ທຳອິດເບິ່ງວິດີໂອຂອງນຸ່ຍ ແລ້ວໄປເບິ່ງຕໍ່ໃນ youtube ເຫັນມີອັນນີ້ນຳ ເຫີ ໆ
IQ test
http://www.highiqsociety.org/iq_tests/
ຕາມນັ້ນ -_-‘
half-a-year check
ປະສົບການກັບ DHL
ດັ່ງທີ່ຮູ້ວ່າ ຂ້າພະເຈົ້າມັກຈະໄດ້ຮັບເຄື່ອງຈາກຕ່າງປະເທດຢູ່ເລື້ອຍ ໆ ບໍ່ວ່າຈະເປັນຈົດໝາຍ, ເຄື່ອງຝາກ, ສິນຄ້າ, ຫຼືແມ່ນແຕ່ check ຈາກ Google ເປັນຕົ້ນ. ບໍລິການສົ່ງທີ່ມັກໃຊ້ກໍຈະມີຕັ້ງແຕ່ USPS, Parcelforce, UPS, DHL, Fedex, ຫຼືແມ່ນແຕ່ EMS ແລະສົ່ງແບບທຳມະດາ ດັ່ງນັ້ນຈຶ່ງມີປະສົບການກັບບໍລິສັດຕ່າງ ໆ ຫຼາຍ ມື້ນີ້ມາເວົ້າເຖິງ DHL
ຄວາມຈິງໄດ້ຮັບເຄື່ອງຈາກ DHL ຫຼາຍຄັ້ງຫຼາຍຄາວ ສ່ວນຫຼາຍຈະເປັນ check ຂອງ Google ເພາະຖ້າໃຫ້ສົ່ງມາແບບທຳມະດາມັນຈະໃຊ້ເວລາເປັນເດືອນ ກໍໃກ້ໝົດອາຍຸ ໄປຂຶ້ນເງິນຍາກ ທະນາຄານບໍ່ຮັບ ຈຶ່ງໃຫ້ສົ່ງດ່ວນມາທາງ DHL ໃຊ້ເວລາບໍ່ຮອດອາທິດກໍຮອດແລ້ວ ສະດວກ ວ່ອງໄວ ຄຸນນະພາບດີ ແຕ່ລາຄາແພງ.
ມື້ນີ້ໄດ້ຮັບໂທລະສັບຈາກ DHL ໂທມາຖາມວ່າ ເບີຄົນຊື່ .. ແມ່ນບໍ່ ຕອບວ່າ ແມ່ນ ແລ້ວກໍບອກວ່າ ມີເຄື່ອງສົ່ງມາທາງ DHL ເປັນຈົດໝາຍສົ່ງມາຈາກ … ຕອນນີ້ເຈົ້າຢູ່ບ່ອນນັ້ນບ່ອນນີ້ບໍ ຊິໃຫ້ຕົວແທນໄປສົ່ງໃຫ້ມື້ນີ້ເດີ ແລ້ວກໍວາງສາຍຢ່າງສຸພາບ … ບໍ່ໄດ້ຖາມຄ່າໃຊ້ຈ່າຍເພີ່ມເຕີມໃດ ໆ ອີກ ບໍ່ຄືບາງບໍລິສັດ.
ລົງໂປຣແກຣມ ໃນ iPhone/iPod ຜ່ານ/ບໍ່ຜ່ານ iTunes
ທັງສອງວິທີນີ້ຍັງບໍ່ເຄີຍລອງ ຈົດໄວ້ອາດໄດ້ລອງ
ວິທີທີ່ນຶ່ງ ລົງໂປຣແກຣມໂດຍໃຊ້ໄຟລ໌ .IPA ຜ່ານ iTunes
ວິທີນີ້ຕ້ອງ Jailbreak ເຄື່ອງກ່ອນ ຈາກນັ້ນ add source http://cydia.hackulo.us ເຂົ້າໄປໃນ Cydia ແລ້ວຕິດຕັ້ງ miPatch Firmware 2.2.1 ເຂົ້າໄປ. ຂັ້ນຕໍ່ມາໃຫ້ໂຫຼດໄຟລ໌ .IPA ມາຕາມໃຈມັກ ແລ້ວລາກໄຟລ໌ດັ່ງກ່າວເຂົ້າໄປໃນໜ້າໂປຣແກຣມ iTunes ຂັ້ນຕອນສຸດທ້າຍໃຫ້ Sync ເປັນອັນຈົບພິທີ.
ວິທີທີ່ສອງ ລົງໂປຣແກຣມໂດຍໃຊ້ໄຟລ໌ .IPA ໂດຍບໍ່ຕ້ອງຜ່ານ iTunes
ໃຫ້ add source http://xsellize.com/cydia/user-pass ກ່ອນ ຊື່ກັບລະຫັດໃຫ້ໄປຊອກກັນເອົາເອງ ຫຼັງຈາກນັ້ນໃຫ້ຕິດຕັ້ງ X-IPA ແລ້ວເອົາໄຟລ໌ .IPA ໄປໄວ້ໃນ private/var/mobile/Library/Downloads. ຕໍ່ມາໃຫ້ເຂົ້າໄປເມນູ Settings -> Air plane mode ຕັ້ງຄ່າເປັນ On ແລ້ວກໍຕັ້ງຄ່າ Auto lock ໃຫ້ເປັນ Never. ຂັ້ນຕອນຕໍ່ມາໃຫ້ເຂົ້າໂປຣແກຣມ X-IPA ແລ້ວເລືອກ Install ຖ້າຈັກໜ່ອຍໃຫ້ລະບົບຕິດຕັ້ງແລ້ວ ໆ ກໍ Restart ເປັນອັນຈົບພິທີເຊັ່ນກັນ.