ອິນເຕີເນັດດີໆໃນປະເທດລາວ

ຂຽນເມື່ອ October 27, 2010, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 3,544 ຄັ້ງ)

ເລື່ອງອິນເຕີເນັດປະເທດລາວຕອນນີ້ກໍນັບວ່າດີກວ່າແຕ່ກ່ອນຫຼາຍ ເຖິງຫຼາຍຄົນຈະບອກວ່າແພງ ແລ້ວກໍຊ້າ ແຕ່ ຂພຈ ຜັດຄຶດວ່າ ຄົນລຸ້ນໃໝ່ຫັ້ນດີແລ້ວ ທີ່ໄດ້ໃຊ້ ແຕ່ກີ້ຕອນໃຊ້ເນັດໃໝ່ໆ ຕ້ອງໄດ້ຈ່າຍເດືອນລະ $40 ຫຼິ້ນໄດ້ 50 ຊມ ອິນເຕີເນັດຄວາມໄວ 56kbps (ຕໍ່ຕິດແທ້ໆ ບໍ່ເກີນ 52kbps) ນອກຈາກເສຍຄ່າເນັດແລ້ວກໍຍັງເສຍຄ່າໂທລະສັບອີກນຳ (ໃນກໍລະນີຢູ່ຕ່າງແຂວງ) ຖ້າໃຜເຄີຍໃຊ້ຄົງຈະຈື່ໝາຍເລກ 8888 ໄດ້ດີ.

ຫຼາຍປີຕໍ່ມາ ເລີ່ມມີເນັດ ADSL ເຂົ້າມາ ມີເນັດ IPStar (ເນັດຜ່ານດາວທຽມ) ມີລະບົບGPRS/EDGE ຈົນມາຮອດລະບົບ 3G ພ້ອມທັງລາຄາທີ່ຖືກລົງຈົນສາມາດຈັບຕ້ອງໄດ້ ກໍນັບວ່າມີການພັດທະນາມາພໍສົມຄວນ.

ການຈະເອົາໄປປຽບທຽບປະເທດໃກ້ຄຽງກໍດີ ຫຼືປຽບທຽບກັບໂລກຕາເວັນຕົກກໍດີ ຕ້ອງເຂົ້າໃຈວ່າ ພື້ນຖານຂອງແຕ່ລະປະເທດບໍ່ຄືກັນ ບໍ່ວ່າຈະເປັນດ້ານພົນລະເມືອງ, ເສດຖະກິດ, ແລະອື່ນໆ ແມ່ນມີຄວາມແຕກຕ່າງກັນຢ່າງເຫັນໄດ້ຊັດ ຈຶ່ງບໍ່ອາດຈະນຳມາໄວ້ຂ້າງໆ ກັນແລ້ວເວົ້າວ່າ ປະເທດນີ້ມີ ປະເທດເຮົາຄືບໍ່ມີ ດັ່ງນີ້.

ຫາກຕ້ອງການໃຫ້ ອິນເຕີເນັດດີໆໃນປະເທດລາວ ມີໃນປະເທດລາວ ພວກເຮົາຄົນລາວຕ້ອງຊ່ວຍກັນ ພັດທະນາໃຫ້ມັນມີຂຶ້ນໂດຍໄວ ບໍ່ທາງກົງກໍທາງອ້ອມ ບໍ່ດັ່ງນັ້ນ ຖ້າມີແຕ່ເວົ້າໄປທຸກມື້ ກໍຄົງຈະບໍ່ມີ ອິນເຕີເນັດດີໆໃນປະເທດລາວ ໃຫ້ໃຊ້ກັນແນ່ນອນ!

ຈົບດີກວ່າ ໂພສໂດຍມີຈຸດປະສົງບາງຢ່າງ ອິອິ

Tags: ,

The Story of Bottled Water

ຂຽນເມື່ອ August 28, 2010, ໃນຫມວດ ໄອເດຍ. (ອ່ານ 1,741 ຄັ້ງ)

Tags:

Laundry day

ຂຽນເມື່ອ July 14, 2010, ໃນຫມວດ ໄອເດຍ. (ອ່ານ 1,960 ຄັ້ງ)

Tags: , , , , ,

Verbatim Championship

ຂຽນເມື່ອ June 13, 2010, ໃນຫມວດ ເກມ. (ອ່ານ 1,529 ຄັ້ງ)

ເກມຫຸ່ນຍົນສູ້ກັນ ມັນດີ ຫະຫະ ຫຼິ້ນໄດ້ໃນ http://www.verbatim.jp/senshuken/

Tags: , , ,

Shell Helix Ultra Transparent Car – The Making Of

ຂຽນເມື່ອ May 6, 2010, ໃນຫມວດ ໄອເດຍ. (ອ່ານ 1,582 ຄັ້ງ)

ບໍ່ຕ້ອງໃຊ້ CG ເລີຍ ຄັກດີ

http://www.youtube.com/watch?v=W3HM1bQzubw&feature=player_embedded

Tags: , , ,

DAN the MAN

ຂຽນເມື່ອ April 24, 2010, ໃນຫມວດ ຊີວິດ. (ອ່ານ 1,856 ຄັ້ງ)

based on true story ຊັດໆ!

Tags: , ,

ຮວມຂ່າວດີປະຈຳວັນທີ 21 ເມສາ 2010

ຂຽນເມື່ອ April 21, 2010, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,232 ຄັ້ງ)

ແບບວ່າ ມື້ນີ້ມີຫຼາຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍ ເລື່ອງທີ່ເປັນເລື່ອງດີໆ ເຂົ້າມາໃນຊີວິດ ເລີ່ມຕົ້ນຈາກ:

  1. ເຄື່ອງທີ່ສັ່ງຈາກ ebay ມາຮອດພ້ອມກັນ 8 ຢ່າງ
  2. ອ້າຍໂອໂທມາບອກວ່າ ເພງຂອງ L Zone ດີຫຼາຍ ຢາກໃຫ້ເຮັດ MV ອີກ 4 ເພງ
  3. ໄດ້ຮັບ check ຈາກ Amazon ຕັ້ງ $341 ໃຫ້ຊື່ນຫົວໃຈ
  4. ຊື້ Battery ກັບ Stylus ມາໃຊ້ກັບ iPAQ 1910 ສຳເລັດ
  5. ເປີດບັນຊີທະນາຄານຮ່ວມພັດທະນາ ເພື່ອກຽມເຮັດບັດ Debit VISA

ນັບວ່າເປັນອີກນຶ່ງມື້ທີ່ມີຄວາມສຸກ @_@

Tags: ,

Marvel vs. Capcom 3

ຂຽນເມື່ອ April 21, 2010, ໃນຫມວດ ເກມ. (ອ່ານ 1,486 ຄັ້ງ)

ເກມໃນຕະກູນ Marvel VS ຫຼື Capcom VS ມີອອກມາຫຼາຍຍຍຍຍ ພາກພໍສົມຄວນ ເຊິ່ງເປັນເກມຕໍ່ສູ້ທີ່ມີໂຕລະຄອນຈາກສອງຟາກຝັ່ງມາສູ້ກັນມັນສຸດໆ  ແລະຄັ້ງນີ້ແມ່ນມາຮອດຄິວຂອງພາກ 3 ໂດຍມີການພັດທະນາ Graphic ໄປໄກສຸດຍອດ ເປັນ 3D ແບບ cell-shading ພາບງົດງາມຫຼາຍ

Tags: , , ,

ບໍ່ຜ່ານອີກແລ້ວ!!!

ຂຽນເມື່ອ April 20, 2010, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,362 ຄັ້ງ)

ໄປເສັງໃບຂັບຂີ່ອີກຮອບ ຮອບນີ້ເປັນຮອບທີ 3 ເອ໊ະ ຫຼືໜ້າຈະ 4 ເພາະວ່າໄປເທື່ອນີ້ເທື່ອທີ 4 ແລ້ວ

ເລື່ອງກໍເລີ່ມຕົ້ນຈາກປີກາຍ ໄປຮຽນ basic ແບບໄວໆ ຈາກໂຮງຮຽນການຊ່າງ ແລ້ວກໍໄປເສັງ ປາກົດວ່າ ຜ່ານທິດສະດີ ແຕ່ບໍ່ຜ່ານຂັບຂີ່ໂຕ T ແລະໂຕ C ກິນແຫ້ວກັບບ້ານໄປ.

ຮອບທີສອງ ເສັງເດືອນຖັດມາ ໜ້າຈະເປັນເດືອນ 12 ເດືອນນັ້ນຄົນຫຼາຍພິລຶກ ເພາະວ່າເປັນເດືອນທີ່ພໍດີຄົບ 3 ເດືອນຂອງໂຮງຮຽນສອນຂັບລົດ ຄົນເລີຍຫຼາຍເປັນພິເສດ. ກໍໄປເສັງສະເພາະໂຕ T ກັບ C ເພາະທິດສະດີຜ່ານແລ້ວ ປາກົດວ່າ ຜ່ານແຕ່ໂຕ T ສ່ວນ C ບໍ່ຜ່ານ ກິນແຫ້ວອີກແລ້ວ.

ຍັງບໍ່ໝົດກຳລັງໃຈ ຊິເສັງໃຫ້ຜ່ານໃຫ້ໄດ້ນີ້ແຫລະ…

ເດືອນຖັດມາ ເດືອນ 1 ໄປຍື່ນຄຳຮ້ອງເສັງອີກຮອບ ປາກົດວ່າ ເພິ່ນບໍ່ໃຫ້ເສັງ ໃຫ້ຖ້າອີກ 3 ເດືອນ… -_-‘

3 ເດືອນຜ່ານໄປ ໄວປານຂີ້ໂມ້ ເດືອນ 3 ມາຮອດ ແຕ່ກໍບໍ່ໄດ້ໄປ ເພາະວ່າ ຄາວຽກ ກໍເລີຍກາຍເອົາຊື່ໆ ປົກກະຕິຈະໄປຍື່ນຊ່ວງວັນທີ 20 ~ 24 ຂອງເດືອນ ແຕ່ເດືອນນີ້ບໍ່ທັນ ບາດໄປກໍວ່າປິດແລ້ວ ອົດເລີຍ.

ມາຮອດເດືອນ 4 ເດືອນທີ່ກຳລັງຂຽນນີ້ເອງ ໄປຍື່ນອີກຮອບ ປາກົດວ່າ ບໍ່ຜ່ານ ເຂົາບອກວ່າ ເສັງເທື່ອທີ 1 ບໍ່ໄດ້ ເທື່ອທີ 2 ບໍ່ໄດ້ອີກ ຕ້ອງພັກຜ່ອນ 6 ເດືອນຄ່ອຍໄປຍື່ນເອກະສານໃໝ່ ແລ້ວໄປເສັງໃໝ່ຄືນ (ໝາຍຄວາມວ່າຕ້ອງກັບໄປເສັງທິດສະດີ ແລ້ວກໍໂຕ T ພ້ອມ C ໃໝ່ທັງໝົດ =”=)

ໄປເວົ້າໃຫ້ໝູ່ຟັງ ໝູ່ບອກວ່າ ຊື້ໂລດ ຊື້ໂລດ ຊື້ໂລດ ຈົນເຮົາເອງກໍຄ້ອຍຕາມ ໜ້າຈະຊື້ດີກວ່າ ບໍ່ຕ້ອງເສຍເວລາ ຊື້ເອົາບາດດຽວກໍໄດ້ ເສຍເງິນເທື່ອດຽວ ເສຍເວລາເທື່ອດຽວ ມັນກໍງ່າຍດີ ແຕ່ຄຶດໄປຄຶດມາ ຄົນອີ່ຫຍັງຫວະ ໂຄດໄດ້ເລື່ອງ ເຈິອຸປະສັກເທົ່ານີ້ກໍຖອດໃຈລະ ແມ່ມ ມັນຊິໄປຫາຢູ່ຫາກິນຫຍັງໄດ້ນຳເພິ່ນ ຖຸຍຍຍຍຍ ປາກບອກວ່າຊັງ ບໍ່ມັກພວກໃຊ້ເສັ້ນໃຊ້ສາຍ ແຕ່ໂຕເອງກຳລັງຄຶດຈະຊື້ໃບຂັບຂີ່ ນີ້ມຶງປາກຢ່າງໃຈຢ່າງແທ້ໆ

ວ່າຊັ້ນແລ້ວກໍຖ້າໄປເສັງຕໍ່ໄປ ຊ່ວງນີ້ຖ້າຖືກຕຳຫຼວດເປົ່າລົດຕອນກຳລັງຂັບກໍຈ່າຍຄ່າປັບໃໝໄປກ່ອນລະກັນ ຟິ້ວວວວວວ ~

Tags: ,

IP MAN 2

ຂຽນເມື່ອ April 20, 2010, ໃນຫມວດ ຮູບເງົາ. (ອ່ານ 1,622 ຄັ້ງ)

http://www.youtube.com/watch?v=CrhNQXX2XTg&feature=player_embedded

ໃກ້ເຂົ້າມາແລ້ວກັບໜັງ IP MAN ພາກ 2 ເຊິ່ງເຫດການຕໍ່ເນື່ອງມາຈາກ IP MAN ພາກທຳອິດ ເຫດການແມ່ນຫຼັງຈາກທີ່ທ່ານອາຈານຕ້ອງເດີນທາງເຂົ້າສູ່ເມືອງໃຫຍ່ ເປີດສຳນັກ ແລະເຈິກັບອຸປະສັກນານັບປະການ ຫວັງວ່າຈະໄດ້ເບິ່ງໄວໆ -.-‘

Tags: , ,