ສໍ້ລາດບັງຫລວງ ແມ່ນທຳລາຍຊາດ

Posted on January 3, 2008, under ບ້ານເມືອງ.

ສໍ້ລາດບັງຫລວງ

ຫ້າມຜູ້ມີຕຳແຫນ່ງ, ສິດອຳນາດ ແລະ ຫນ້າທີ່ ມີພຶດຕິກຳດັ່ງນີ້

  1. ຮັບເງິນ, ວັດຖຸສິ່ງຂອງ ຫລື ມີຜົນປະໂຫຍດ ອື່ນໆ ຈາກບຸກຄົນ, ການຈັດຕັ້ງທີ່ກ່ຽວພັນກັບຫນ້າທີ່ວຽກງານ ທີ່ຕົນຮັບຜິດຊອບ.
  2. ສ້າງຄວາມຫຍຸ້ງຍາກ, ກົດຫນ່ວງ, ຖ່ວງດຶງ, ແຊກແຊງ ໃນການແກ້ໄຂວຽກງານໃດຫນຶ່ງ ໂດຍບໍ່ແຈ້ງໃຫ້ການຈັດຕັ້ງທີ່ກ່ຽວຂ້ອງຊາບ.
  3. ເປີດບັນຊີເງິນຝາກ ຢູ່ນອກສປປລາວ ໂດຍບໍ່ແຈ້ງໃຫ້ການຈັດຕັ້ງທີ່ກ່ຽວຂ້ອງຊາບ.
  4. ເປັນທີ່ປຶກສາໃຫ້ແກ່ ວິສາຫະກິດ ເອກະຊົນ ທີ່ພົວພັນເຖິງ ສິດຕົກລົງຂອງຕົນ ເພື່ອຜົນປະໂຫຍດສ່ວນຕົວ.
  5. ເປັນນາຍຫນ້າໃຫ້ແກ່ບຸກຄົນຫລືການຈັດຕັ້ງ ເຊັ່ນ: ແລ່ນຄະດີ, ແລ່ນໂຄງການ, ຂໍໂຄຕ້າ.
  6. ໃຊ້ຖານະຕຳແຫນ່ງເພື່ອ ກູ້ຢືມເງິນຂອງສ່ວນລວມທີ່ຕົນຮັບຜິດຊອບ ໃຫ້ຜູ້ອື່ນ ຫລື ຄ້ຳປະກັນໃຫ້ຜູ້ອື່ນໄປກູ້ຢືມເງິນຢູ່ທະນາຄານ.
  7. ບັນຈຸ, ຊັບຊ້ອນ, ຫລືແຕ່ງຕັ້ງ ເມຍ ຫລື ຜົວ, ລູກ ຫລື ຍາດໃກ້ຊິດຂອງຕົນ ທີ່ຈະສ້າງເງື່ອນໄຂໃຫ້ມີການສໍ້ລາດບັງຫລວງ ເຊັ່ນ: ວຽກງານຈັດຕັ້ງ, ວຽກງານກວດກາ, ການເງິນ-ການບັນຊີ, ສາງ, ການຈັດຊື້-ຈັດຈ້າງ.
  8. ຄອບຄອງຫລືນຳໃຊ້ ເຮືອນ ຫລື ທີ່ດິນຂອງລັດ, ລວມຫມູ່ ໂດຍບໍ່ຖືກຕ້ອງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ແລະ ພັກພວກ.
  9. ເປີດເຜີຍຄວາມລັບຂອງລັດ ຫລື ຄວາມລັບລັດຖະການ.
  10. ນຳໃຊ້ເງິນ ຫລື ຊັບສົມບັດຂອງລັດ, ຂອງລວມຫມູ່ ເພື່ອສັງສັນ ຊຸມແຊວ, ເອົາເປັນຂອງຂວັນ ຫລືແບ່ງປັນໃຫ້ພະນັກງານ ຫລືບຸກຄົນອື່ນ ນອກລະບຽບກົດຫມາຍ.
  11. ປາບປາມ, ນາບຂູ່, ກົດຫນ່ວງຜູ້ກ່າວຟ້ອງ, ຜູ້ຕຳນິສົ່ງຂ່າວ ຜລະ ຜູ້ສະເຫນີລາຍງານຂໍ້ມູນດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບຕົນ.
  12. ແອບອ້າງຊື່ສຽງ, ຖານະຕຳແຫນ່ງ, ສິດອຳນາດ, ຫນ້າທີ່ຂອງຂັ້ນເທິງ ຫລື ຂອງຜູ້ອື່ນ ເພື່ອຫາຜົນປະໂຫຍດສ່ວນຕົວ.

—————————————————————————————-

ພໍດີໄປເຫັນໃນບລັອກທ່ານພະນົມສິນ ເລີຍເອົາມາລົງນຳ ດ້ວຍໃຈຮັກຊາດ 😀

ມີຕອນຫນຶ່ງ ທ່ານພະນົມສິນເລົ່າໃນ comment ວ່າທ່ານໄດ້ໄປເຫັນຄຳຂວັນໃນຫ້ອງການແຫ່ງຫນຶ່ງຂຽນໄວ້ຢ່າງຫນ້າສົນໃຈວ່າ

”ການສໍ້ລາດບັງຫລວງ ແມ່ນປະກົດການ ທີ່ ຄົນຄົນດຽວເປັນຜູ້ກິນ ແຕ່ແມ່ນຫມົດທຸກຄົນເປັນຜູ້ຈ່າຍ”

ຕ້ອງຂໍຂອບໃຈບລັອກພະນົມສິນ.ຄອມ ມາ ນະ ທີ່ນີ້ນຳ