ການຂໍ VISA ອາເມລິກາ

Posted on December 24, 2013, under ຊີວິດ.

UPDATE 5 ເມສາ 2014: ຕອນນີ້ວິທີການຂໍ VISA ແຕກຕ່າງໄປແລ້ວ ໂດຍສະເພາະການຈ່າຍເງິນ ແລະນັດໝາຍ ແມ່ນເຮັດຜ່ານເວັບໄຊ ustraveldocs ສຳລັບຜູ່ສົນໃຈ ໃຫ້ໄປທີ່ http://www.ustraveldocs.com/la/index.html ໄດ້ເລີຍ

 

ເຄີຍຂຽນເທື່ອນຶ່ງແລ້ວໃນ ປະສົບການໄປສຳພາດ VISA USA ແຕ່ມັນບໍ່ຄ່ອຍລະອຽດ ບາງຄົນອ່ານແລ້ວອາດຈະງົງ ກໍເລີຍຂຽນໃໝ່ ເພາະຮອບນີ້ໄປຂໍຮອບທີ 3 ແລ້ວ (ເພິ່ນກໍບໍ່ອະນຸມັດ long-term VISA ໃຫ້ຈັກເທື່ອ ໃຫ້ແຕ່ 3 ເດືອນຕະຫຼອດ ໄດ້ໄປຂໍໃຫມ່ປະຈຳ)

ຂັ້ນຕອນການຂໍ VISA ຈະມີ 3 ສ່ວນ:

  1. ການຂຽນແບບຟອມ
  2. ການສຳພາດ
  3. ການໄປຮັບ VISA (ໃນກໍລະນີທີ່ຜ່ານ)

ມາເບິ່ງກັນເລີຍວ່າເຮັດແນວໃດແດ່

(more…)

ໄບ່ເລື່ອງສະຖານທູດອາເມລິກາ

Posted on December 24, 2013, under ຊີວິດ.

ມື້ນີ້ໄປສະຖານທູດອາເມລິກາມາ ອອກບ້ານຕັ້ງແຕ່ 7:20 AM ຮອດພຸ້ນ 7:50 AM ລົດຕິດຫຼາຍ ໄປນັ່ງຖ້າປະມານ 2 ຊົ່ວໂມງປາຍຈຶ່ງຮອດຄິວເຮົາ ອັນທີ່ຈິງກໍບໍ່ແມ່ນວ່າເຂົາໄລ່ຕາມຄິວໂດຍກົງ ເພາະເຮົາໄດ້ຄິວເບີ 16 ແຕ່ອ່ານຄິວມາຮອດ 14 ລະຂ້າມໄປ 17 ແລ້ວກັບມາ 6 ແລ້ວຄ່ອຍມາ 15 ຈາກນັ້ນກໍ 16 ກໍເລີຍຮູ້ສຶກວ່າດົນເຕີບ =_=

ພໍຮອດຄິວແລ້ວກໍໄປ ກໍບໍ່ຮູ້ວ່າໄປກວນ “ຈຸດຢືນ” ຫຍັງຂອງລຸງຜູ່ສຳພາດ ຄິດວ່າຄືຊິເປັນນຳຕອນເຮັດ ten-print (ສະແກນນິ້ວມືທັງ 10) ແລ້ວເຮົາກໍຢືນຢູ່ບໍ່ເວົ້າຫຍັງ ເພາະຄິດວ່າລາວຊິຖາມເອງ ລຸງເພິ່ນກໍເລີຍເວົ້າຂຶ້ນມາວ່າ “If you don’t want to do this then we don’t have to.” ເຮົາຟັງແລ້ວກໍງົງ ອ້າວ ອີ່ຫຍັງຫວະ ກໍເລີຍຖາມວ່າ “What should I do?” ພໍເທົ່ານັ້ນລະ ກໍເລີຍຄິດອອກວ່າ ບໍ່ໄດ້ເອົາເອກະສານຫຍັງໄປນຳເລີຍ ປົກກະຕິເຂົາເຈົ້າຈະມີ VISA letter ຫຼື support letter ໄປ ແຕ່ຂອງເຮົາຂໍເອກະສານນຳບໍລິສັດບໍ່ທັນ ກໍເລີຍບໍ່ມີ ເຊິ່ງກໍບໍ່ຮູ້ຊິມີເຮັດຫຍັງ ເພາະໃນຄວາມເປັນຈິງ ເຄີຍໄປ 2 ເທື່ອແລ້ວ ໄປກໍກັບຕາມນັ້ນທຸກເທື່ອ ແຕ່ກໍຄືວ່າຫັ້ນລະ ເພິ່ນມີກົດລະບຽບຂອງເພິ່ນ ຕ້ອງເຄົາລົບກົດລະບຽບປະເທດເຂົາເຈົ້າ

(more…)

ປະສົບການໄປສຳພາດ VISA USA

Posted on May 24, 2012, under ຊີວິດ.

ເນື່ອງຈາກມີໂອກາດໄດ້ເຂົ້າຮ່ວມງານ Google I/O ເຊິ່ງທາງ Google ຈັດຂຶ້ນ ແລະກໍເຊີນໃຫ້ບັນດາ GTUG Manager ໄປກັນ ໂດຍມີ subsidy ໃຫ້ສຳລັບບາງກໍລະນີ ແລະເຮົາກໍໄດ້ເປັນນຶ່ງໃນນັ້ນ ກໍເລີຍວ່າໄດ້ໄປນຳເພິ່ນ.

ການຍື່ນ VISA ບາດນີ້ ກໍບໍ່ມີຫຍັງຍາກ ສາມາດຂຽນແບບຟອມໄດ້ໃນເວັບໄຊສະຖານທູດອາເມລິກາເລີຍ ແລ້ວເຂົາກໍຈະໃຫ້ຂຽນເອກະສານໂຄດຍາວ ຍາວແລ້ວຍາວອີກ ຂຽນ (ພິມ) ຈົນເມື່ອຍຂຽນ ແລ້ວກໍສົ່ງໄປ ພ້ອມແນບຮູບໄປນຳ ຈາກນັ້ນກໍເລືອກມື້ສຳພາດ ແລ້ວກໍພິມລາຍລະອຽດອອກມາເປັນເຈ້ຍ 2-3 ໃບ ມີເຈ້ຍ Online Nonimmigrant Visa Application (DS-160) ແລ້ວກໍ Appointment Confirmation ນອກນັ້ນກໍໃຫ້ແນບຮູບ 2x2cm ໄປນຳ ກໍເລີຍຖ່າຍແລ້ວໄປພິມກຽມໄວ້

ຮອດມື້ມາ ກໍໄປສຳພາດ ເຊິ່ງຢູ່ວຽງແມ່ນຕ້ອງໄປສະຖານທູດເມກາຢູ່ແຖວທາດດຳ ເຂົານັດ 10 ໂມງເຊົ້າ ກໍໄປຕອນ 9:30 AM ໄປຮອດແລ້ວກໍໄປຝາກມືຖື ແລ້ວກໍເອົາບັດຄິວມາ ຈາກນັ້ນໄປນັ່ງຖ້າ ຖ້າໄດ້ປະມານ 10 ນາທີເຂົາບອກວ່າ ໃຜທີ່ຍັງບໍ່ທັນຍື່ນຟອມ ໃຫ້ໄປຍື່ນປ່ອງ 1 ກໍເລີຍໄປຍື່ນ ໂດຍສົ່ງແບບຟອມ DS-160 ພ້ອມກັບ Passport ແລ້ວກໍຈ່າຍເງິນ $160 (ແຕ່ກ່ອນແມ່ນ $140 ແຕ່ດຽວນີ້ຂຶ້ນລາຄາແລ້ວ)

ຈາກນັ້ນກໍນັ່ງຖ້າອີກປະມານ 20 ນາທີ ມີຄົນແຈ້ງບອກໃຫ້ໄປປ່ອງ 3 ເພື່ອສະແກນລາຍນິ້ວມື ຈາກນັ້ນກໍໃຫ້ກັບໄປນັ່ງຖ້າ ກໍນັ່ງຖ້າໄປອີກປະມານ 20 ນາທີ ຖ້າຈົນເຫງົານອນ ບັງເອີນພໍດີມີຄົນຮູ້ຈັກຢູ່ສະຖານທູດຍ່າງມາລົມນຳ ແກ້ເຫງົານອນໄດ້ເຕີບນຶ່ງ ແລ້ວກໍນັ່ງເຫງົານອນຕໍ່ ຈົນຮອດຕອນເຂົາເອີ້ນໄປສຳພາດຢູ່ປ່ອງເບີ 5

ເຂົາກໍຖາມວ່າ ເຈົ້າຊິໄປເຮັດຫຍັງ ເມກາຫັ້ນ? ແລ້ວທີ່ຜ່ານມາ ໄປປະເທດອື່ນຫັ້ນ ໄປເຮັດຫຍັງ? ແລ້ວດຽວນີ້ເຮັດຫຍັງຢູ່? ເຮັດນຳໃຜ? ເຮັດໃຫ້ໃຜ? ມີເມຍມີລູກຫຼືຍັງ? ມີນາມບັດບໍ່? (ຫະ!?) ເຄີຍຮຽນຢູ່ໃສ? ແລ້ວອັນໄປເມການິ ໃຜຈ່າຍໃຫ້? ແລ້ວເປັນຫຍັງເຂົາຈ່າຍໃຫ້? ມີຄວາມສຳພັນກັນແນວໃດ? ຖາມຈົນແລ້ວໆ ເຂົາກໍໄປນັ່ງພິມໆ ຢູ່ໜ້າຄອມ ແລ້ວກໍບອກວ່າ ມື້ອື່ນ 3:30 PM ມາເອົາ Passport ເດີ

ຈົບ ໃຊ້ເວລານັ່ງຖ້າ 1 ຊົ່ວໂມງໂດຍປະມານ ແລ້ວກໍສຳພາດ 6 ນາທີ ແລ້ວກໍກັບ

ສະຫຼຸບແລ້ວຂັ້ນຕອນການຍື່ນເອກະສານຫຍັງຕ່າງໆ ແມ່ນບໍ່ຍາກ ສ່ວນວ່າຜ່ານບໍ່ຜ່ານ ຂຶ້ນກັບວ່າເຮົາມີ back ດີບໍ່ ຖ້າເອກະສານພ້ອມ ເຫດຜົນ (ວ່າຈະບໍ່ໄປຢູ່ພຸ້ນເລີຍ) ພ້ອມ ກໍຜ່ານງ່າຍໆ