TinyMCE ໃນ WordPress ບໍ່ເຮັດວຽກ

ຂຽນເມື່ອ January 15, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 3,478 ຄັ້ງ)

ພໍດີໄດ້ມີໂອກາດເບິ່ງບັນຫາ TinyMCE ເຊິ່ງເປັນ WYSIWYG Editor ໃນ WordPress ໃຫ້ກັບທ່ານ TANA ສະມາຊິກເວັບບອດ Zone-IT ໃຊ້ເວລາດົນເຕີບ ທຳອິດຄິດວ່າເປັນຍ້ອນ blank line ກ່ອນຫນ້າ <?php ແຕ່ຊອກແນວໃດກໍ່ບໍ່ເຫັນ ຫາກແຕ່ໃນ view source ມັນເຫັນຊ່ອງຫວ່າງກ່ອນ <?php ກໍ່ເລີຍຄິດວ່າຍ້ອນສາເຫດນີ້ ແຕ່ກໍ່ບໍ່ແມ່ນ

ຫລັງຈາກປຸກປ້ຳໄດ້ໄລຍະຫນຶ່ງຈຶ່ງໄດ້ໄປຮູ້ຈາກກະທູ້ນີ້ວ່າ ເປັນຍ້ອນ GZIP ມັນໃຊ້ບໍ່ໄດ້ໃນບາງ Server ເຮັດໃຫ້ມັນໂຫລດ TinyMCE ບໍ່ຜ່ານ ກໍ່ເລີຍວ່າໄປແກ້ຕາມເພິ່ນບອກ ໄປທີ່ /wp-includes/js/tinymce/tiny_mce_gzip.php ຈາກນັ້ນຊອກຫາ

if ((in_array('gzip', $encodings) || in_array('x-gzip', $encodings) || isset($_SERVER['---------------'])) && function_exists('ob_gzhandler') && !ini_get('zlib.output_compression') && ini_get('output_handler') != 'ob_gzhandler') {
$enc = in_array('x-gzip', $encodings) ? "x-gzip" : "gzip";
$supportsGzip = true;
}

ແກ້ສ່ວນສີແດງເປັນ false ແລ້ວ save and then upload back to the host ກໍ່ເປັນອັນໃຊ້ໄດ້ດັ່ງເດີມ​ 😀

Tags: , , ,

9 days

ຂຽນເມື່ອ January 14, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 2,424 ຄັ້ງ)

Acer 5052

net.png

Notebook ຍີ່ຫໍ້ Acer 5052ANWXMi ເປີດແບບບໍ່ເຄີຍປິດ ໄປນອນກໍ່ເປີດໄວ້ ຕື່ນມາກໍ່ເປີດໄວ້ ຖ້າໄຟບໍ່ດັບຫຼື Battery ຫມົດແມ່ນບໍ່ເຄີຍປິດໄວ້ ໃຊ້ຫນັກຫລາຍເຄື່ອງນີ້ ບໍ່ຮູ້ມັນຈະຍືນຍາວພຽງໃດ ຫວັງວ່າຈະໄດ້ເງິນຈາກ GG ມາຊື້ເຄື່ອງໃຫມ່ກ່ອນເຄື່ອງນີ້ຈະເພ 555

ທີ່ຈິງເປີດຕິດຕໍ່ກັນເກີນ 9 ມື້ແລ້ວ ແຕ່ວ່າມີບາງຊ່ວງທີ່ Connection ມັນຫລຸດ ເລີຍເລີ່ມນັບໃຫມ່

Tags: , , ,

Invision Board Nulled Detection…

ຂຽນເມື່ອ January 5, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 7,405 ຄັ້ງ)

Simply go to any forum that is powered by invision board and add this to the end of there forum URL

?ipscheck=true&key=ipscheck$1@@

For instance here is lavasofts…

http://www.lavasoftsupport.com/?ipscheck=true&key=ipscheck$1@@

If it retuns a valid customer number and order number instead of blanks
and zeros then its a valid board. Now this will only work on peeps who
have not changed the key from ipscheck$1@@ to something else.

ເຜື່ອໄດ້ໃຊ້ 😉

ປີໃຫມ່ແລ້ວວຸ້ນວາຍ

ຂຽນເມື່ອ January 5, 2008, ໃນຫມວດ ຊີວິດ. (ອ່ານ 4,709 ຄັ້ງ)

ຕັ້ງແຕ່ກ່ອນປີໃຫມ່ ຈົນຫລັງປີໃຫມ່ມານີ້ວຽກຂຸ້ນຕະຫລອດ ຈົນບໍ່ມີເວລາເຮັດຫຍັງເລີຍ ມິແຕ່ຫາໂອກາດບັງຄັ້ງມາອັບເດດບລັອກ ແລະເວັບໄຊຕ໌ໃນເຄືອເລັກນ້ອຍເທົ່ານັ້ນ ວ່າຈະເຮັດ AAA ກໍ່ຍັງບໍ່ມີໂອກາດປານນີ້ ຄົງຈະຫລັງຈາກແລ້ວວຽງເລື່ອງລະບົບ POS ຂອງຮ້ານພຸ້ນລະຈຶ່ງຈະໄດ້ມາ active ໃຫມ່

Tags: , , , ,

ສໍ້ລາດບັງຫລວງ ແມ່ນທຳລາຍຊາດ

ຂຽນເມື່ອ January 3, 2008, ໃນຫມວດ ບ້ານເມືອງ. (ອ່ານ 5,462 ຄັ້ງ)

ສໍ້ລາດບັງຫລວງ

ຫ້າມຜູ້ມີຕຳແຫນ່ງ, ສິດອຳນາດ ແລະ ຫນ້າທີ່ ມີພຶດຕິກຳດັ່ງນີ້

  1. ຮັບເງິນ, ວັດຖຸສິ່ງຂອງ ຫລື ມີຜົນປະໂຫຍດ ອື່ນໆ ຈາກບຸກຄົນ, ການຈັດຕັ້ງທີ່ກ່ຽວພັນກັບຫນ້າທີ່ວຽກງານ ທີ່ຕົນຮັບຜິດຊອບ.
  2. ສ້າງຄວາມຫຍຸ້ງຍາກ, ກົດຫນ່ວງ, ຖ່ວງດຶງ, ແຊກແຊງ ໃນການແກ້ໄຂວຽກງານໃດຫນຶ່ງ ໂດຍບໍ່ແຈ້ງໃຫ້ການຈັດຕັ້ງທີ່ກ່ຽວຂ້ອງຊາບ.
  3. ເປີດບັນຊີເງິນຝາກ ຢູ່ນອກສປປລາວ ໂດຍບໍ່ແຈ້ງໃຫ້ການຈັດຕັ້ງທີ່ກ່ຽວຂ້ອງຊາບ.
  4. ເປັນທີ່ປຶກສາໃຫ້ແກ່ ວິສາຫະກິດ ເອກະຊົນ ທີ່ພົວພັນເຖິງ ສິດຕົກລົງຂອງຕົນ ເພື່ອຜົນປະໂຫຍດສ່ວນຕົວ.
  5. ເປັນນາຍຫນ້າໃຫ້ແກ່ບຸກຄົນຫລືການຈັດຕັ້ງ ເຊັ່ນ: ແລ່ນຄະດີ, ແລ່ນໂຄງການ, ຂໍໂຄຕ້າ.
  6. ໃຊ້ຖານະຕຳແຫນ່ງເພື່ອ ກູ້ຢືມເງິນຂອງສ່ວນລວມທີ່ຕົນຮັບຜິດຊອບ ໃຫ້ຜູ້ອື່ນ ຫລື ຄ້ຳປະກັນໃຫ້ຜູ້ອື່ນໄປກູ້ຢືມເງິນຢູ່ທະນາຄານ.
  7. ບັນຈຸ, ຊັບຊ້ອນ, ຫລືແຕ່ງຕັ້ງ ເມຍ ຫລື ຜົວ, ລູກ ຫລື ຍາດໃກ້ຊິດຂອງຕົນ ທີ່ຈະສ້າງເງື່ອນໄຂໃຫ້ມີການສໍ້ລາດບັງຫລວງ ເຊັ່ນ: ວຽກງານຈັດຕັ້ງ, ວຽກງານກວດກາ, ການເງິນ-ການບັນຊີ, ສາງ, ການຈັດຊື້-ຈັດຈ້າງ.
  8. ຄອບຄອງຫລືນຳໃຊ້ ເຮືອນ ຫລື ທີ່ດິນຂອງລັດ, ລວມຫມູ່ ໂດຍບໍ່ຖືກຕ້ອງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ແລະ ພັກພວກ.
  9. ເປີດເຜີຍຄວາມລັບຂອງລັດ ຫລື ຄວາມລັບລັດຖະການ.
  10. ນຳໃຊ້ເງິນ ຫລື ຊັບສົມບັດຂອງລັດ, ຂອງລວມຫມູ່ ເພື່ອສັງສັນ ຊຸມແຊວ, ເອົາເປັນຂອງຂວັນ ຫລືແບ່ງປັນໃຫ້ພະນັກງານ ຫລືບຸກຄົນອື່ນ ນອກລະບຽບກົດຫມາຍ.
  11. ປາບປາມ, ນາບຂູ່, ກົດຫນ່ວງຜູ້ກ່າວຟ້ອງ, ຜູ້ຕຳນິສົ່ງຂ່າວ ຜລະ ຜູ້ສະເຫນີລາຍງານຂໍ້ມູນດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບຕົນ.
  12. ແອບອ້າງຊື່ສຽງ, ຖານະຕຳແຫນ່ງ, ສິດອຳນາດ, ຫນ້າທີ່ຂອງຂັ້ນເທິງ ຫລື ຂອງຜູ້ອື່ນ ເພື່ອຫາຜົນປະໂຫຍດສ່ວນຕົວ.

—————————————————————————————-

ພໍດີໄປເຫັນໃນບລັອກທ່ານພະນົມສິນ ເລີຍເອົາມາລົງນຳ ດ້ວຍໃຈຮັກຊາດ 😀

ມີຕອນຫນຶ່ງ ທ່ານພະນົມສິນເລົ່າໃນ comment ວ່າທ່ານໄດ້ໄປເຫັນຄຳຂວັນໃນຫ້ອງການແຫ່ງຫນຶ່ງຂຽນໄວ້ຢ່າງຫນ້າສົນໃຈວ່າ

”ການສໍ້ລາດບັງຫລວງ ແມ່ນປະກົດການ ທີ່ ຄົນຄົນດຽວເປັນຜູ້ກິນ ແຕ່ແມ່ນຫມົດທຸກຄົນເປັນຜູ້ຈ່າຍ”

ຕ້ອງຂໍຂອບໃຈບລັອກພະນົມສິນ.ຄອມ ມາ ນະ ທີ່ນີ້ນຳ

Tags: , , , , , ,

Migrating to semi-dedicated!

ຂຽນເມື່ອ December 30, 2007, ໃນຫມວດ ເທັກໂນໂລຢີ. (ອ່ານ 2,231 ຄັ້ງ)

ຊ່ວງນີ້ຖືກ host ໄລ່ເຕະອອກມາຕະຫລອດ ກ່ອນຫນ້ານີ້ກໍ່ຖືກ HostMonster ເຕະ ແລະຫລ້າສຸດກໍ່ຖືກ CirtexHosting ໄລ່ໃຫ້ໄປໃຊ້ Semi-Dedicated ອີກ (ຫຼືບໍ່ກໍ່ໄປໃຊ້ Dedicated ເລີຍ :D) ກໍ່ເລີຍຕົກລົງວ່າ ແນວໃດກໍ່ຄົງຕ້ອງເລືອກລະຫວ່າງ

  1. ຍ້າຍອອກໄປໃຊ້ Host ອື່ນ ເຊິ່ງກໍ່ອາດຈະຖືກເຕະອີກ
  2. ຍ້າຍໄປໃຊ້ Semi-Dedicated
  3. ຍ້າຍໄປໃຊ້ Dedicated
  4. ຫຼືເຊົາເຮັດ

ຂໍ້ 1 ເຖິງຍ້າຍໄປໃຊ້ຂອງລາຍອື່ນກໍ່ອາດຈະຖືກເຕະຄືເກົ່າ ດັ່ງນັ້ນຕັດບັນຫາຂໍ້ນີ້ອອກໄດ້ເລີຍ ຕໍ່ມາຄື Semi-dedicated ອາດຈະຕ້ອງໄດ້ໃຊ້ ເພາະວ່າລາຄາປະຫຍັດແລະມີຄວາມສາມາດພໍຕົວ ແຕ່ວ່າ Dedicated ນັ້ນ ແພງເກີນ ບໍ່ໄຫວ ແລະຖ້າຈະໃຫ້ເຊົາເຮັດ ກໍ່ຈະລຳບາກເພາະວ່າຕອນນີ້ເວັບຕ່າງ ໆ ກໍ່ດຳເນີນການມາໄດ້ໄລຍະຫນຶ່ງແລ້ວ

to be continued…

Tags: , , , , , ,

ໃຊ້ .htaccess ໃນການ redirect ຫນ້າເວັບໄປໃຊ້ SSL

ຂຽນເມື່ອ December 28, 2007, ໃນຫມວດ ເທັກໂນໂລຢີ. (ອ່ານ 3,094 ຄັ້ງ)

ພໍດີເຮັດເວັບຂອງບ້ານພັກ ເຊິ່ງມີຫນ້າ Booking ທີ່ຕ້ອງໃຊ້ SSL ກໍ່ເລີຍຕ້ອງປ່ຽນໄປໃຊ້ https ແຕ່ວ່າມີບັນຫາຄືຍັງເຂົ້າໄດ້ທາງ http ຢູ່ ຈຶງຕ້ອງຫາວິທີ redirect traffic to ssl ໃຫ້ຫມົດ ກໍ່ໄປຊອກຂໍ້ມູນໃນ Google ມາ ໄດ້ແບບ .htaccess ວ່າ

RewriteEngine On
RewriteCond %{SERVER_PORT} !443
RewriteRule (.*) https://domain.tld/ [R]

ແຕ່ແບບນີ້ໃຊ້ບໍ່ໄດ້ຜົນດີ ເພາະວ່າເຂົ້າ http://domain.tld/somepages.html ແລ້ວມັນໄປອອກ https://domain.tld/ ແທນທີ່ຈະເປັນ https://domain.tld/somepages.html ເລີຍວ່າຕ້ອງຊອກແບບໃຫມ່ ໄດ້ເປັນ

RewriteEngine On
RewriteCond %{HTTPS} off
RewriteRule (.*) https://%{HTTP_HOST}%{REQUEST_URI}

ແບບນີ້ດີ ເພາະເປັນການຂຶ້ນກັບ url ຖ້າໃສ່ http://domain.tld/somepages.html ກໍ່ຈະຖືກ redirect ໄປ https://domain.tld/somepages.html ແທນ

ຂໍ້ມູນໄດ້ຈາກ Josept Scott’s blog

Tags: , , ,

My hearts will always be with you

ຂຽນເມື່ອ December 24, 2007, ໃນຫມວດ ໄອເດຍ. (ອ່ານ 2,778 ຄັ້ງ)

Give a heart

Tags: , , ,

Christmas Eve

ຂຽນເມື່ອ December 23, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,277 ຄັ້ງ)

ປີນີ້ກໍ່ອີກແລ້ວ -_-a

Christmas Eve

Tags: ,

ຈົດໄວ້ກັນລືມອີກຮອບ

ຂຽນເມື່ອ December 20, 2007, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 2,457 ຄັ້ງ)

ເວັບໄຊຕ໌ຂອງ ຄະນະວິສະວາກຳສາດ ກຸ່ມນັກສຶກສາໂອທີ ວ່າຊັ້ນ!? ບໍ່ຮູ້ມັນກ່ຽວກັບໂພສຕ໌ກ່ອນຫນ້ານີ້ບໍ່ 😛

ເອົາລະ ໄປຈັດກວນກັບ community ຕໍ່ກ່ອນ ມັນຍັງແກ້ບໍ່ແລ້ວເທື່ອ 🙁