ກັບໄປໃຊ້ Facebook ໜ້າຕາເກົ່າດ້ວຍສ່ວນຂະຫຍາຍ Old Layout for Facebook

ຂຽນເມື່ອ October 6, 2020, ໃນຫມວດ ເທັກໂນໂລຢີ. (ອ່ານ 2,216 ຄັ້ງ)

ຫຼາຍຄົນຕອນນີ້ໜ້າຈະຖືກບັງຄັບໃຫ້ໄປໃຊ້ໜ້າຕາ Facebook ແບບໃໝ່ໃນຄອມກັນແລ້ວ ເຊິ່ງກຳລັງເປັນກະແສວິພາກວິຈານກັນຢ່າງໃຫຍ່ຫຼວງໃນທົ່ວໂລກ ເພາະໜ້າຕາແບບໃໝ່ມັນໜ້າຜິດຫວັງແຮງ ພະຍາຍາມສ້າງຄວາມລຶ້ງເຄີຍແລ້ວແຕ່ບໍ່ໄດ້ອີ່ຫລີ

ມັນບໍ່ແມ່ນສະເພາະວ່າບໍ່ຖືກໃຈໜ້າຕາ ແຕ່ຟັງຊັນການເຮັດວຽກມັນມີບັນຫາແທ້ໆ ເຊັ່ນ: ບໍ່ສາມາດສົ່ງຮູບໃນ Messenger ໄດ້ທັນທີ ກົດສົ່ງແລ້ວມັນຈະຫາຍໄປເລີຍຄືກັບວ່າບໍ່ໄດ້ສົ່ງ ລໍຖ້າ 3-4 ນາທີຮູບຈຶ່ງຂຶ້ນມາໂດຍບໍ່ມີບອກກ່າວສິ່ງໃດທັງສິ້ນທັງປວງ

ນອກຈາກຮູບແລ້ວ, ເວລາສົ່ງລິ້ງ ປົກກະຕິຖ້າວາງລິ້ງໃສ່ແລ້ວກົດຍະຫວ່າງ ລະບົບຈະສ້າງຕົວຢ່າງລິ້ງໃຫ້ ເຊິ່ງເຮົາສາມາດເລືອກໄດ້ວ່າຈະໃຫ້ມີແຕ່ຕົວຢ່າງລິ້ງໄປຫາໜ້າເວັບນັ້ນ ຫຼື ໃຫ້ມີລິ້ງນຳກໍໄດ້ ແຕ່ແບບໃໝ່ ບໍ່ສາມາດເຮັດໄດ້ແລ້ວ ມັນຈະໃຫ້ເຮົາສົ່ງລິ້ງເທົ່ານັ້ນ ແລະ ຈະສ້າງຕົວຢ່າງໃຫ້ກໍຕໍ່ເມື່ອກົດສົ່ງໄປແລ້ວຢ່າງດຽວ

ຍັງບໍ່ທັນເວົ້າຮອດຄວາມຂີ້ກາກສຸດອີກຢ່າງກໍຄື ສຳລັບຄົນທີ່ໃຊ້ໜ້າຈໍຂະໜາດໃຫຍ່ ແບບພວກຄວາມລະອຽດ 4K ນັ້ນ ແຖບທາງຂ້າງຊ້າຍຂວາ ມັນຈະໄປຢູ່ຂອບສຸດຂອງຈໍ ແທນທີ່ຈະຢູ່ແນບຂ້າງຊ້າຍຂວາຖັນກາງແບບປົກກະຕິ ກາຍເປັນວ່າຈະມີຊ່ອງຫວ່າງໂລ່ງໆ ນີ້ຫຼື UI ຂອງເວັບໄຊລະດັບໂລກ

ຢ່າງໃດກໍຕາມ, ຖ້າໃຜທີ່ຢາກກັບໄປໃຊ້ແບບເກົ່າ ແລ້ວພົບວ່າບໍ່ມີເມນູໃຫ້ກົດກັບໄປໄດ້ແລ້ວ ສາມາດຕິດຕັ້ງສ່ວນຂະຫຍາຍ Old Layout for Facebook ຂອງ Chrome ເພື່ອກັບໄປໃຊ້ແບບຄລາດສິກໄດ້ຢູ່ບ່ອນນີ້ https://chrome.google.com/webstore/detail/old-layout-for-facebook/abmkkackbbimmdbfjdilpnfaegaeagge/related

Tags: , , ,

ຍ້າຍເຊີບເວີ + ອັບເດດພັນລາວ ແລະ ເວັບໄຊອື່ນໆໃນເຄືອ

ຂຽນເມື່ອ May 3, 2020, ໃນຫມວດ ພັນລາວ. (ອ່ານ 2,656 ຄັ້ງ)

ບໍ່ໜ້າເຊື່ອວ່າມັນຈະຜ່ານມາແລ້ວເກືອບ 13 ປີກັບເວັບໄຊພັນລາວ ນັບວ່າເປັນການເດີນທາງທີ່ຍາວນານ ແລະ ຍັງບໍ່ມີທີ່ສຸດສິ້ນງ່າຍໆ ໃນຂະນະທີ່ເວັບໄຊລາວອື່ນໆໃນຍຸກດຽວກັນຕ່າງກໍລົ້ມຫາຍຕາຍຈາກກັນໄປຫຼາຍເວັບ ສິ່ງດຽວທີ່ຍັງຄົງເຮັດໃຫ້ພັນລາວຢູ່ມາໄດ້ຮອດທຸກມື້ນີ້ແມ່ນຄວາມເສຍດາຍທີ່ຈະເຫັນມັນຈາກໄປພຽງເພາະທຸກຄົນໄປໃຊ້ Facebook ນັ້ນເອງ 555.

ຕອນຊ່ວງຕົ້ນເດືອນເມສາທີ່ຜ່ານມາ ເປັນໄລຍະທີ່ COVID-19 ກຳລັງລະບາດໄປທົ່ວທຸກສາລະທິດ ເຮັດໃຫ້ຫຼາຍຄົນເກີດພາວະຝືດເຄືອງທາງການເງິນຢ່າງບໍ່ສາມາດຫຼີກເວັ້ນໄດ້. ເບິ່ງແລ້ວຄ່າໃຊ້ຈ່າຍເຊີບເວີຖືວ່າໜັກໜາເອົາການ ເພາະຕ້ອງຈ່າຍເດືອນລະ $155 ແລະ ເປັນແບບນັ້ນມາຫຼາຍປີແລ້ວ. ກໍເລີຍມາຄິດວ່າເຮັດແນວໃດດີ ແລ້ວກໍຄິດອອກວ່າໜ້າຈະຕ້ອງຍ້າຍເຊີບເວີຈາກທີ່ເປັນ dedicated ໄປໃຊ້ VPS ແທນ ເພາະຕອນນີ້ເວັບໄຊໃນເຄືອກໍເຫຼືອໜ້ອຍຫຼາຍ ແລະ ອາດຈະຍົກເລີກ PunlaoHosting.com ໄປໃນອີກບໍ່ດົນ. ດັ່ງນັ້ນພາລະໃນການໃຊ້ເຊີບເວີກໍຄົງບໍ່ຫຼາຍຄືແຕ່ເກົ່າ. ຈຶ່ງຕັດສິນໃຈຍ້າຍໄປໃຊ້ VPS ເຮັດໃຫ້ຄ່າໃຊ້ຈ່າຍແຕ່ລະເດືອນບໍ່ຮອດ $90 (ຈື່ຕົວເລກແທ້ບໍ່ໄດ້). ກໍຖືວ່າຊ່ວຍໄດ້ຫຼາຍ.

ສຳລັບຕອນນີ້ກໍຕ້ອງຈັດການອັບເດດເວັບໄຊເກົ່າໆ ໃຫ້ມັນກັບມາໃຊ້ໄດ້ຄືນ. ຕອນນີ້ກຳລັງອັບເດດ Punlao.com ຢູ່:

  • ແກ້ໄຂການສະກົດຄຳ ເຊັ່ນ: ຄຳວ່າ ຜູ່ ແກ້ເປັນ ຜູ້, ອີເມລ ແກ້ເປັນ ອີເມວ ເປັນຕົ້ນ.
  • ອັບເດດລິ້ງເວັບໄຊທີ່ບໍ່ມີແລ້ວ ເຊັ່ນ: ລຶບເວັບໄຊ umc.la ອອກ.
  • ອັບເດດການຕັ້ງຄ່າບາງຢ່າງ.
  • ຕິດຕັ້ງ SSL (ຕິດຕັ້ງແລ້ວແຕ່ຍັງໃຊ້ໄດ້ບໍ່ສົມບູນ)
  • ອັບເດດເພກ Punlao.com ໃນ Facebook

ຄິດວ່າຄົງຕ້ອງໃຊ້ເວລາອີກໄລຍະໜຶ່ງສຳລັບການປັບປຸງສ່ວນອື່ນໆ ແຕ່ພາລະກິດຫຼັກແມ່ນໃຫ້ແນ່ໃຈວ່າຈະຍັງສາມາດເຮັດວຽໄດ້ຕໍ່ໄປ.

ນອກຈາກພັນລາວ ກໍຍັງມີ LaoDictionary.net ທີ່ຍັງໃຊ້ໄດ້ຢູ່. ມີແຜນວ່າຢາກ OCR ຂໍ້ມູນຈາກວັດຈະນານຸກົມສະບັບມະຫາສິລາໃຫ້ເປັນໄຟລ໌ດິຈິຕອນ. ຈາກນັ້ນຄ່ອຍຊອກຄົນມາຊ່ວຍກັນສຳເນົາ/ວາງຂໍ້ມູນໃສ່ໃນ Glossword ເຊິ່ງເປັນ CMS ທີ່ໃຊ້ໃນເວັບ LaoDictionary.net ໃຫ້ສົມບູນ ເພາະເຮັດຄ້າງໄວ້ມາດົນແລ້ວ.

ເອົາລະ, ໄວ້ຄ່ອຍວ່າກັນໃໝ່.

ການສຳເນົາຂໍ້ຄວາມລວງຕັ້ງໃນ Chrome Windows

ຂຽນເມື່ອ November 24, 2019, ໃນຫມວດ ເທັກໂນໂລຢີ. (ອ່ານ 2,806 ຄັ້ງ)

ປົກກະຕິໃນ Mac ສາມາດກົດປຸ່ມ option ແລ້ວລາກເພື່ອເລືອກຂໍ້ຄວາມລວງຕັ້ງໄດ້ເລີຍ ແຕ່ໃນ Windows ເຮັດບໍ່ໄດ້ໂດຍກົງ ແນວໃດກໍດີຖ້າຕ້ອງການສຳເນົາຂໍ້ຄວາມລວງຕັ້ງໃນ Chrome ແມ່ນເຮັດໄດ້ໂດຍການຕິດຕັ້ງສ່ວນຂະຫຍາຍຊື່ ColumnCopy ກໍຈະສາມາດເຮັດໄດ້

Tags: ,

ການຕິດຕັ້ງ ncdu ໃນ CentOS

ຂຽນເມື່ອ August 16, 2018, ໃນຫມວດ ເທັກໂນໂລຢີ. (ອ່ານ 4,430 ຄັ້ງ)

ເຄີຍຂຽນກ່ຽວກັບ NCDU ໄປແບບສັ້ນໆດົນມາແລ້ວ ຫຼ້າສຸດຕ້ອງຕິດຕັ້ງ ແຕ່ໃຊ້ຄຳສັ່ງ yum install ncdu ແລ້ວມັນບໍ່ມາ ກໍເລີຍຕ້ອງໄປໂຫຼດມາຄອມພາຍແລ້ວຕິດຕັ້ງເອງ ກໍເລີຍເປັນທີ່ມາຂອງໂພສນີ້ເພື່ອກັນລືມໃນອະນາຄົດ

ວິທີຕິດຕັ້ງກໍບໍ່ຍາກ

  1. ເຂົ້າໄປ https://dev.yorhel.nl/ncdu ແລ້ວເລືອກເວີຊັນຫຼ້າສຸດ ຕອນນີ້ແມ່ນ 1.13 ເຊິ່ງ URL ແມ່ນ https://dev.yorhel.nl/download/ncdu-1.13.tar.gz
  2. ຢູ່ Terminal ຂອງເຮົາ ໃຫ້ເຂົ້າໄປ /root ແລ້ວພິມ wget http://dev.yorhel.nl/download/ncdu-1.13.tar.gz
  3. ຈາກນັ້ນກໍແຕກໄຟລ໌ດ້ວຍຄຳສັ່ງ tar -xzvf ncdu-1.13.tar.gz
  4. ເຂົ້າໄປໂຟນເດີທີ່ແຕກໄຟລ໌ໄວ້ມື້ກີ້ກໍຄື ncdu-1.13 ແລ້ວພິມຄຳສັ່ງ ./configure –prefix=/usr
  5. ຂັ້ນຕອນສຸດທ້າຍແມ່ນພິມ make && make install ເພື່ອຄອມພາຍ ແລະ ຕິດຕັ້ງໃຫ້ຮຽບຮ້ອຍ

ພຽງເທົ່ານີ້ເຮົາກໍສາມາດພິມຄຳສັ່ງ ncdu ເພື່ອກວດສອບການໃຊ້ດິສກ໌ໄດ້ແລ້ວ

Tags: , , ,

ບລັອກອີເມວໃນ WHM ແລະ ລຶບອີເມວໃນຄິວ EXIM

ຂຽນເມື່ອ December 16, 2017, ໃນຫມວດ ລິນຸກ. (ອ່ານ 4,448 ຄັ້ງ)

ພົບບັນຫາມີໂດເມນໜຶ່ງໃນ PunlaoHosting ທີ່ສົ່ງອີເມວສະແປມຊົ່ວໂມງລະຫຼາຍໆ ສະບັບ ໜ້າຈະມີບັນຫາກັບ script ທີ່ໃຊ້ ແຕ່ເຈົ້າຂອງເວັບບໍ່ຫວ່າງແກ້ ກໍເລີຍຕ້ອງບລັອກກ່ອນ ເລີຍລອງເຮັດຕາມວິທີນີ້

ຫຼັງຈາກນັ້ນກໍຕ້ອງລຶບອີເມວທີ່ຄ້າງໃນຄິວລະບົບຂອງ EXIM ດ້ວຍວິທີນີ້

ເບິ່ງຈຳນວນອີເມວທີ່ຄ້າງຢູ່

exim -bp | grep -c frozen

ລຶບອີເມວທີ່ຄ້າງດ້ວຍຄຳສັ່ງ

exim -bpr | grep frozen | awk {‘print $3’} | xargs exim -Mrm

ຈາກນັ້ນກວດສອບວ່າຈຳນວນຫຼຸດລົງບໍ່ດ້ວຍຄຳສັ່ງ

exim -bp | grep -c frozen

ຕົບທ້າຍດ້ວຍການຣີສະຕາດ EXIM

service exim restart

Tags: , , , ,

ກວດສອບການໃຊ້ດິສກ໌ໃນ Linux ດ້ວຍ ncdu

ຂຽນເມື່ອ September 25, 2016, ໃນຫມວດ ເທັກໂນໂລຢີ. (ອ່ານ 4,400 ຄັ້ງ)

ວ່າຊິຂຽນດົນແລ້ວ ຈົນລືມແລ້ວລືມອີກແລ້ວກໍລືມແລ້ວລືມອີກ ຈົນໃນທີ່ສຸດກໍໄດ້ຂຽນ

ປົກກະຕິຈະກວດສອບບ່ອນຈັດເກັບຂໍ້ມູນໃນ Linux ດ້ວຍຄຳສັ່ງ df -h ແຕ່ວ່າມັນກວດເບິ່ງໄດ້ແຕ່ປະມານໜຶ່ງ ຊິກວດໃຫ້ເລິກ ໃຫ້ລະອຽດ ກໍຕ້ອງຂຽນພາຣາມິເຕີຊັບຊ້ອນ ແລ້ວກໍຊ້າ ກໍເລີຍໄປຊອກໆ ຈົນຄົ້ນພົບເຄື່ອງມືອັນໜຶ່ງກໍຄື ncdu ສາມາດດາວໂຫລດຈາກ yum ໄດ້ເລີຍຫາກໃຊ້ CentOS

ວິທີໃຊ້ກໍງ່າຍຫຼາຍ ມີແຕ່ພິມ ncdu ແລ້ວລະບົບກໍຈະກວດສອບໄຟລ໌ທັງໝົດໃນດິສກ໌ພ້ອມກັບເຮັດຕາຕະລາງໃຫ້ເຮົາເບິ່ງ ສະດວກດີ

Tags: , ,

ແກ້ບັນຫາເບື້ອງຕົ້ນກໍລະນີເຊີບເວີຖືກໃຊ້ເພື່ອໂຈມຕີເວັບໄຊອື່ນ

ຂຽນເມື່ອ October 2, 2015, ໃນຫມວດ ເທັກໂນໂລຢີ. (ອ່ານ 10,855 ຄັ້ງ)