Archive for 'ຂອງແປກ'

Crop circles ເຄື່ອງໝາຍປິດສະໜາ

Posted on December 1, 2013, under ຂອງແປກ.

ຫຼາຍຄົນຄົງເຄີຍເຫັນພາບສັນຍາລັກຕ່າງໆ ແປກໆ ທີ່ປາກົດຂຶ້ນຢູ່ຕາມທົ່ງເຂົ້າສາລີຕ່າງໆ ໃນຕ່າງປະເທດ ສົງໄສກັນບໍ່ວ່າມັນເກີດຂຶ້ນໄດ້ແນວໃດ? ລອງໄປອ່ານກັນ http://topicstock.pantip.com/wahkor/topicstock/2008/08/X6873637/X6873637.html

ຢ່າຍອມແພ້!

Posted on April 13, 2011, under ຂອງແປກ.

ຟັງໂຄສະນາ M150 ຢູ່ວິທະຍຸ ມີນັກກິລາຍິງເວົ້າໆໆ ມາຮອດປະໂຫຍກນຶ່ງ ບອກວ່າ “ຢ່າຍອມແພ້” ອ້າວ… ເປັນນັກກິລາ ແຕ່ບອກວ່າຢ່າຍອມແພ້ ສົງໄສເພິ່ນບໍ່ຢາກຊະນະບໍ້ຊັ້ນ lol

LE SASHA…. ໄດເປົ່າຜົມແບບແຖມຄວັນ

Posted on September 20, 2009, under ຂອງແປກ.

ແມ່ໄປຊື້ໄດເປົ່າຜົມມາ ເພິ່ນບອກວ່າຂອງໄທ ລາຄາ 500 ບາດຕໍ່ອັນ .. ຊື້ມາຕັ້ງຫຼາຍອັນ..

ໄດເປົ່າຜົມ

ຫຼັງຈາກລອງແລ້ວ ຄັ້ງທຳອິດມັນຈະເກີດຄວັນໄໝ້ຂຶ້ນແບບນີ້…

ຄວັນຂຶ້ນ

ເພິ່ນບອກວ່າ “ມັນຕັ້ງເປັນ” -_-‘

Ubuntu 9.04 ShipIt

Posted on April 19, 2009, under ຂອງແປກ, ເທັກໂນໂລຢີ.

Ubuntu 9.04 RC ອອກແລ້ວ ແລະພ້ອມສຳລັບການຈັດສົ່ງຟຣີຮອດບ້ານ ສັ່ງໄປແລ້ວ 3 ແຜ່ນ ຫວັງວ່າຈະໄດ້ຮັບໃນໄວວັນ 😀

https://shipit.ubuntu.com/

Required Install Media

Posted on January 22, 2009, under ຂອງແປກ, ເທັກໂນໂລຢີ.

i saw this from my friend’s tweet

Fedora

24 discs o.O

and image from http://kanarip.fedorapeople.org/Fedora-9-Everything-Spin-CD.png

ຍັງອີກ ໒,໐໐໐ ກີບ

Posted on January 1, 2009, under ຂອງແປກ.

ເລື່ອງນີ້ເປັນເຫດການຈິງທີ່ ຂພຈ ຈະເລົ່າ ມັນເກີດຂຶ້ນເມື່ອມື້ຄືນວານນີ້ເອງ ມີຄົນມາປ່ຽນເງິນ ຖືເງິນໂດລາໃບ ໒໐ ກັບໃບ ໑ ມາ ລວມເປັນ ໒໑ ໂດລາ ຄຶດອັດຕາແລກປ່ຽນເປັນ ໘,໔໐໐ ກີບຕໍ່ ໑ ໂດລາເທົ່າກັບ ໑໗໖,໔໐໐ ກີບ ປັດເສດເຫຼືອ ໑໗໖,໐໐໐ ກີບ ກໍ່ເອົາເງິນໃຫ້ໄປ ພ້ອມຄຶດໄລ່ໃນຈັກຄຶດໄລ່ໃຫ້ເພິ່ນເບິ່ງ.

ປະກົດວ່າ ເພິ່ນ (ຄົນທີ່ມາປ່ຽນເງິນ) ບອກວ່າ “ບໍ່ຮູ້” ຂພຈ ຟັງແລ້ວກໍ່ງົງ ເພາະວ່າ ຫາກບໍ່ຮູ້ແລ້ວຊິຮູ້ບໍ່ຫັ້ນວ່າເງິນໃຫ້ຖືກຫຼືໃຫ້ຜິດ ກໍ່ບໍ່ໄດ້ວ່າຫຍັງ ກໍ່ໃຫ້ໄປ ເພິ່ນກໍ່ໄປເພິ່ນ .. ໄປແບບງົງ ໆ

ຫຼັງຈາກນັ້ນອີກປະມານ ໑໕ ນາທີກໍ່ກັບມາໃໝ່ ບອກວ່າ “ບໍ່ພໍ ໒,໐໐໐ ກີບ” ຂພຈ ຟັງແລ້ວກໍ່ງົງ ກໍ່ເລີຍໄລ່ໃຫ້ລາວເບິ່ງ ລາວກໍ່ບອກວ່າ “ບໍ່ຮູ້” .. “ອີກ ໒,໐໐໐ ກີບແລ້ວພໍ” …

ສະຫຼຸບແລ້ວມື້ນັ້ນກໍ່ເລີຍບໍ່ເວົ້າຫຍັງຫຼາຍ ມີແຕ່ຄືນເງິນໄປກໍ່ຈົບ = =a

ຄືນທີ່ບໍ່ມີອີເມລ

Posted on December 26, 2008, under ຂອງແປກ.

ທັມດາເມື່ອຜ່ານພົ້ນແຕ່ລະຄ່ຳຄືນໄປແລ້ວ ໃນຍາມເຊົ້າຂ້າພະເຈົ້າລຸກຂຶ້ນມາກວດອີເມລ ຈະຕ້ອງພົບກັບອີເມລບໍ່ຕ່ຳກວ່າ ໖ ສະບັບຢູ່ສະເໝີ ເຊິ່ງກາຍເປັນເລື່ອງປົກກະຕິໄປເສຍແລ້ວ ຈະມີອີເມລຕ່າງ ໆ ທີ່ສົ່ງເຂົ້າເປັນປະຈຳ ກາຍເປັນກິດຈະວັດປະຈຳວັນຢ່າງໜຶ່ງໃນຕອນເຊົ້າຂອງຂ້າພະເຈົ້າ

ຈົນໃນມື້ໜຶ່ງ ຄືມື້ນີ້ເອງ ຂ້າພະເຈົ້າຕື່ນມາແລ້ວພົບວ່າ ບໍ່ມີອີເມລເຂົ້າມາໃໝ່ເລີຍ! ນັບເປັນເລື່ອງທີ່ແປກ ໃນໄລຍະເບື້ອງຕົ້ນສັນນິຖານວ່າ

  1. Gmail ຄ້າງ
  2. ເນັດຫຼຸດ
  3. ຄອມມີບັນຫາ

ແຕ່ຫຼັງຈາກກວດສອບຈົນຖີ່ຖ້ວນແລ້ວ ກໍ່ບໍ່ປະກົດບັນຫາໃດ ໆ ເລີຍ! ນັບວ່າແປກຫຼາຍທີ່ບໍ່ມີອີເມລເຂົ້າມາ

ຄືນນັ້ນຄື ຄືນວັນທີ່ ໒໕ ທັນວາ ປີ ໒໕໕໒

ລາວໂທລະຄົມ semi-auto

Posted on October 21, 2008, under ຂອງແປກ.

ບ໊ະ… ລາວໂທລະຄົມໂທມາ ຖາມວ່າ ນີ້ແມ່ນເບີ 5x8x57x ບໍ່?

ຕອບວ່າແມ່ນແລ້ວ

ແລ້ວເຂົາກໍ່ບອກວ່າ ເບີຂອງທ່ານຈະໝົດອາຍຸການນຳໃຊ້ພາຍໃນມື້ນີ້ ກະລຸນາຕໍ່ອາຍຸ ບໍ່ດັ່ງນັ້ນຈະຖືກງົດການໃຊ້ບໍລິການ
ຂໍລົບກວນພຽງເທົ່ານີ້ ຂໍຂອບໃຈ (ເວົ້າສຽງແບບລະບົບອັດຕະໂນມັດ)

ແລ້ວກໍ່ວາງສາຍ -*-

ປະຫຼາດ ທຳມະດາບໍ່ປານນີ້ນາ…

Motor show

Posted on April 3, 2008, under ຂອງແປກ.

ປ໊າດດດດດດ ແມ່ນຫຍັງກະດັກກະດໍ້ :O

ລັ່ງອອກມິວສິກ!!!

Posted on November 30, 2007, under ຂອງແປກ.

ຫມູ່ຄົນຫນຶ່ງຂອງຂ້າພະເຈົ້າອອກມິວສິກວີດິໂອແລ້ວ ບໍ່ຢາກຈະເຊື່ອເລີຍ OoO!!!

ຄລິກເບິ່ງມິວສິກ

Technorati Tags: ລັ່ງ, Lung, Lang, ມິວສິກ, MV, ເອັມວີ, ເອມວີ, Lao MV