ມື້ອື່ນແມ່ນວັນຄ້າຍວັນເກີດຂ້າພະເຈົ້າ…!

ຂຽນເມື່ອ August 23, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 3,809 ຄັ້ງ)

ໂອ..​. ອນິຈຈາ ວະຕະ ສັງຂາຣາ ສັງຂານບໍທ່ຽງໜໍ…

ກຳລັງຈະຜ່ານພົ້ນໄປອີກຫນຶ່ງປີແລ້ວ ສຳຫລັບປີນີ້ກົງກັບວັນສຸກທີ່ 24 ເຊິ່ງຄາດວ່າຄົງຈະບໍ່ມີຫຍັງເປັນພິເສດຄືຫລາຍ ໆ ປີທີ່ຜ່ານມາ -_-a

ແຕ່ບໍ່ເປັນຫຍັງ ບໍ່ສຳຄັນເທົ່າກັບວ່າ ເຮົາຍັງມີລົມຫາຍໃຈຢູ່ ^o^

Technorati Tags: ວັນເກີດ, ນິນ, ວັນເກີດນິນ, hbd, birthday, ວັນຄ້າຍວັນເກີດ, realme, au8ust

GIF Animation #2

ຂຽນເມື່ອ August 12, 2007, ໃນຫມວດ ຝອຍໃຫ້ຟັງ, ໄອເດຍ. (ອ່ານ 2,285 ຄັ້ງ)

518cf09304.gif

ເມື່ອຂ້າພະເຈົ້າຕື່ນມາແລ້ວພົບວ່າ…!!!

ຂຽນເມື່ອ August 6, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,424 ຄັ້ງ)

ມີເລື່ອງແປກປະຫລາດຈະເລົ່າໃຫ້ຟັງ ບໍ່ມີຄົນຟັງກໍ່ຢ່າ ຢາກເລົ່າ ເລື່ອງມັນມີຢູ່ວ່າ ມື້ຄືນນີ້ນອນຫລັບ ປົກກະຕິກໍ່ນອນຕຽງພັບ ເຊິ່ງຕຽງພັບມັນຈະພໍດີຄົນນອນໄດ້ຄົນຫນຶ່ງ ບໍ່ສາມາດພິກໄປມາຫລາຍໄດ້ ນອນ ໆ ໄປໃກ້ແຈ້ງກໍ່ຝັນວ່າໄປມີເລື່ອງກັບໃຜບໍ່ຈັກ ແຕ່ວ່າມີຄວາມຄຽດແຄ້ນຊິງຊັງເກີດຂຶ້ນພາຍໃນຈິດຫລາຍ ພະຍາຍາມໄປເຮັດບໍ່ດີໃຫ້ເຂົາເຈົ້າ

ດີແຕ່ວ່າໃນຝັນນັ້ນຄົນຮັກຂ້າພະເຈົ້າໄດ້ຫ້າມໄວ້ ບອກວ່າຢ່າໄປເຮັດໃຫ້ເຂົາເຈົ້າເລີຍ ຂ້າພະເຈົ້າໄດ້ສະຕິຄືນມາຈຶ່ງຢຸດ…

ຫາກແຕ່ວ່າ!!! ພໍເມື່ອລຸກຂຶ້ນມາແລ້ວ ຂ້າພະເຈົ້າຫລຽວເບິ່ງໂມງທີ່ຕິດຢູ່ຝາເຮືອນ ປະກົດວ່າ ຂະນະນັ້ນເປັນເວລາ 5:20​ ແລະທີ່ຍິ່ງໄປກວ່ານັ້ນຄື ຂ້າພະເຈົ້ານອນກັບຫົວ!!! ຕອນນອນທຳອິດຂ້າພະເຈົ້ານອນເອົາຫົວປິ່ນໄປທາງໂມງ ແຕ່ພໍຕື່ນຂຶ້ນມາກັບກາຍເປັນວ່າ ຕີນຂ້າພະເຈົ້າປິ່ນໄປທາງໂມງແທນ…!!!

ໂອ…​ສະຫຍອງ…

Drupal

ຂຽນເມື່ອ July 29, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ. (ອ່ານ 2,038 ຄັ້ງ)

ຕອນນີ້ກຳລັງມີຄວາມສົນໃຈໃນ CMS ທີ່ຊື່ວ່າ Drupal ເພາະວ່າ ຮູ້ສຶກວ່າມັນຈະໄວກວ່າ WordPress ຢູ່ຫລາຍ ແລະກໍ່ມີຄວາມຢືນຢຸ່ນເຫມາະສົມໃນການໃຊ້ງານຫລາຍກວ່າ ເສຍແຕ່ວາ ລະບົບມັນຊັບຊ້ອນເກີນ ເຄີຍເອົາມາສຶກສາຢູ່ສອງເທື່ອ ແຕ່ກໍ່ຮູ້ສຶກວ່າຍັງຍາກຢູ່ ແຕ່ບໍ່ເປັນຫຍັງລອງແລ້ວລອງອີກລອງເລື້ອຍ ໆ ໄປ

Technorati Tags: drupal, cms, au8ust, real me

ນັກທ່ອງທ່ຽວທີ່ດີ ບໍ່ຄວນມີເພດສໍາພັນ ກັບຊາວບ້ານ

ຂຽນເມື່ອ July 23, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,454 ຄັ້ງ)

ປ່ຽນລະຫັດຜ່ານໃນ Ubuntu

ຂຽນເມື່ອ July 22, 2007, ໃນຫມວດ ເທັກໂນໂລຢີ. (ອ່ານ 2,381 ຄັ້ງ)