ບັນຫາໃນ LaoBB.com

Posted on October 23, 2008, under ເທັກໂນໂລຢີ.

ວ່າໄປແລ້ວເລື່ອງເຮັດເວັບມັນກໍ່ມີແນວເຈັບຫົວໄດ້ທຸກມື້ ດຽວໄດ້ອັນໜຶ່ງດຽວເສຍອັນໜຶ່ງ. ບັນຫາທີ່ໜ້າເຈັບຫົວທີ່ສຸດແມ່ນການວາງພື້ນຖານບໍ່ດີ. ຫາກວ່າຖານມັນບໍ່ດີແລ້ວຍ່ອມຈະຮອງຮັບນ້ຳໜັກໄດ້ບໍ່ດີໄປນຳ ເປັນ logical ງ່າຍ ໆ ທີ່ໃຊ້ໄດ້ສະເໝີ. ການຈະແກ້ໄຂບັນຫາເມື່ອມັນເກີດແລ້ວຍ່ອມເປັນເລື່ອງທີ່ເປັນໄປໄດ້ ແຕ່ມັນເປັນເລື່ອງທີ່ສ້າງຄວາມເຈັບຫົວໄດ້ເປັນຢ່າງດີ.

(more…)

ບັນຫາໂລກແຕກໃນ Joomla!

Posted on August 31, 2008, under ເທັກໂນໂລຢີ.

ພົບບັນຫານີ້ຂະນະທີ່ກຳລັງເຮັດເວັບໄຊ JoomlaLao.com ເຊິ່ງປະກົດວ່າ ໜ້າທຳອິດນັ້ນຂຶ້ນ Error 404 Article #44 not found ເຊິ່ງກໍ່ພະຍາຍາມແກ້ໄຂ ບໍ່ວ່າຈະເປັນການ Debug ແລ້ວ comment ໃນ line ທີ່ມີບັນຫາ ແຕ່ກໍ່ພົບບັນຫາອື່ນ ໆ ນຳຕະຫຼອດ ຫຼັງຈາກທີ່ກູກິ້ງໄປດົນເຕີບ ໃຊ້ເວລາຫຼາຍມື້ ກວ່າຈະແກ້ໄຂບັນຫານີ້ໄດ້

ສາເຫດຂອງບັນຫາກໍ່ຄື ໜ້າຫລັກ ຫຼື Frontpage ຈະຕ້ອງກຳນົດ Default menu ເຊິ່ງ default menu ນີ້ຈະດຶງເອົາຂໍ້ມູນມາສະແດງ ແລ້ວແຕ່ວ່າກຳນົດໃຫ້ດຶງຈາກບ່ອນໃດ ເຊິ່ງກໍລະນີທີ່ພົບບັນຫາແມ່ນເນື່ອງຈາກ ມັນໄປດຶງເອົາ article layout ຂອງບົດຄວາມທີ່ບໍ່ມີຢູ່ຈິງ (ຫຼືຢູ່ໃນສະຖານະ Unpublished) ມາສະແດງ ພໍດຶງມາແລ້ວບໍ່ພົບ ກໍ່ເລີຍກາຍເປັນ 404 Article Not Found ແທນ

ວິທີແກ້ໄຂແມ່ນຕ້ອງກຳນົດ Default menu ໃໝ່ ກໍ່ຈະສາມາດເຂົ້າໃຊ້ໄດ້ຕາມປົກກະຕິ ຖືວ່າເປັນຈຸດບອດຢ່າງໜຶ່ງ ຂອງຄົນທີ່ບໍ່ມີພື້ນຖານເລື່ອງໂຄງສ້າງຂອງ Joomla! ເພາະຈະບໍ່ສາມາດຮູ້ໄດ້ເລີຍວ່າ ມັນມີບັນຫາມາຈາກຫຍັງ?

ວິທີການແກ້ໄຂນີ້ໄດ້ມາຈາກການອ່ານໃນກະທູ້ໃນເວັບບອດ Joomla.org

ບັນຫາ Acquiring Network Address ແບບບໍ່ຮູ້ຈົບ

Posted on August 31, 2008, under ເທັກໂນໂລຢີ.

ເນື່ອງຈາກວ່າຢູ່ຮ້ານຈະເປີດສັນຍານອິນເຕີເນັດ Wireless ໃຫ້ລູກຄ້າຫຼິ້ນ ແຕ່ວ່າ ຈະພົບບັນຫາລູກຄ້າບາງຄົນບໍ່ສາມາດເຊື່ອມຄໍ່ກັບ Access Point ໄດ້ ເຊິ່ງກໍ່ໜ້າແປກ ທຳອິດຄິດວ່າເປັນນຳຮອງຮັບ Encrytion ທີ່ໃຊ້ຢູ່ (ໃຊ້ WPA-PSK) ແຕ່ວ່າລອງໃຊ້ No encryption ແລ້ວກໍ່ຍັງບໍ່ໄດ້ອີກ ວິນິໄສຕໍ່ໄປວ່າອາດຈະເປັນນຳຄອມຯ ຂອງຜູ້ກ່ຽວກເອງ ເພາະເຄື່ອງອື່ນກໍ່ຄືວ່າໃຊ້ໄດ້ຢູ່ (ຢ່າງນ້ອຍກໍ່ມີຄອມຯ ເຮົາກັບຂອງ POS ທີ່ໃຊ້ຢູ່)

ຫຼັງຈາກທີ່ໄປກູກິ້ງສອງຮອບ ກໍ່ພົບວ່າ ຕ້ອງປ່ຽນ SSID ເປັນຊື່ອື່ນ (ຊື່ເກົ່າມັນຍາວ) ພໍລອງປ່ຽນແລ້ວ ປະກົດວ່າ Surprise! ແກ້ໄຂບັນຫາໄດ້ຢ່າງທັນຄວັນ 😀

ແຕ່ສະຫຼຸບແລ້ວກໍ່ຍັງງົງວ່າຕົກລົງແລ້ວມັນມີບັນຫາຍ້ອນ SSID ແລ້ວເປັນຫຍັງບາງເຄື່ອງຄືເຂົ້າໄດ້ລະ?