ຄວາມສຸກມັນແມ່ນຫຍັງກັນ

Posted on August 23, 2010, under ຝອຍໃຫ້ຟັງ.

ເຄີຍຄຶດມາດົນແລ້ວວ່າ ບາງຄັ້ງຊີວິດຄົນເຮົາກໍເກີດມາເພື່ອກຳຈັດຄວາມເຊັງ ພໍດີມື້ວານໄດ້ລົມນຳໝູ່ ມີໝູ່ຄົນນຶ່ງລວຍ ພໍ່ແມ່ມີເງິນຫຼາຍຍຍຍຍຍຍຍ ຈົນໃຫ້ລູກສາມາດຢູ່ກິນນອນກິນບໍ່ຕ້ອງເຮັດຫຍັງໄດ້ໄປທັງຊາດເລີຍ ແຕ່ຜູ່ເປັນລູກກໍບໍ່ໄດ້ພໍໃຈປານໃດ ເນື່ອງຈາກເປັນລູກຄົນດຽວ ຈຳເປັນຕ້ອງເຊື່ອຟັງພໍ່ແມ່ (ຢ່າງຂັດບໍ່ໄດ້) ແລະແນ່ນອນກົດຂໍ້ສຳຄັນແມ່ນ ຫ້າມຕາຍ!!! ດັ່ງນັ້ນ ກິດຈະກຳທີ່ “ອາດຈະ” ເປັນຄວາມສ່ຽງຕ່າງໆ ບໍ່ວ່າຈະເປັນການໄປຮຽນຕໍ່ເມືອງນອກ ແມ່ນຫຍັງເທືອກນັ້ນຖືວ່າສະລະສິດໄປໄດ້ເລີຍ.

ຄວາມຕະຫຼົກມັນກໍຢູ່ບ່ອນວ່າ ເຖິງແມ່ນຈະມີເງິນທອງກອງກ່າຍມາກມາຍມະຫາສານ ກໍເຊັງ ເພາະບໍ່ມີຫຍັງເຮັດ ບໍ່ໄດ້ເຮັດອັນທີ່ມັກ ເພິ່ນກໍເລີຍໄປເປີດຮ້ານນ້ອຍໆ ເຮັດທຸລະກິດຂອງຕົນເອງ ເຖິງວ່າມັນຈະໄດ້ເງິນໜ້ອຍຫຼາຍກໍຕາມ ແຕ່ກໍເຮັດ ເພາະບໍ່ເຮັດແລ້ວຊິບໍ່ມີຫຍັງເຮັດ ກໍເລີຍເຮັດໄປຊື່ໆ ຫາເລື່ອງໃສ່ໂຕບໍ່ໃຫ້ມັນເຊັງກັບຊີວິດ.

DAN the MAN

Posted on April 24, 2010, under ຊີວິດ.

based on true story ຊັດໆ!

ຊີວິດມັນບໍ່ໄດ້ດັ່ງໃຈຄຶດ

Posted on September 19, 2008, under ຊີວິດ.

ຊ່ວງນີ້ຮູ້ສຶກວ່າຊີວິດມັນຢຸດສະງັກ ບໍ່ໄປບໍ່ມາ ບໍ່ຄືບໜ້າ ມີແຕ່ຊິຖອຍຫຼັງ (ເພາະຄົນອື່ນໄປທາງໜ້າໝົດ) ໂອ… ເວນກຳ ບໍ່ໜ້າເລີຍຊີວິດ… ເຮົາຕ້ອງພະຍາຍາມໃຫ້ຫຼາຍກວ່ານີ້ ເພື່ອອະນາຄົດທີ່ດີກວ່າມື້ນີ້ :)

Busy life ຕອນທີ່ ໑

Posted on April 21, 2008, under ທັມມະ.

ໄດ້ໂອກາດປ່ຽນ Theme ພ້ອມເລີຍ ຍັງຄົງຄວາມມືດມົນເຊັ່ນເດີມ :D ຊ່ວງນີ້ຫຍຸ້ງວຽກຫລາຍເລື່ອງ ຮູ້ສຶກວ່າເຄີຍຂຽນໄປກ່ອນຫນ້ານີ້ແລ້ວໃນ ອີກບລັອກຫນຶ່ງ ແຕ່ບໍ່ເປັນຫຍັງ ຂຽນຕື່ມກໍ່ໄດ້ ເຮົາບໍ່ຖື ໕໕໕

ໄລຍະນີ້ກຳລັງງົມຢູ່ກັບການແກ້ໄຂຫລາຍ ໆ ຢ່າງໃຫ້ຮຽບຮ້ອຍ ບາງອັນເກົ່າໂພດກໍ່ຢາກເອົາມາປັດຝຸ່ນ ບາງອັນເກົ່າເກີນໃຊ້ໄດ້ກໍ່ຢາກເອົາໄປແຂວນປະໄວ້ ເຜື່ອມື້ຫນ້າມີເວລາຄ່ອຍເບິ່ງໃຫມ່ ແຕ່ວ່າ ເວລາກໍ່ຍັງຄົງເປັນບັນຫາ ອັນທີ່ຈິງບັນຫາບໍ່ໄດ້ມາຈາກເວລາ ແຕ່ບັນຫາມັນມາຈາກຄົນບໍລິຫານເວລາ ເພິ່ນວ່າ ຄົນເຮົາມີເວລາ ໒໔ ຊົ່ວໂມງເທົ່າກັນຫມົດ ແຕ່ວ່າ ໃຜກັນທີ່ຈະສາມາດໃຊ້ ໒໔ ຊົ່ວໂມງນັ້ນໃຫ້ເປັນປະໂຫຍດທີ່ສຸດ

(more…)