Post archive for ‘ຊີວິດ’
ຊີວິດມັນບໍ່ໄດ້ດັ່ງໃຈຄຶດ
ຊ່ວງນີ້ຮູ້ສຶກວ່າຊີວິດມັນຢຸດສະງັກ ບໍ່ໄປບໍ່ມາ ບໍ່ຄືບໜ້າ ມີແຕ່ຊິຖອຍຫຼັງ (ເພາະຄົນອື່ນໄປທາງໜ້າໝົດ) ໂອ… ເວນກຳ ບໍ່ໜ້າເລີຍຊີວິດ… ເຮົາຕ້ອງພະຍາຍາມໃຫ້ຫຼາຍກວ່ານີ້ ເພື່ອອະນາຄົດທີ່ດີກວ່າມື້ນີ້
ເພາະນີ້ຄືຊີວິດ…
“Experience is a harsh teacher. First comes the test. Second comes the lesson.”
“ປະສົບການຄືຄູທີ່ໃຈຮ້າຍ ການສອບມາກ່ອນ ບົດຮຽນຈະຕາມມາພາຍຫລັງ”
- ປະໂຫຍກຕອນຫນຶ່ງໃນຫລັງເລື່ອງ SAW IV
ປີໃຫມ່ແລ້ວວຸ້ນວາຍ
ຕັ້ງແຕ່ກ່ອນປີໃຫມ່ ຈົນຫລັງປີໃຫມ່ມານີ້ວຽກຂຸ້ນຕະຫລອດ ຈົນບໍ່ມີເວລາເຮັດຫຍັງເລີຍ ມິແຕ່ຫາໂອກາດບັງຄັ້ງມາອັບເດດບລັອກ ແລະເວັບໄຊຕ໌ໃນເຄືອເລັກນ້ອຍເທົ່ານັ້ນ ວ່າຈະເຮັດ AAA ກໍ່ຍັງບໍ່ມີໂອກາດປານນີ້ ຄົງຈະຫລັງຈາກແລ້ວວຽງເລື່ອງລະບົບ POS ຂອງຮ້ານພຸ້ນລະຈຶ່ງຈະໄດ້ມາ active ໃຫມ່
ມ້າກັບນ້ຳ
ມ້າ ປົກກະຕິແລ້ວຈະເປັນສັດທີ່ບໍ່ຍອມກິນນ້ຳ ບໍ່ວ່າເຮົາຈະບັງຄັບ ຂູ່ເຂັນ ຫຼືຈັບມັນກົດຫົວລງໄປໃນສະນ້ຳ ມັກໍ່ຈະບໍ່ຍອມກິນ
ວິທີງ່າຍ ໆ ທີ່ຈະໃຫ້ມັນກິນນ້ຳ… ຮູ້ບໍ່ວ່າເຮັດແນວໃດ?
…ໃຫ້ມັນແລ່ນ… ໃຫ້ມັນແລ່ນຈົນເມື່ອຍແລ້ວມັນກໍ່ຈະມາກິນນ້ຳເອງ ໂດຍທີ່ເຮົາບໍ່ຕ້ອງໄປບັງຄັບມັນໃຫ້ເມື່ອຍ…
ນິທານເລື່ອງນີ້ສອນໃຫ້ຮູ້ວ່າ…
ຄົນປົກກະຕິຈະບໍ່ມັກອ່ານຫນັງສື ຕໍ່ໃຫ້ບັງຄັບ ຂູ່ເຂັນ ຖ້າບໍ່ມັກອ່ານກໍ່ຈະບໍ່ອ່ານ ບໍ່ຄົ້ນຄວ້າຫາຄວາມຮູ້ໃຫມ່ ໆ
ສະນັ້ນ ເຮົາຈະຕ້ອງເຮັດວຽກ ແລະຫາສິ່ງໃດທີ່ໃຊ້ສະຫມອງຫລາຍ ໆ ແລ້ວເຮົາກໍຈະເປັນຄົນກະຫາຍຄວາມຮູ້ ຢາກທີ່ຈະຮຽນຮູ້ສິ່ງໃດໃຫມ່ ໆ
ເຊັ່ນ ການໄດ້ເຮັດວຽກງານໃດໃຫມ່ ໆ ທີ່ເຮົາບໍ່ເຄີຍຮູ້ມາກ່ອນ ເຮົາກໍ່ຈະກະຕືລືລົ້ນທີ່ຈະຄົ້ນຄວ້າາຄວາມຮູ້ກ່ຽວກັບວຽກງານນັ້ນ ໆ ຫາຫນັງສືມາອ່ານ ຖາມຄົນນັ້ນຄົນນີ້ທີ່ເປັນຜູ້ຮູ້
ແຕ່ຖ້າບໍລິສັດ ສົ່ງເຮົາໄປຝຶກງານ ໃນເລື່ອງທີ່ເຮົາບໍ່ໄດ້ໃຊ້ ການຝຶກງານນັ້ນ ກໍ່ສະເຫມືອນກັບການໄດ້ລາງານຫນຶ່ງມື້ ນັ້ນເອງ
ແປຈາກສະບັບພາສາໄທຈາກບລັອກ Knowledge Revolution
ຢູ່ທີ່ວິທີການ
ຊາຍຄົນຫນຶ່ງ ໃຫ້ຫມາຂອງລາວກິນນ້ຳມັນຕັບປາທຸກມື້ ເພາະເຊື່ອວ່າຈະສົ່ງຜົນດີຕໍ່ມັນ ແຕ່ວ່າການຈະໃຫ້ມັນກິນນັ້ນ ເປັນເລື່ອງຍາກຫລາຍ ເພາະລາວຕ້ອງໃຊ້ສອງຂານັ້ນ ຫນີບຫົວມັນໄວ້ບໍ່ໃຫ້ມັນດິ້ນ ແລ້ວງ້າງປາກຖອກນ້ຳມັນຕັບປາລົງໄປ
ມື້ຫນຶ່ງ ຫມາຂອງລາວດິ້ນຫລຸດຈາກລາວ ເຮັດໃຫ້ນ້ຳຕັບປາຄວ່ຳເຕັມພື້ນ ແລ້ວລາວກໍ່ປະຫລາດໃຈທີ່ເຫັນຫມາຂອງລາວ ເລຍນ້ຳມັນຕັບປາເທິງພື້ນຈົນຫມົດ ນີ້ເຮັດໃຫ້ລາວຮູ້ວ່າ ບໍ່ແມ່ນນ້ຳມັນຕັບປາດອກທີ່ສ້າງບັນຫາ ແຕ່ເປັນວິທີການຂອງລາວທີ່ໃຫ້ມັນກິນຕ່າງຫາກ
ໂດຍ ເດີ ເມວໂລ
ຈາກ:
ອີ້ຈິງ ສາດແຫ່ງການປ່ຽນແປງເພື່ອຄວາມສຳເລັດ
ຫນ້າ ໕໐, ບົດທີ່ ໕ ຖອຍອອກມາເບິ່ງ
[via iFew]
ຄວາມຊວຍອັນປະເສີດ
ມື້ວານນີ້ໄຟດັບ ດັບມັນກໍ່ດັບຫມົດມື້ ດັບແຕ່ເຊົ້າຈົນຄ່ຳ ພໍໄຟມັນດັບແລ້ວກໍ່ຍາກ ເພາະວ່າໃດ ໆ ກໍ່ລ້ວນແຕ່ຕ້ອງອາໄສໄຟຟ້າ ພໍມັນບໍ່ມີໄຟຟ້າໃຊ້ກໍ່ຍາກໄປຫມົດ ຄອມກໍ່ເປີດບໍ່ໄດ້ ໂທລະສັບທີ່ມັນໃຊ້ໄຟຟ້າກໍ່ໃຊ້ບໍ່ໄດ້ ມືຖືແບັດຫມົດກໍ່ສາກບໍ່ໄດ້ ຮ້ອນກໍ່ຕ້ອງວີເອົາ ຯລຯ
ວ່າຊິຕິດຕັ້ງກ້ອງວົງຈອນປິດ ແຕ່ວ່າຍັງບໍ່ມີສາຍ ກ້ອງມັນມີ 8 ຕົວ ຕ້ອງຕິດຕັ້ງອ້ອມ ໆ ສະຖານທີ່ ລາກສາຍໄປມາ ຫນ້າຈະໃຊ້ຄວາມຍາວປະມານ 50 ແມັດ ແຕ່ວ່າໂທຖາມຢູ່ວຽງແລ້ວເພິ່ນບໍ່ວ່າ ສາຍ AV ຂະຫນາດ 2 ແມັດລາຄາ 15,000 ກີບ!! ຄິດມາແລ້ວຫນັກໃຈ ດ້ານສາຍສອງແມັດຍັງ 15 ພັນແລ້ວ ເອົາເປັນ 50 ແມັດຊິປານໃດ
ອືມ ບາງທີຕ້ອງປ່ຽນໃຊ້ສາຍ Cable ເອົາ ແຕ່ວ່າຖ້າໃຊ້ Cable ມັນຕ້ອງປ່ຽນຫົວແຈັກພ້ອມ ຕ້ອງລອງໂທໄປຖາມຢູ່ທ່າສະເດັດກ່ອນວ່າເຂົາມີຫົວແຈັກແບບ Cable ບໍ່
ຕະຫລົກຮ້າຍ : ຫນຸ່ມນ້ອຍ IT ກັບ ລຸງຊາວທະເລ
ຫນຸ່ມນ້ອຍກຳລັງຈະຂ້າມຝາກໄປຫາເກາະແຫ່ງໜຶ່ງ ໂດຍອາໄສລຸງຊາວປະມົງພາຍເຮືອພາໄປ ແລະເມື່ອມາຮອດກາງທະເລນັ້ນ…
ຫນຸ່ມນ້ອຍ : ລຸງ ລຸງມີມືຖືຫຼືບໍ່? ຂ້ອຍຈະໄດ້ໂທເອີ້ນລຸງຕອນກັບ
ລຸງ : ບໍ່ມີດອກພໍ່ໜຸ່ມ ລຸງມີຫຍັງກໍ່ຍ່າງໄປຫາ ບໍ່ຕ້ອງໃຊ້ມືຖືດອກ
ຫນຸ່ມນ້ອຍ : ຕາຍ ໆ ນີ່ລຸງ ຖືວ່າຕາຍໄປແລ້ວ 25% ແລ້ວເດີ້ນີ້
…ຫນຸ່ມນ້ອຍກໍ່ລົມໂທລະສັບກາງທະເລກັບໝູ່ ແລ້ວລຸງກໍ່ພາຍເຮືອຕໍ່ໄປ…
ຫນຸ່ມນ້ອຍ : ນີ່ລຸງ ເຄີຍຫຼິ້ນເນັດບໍ່? ເຂົ້າເວບນີ້ແມະ ຂໍ້ມູນກ່ຽວກັບປາທະເລ ມີວິທີການຈັບປາ ແຫລ່ງຂາຍ ແລ້ວຄລິກດຽວກໍ່ຂາຍໄດ້ທົ່ວໂລກເລີຍ
ລຸງ : ລຸງກໍ່ຈັບພໍກິນ ຖ້າເຫລືອກໍ່ເອົາໄປຂາຍເທົ່ານັ້ນແຫລະ
ຫນຸ່ມນ້ອຍ : ຕາຍ ໆ ລຸງເຮັດວຽກແບບນີ້ຊິລວຍໄດ້ແນວໃດ ມືຖືບໍ່ມີ ຄອມບໍ່ມີ ເນັດກໍ່ບໍ່ມີ ແບບນີ້ເທົ່າກັບວ່າຕາຍໄປແລ້ວ 75%
ລຸງ : ລຸງຖາມແດ່ ລອຍນ້ຳເປັນບໍ່?
ຫນຸ່ມນ້ອຍ : ລອຍບໍ່ເປັນດອກລຸງ ໂອຍ…ໃຜຊິເຮັດເປັນທຸກຢ່າງເດ້
ລຸງ : ລຸງວ່າໂຕຫັ້ນຊິຕາຍແນ່ ໆ 100% ເພາະຄື່ນຍັກກຳລັງມາຈາກທາງນັ້ນແລ້ວ!!!
ປະໂຫຍກເດັດ ໆ (#2)
ຫາກທ່ານຕ້ອງການໃຫ້ສະຕີນາງໜຶ່ງ ຈົດຈຳແລະຄິດເຖິງທ່ານຕະຫລອດເວລາ ມີສອງວິທີທາງທີ່ໜຶ່ງ ໄດ້ແກ່ການເຮັດໃຫ້ນາງຮັກທ່ານ ທາງທີ່ສອງຄືເຮັດໃຫ້ນາງແຄ້ນທ່ານປະການທີ່ໜຶ່ງເຮັດໄດ້ຍາກ ແຕ່ປະການທີ່ສອງຮັບຮອງວ່ານາງຈະບໍ່ມີວັນລືມເລືອນທ່ານຕະຫລອດການ
*ເກັດຄວາມຮູ້: ສະຕີເມື່ອຕາຍແລ້ວ ອະໄວຍະວະທີ່ແຂັງຕົວຊ້າທີ່ສຸດຄືລີ້ນ ເພາະໃນຮ່າງກາຍຂອງສະຕີອະໄວຍະວະທີ່ໃຊ້ງານຫລາຍທີ່ສຸດຄືລີ້ນ
ທີ່ມາ - a@x
Technorati Tags: ປະໂຫຍກເດັດ, ສະຕີ, ຮັກ, ຄວາມຮັກ, ຊັງ, ຄວາມຊັງ, ອະໄວຍະວະ, realme, au8ust
ປະໂຫຍກເດັດ ໆ
ດາວຕົກມັນວູບດຽວກໍ່ຜ່ານໄປ ບໍ່ມີໃຜສາມາດອະຖິຖານທັນດອກນອກຈາກຮູ້ຕົວກ່ອນວ່າຈະມີດາວຕົກປະກົດ ແຕ່ຈະມີຜູ້ໃດສາມາດລ່ວງຮູ້ດາວຈະຕົກເມື່ອໃດ?
ຂ້າພະເຈົ້າລ້ວນວ່າເປັນການຫລອກລວງທັງສິ້ນ
ທີ່ມາ - engr
ສານລັບ!!!?
ສອງມື້ກ່ອນ (ວັນທີ່ 30) ມີຄົນໃຊ້ Live Contact Form ໃນບລັອກ au8ust.org ສົ່ງຄວາມຄິດເຫັນມາໃຫ້ ມື້ນີ້ຫາກໍ່ເປີດເມລເຫັນ ເພາະວ່າໃຊ້ເນັດບໍ່ໄດ້ສອງມື້ ເປັນອາການເກົ່າຫັ້ນລ່ະ (ອ່ານໄດ້ໃນໂພສຕ໌ເກົ່າ)
ພໍເປີດເມລອ່ານ ກໍ່ປະກົດວ່າ…
ອືມ… ແລ້ວຂ້າພະເຈົ້າຈະອ່ານເຂົ້າໃຈບໍ່ເນາະມາແບບນີ້ -_-)???
