ໃນ Google Talk

ຂຽນເມື່ອ November 29, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 2,378 ຄັ້ງ)

ພໍດີມື້ວານມື້ກ່ອນໄດ້ເຫັນຊື່ຂອງອ້າຍອະນຸສັກໃນເວັບໂຄງການ Lao Open Source Localization project ກໍ່ເລີຍຄິດອອກວ່າຢາກລົມນຳ ເລີຍແອດເມລເພິ່ນໄປໃນ Google Talk ເຊິ່ງມື້ຖັດມາກໍ່ໄດ້ລົມຫນ້ອຍຫນຶ່ງແຕ່ວ່າເພິ່ນ log out ໄປກ່ອນ ມື້ວານເລີຍໄດ້ລົມອີກບາດຫນຶ່ງ ເວົ້າກັນຫລາຍເລື່ອງ ຕັ້ງແຕ່ເລື່ອງຄວາມຄືບຫນ້າຂອງໂຄງການ OpenSource ຕ່າງ ໆ ໄປຈົນເຖິງເລື່ອງການພັດທະນາ software ໃນລາວ ກໍ່ວ່າບ້ານເຮົາອັນທີ່ຈິງອາດຈະມີນັກພັດທະນາຢູ່ຫລາຍ ແຕ່ວາບໍ່ເກາະກຸ່ມກັນຢູ່ ກ່າວຄືມັກຈະຢູ່ກັນຢ່າງສັນໂດດ ເຈົ້າກໍ່ເຮັດແຕ່ຂອງເຈົາ ຂ້ອຍກໍ່ເຮັດແຕ່ຂອງຂ້ອຍ ບໍ່ໄດ້ມີການແລກປ່ຽນຂໍ້ມູນກັນເທົ່າທີ່ຄວນ ກໍ່ເລີຍໄປ ໆ ມາ ໆ ຢຽບແຕ່ຮອຍເກົ່າ

ຢ່າງໃດກໍ່ຕາມ ສຳຫລັບສະຖານະການໃນຕອນນີ້ກໍ່ຖືວ່າດີຂຶ້ນຫລາຍເມື່ອທຽບກັບເມື່ອກ່ອນ ສາເຫດຫລັກໃຫຍ່ອາດຈະເນື່ອງມາຈາກວ່າມີ Unicode font ໃຫ້ໃຊ້ງານ ຈຶ່ງເຮັດໃຫ້ລະບົບພາສາລາວເທິງເວັບບໍ່ເປັນອຸປະສັກອີກຕໍ່ໄປ

ອັບເດດລາຍຊື່ເວັບໃນເຄືອຫລ້າສຸດ

ຂຽນເມື່ອ November 26, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ, ໄອເດຍ. (ອ່ານ 2,006 ຄັ້ງ)

ຊ່ວງນີ້ມີວຽກຫລາຍຢ່າງຕ້ອງເຮັດ ກໍ່ເລີຍບໍ່ຄ່ອຍໄດ້ Active ໃນການເຮັດເວັບປານໃດແລ້ວ ແຕ່ວ່າຢ່າງໃດກໍ່ຕາມ ເວັບໃນເຄືອຂ່າຍ au8ust ກໍ່ມີການເພີ່ມຂຶ້ນເລັກນ້ອຍເຖິງປານກາງຕາມແຮງລົມຈາກທິດຕາເວັນອອກ 😛

ມາເຂົ້າເລື່ອງກັນເລີຍ ສຳຫລັບຄວາມຄືບຫນ້າຕອນນີ້ LaoBlogger.com ສຳເລັດໄປສ່ວນຫນຶ່ງແລ້ວ ແຕ່ວ່າຫນ້າຫລັກຍັງຄົງບໍ່ໄດ້ຮັບການປັບແຕ່ງໃຫ້ດີເທື່ອ ລວມໄປເຖິງການໃສ່ HTML/JavaScript code ທີ່ຍັງເຮັດບໍ່ໄດ້ ເຊິ່ງສ່ວນນີ້ສຳຄັນຫລາຍ ເພາະຕ້ອງໃຊ້ໃນກໍລະນີຈະເອົາ Tracker ເຂົ້າມາ

ຕໍ່ມາກໍ່ຄື LaoUpload.com ຄວາມຈິງໂດເມນນີ້ໄດ້ມາດ້ວຍຄວາມບັງເອີນ ເພາະວ່າກ່ອນຫນ້ານີ້ໄປຈົດທະບຽນເຊົ່າ host ກັບ Dreamhost ແລ້ວເຂົາມີ Promotion ສະຫລອງຄົບຮອບ 10 ປີ ກໍ່ເລີຍໄດ້ Host + Domain ມາໃນລາຄາຖືກແສນຖືກ (ປະມານ $10 ຕໍ່ປີ ຫາກຈື່ບໍ່ຜິດ) ໃນ LaoUpload.com ນີ້ເຮັດເປັນເວັບສຳຫລັບອັບໂຫລດໄຟລ໌ຕ່າງ ໆ ໄປຝາກໄວ້ ເພື່ອໃຫ້ຄົນອື່ນໄດ້ດາວໂຫລດໄດ້ ເຊິ່ງຕອນນີ້ລາວອັບໂຫລດກໍ່ຄືບຫນ້າໄປຫລາຍແລ້ວ ແຕ່ຍັງຄົງມີຫລາຍສ່ວນທີ່ຕ້ອງແກ້ໄຂ ລວມໄປເຖິງການເຮັດ subdomain ແຍກສຳຫລັບຜູ້ຕ້ອງການອັບໂຫລດຮູບພາບໂດຍສະເພາະ

ແລະສຸດທ້າຍແຕ່ຍັງບໍ່ທ້າຍສຸດກໍ່ຄື Punlao.com ອັນນີ້ຕັ້ງໃຈວ່າຈະເຮັດເປັນ… ອືມ…ໄວ້ Surprise ດີກວ່າ 😀 ແຕ່ວ່າຕອນນີ້ກໍ່ຍັງບໍ່ທັນໄປຮອດໃສເລີຍສຳຫລັບພັນລາວ.ຄອມ ຄາດວ່າຄົງຈະເປັນຊ່ວງປາຍປີ ຫຼືຕົ້ນປີຫນ້າກວ່າຈະໄດ້ເປີດໂຕ

ເອົາລ່ະ ມື້ນີ້ກໍ່ພໍເທົ່ານີ້ກ່ອນ ໄວ້ຈະມາຂຽນໃຫມ່ອີກ 😀

ປະກົດການ “ບັ້ງໄຟພະຍານາກ”

ຂຽນເມື່ອ October 26, 2007, ໃນຫມວດ ຂອງແປກ. (ອ່ານ 5,636 ຄັ້ງ)

ພໍດີບລັອກທ່ານພະນົມສິນເພິ່ນຂຽນໄວ້ ກໍ່ເລີຍແນະນຳຢາກໃຫ້ໄປອ່ານກັນເປັນຄວາມຮູ້

ບັ້ງໄຟພະຍານາກ

ຖ້າຫາກມື້ໃດທີ່ຕຳແຫນ່ງຂອງໂລກ ດວງອາທິດ ດວງເດືອນ ນອນຢູ່ໃນເສັ້ນຊື່ດຽວກັນ ຈະແມ່ນມື້ດັບ (ຮູບທີ 1)
ຫລື ມື້ເພັງ (ຮູບທີ 2) ກໍຕາມ ຈຸດ ຫລື ຕຳແຫນ່ງໃນເສັ້ນຊື່ດັ່ງກ່າວ ຈະມີແຮງດຶງດູດ (Attraction) ສູງສຸດ ຈະມີຜົນກະທົບ
ຕໍ່ທຳມະຊາດຢ່າງເຫັນໄດ້ຊັດ ເຊັ່ນ: ຖ້າໃນຈຸດນັ້ນຫາກແມ່ນນ້ຳທະເລຂອງໂລກ ກໍຈະເກີດປະກົດການນ້ຳທະເລຂຶ້ນ ຫລື
ນ້ຳທະເລຫັນໃຈ ຈຸດໃດຂອງໂລກທີ່ຕັ້ງສາກກັບເສັ້ນຊື່ດັ່ງກ່າວ ຈະເກີດນ້ຳທະເລລົງ ຊຶ່່ງສະຫລຸບແລ້ວ ມື້ຫນຶ່ງຈະມີນ້ຳທະ
ເລຂຶ້ນສອງເທື່ອ ແລະ ນ້ຳທະເລລົງສອງເທື່ອ ຫມາຍຄວາມວ່າ ນ້ຳທະເລເລີ່ມຂຶ້ນຈົນຮອດຈຸດສູງສຸດ ໃຊ້ເວລາ 6 ຊົ່ວໂມງ
ແລ້ວເລີ່ມລົງເຖິງລະດັບຕ່ຳສຸດ 6 ຊົ່ວໂມງເຊັ່ນກັນ ແລ້ວຈຶ່ງເລີ່ມຕົ້ນຮອບວຽນໃຫມ່ ແຕ່ໃນມື້ດັບ (ຮູບທີ 1) ນ້ຳທະເລຈະ
ເຫນັງຕີງບໍ່ແຮງ ແຕ່ກົງກັນຂ້າມໃນມື້ເພັງ (ຮູບທີ 2) ນ້ຳທະເລຈະເຫນັງຕີງແຮງ ແລະ ຂຶ້ນສູງ.

ໄປເມືອງຫລ້າ

ຂຽນເມື່ອ October 21, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 1,721 ຄັ້ງ)

ຊ່ວງອາທິດທີ່ຜ່ານມາບໍ່ເຫັນອອນໄລນ໌ເພາະວ່າໄປຈີນມາ ໄປທາງຫລວງນ້ຳທາ > ບໍ່ຫານ > ເມືອງຫລ້າ ໄປກໍ່ບໍ່ຄ່ອຍໄດ້ຖ່າຍຮູບຫຍັງຫລາຍ ຄິດແລ້ວເສຍດາຍ 🙁

ໄປນອນຫ້ອງພັກ ມັນມີລາຄາ 30 ຢວນ, 40 ແລະ 50 ຢວນ (1 ຢວນປະມານ 1270 ກີບ) ເຊິ່ງກໍ່ຄຸນນະພາບຕາມລາຄາເລີຍ ແຕ່ຫ້ອງນ້ຳເມືອງຈີນບໍ່ຄ່ອຍດີປານໃດ

ອອກລົດຈາກຫລວງນ້ຳທາ

ຄາສິໂນຢູ່ຊາຍແດນ

 

ບໍ່ຫານ

 

The Lake House

ຂຽນເມື່ອ October 13, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 1,921 ຄັ້ງ)

The Lake Houseພໍດີມື້ນີ້ເຫັນໂຄສະນາໃນ HBO ກໍ່ເລີຍຕັ້ງໃຈວ່າຊິຖ້າເບິ່ງຫນັງ The Lake House ເຊິ່ງເປັນພາກຝຣັ່ງຂອງຫນັງ Ill Mare ເລື່ອງລາວຂອງຄົນສອງຄົນທີ່ຢູ່ໃນໂລກດຽວກັນ ແຕ່ຕ່າງເວລາກັນ ພະເອກຢູ່ໃນປີ 2004 ແລະນາງເອກຢູ່ໃນປີ 2006 ສື່ສານກັນຜ່ານທາງຕູ້ຈົດຫມາຍ

Ill Mare ເຄີຍເບິ່ງເທື່ອຫນຶ່ງແຕ່ຈັບເນື້ອໃນບໍ່ຄ່ອຍໄດ້ ຄິດວ່າ The Lake House ອາດຈະໃຫ້ຄວາມຮູ້ສຶກທີ່ດີຂຶ້ນ 😀

ຢ່າເຊື່ອໃຈຄົນໃນອິນເຕີເນັດຫລາຍ…

ຂຽນເມື່ອ October 9, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 3,936 ຄັ້ງ)

 Dog on the Internet

ດຽວຊິເປັນແບບໃນຮູບ 555

ກ່ຽວກັບຄວາມປ່ຽນແປງໃນ au8ust.org

ຂຽນເມື່ອ October 4, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,296 ຄັ້ງ)

ຕອນນີ້ກຳລັງເລີ່ມອັບເດດສ່ວນຕ່າງ ໆ ຄືນໃຫມ່ຢູ່ ທີ່ປ່ຽນແປງຫລາຍສຸດກໍ່ຈະເປັນຫນ້າຕາຂອງເວບທີ່ປ່ຽນຮູບແບບໃຫມ່ແລ້ວ ແຕ່ວ່າຍັງບໍ່ທັນແລ້ວດີເທື່ອ ຄົງຈະໃຊ້ເວລາອີກຈັກໄລຍະຫນຶ່ງກ່ອນ ເພາະວ່າມີລາຍລະອຽດຫລາຍຈຸດທີ່ຕ້ອງແກ້ໄຂໃຫ້ຮຽບຮ້ອຍ

Theme ທີ່ເອົາມາໃຊ້ເທື່ອນີ້ບໍ່ຮອງຮັບ widget ກໍ່ເລີຍຕ້ອງຫາທາງເຮັດໃຫ້ມັນໃຊ້ງານ widget ໃຫ້ໄດ້ກ່ອນ ເພາະຈະໄດ້ສະດວກເວລາເຮັດຫຍັງໃນພາຍຫລັງ

Fwd: ດ້ວຍຮັກ…

ຂຽນເມື່ອ September 17, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,642 ຄັ້ງ)

ພໍ່ເຮັດວຽກອາບແດດ ຖືກແຜດເຜົາ

ລູກກິນເຫລົ້າຟັງເພງ ຄື້ນເຄງເຫລືອ

ແມ່ຂາຍຜັກ ກິນເຂົ້າກັບເກືອ

ລູກເອື້ອເຟື້ອ ພາສາວທ່ຽວ ລ້ຽວໂຮເທວ

ພໍ່ຫາເງິນສົ່ງລູກຮຽນ ພຽນອົດສາ

ລູກຕິດຢາ ຄົບຫມູ່ຊົ່ວ ມົ້ວໃຫ້ເຫັນ

ແມ່ກະຫາຍ ດື່ມນ້ຳຄອງ ຕອນກອງເພນ

ລູກທະເລັ້ນ ຈິບວາຍແດງ ແພງຈັບໃຈ

ພໍ່ອົດຢາກ ບໍ່ເຄີຍຈົ່ມ ທົນລຳບາກ

ລູກມັກມາກ ເພດສຳພັນ ມັນຈິບຫາຍ

ແມ່ທໍຜ້າ ປູກມ້ອນ ຫາລາຍໄດ້

ລູກຍິງຊາຍ ທ່ຽວສົມສຸກ ໂລກຕິດໂຕ

ພໍ່ສູບນ້ຳ ເຂົ້າຄັນນາ ປູກເຂົ້າກ້າ

ລູກມົວເມົາ ການພະນັນ ຫມັ່ນຫາຜົວ

ແມ່ຫາບນ້ຳ ລ້ຽງເປັດໄກ່ ເຮັດສວນຄົວ

ລູກໃຈຊົ່ວ ໃຊ້ເງິນເພີນ ເດີນຫລົງທາງ

ພໍ່ຂາຍງົວ ສົ່ງຄວາຍຮຽນ ວຽນສີສະ

ລູກຕະກະ ກິນຟາສຟູດກວ້າງຂວາງ

ແມ່ປວດເມື່ອຍ ສູ້ວຽກຫນັກ ບໍ່ລະວາງ

ລູກສຳອາງ ໃຊ້ເຄື່ອງແພງ ແຂ່ງສັງຄົມ

ພໍ່ຈ່ອຍແຫ້ງ ເຫື່ອແຮງນ້ອຍ ດ້ອຍອາຫານ

ລູກປະພຶດ ອັນຕະພານ ລ່າເສບສົມ

ແມ່ເປັນດອກ ທົບຕົ້ນ ຫມົດອາລົມ

ລູກແຂ້ວຄົມ ຂ້າພໍ່ແມ່ ກ່ອນແກ່ຕາຍ

*ຕົ້ນສະບັບເປັນພາສາໄທ

Technorati Tags: ກະຕັນຢູ, ພໍ່ແມ່, ດ້ວຍຮັກ, fwd, ສົ່ງຕໍ່, au8ust, realme

Back online!

ຂຽນເມື່ອ September 9, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 1,579 ຄັ້ງ)

ກັບມາອີກຄັ້ງຫນງຫລັງຈາກທີ່ down ໄປຫລາຍມື້ (ເກືອບສອງອາທິດ) ເພາະຍ້າຍ host ເຊິ່ງຕອນນິ້ຄິດວ່າ host ໃຫມ່ຊ້າກວ່າເກົ່າອີກ ກໍ່ເລີຍວ່າສົງໄສຊິໄດ້ຍ້າຍໃຫມ່ ແລະຄົງຈະໄປລອງໃຊ້ຂອງ AppServHosting.com ເບິ່ງ ເພາະວ່າ background ດີພໍສົມຄວນ

ອືມ… ມີບັນຫາຫຍັງບາງຢ່າງເຮັດໃຫ້ useronline ບໍ່ສາມາດໃຊ້ໄດ້ ກໍ່ເລີຍເອົາປລັກອິນຕົວນີ້ອອກໄປກ່ອນ ເພາະວ່າບໍ່ຄ່ອຍໄດ້ໃຊ້ຢູ່ແລ້ວແດ່ 😛

Technorati Tags: host, hosting, ກັບມາ, au8ust, realme

Happy birthday to me

ຂຽນເມື່ອ August 24, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 1,559 ຄັ້ງ)

ສຸກສັນວັນເກີດໃຫ້ຕົວເອງ ເຢ້ ~ !

ປີນີ້ກໍ່ເປັນໄປຕາມຄາດ ບໍ່ມີຫຍັງຫລາຍ ບໍ່ໄດ້ຈັດຫຍັງເປັນພິເສດ ແລະກໍ່ບໍ່ມີໃຜຮູ້ (ນອກຈາກແຟນ ^0^)

ແຕ່ວ່າ ເຈັບຫົວ ໄປນອນກ່ອນ ~

Technorati Tags: ສຸກສັນວັນເກີດ, au8ust, me, real me, happy birthday