໄປຕາມນັ້ນ ແລະຄົນທີ່ຖືກດ່າ ເປັນຄົນທີ່ຮັກຂອງຄົນດ່າ ຜູ້ນັ້ນແມ່ນໃຜ?
  3. ຜູ້ທີ່ຂີ້ຕົວະຕໍ່ກັນ ເວົ້າຈາບໍ່ເປັນຄວາມຈິງ ແຕ່ຄົນທີ່ຕົວະນັ້ນແຫລະ ພັດເປັນທີ່ຮັກຂອງກັນແລະກັນ ຜູ້ນັ້ນແມ່ນໃຜ?
  4. ຜູ້ທີ່ມາເອົາເຂົ້າປາອາຫານ ສິ່ງຂອງແລະຜ້າຜ່ອນເງິນທອງ ແຕ່ຜູ້ນັ້ນພັດເປັນທີ່ຊອບໃຈຂອງເຈົ້າຂອງຊັບສິນເຫລົ່ານັ້ນ ຜູ້ນັ້ນແມ່ນໃຜ?

Tags: , , , , ,

ລັ່ງອອກມິວສິກ!!!

ຂຽນເມື່ອ November 30, 2007, ໃນຫມວດ ຂອງແປກ. (ອ່ານ 2,764 ຄັ້ງ)

ຫມູ່ຄົນຫນຶ່ງຂອງຂ້າພະເຈົ້າອອກມິວສິກວີດິໂອແລ້ວ ບໍ່ຢາກຈະເຊື່ອເລີຍ OoO!!!

ຄລິກເບິ່ງມິວສິກ

Technorati Tags: ລັ່ງ, Lung, Lang, ມິວສິກ, MV, ເອັມວີ, ເອມວີ, Lao MV