The Floating Castle (のぼうの城)

Posted on January 25, 2014, under ຮູບເງົາ.

floating-castle

ເບິ່ງ The Floating Castle (のぼうの城) ຈົບ ເປັນໜັງທີ່ມ່ວນໃຊ້ໄດ້ ເນື້ອຫາເວົ້າເຖິງຍຸກສະໄໝ Sengoku ຊ່ວງປີ 1582 ເມື່ອກອງທັບຂອງ Toyotomi Hideyoshi (豊臣 秀吉) ປະກາດສົງຄາມຕີເອົາຜາສາດໄປທົ່ວແຜ່ນດິນ ຈົນມາຮອດຜາສາດ Oshi (ປັດຈຸບັນຕັ້ງຢູ່ແຂວງ Musashi) ເຊິ່ງໃນເວລານັ້ນນຳທັບໂດຍ Narita Nagachika ໃຊ້ຈຳນວນທະຫານພຽງ 500 ຄົນສູ້ກັບກອງທັບຂອງ Hideyoshi ທີ່ນຳທັບໂດຍ Ishida Mitsunari (石田 三成) ແລະມີຈຳນວນພົນເຖິງ 20,000 ຄົນ

(Spoil) ສົງຄາມດຳເນີນໄປໂດຍທີ່ຝ່າຍ Oshi ສາມາດຕ້ານຢູ່ໄດ້ເປັນໄລຍະເວລາດົນພໍສົມຄວນ ຈົນ Mitsunari ຕັດສິນໃຈໃຊ້ການໂຈມຕີດ້ວຍນ້ຳເພື່ອຈົບເສິກຄັ້ງນີ້ໃຫ້ໄວທີ່ສຸດ ແຕ່ກໍບໍ່ສາມາດເຮັດໄດ້ຕາມປະສົງ ແລະເມື່ອນ້ຳລົງແລ້ວ ກໍຈຳຕ້ອງໄດ້ສູ້ກັນອີກຄັ້ງ ແຕ່ປາກົດວ່າ Odawara (小田原城) ເຊິ່ງເປັນຜາສາດຫຼັກນັ້ນຍອມປະລາໄຊໄປກ່ອນແລ້ວ (Oshi ເປັນຜາສາດຮອງ ຖ້າຜາສາດຫຼັກຍອມກ່ອນ ຕົນກໍຕ້ອງຍອມເປີດປະຕູເມືອງຕາມ) ເຮັດໃຫ້ Nagachika ຕ້ອງຍອມເປີດປະຕູເມືອງໄປໂດຍບໍ່ສາມາດຂັດຂືນໄດ້

ການຕໍ່ສູ້ຕ້ານກອງກຳລັງທີ່ມີຂະໜາດໃຫຍ່ກວ່າເຖິງ 1 ຕໍ່ 40 ຂອງ Oshi ນັ້ນເປັນທີ່ເລົ່າຂານກັນຕໍ່ມາໃນຄວາມກ້າຫານ ແລະໄຫວພິບໃນການເຮັດເສິກສົງຄາມ ແລະເປັນຜາສາດສຸດທ້າຍໃນຈຳນວນຜາສາດທັງໝົດ ທີ່ຂຶ້ນຕໍ່ Odawara ທີ່ຍອມເປີດປະຕູເມືອງ.

ຟົງຫວິ໋ນ ໒

Posted on December 21, 2009, under ຮູບເງົາ.

ບໍ່ຄຶດວ່າຊິມີພາກໃໝ່ ແຕ່ມັນກໍມີແລ້ວ!!!

(more…)

Paranormal Activity

Posted on December 2, 2009, under ຮູບເງົາ.

Paranormal Activity ເປັນໜັງສະຫຍອງຂວັນໃນຮູບແບບວິດີໂອທີ່ຖ່າຍກັນເອງ ຄອນເຊັບຄ້າຍໆ ພວກ Blair Witch Project ປະມານວ່າເປັນວິດີໂອທີ່ບັນທຶກເຫດການລີ້ລັບໄວ້… ການຕະຫຼາດຂອງໜັງນີ້ດີຫຼາຍ ເຖິງຂະໜາດທີ່ວ່າ ສາມາດເຮັດໃຫ້ໜັງທຶນສ້າງ $15,000 ນັ້ນ ສາມາດຂາຍໄດ້ໃນລາຄາ $300,000 (Paramount ຊື້ໄປ) ແລະສ້າງລາຍໄດ້ຮວມກວ່າ $100,000,000!!

ແຕ່ຢ່າງຂະໜາດນັ້ນເລີຍ ເມື່ອໄດ້ເບິ່ງແລ້ວ ເວົ້າໄດ້ແຕ່ວ່າ ມັນເສຍເວລາເບິ່ງອີ່ຫລີພີ່ນ້ອງ!!! ທັງປວດຮາກ ທັງເຈັບຫົວ ກັບມຸມກ້ອງແບບໃຊ້ມືຈັບກ້ອງໄປມາ ແລະເນື້ອຫາພາຍໃນເລື່ອງທີ່ຈຳເຈໄຣ້ສາລະໜ້າເບື່ອສຸດໆ … ທີ່ສຳຄັນ ບໍ່ໄດ້ສະຫຍອງຫຍັງເລີຍ = =’

(ຄລິກເບິງຮູບ Poster ດ້ານໃນ..)

(more…)

ຄະຕິຈາກໜັງ

Posted on August 11, 2009, under ຮູບເງົາ.

ເມື່ອເວລານັ້ນຈະມາເຖິງ ເວລາໂລກາຈະໄຫວຫວັ່ນ
ຈິດໃຈຄົນຂາດສະບັ້ນ ບໍ່ໜຽວແໜ້ນພັນກັນ
ສາດສະໜາຊິແບ່ງຊັ້ນ ແຂ່ງດີເດັ່ນຂອງໃຜມັນ
ຜົວເມຍໃຈບໍ່ກົງກັນ ຊິຫ່າງໄປປະຮ້າງ
ປະລູກຫຼານວາງຖິ້ມ ເໝືອນລົມປິວໃບຕອງຫຼົ່ນ
ລູກຫຼານຈຳຈອນຈີ້ ໜີໄລໄກພໍ່ແມ່
ແຜ່ໄປຫຼົບຫຼີກລີ້ ເໝືອນກວາງຢ້ານຫຼີກນາຍພານ
ໃນອະນາຄົດຕະການ ພວກລູກຫຼານລາວເຮົາ
ຈະບໍ່ຮູ້ວ່າ ບ້ານເກີດຂອງປູ່ຍ່າຕາຍາຍຂອງຕົນຢູ່ໃສ

ຂໍ້ຄວາມຕອນຕົ້ນໃນໜັງ “ເນລະຄຸນ” ເບິ່ງໄດ້ຈາກ http://www.youtube.com/watch?v=1P3g3ibJ5yE