Motor show

ຂຽນເມື່ອ April 3, 2008, ໃນຫມວດ ຂອງແປກ. (ອ່ານ 2,713 ຄັ້ງ)

ປ໊າດດດດດດ ແມ່ນຫຍັງກະດັກກະດໍ້ :O

Tags: , , , , , ,

ໂຈນລັກເຄື່ອງ lol

ຂຽນເມື່ອ March 11, 2008, ໃນຫມວດ ບ້ານເມືອງ. (ອ່ານ 4,568 ຄັ້ງ)

ມັນມາເບິ່ງກ່ອນ ບາດນັ້ນລະໄປເອົາແກັດມາ ສົງໄສໄປເອົາຢູ່ເຮືອນຫລັງທາງຂ້າງ ເອົາມາແລ້ວກໍ່ເອົາແກ້ວໃສ່ໃນແກັດ ແລ້ວກໍ່ຂົນໄປ lol

Tags:

Firefox VS. IE

ຂຽນເມື່ອ March 8, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 2,820 ຄັ້ງ)

ເວົ້າຮອດເລື່ອງການຄຸມພາສາໃນ Firefox ແລະ IE ເບິ່ງແລ້ວ IE ຊະນະ Firefox ຂາດລອຍ ເພາະວ່າ IE ມີພາສາລາວໃຫ້ເລືອກວ່າຊິໃຊ້ຟອນຕ໌ໃດສຳຫລັບພາສາລາວ ເຊິ່ງມັນກໍ່ຈະໃຊ້ຟອນຕ໌ນັ້ນສະແດງຜົນໄດ້ຖືກຕ້ອງ ບໍ່ຄື Firefox ທີ່ບໍ່ມີພາສາລາວໃຫ້ເລືອກ ເລີຍວ່າຕ້ອງໄປເລືອກຟອນຕ໌ໃນ Other language ແທນ ເຮັດໃຫ້ພາສາອື່ນຜິດປົກກະຕິໄປນຳ

Firefox

IE

Tags: , , , , , ,

I’m 2% addicted to Apple!

ຂຽນເມື່ອ March 6, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 1,712 ຄັ້ງ)

2%How Addicted to Apple Are You?

Tags: ,

ເພາະນີ້ຄືຊີວິດ…

ຂຽນເມື່ອ February 28, 2008, ໃນຫມວດ ຊີວິດ. (ອ່ານ 1,998 ຄັ້ງ)

“Experience is a harsh teacher. First comes the test. Second comes the lesson.”

“ປະສົບການຄືຄູທີ່ໃຈຮ້າຍ ການສອບມາກ່ອນ ບົດຮຽນຈະຕາມມາພາຍຫລັງ”

– ປະໂຫຍກຕອນຫນຶ່ງໃນຫລັງເລື່ອງ SAW IV

ເກືອບຊົນລົດຊາວບ້ານ ກັບຖືກລົດຊາວບ້ານຊົນທ້າຍ

ຂຽນເມື່ອ February 22, 2008, ໃນຫມວດ ບ້ານເມືອງ. (ອ່ານ 5,020 ຄັ້ງ)

ສະບາຍດີພໍ່ແມ່ພີ່ນ້ອງລຸງປ້ານ້າອາທີ່ຮັກແລະເຄົາລົບທຸກ ໆ ທ່ານ ມື້ນີ້ມາຝອຍໃຫ້ຟັງເລື່ອງ ພໍດີໄປເອົາເຄື່ອງຢູ່ແຖວຄິວລົດສາຍເຫນືອ ໄປທາງພູວ່າວໄປ ໄປຮອດຈຸດຫນຶ່ງ ພໍດີມີລົດປ້າຍຈີນເພິ່ນຂັບມາ ພະຍາຍາມແຊງ ແລ້ວກໍ່ແຊງຂຶ້ນໄປໄດ້ ພໍຈັກຫນ່ອຍຢູ່ ໆ ມັນກໍ່ຢຸດ ເຮົາລະເພີນ ຢຸດເກືອບບໍ່ທັນ ເກືອບຕຳທ້າຍລົດປ້າຍຈີນເພິ່ນ ເບຣກສຽງດັງແອ໊ດດດດດດດ ແຕ່ກໍ່ບໍ່ເປັນຫຍັງ ບໍ່ໄດ້ຕຳ ພຽງແຕ່ ມີຄົນຫລຽວມາເບິ່ງຫນ້າຄົນຄັບ

ຈາກນັ້ນຕອນຂາກັບ ກໍ່ກັບທາງຕະຫລາດມິດຕະພາບ ກໍ່ຂີ່ມາທຳມະດາ ຕອນນັ້ນຍັງເຊົ້າຢູ່ ປະມານແປດໂມງ ລົດກຳລັງຫລາຍ ຂັບ ໆ ມາຢູ່ ມານຳຫລັງລົດຄັນອື່ນອີກຫລາຍຄັນ ນຳກົ້ນກັນໄປ ມາຮອດໃກ້ ໆ ສາມແຍກທີ່ມີຫ້ອງການຕຳຫລວດຢູ່ ລົດຄັນທາງໜ້າເພິ່ນຢຸດ ເຮົາກໍ່ຢຸດນຳ ບາດຄັນທາງຫລັງລົດຈັກຊ້ຳພັດວ່າບໍ່ຢຸດ ຂີ່ມາຕຳກົ້ນລົດໃຫຍ່ເຮົາເສີຍເລີຍ ແລ້ວເພິ່ນກໍ່ຕົກໃຈ ແລ້ວຂີ່ແຊງໄປຕໍ່ ອ່າວ ເວນກຳ ດີແຕ່ບໍ່ເປັນຫຍັງຫລາຍ

(more…)

Tags: , , , , ,

ໜັງສືທັມມະຈາກບາງກອກ

ຂຽນເມື່ອ January 22, 2008, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 4,990 ຄັ້ງ)

ທັມມະຝາກໃຫ້ອ້າຍຕັ້ມເພິ່ນຫາມາໃຫ້ ພໍ່ອ້າຍຕັ້ມລະໄປຊອກມາຫລາຍແທ້ຫລາຍວ່າ ຈັກຕອນໃດຊິອ່ານຫມົດບາດນີ້ 555

Tags: , , , ,

ໝາຖືກລົດຕຳອີກແລ້ວ -*-

ຂຽນເມື່ອ January 19, 2008, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 4,459 ຄັ້ງ)

ໃຄແຕ່ບໍ່ຕາຍ ຖືກລົດຈັກຕຳຖືກແຖວ ໆ ປາກ ເລືອດໄຫລຍ້ອນ ໄອເປັນເລືອກ ອັກ ໆ ແລ້ວກໍ່ພາໄປໂຮງຫມໍ ໂຮງຫມໍໃຫ້ໄປແຖວນາຫລວງ ໄປຮອດນາຫລວງເຂົາບໍ່ເຂົ້າການ ແຕ່ພໍດີມີພໍ່ເຖົ້າຫນຶ່ງກຳລັງທຳຄວາມສະອາດຢູ່ ເລີຍຖາມເພິ່ນ ໄດ້ເບີແລ້ວກໍ່ໂທໄປ ແຕ່ເງິນຫມົດ ກໍ່ຟ້າວໄປຊື້ບັດເຕີມ ເຕີມແລ້ວລະກໍ່ໂທໄປຖາມ ເພິ່ນບອກຊິອອກໄປຫາຢູ່ເຮືອນ ແຕ່ວ່າຖ້າບໍ່ໄດ້ ເລີຍໄປບ້ານເພິ່ນໃກ້ ໆ ໂຮງຫມໍໃຫມ່ ສຸດທ້າຍຮຽບຮ້ອຍແລ້ວ ຕອນນີ້ດີຂຶ້ນ 😀

Update: ຕອນນີ້ເວລາ 5:18PM ມັນທຳທ່າຊິບໍ່ລອດແລ້ວ ໂທຫາເຈົ້າຂອງ ໆ ບອກວ່າ “ມັນບໍ່ຕາຍດອກ” ວ່າຊັ້ນ (ເທື່ອກ່ອນຫມາອີກໂຕຫນຶ່ງຕາຍເພິ່ນບອກວ່າ “ຄັນມັນຈ້າຫລາຍກໍ່ໃຫ້ມັນຕາຍຊະ”)

dscf1596.JPG

(more…)

ຄວງບິກ

ຂຽນເມື່ອ January 18, 2008, ໃນຫມວດ ໄອເດຍ. (ອ່ານ 3,003 ຄັ້ງ)

ເມືອງໄທເພິ່ນເອີ້ນ “ຄວງປາກກາ” ວ່າຊັ້ນ

Tags: ,

ກາເຟປັ່ນບໍ່ໃສ່ນ້ຳກ້ອນ!!!?

ຂຽນເມື່ອ January 17, 2008, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 3,916 ຄັ້ງ)

ແຂກວອນບາທາຫາເລື່ອງ ສັ່ງ Coffee Shake ບາດເອົາໄປໃຫ້ລະບໍ່ກິນ ບອກວ່າມັນເຢັນກິນບໍ່ໄດ້ ຊິເອົາ Coffee Shake ແບບບໍ່ໃສ່ນ້ຳກ້ອນວ່າຊັ້ນ ເວນກຳແທ້ ໆ ພີ່ນ້ອງເອີຍ LOL

Tags: ,