it’s your fault not ours

Posted on August 4, 2009, under ຝອຍໃຫ້ຟັງ.

ແຂກມາປ່ຽນເງິນ $100 ໄລ່ໃຫ້ 8,499 ໄດ້ຢູ່ 849,900 ເອົາໃຫ້ 849,500 ເຂົາໄປແລ້ວຄົນອື່ນມາແຕກເງິນຕໍ່ອີກສອງສາມຄົນ ຈາກນັ້ນເຂົາກັບມາ ບອກວ່າ ເງິນບໍ່ພໍ ລອງໄລ່ເບິ່ງແລ້ວມີແຕ່ 799,500 ຂາດໄປ 50,000 ກີບ ເຂົາບອກວ່າ ເປັນຄວາມຜິດຂອງເຈົ້າ ເຈົ້າຕ້ອງຮັບຜິດຊອບ ເລີຍບອກໄປວ່າ ມີປ້າຍບອກແລ້ວວ່າໃຫ້ໄລ່ເງິນກ່ອນອອກໄປ

ເຂົາບອກວ່າ ເຂົາຫຼີກໃຫ້ຄົນອື່ນມາປ່ຽນເງິນ ເຂົາລົງໄປໄລ່ຢູ່ໃກ້ ໆ ນີ້ນຶ່ງ ແລ້ວມັນກໍບໍ່ພໍ ກັບມາບອກຢູ່ນີ້ ເລີຍຕອບໄປວ່າ ມັນເປັນສິດຂອງເຈົ້າທີ່ຈະໄລ່ຕໍ່ໜ້າຂ້ອຍຫຼັງຈາກຮັບເງິນ ເມື່ອເຈົ້າສະລະສິດນີ້ໄປແລ້ວ ຈະມາຮຽກຮ້ອງນຳຫຼັງ ຂ້ອຍຊ່ວຍຫຍັງບໍ່ໄດ້

ເຂົາຕອບກັບວ່າ it’s your fault not our fault, you’re public service you shouldn’t do this to us

ບລາ ໆ ໆໆ

ແລ້ວກໍບອກ goodnight ສົ່ງເຮົາ -_-‘

ພີ່ນ້ອງເອີ້ຍ ຂ້ອຍຜິດຫວານິ -*-

ສົງໄສບໍ່ແມ່ນຄົນລາວ

Posted on July 27, 2009, under ຝອຍໃຫ້ຟັງ.

ພໍດີມີຄົນລາວມາປ່ຽນເງິນນຳ ເປັນສອງແມ່ລູກ ຄົນວຽງຈັນ ມາຮອດ ເພິ່ນບອກວ່າ “ປ່ຽນເງິນແດ່ $100” ຈາກນັ້ນກໍຖາມວ່າ “ໄລ່ເທົ່າໃດ” ເລີຍຊີ້ໃຫ້ເບິ່ງເຈ້ຍອັດຕາແລກປ່ຽນ ທຳອິດເພິ່ນບໍ່ເຫັນ ເລີຍຊີ້ໃຫ້ເບິ່ງໃໝ່ ເພິ່ນໃຊ້ສາຍຕາເບິ່ງເຈ້ຍບາດດຽວແລ້ວເວົ້ານຳລູກສາວວ່າ “ສົງໄສບໍ່ແມ່ນຄົນລາວ” ລູກສາວຟັງແລ້ວຖາມວ່າ “ເປັນຫຍັງ?” ຜູ່ເປັນແມ່ຕອບລູກວ່າ “ລາວບໍ່ຕອບເດ້ ຖາມເປັນພາສາລາວ ລາວບໍ່ຕອບກໍແປວ່າບໍ່ແມ່ນຄົນລາວ ຖ້າແມ່ນຄົນລາວ ລາວກໍຕ້ອງຕອບ”

ນັ່ງຟັງສອງແມ່ລູກລົມກັນ ຮູ້ສຶກງົງ ເອ໊ະ? ເປັນຫຍັງຕ້ອງມັກໃຫ້ຢ້ຳໃນສິ່ງທີ່ມີຢູ່ແລ້ວ ເຈ້ຍກໍຕິດຢູ່ຕໍ່ໜ້າ ຊິວ່າລາວສາຍຕາບໍ່ດີກໍບໍ່ແມ່ນ ເພາະໄລ່ເງິນໄດ້ຕາມປົກກະຕິ ບາດວ່າຊີ້ໃຫ້ເບິ່ງໂຕເລກແລ້ວ ຍັງບໍ່ພໍໃຈອີກ ຫຼືວ່າຢາກໃຫ້ຄົນເອົາໃຈ?

ກໍບໍ່ໄດ້ຕອບຫຍັງສອງແມ່ລູກ ໄລ່ເງິນໃຫ້ ເອົາເຈ້ຍໃຫ້ (ເຈ້ຍທີ່ເວລາໄລ່ເງິນແລ້ວເປັນໂຕເລກຄູນໃຫ້ເບິ່ງພ້ອມຈຳນວນເງິນທັງໝົດທີ່ໄດ້) ເພິ່ນກໍເອົາໄປໄລ່ ແລ້ວເອົາເຈ້ຍນັ້ນໃຫ້ລູກສາວ ໄລ່ເງິນແລ້ວ ໆ ຖາມລູກສາວວ່າ “ເຈ້ຍ receipt ຢູ່ນຳລູກຫວາ?” ລູກກໍຕອບວ່າແມ່ນແລ້ວ.

ຄຳເວົ້າການຄຳເວົ້າ ມັນຊ່າງຂັດກັນດີແທ້ -_-‘

ຍັງອີກ ໒,໐໐໐ ກີບ

Posted on January 1, 2009, under ຂອງແປກ.

ເລື່ອງນີ້ເປັນເຫດການຈິງທີ່ ຂພຈ ຈະເລົ່າ ມັນເກີດຂຶ້ນເມື່ອມື້ຄືນວານນີ້ເອງ ມີຄົນມາປ່ຽນເງິນ ຖືເງິນໂດລາໃບ ໒໐ ກັບໃບ ໑ ມາ ລວມເປັນ ໒໑ ໂດລາ ຄຶດອັດຕາແລກປ່ຽນເປັນ ໘,໔໐໐ ກີບຕໍ່ ໑ ໂດລາເທົ່າກັບ ໑໗໖,໔໐໐ ກີບ ປັດເສດເຫຼືອ ໑໗໖,໐໐໐ ກີບ ກໍ່ເອົາເງິນໃຫ້ໄປ ພ້ອມຄຶດໄລ່ໃນຈັກຄຶດໄລ່ໃຫ້ເພິ່ນເບິ່ງ.

ປະກົດວ່າ ເພິ່ນ (ຄົນທີ່ມາປ່ຽນເງິນ) ບອກວ່າ “ບໍ່ຮູ້” ຂພຈ ຟັງແລ້ວກໍ່ງົງ ເພາະວ່າ ຫາກບໍ່ຮູ້ແລ້ວຊິຮູ້ບໍ່ຫັ້ນວ່າເງິນໃຫ້ຖືກຫຼືໃຫ້ຜິດ ກໍ່ບໍ່ໄດ້ວ່າຫຍັງ ກໍ່ໃຫ້ໄປ ເພິ່ນກໍ່ໄປເພິ່ນ .. ໄປແບບງົງ ໆ

ຫຼັງຈາກນັ້ນອີກປະມານ ໑໕ ນາທີກໍ່ກັບມາໃໝ່ ບອກວ່າ “ບໍ່ພໍ ໒,໐໐໐ ກີບ” ຂພຈ ຟັງແລ້ວກໍ່ງົງ ກໍ່ເລີຍໄລ່ໃຫ້ລາວເບິ່ງ ລາວກໍ່ບອກວ່າ “ບໍ່ຮູ້” .. “ອີກ ໒,໐໐໐ ກີບແລ້ວພໍ” …

ສະຫຼຸບແລ້ວມື້ນັ້ນກໍ່ເລີຍບໍ່ເວົ້າຫຍັງຫຼາຍ ມີແຕ່ຄືນເງິນໄປກໍ່ຈົບ = =a

ເບື່ອນັກຊາວຕ່າງຊາດບາງຄົນ

Posted on December 2, 2008, under ຝອຍໃຫ້ຟັງ.

ລະວັງ! ເລື່ອງນີ້ມີເນື້ອຫາທີ່ທ່ານອາດຈະບໍ່ພຶງປະສົງ ກະລຸນາຄຶດໃຫ້ດີກ່ອນອ່ານຫຍໍ້ໜ້າຕໍ່ໄປ…

ຫຼັງຈາກທີ່ໄດ້ຈົ່ມໄປໃນຕອນກ່ອນໜ້ານີ້ ມື້ນີ້ກໍ່ພົບເຫດການໜ້າເບື່ອໜ່າຍອີກປະການໜຶ່ງ ນັ້ນກໍ່ຄືເລື່ອງປ່ຽນເງິນ

ເລື່ອງມັນມີຢູ່ວ່າ ຝຣັ່ງມາປ່ຽນເງິນ ມີເງິນໃບ $໑໐໐ ເຂົາເຈົ້າຂໍປ່ຽນແຕ່ $໕໐ ກໍ່ຕົກລົງ ຈັດແຈງປ່ຽນໃຫ້ ແລ້ວກໍ່ທອນໃບ $໕໐ ອີກໃບໃຫ້ ປະກົດວ່າ ໃບນັ້ນມັນມີຮອຍບິກຂີດສອງຈຸດ ເຊິ່ງຊາວຕ່າງຊາດທີ່ມາປ່ຽນນຳນັ້ນບໍ່ພໍໃຈ ເພາະວ່າມີຮອຍຂີດ ຈຶ່ງຂໍປ່ຽນເອົາໃບໃໝ່ ກໍ່ເລີຍປ່ຽນໃຫ້ ເພາະຄ້ານໄປຕໍ່ຄວາມຍາວສາວຄວາມຍືດນຳເພິ່ນ

ທີ່ເອົາມາຈົ່ມກໍ່ເພາະວ່ານັກທ່ອງທ່ຽວພວກນີ້ (ບາງຄົນ) ມັນເຫັນແກ່ຕົວ ເວລາຕອນມາປ່ຽນເງິນ ເອົາໃບຂາດ ໆ ຫວິ້ນ ໆ ຫຼືມີຮອຍຂີດຂ້າ ໃບເກົ່າ ໆ ເອົາໃຫ້ເຮົາ ເຮົາຖາມປ່ຽນ ບອກວ່າມັນມີຮອຍຂີດ ຮອຍຂ້າ ມີບ່ອນຂາດ ມັນບໍ່ຍອມ ບອກວ່າ ອັນນີ້ກໍ່ເງິນຄືກັນ ຊິເປັນຫຍັງ ມັນບໍ່ມີບັນຫາດອກ ບາງຄັ້ງກໍ່ເວົ້າປະມານວ່າ ອັນນີ້ຂ້ອຍເອົາມາຈາກທະນາຄານ ກໍ່ວ່າກັນໄປ ແຕ່ຕອນທີ່ເຮົາເອົາໃບບໍ່ດີໃຫ້ຫັ້ນນາາາາາາາ ມັນຄືມາຈົ່ມທຸກຈົ່ມຍາກແທ້

ຄົນເຮົາ ບໍ່ວ່າເຊື້ອຊາດໃດ ມາຈາກປະເທດຮັ່ງມີ ຫຼືທຸກຍາກ ກໍ່ລ້ວນແລ້ວແຕ່ມີຄົນທີ່ເຫັນແກ່ຕົວສະເໝີ ເພາະກິເລດມັນນອນເນື່ອງໃນສັນດານມາດົນ 🙁