Archive for 'ບ້ານເມືອງ'

ຕາຕາລາງລົດເມໄປ ໜອງຄາຍ, ອຸດອນ, ຂອນແກ່ນ & ກຸງເທບ

Posted on September 13, 2014, under ບ້ານເມືອງ, ສັງຄົມ.

ເຮັດປະໄວ້ ເພື່ອຈະມີປະໂຫຍດສຳລັບຄົນຈະນັ່ງລົດເມໄປໄທ 🙂

ຂໍ້ມູນນີ້ອັບເດດຫຼ້າສຸດ 16 ທັນວາ 2013
(Last updated 16 December 2013)

ວຽງຈັນ – ໜອງຄາຍ (15,000 ກີບ/ຄົນ) (Vientiane – Nong Khai)

ຖ້ຽວລົດ            ໂມງອອກລົດ

(Bus Leave)     (Departure time)

1 ——————— 07 : 30′

2 ——————— 09 : 30′

3 ——————— 12 : 40′

4 ——————— 14 : 30′

5 ——————— 15 : 30′

6 ——————— 18 : 00′

 

ວຽງຈັນ – ອຸດອນທານີ (22,000 ກີບ/ຄົນ) (Vientiane – Udonthani)

ຖ້ຽວລົດ            ໂມງອອກລົດ

(Bus Leave)     (Departure time)

1 ——————— 08 : 00′

2 ——————— 09 : 00′

3 ——————— 10 : 00′

4 ——————— 11 : 00′

5 ——————— 14 : 00′

6 ——————— 15 : 00′

7 ——————— 16 : 00′

8 ——————— 18 : 00′

 

ວຽງຈັນ – ຂອນແກ່ນ (50,000 ກີບ/ຄົນ) (Vientiane – Khon Kane)

ຖ້ຽວລົດ            ໂມງອອກລົດ

(Bus Leave)     (Departure time)

1 ——————— 08 : 15′

2 ——————— 14 : 45′

 

ວຽງຈັນ – ກຸງເທບ (248,000 ກີບ/ຄົນ) (Vientiane – Bangkok)

ຖ້ຽວລົດ            ໂມງອອກລົດ

(Bus Leave)     (Departure time)

1 ——————— 18 : 00′

ຄວາມເປັນມາ ແລະການຕັ້ງຊື່ເມືອງໃນປະເທດໄທ

Posted on February 14, 2014, under ບ້ານເມືອງ.

ອ່ານເຫັນກະທູ້ http://pantip.com/topic/31638408 ມື້ນີ້ ໜ້າສົນໃຈດີ

ຊື່ທາງເໜືອຂອງໄທມັກຈະຂຶ້ນຕົ້ນດ້ວຍຄຳວ່າ “ແມ່” ສ່ວນ​ຊື່​ພາກ​ໃຕ້​ຈະ​ເປັນ​ຊື່ທີ່​ມີ​ອິ​ດ​ທິ​ພົນ​ມາ​ຈາກ​ພາ​ສາ​ມະ​ລາ​ຢູ ແລະ​ຊື່​ໃນ​ພາກ​ອີ່​ສານ ຈະ​ເປັນ​ຊື່​ເລີດ​ອະ​ລັງ​ການ​ທີ່​ທາງ​ການ​ເຂົາ​ຕັ້ງ​ໃຫ້.

ໂຄສະນາເບຍເກົາຫລີ

Posted on April 17, 2010, under ບ້ານເມືອງ.

ລະຫວ່າງ ເກົາຫລີເໜືອ

ແລະ ເກົາຫລີໃຕ້

ຮືມມມມ O.o…!!?

ຢາດີເຈັບທ້ອງ

Posted on January 22, 2009, under ບ້ານເມືອງ, ຝອຍໃຫ້ຟັງ.

ຢາດີເຈັບທ້ອງ ຜົງນ້ຳຕານເກືອແຮ່

ໃນສູດຕຳລັບ ໑ ຊອງປະກອບດ້ວຍຕົວຢາສາມັນຄື

  • Sodium Chloride 0.875 g.
  • Sodium Bicarbonate 0.625 g.
  • Potassium Chloride 0.375 g.
  • Glucose – Anhydrous 5.000 g.

ຫຼືໃນສູດຕຳລັບ ໑ ຊອງປະກອບດ້ວຍຕົວຢາສຳຄັນຄື

  • Sodium Chloride 0.875 g.
  • Trisodium Citrate Dihydrate 0.725 g.
  • Potassium Chloride 0.375 g.
  • Glucose Anhydrous 5.000 g.

ສັບພະຄຸນ ແມ່ນທົດແທນການເສຍນ້ຳໃນຜູ້ປ່ວຍທີ່ມີອາການເຈັບທ້ອງຖ່າຍ ຫຼືໃນອາການທີ່ອາຈຽນຫຼາຍ ໆ ແລະປ້ອງກັນການຊັອກເນື່ອງຈາກຮ່າງກາຍຂາດນ້ຳ

ວິທີໃຊ້ ເທຢາທັງຊອງລະລາຍລົງໃນນ້ຳສະອາດ ເຊັ່ນ ນ້ຳຕົ້ມສຸກທີ່ເຢັນແລ້ວປະມານ ໒໕໐ ມິລີລີດ ຫຼືປະມານ ໑ ແກ້ວ ໃຫ້ດື່ມຫຼາຍ ໆ ເມື່ອອາການດີຂຶ້ນ ຖ້າຍັງຖ່າຍຢູ່ອີກ ໃຫ້ດື່ມຫຼາຍຂຶ້ນຕື່ ຖ້າອາຈຽນ ໃຫ້ດື່ມເທື່ອລະນ້ອຍແຕ່ດື່ມເລື້ອຍ ໆ

ຂະໜາດການນຳໃຊ້ ເດັກອາຍຸນ້ອຍກວ່າ ໒ ປີ ໃຫ້ດື່ມສານລະລາຍເກືອແຮ່ປະມານ ໑ ແກ້ວ ຕໍ່ການຖ່າຍທ້ອງ ໑ ຄັ້ງ ຫຼືຕາມຄວາມກະຫາຍຂອງຜູ້ປ່ວຍ

ເດັກອ່ອນ ອາຍຸເຖິງ ໒ ປີ ໃຫ້ດື່ມເທື່ອລະໜ້ອຍ ສະລັບກັບນ້ຳລ້າປະມານ ໓ ຊອງຫຼືຫຼາຍພໍທີ່ຜູ້ປ່ວຍຕ້ອງການຈົນກວ່າອາການຈະດີຂຶ້ນ

ຄຳເຕືອນ ໑. ຫາກເປັນໂລກຫົວໃຈ ຄວນປຶກສາແພດກ່ອນໃຊ້ ໒. ຖ້າມີອາການອາຈຽນຫຼາຍ ເຫື່ອອອກ ຕົວເຢັນ ຫຼືໝົດສະຕິ ຄວນນຳຜູ້ປ່ວຍສົ່ງໂຮງພະຍາບານໂດຍດ່ວນ

ຂໍ້ມູນຈາກ ສະມາຄົມຮ້ານຂາຍຢາໄທ

ໂຈນລັກເຄື່ອງ lol

Posted on March 11, 2008, under ບ້ານເມືອງ.

ມັນມາເບິ່ງກ່ອນ ບາດນັ້ນລະໄປເອົາແກັດມາ ສົງໄສໄປເອົາຢູ່ເຮືອນຫລັງທາງຂ້າງ ເອົາມາແລ້ວກໍ່ເອົາແກ້ວໃສ່ໃນແກັດ ແລ້ວກໍ່ຂົນໄປ lol

ເກືອບຊົນລົດຊາວບ້ານ ກັບຖືກລົດຊາວບ້ານຊົນທ້າຍ

Posted on February 22, 2008, under ບ້ານເມືອງ.

ສະບາຍດີພໍ່ແມ່ພີ່ນ້ອງລຸງປ້ານ້າອາທີ່ຮັກແລະເຄົາລົບທຸກ ໆ ທ່ານ ມື້ນີ້ມາຝອຍໃຫ້ຟັງເລື່ອງ ພໍດີໄປເອົາເຄື່ອງຢູ່ແຖວຄິວລົດສາຍເຫນືອ ໄປທາງພູວ່າວໄປ ໄປຮອດຈຸດຫນຶ່ງ ພໍດີມີລົດປ້າຍຈີນເພິ່ນຂັບມາ ພະຍາຍາມແຊງ ແລ້ວກໍ່ແຊງຂຶ້ນໄປໄດ້ ພໍຈັກຫນ່ອຍຢູ່ ໆ ມັນກໍ່ຢຸດ ເຮົາລະເພີນ ຢຸດເກືອບບໍ່ທັນ ເກືອບຕຳທ້າຍລົດປ້າຍຈີນເພິ່ນ ເບຣກສຽງດັງແອ໊ດດດດດດດ ແຕ່ກໍ່ບໍ່ເປັນຫຍັງ ບໍ່ໄດ້ຕຳ ພຽງແຕ່ ມີຄົນຫລຽວມາເບິ່ງຫນ້າຄົນຄັບ

ຈາກນັ້ນຕອນຂາກັບ ກໍ່ກັບທາງຕະຫລາດມິດຕະພາບ ກໍ່ຂີ່ມາທຳມະດາ ຕອນນັ້ນຍັງເຊົ້າຢູ່ ປະມານແປດໂມງ ລົດກຳລັງຫລາຍ ຂັບ ໆ ມາຢູ່ ມານຳຫລັງລົດຄັນອື່ນອີກຫລາຍຄັນ ນຳກົ້ນກັນໄປ ມາຮອດໃກ້ ໆ ສາມແຍກທີ່ມີຫ້ອງການຕຳຫລວດຢູ່ ລົດຄັນທາງໜ້າເພິ່ນຢຸດ ເຮົາກໍ່ຢຸດນຳ ບາດຄັນທາງຫລັງລົດຈັກຊ້ຳພັດວ່າບໍ່ຢຸດ ຂີ່ມາຕຳກົ້ນລົດໃຫຍ່ເຮົາເສີຍເລີຍ ແລ້ວເພິ່ນກໍ່ຕົກໃຈ ແລ້ວຂີ່ແຊງໄປຕໍ່ ອ່າວ ເວນກຳ ດີແຕ່ບໍ່ເປັນຫຍັງຫລາຍ

(more…)

ສໍ້ລາດບັງຫລວງ ແມ່ນທຳລາຍຊາດ

Posted on January 3, 2008, under ບ້ານເມືອງ.

ສໍ້ລາດບັງຫລວງ

ຫ້າມຜູ້ມີຕຳແຫນ່ງ, ສິດອຳນາດ ແລະ ຫນ້າທີ່ ມີພຶດຕິກຳດັ່ງນີ້

  1. ຮັບເງິນ, ວັດຖຸສິ່ງຂອງ ຫລື ມີຜົນປະໂຫຍດ ອື່ນໆ ຈາກບຸກຄົນ, ການຈັດຕັ້ງທີ່ກ່ຽວພັນກັບຫນ້າທີ່ວຽກງານ ທີ່ຕົນຮັບຜິດຊອບ.
  2. ສ້າງຄວາມຫຍຸ້ງຍາກ, ກົດຫນ່ວງ, ຖ່ວງດຶງ, ແຊກແຊງ ໃນການແກ້ໄຂວຽກງານໃດຫນຶ່ງ ໂດຍບໍ່ແຈ້ງໃຫ້ການຈັດຕັ້ງທີ່ກ່ຽວຂ້ອງຊາບ.
  3. ເປີດບັນຊີເງິນຝາກ ຢູ່ນອກສປປລາວ ໂດຍບໍ່ແຈ້ງໃຫ້ການຈັດຕັ້ງທີ່ກ່ຽວຂ້ອງຊາບ.
  4. ເປັນທີ່ປຶກສາໃຫ້ແກ່ ວິສາຫະກິດ ເອກະຊົນ ທີ່ພົວພັນເຖິງ ສິດຕົກລົງຂອງຕົນ ເພື່ອຜົນປະໂຫຍດສ່ວນຕົວ.
  5. ເປັນນາຍຫນ້າໃຫ້ແກ່ບຸກຄົນຫລືການຈັດຕັ້ງ ເຊັ່ນ: ແລ່ນຄະດີ, ແລ່ນໂຄງການ, ຂໍໂຄຕ້າ.
  6. ໃຊ້ຖານະຕຳແຫນ່ງເພື່ອ ກູ້ຢືມເງິນຂອງສ່ວນລວມທີ່ຕົນຮັບຜິດຊອບ ໃຫ້ຜູ້ອື່ນ ຫລື ຄ້ຳປະກັນໃຫ້ຜູ້ອື່ນໄປກູ້ຢືມເງິນຢູ່ທະນາຄານ.
  7. ບັນຈຸ, ຊັບຊ້ອນ, ຫລືແຕ່ງຕັ້ງ ເມຍ ຫລື ຜົວ, ລູກ ຫລື ຍາດໃກ້ຊິດຂອງຕົນ ທີ່ຈະສ້າງເງື່ອນໄຂໃຫ້ມີການສໍ້ລາດບັງຫລວງ ເຊັ່ນ: ວຽກງານຈັດຕັ້ງ, ວຽກງານກວດກາ, ການເງິນ-ການບັນຊີ, ສາງ, ການຈັດຊື້-ຈັດຈ້າງ.
  8. ຄອບຄອງຫລືນຳໃຊ້ ເຮືອນ ຫລື ທີ່ດິນຂອງລັດ, ລວມຫມູ່ ໂດຍບໍ່ຖືກຕ້ອງ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ແລະ ພັກພວກ.
  9. ເປີດເຜີຍຄວາມລັບຂອງລັດ ຫລື ຄວາມລັບລັດຖະການ.
  10. ນຳໃຊ້ເງິນ ຫລື ຊັບສົມບັດຂອງລັດ, ຂອງລວມຫມູ່ ເພື່ອສັງສັນ ຊຸມແຊວ, ເອົາເປັນຂອງຂວັນ ຫລືແບ່ງປັນໃຫ້ພະນັກງານ ຫລືບຸກຄົນອື່ນ ນອກລະບຽບກົດຫມາຍ.
  11. ປາບປາມ, ນາບຂູ່, ກົດຫນ່ວງຜູ້ກ່າວຟ້ອງ, ຜູ້ຕຳນິສົ່ງຂ່າວ ຜລະ ຜູ້ສະເຫນີລາຍງານຂໍ້ມູນດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບຕົນ.
  12. ແອບອ້າງຊື່ສຽງ, ຖານະຕຳແຫນ່ງ, ສິດອຳນາດ, ຫນ້າທີ່ຂອງຂັ້ນເທິງ ຫລື ຂອງຜູ້ອື່ນ ເພື່ອຫາຜົນປະໂຫຍດສ່ວນຕົວ.

—————————————————————————————-

ພໍດີໄປເຫັນໃນບລັອກທ່ານພະນົມສິນ ເລີຍເອົາມາລົງນຳ ດ້ວຍໃຈຮັກຊາດ 😀

ມີຕອນຫນຶ່ງ ທ່ານພະນົມສິນເລົ່າໃນ comment ວ່າທ່ານໄດ້ໄປເຫັນຄຳຂວັນໃນຫ້ອງການແຫ່ງຫນຶ່ງຂຽນໄວ້ຢ່າງຫນ້າສົນໃຈວ່າ

”ການສໍ້ລາດບັງຫລວງ ແມ່ນປະກົດການ ທີ່ ຄົນຄົນດຽວເປັນຜູ້ກິນ ແຕ່ແມ່ນຫມົດທຸກຄົນເປັນຜູ້ຈ່າຍ”

ຕ້ອງຂໍຂອບໃຈບລັອກພະນົມສິນ.ຄອມ ມາ ນະ ທີ່ນີ້ນຳ

ຄວາມຊວຍອັນປະເສີດ

Posted on June 10, 2007, under ຊີວິດ, ບ້ານເມືອງ, ຝອຍໃຫ້ຟັງ, ສັງຄົມ, ເທັກໂນໂລຢີ.

ມື້ວານນີ້ໄຟດັບ ດັບມັນກໍ່ດັບຫມົດມື້ ດັບແຕ່ເຊົ້າຈົນຄ່ຳ ພໍໄຟມັນດັບແລ້ວກໍ່ຍາກ ເພາະວ່າໃດ ໆ ກໍ່ລ້ວນແຕ່ຕ້ອງອາໄສໄຟຟ້າ ພໍມັນບໍ່ມີໄຟຟ້າໃຊ້ກໍ່ຍາກໄປຫມົດ ຄອມກໍ່ເປີດບໍ່ໄດ້ ໂທລະສັບທີ່ມັນໃຊ້ໄຟຟ້າກໍ່ໃຊ້ບໍ່ໄດ້ ມືຖືແບັດຫມົດກໍ່ສາກບໍ່ໄດ້ ຮ້ອນກໍ່ຕ້ອງວີເອົາ ຯລຯ

ວ່າຊິຕິດຕັ້ງກ້ອງວົງຈອນປິດ ແຕ່ວ່າຍັງບໍ່ມີສາຍ ກ້ອງມັນມີ 8 ຕົວ ຕ້ອງຕິດຕັ້ງອ້ອມ ໆ ສະຖານທີ່ ລາກສາຍໄປມາ ຫນ້າຈະໃຊ້ຄວາມຍາວປະມານ 50 ແມັດ ແຕ່ວ່າໂທຖາມຢູ່ວຽງແລ້ວເພິ່ນບໍ່ວ່າ ສາຍ AV ຂະຫນາດ 2 ແມັດລາຄາ 15,000 ກີບ!! ຄິດມາແລ້ວຫນັກໃຈ ດ້ານສາຍສອງແມັດຍັງ 15 ພັນແລ້ວ ເອົາເປັນ 50 ແມັດຊິປານໃດ

ອືມ ບາງທີຕ້ອງປ່ຽນໃຊ້ສາຍ Cable ເອົາ ແຕ່ວ່າຖ້າໃຊ້ Cable ມັນຕ້ອງປ່ຽນຫົວແຈັກພ້ອມ ຕ້ອງລອງໂທໄປຖາມຢູ່ທ່າສະເດັດກ່ອນວ່າເຂົາມີຫົວແຈັກແບບ Cable ບໍ່

ອຸດົມໄປດ້ວຍວິຕາມິນແລະແປ້ງນົວ >_

Posted on April 29, 2007, under ບ້ານເມືອງ, ຝອຍໃຫ້ຟັງ.

ຕອນເຊົ້າໄປຮັບຟ່າງ ແລ້ວກໍ່ໄປເລາະເບິ່ງວ່າມີຫຍັງກິນບໍ່ ເລາະໄປເລາະມາ ຕອນນັ້ນປະມານ 7 ໂມງເກືອບເຄິ່ງລະ ແຕ່ວ່າ ຍັງບໍ່ມີຮ້ານໃດເປີດເທື່ອ (ຫລວງພະບາງ) ໄປ ໆ​ ມາ ໆ ເລີຍກາຍໄປຮ້ານເຂົ້າປຽກເຂົ້າ ຢູ່ໃກ້ ໆ ກັບທະນາຄານພັດທະນາລາວ ກໍ່ໄປນັ່ງກິນ ທຳອິດກໍ່ລືມມມມມມມມມມມມມ ກິນໄປຈົນຫມົດ ແລ້ວກໍ່ກັບ

ພໍກັບຮອດຮ້ານ ຮູ້ສຶກເພຍ ໆ ນັ່ງໄປນັ່ງມາ ຈຶ່ງຄິດອອກວ່າ ອໍ້….!!!! ຮ້ານອັນນີ້ມັນໃສ່ແປ້ງນົວເກີນຂະໜາດແລ້ວ 555+ ເວນກຳເອີ້ຍ ຮູ້ຊີ້ບໍ່ໄປກິນຂອງມັນດີກວ່າ ເຊັງຈິດ -*-

ຟ່າງໄປນຳກໍ່ຄືຊິເມື່ອຍ ໆ ຄືກັນ ບໍ່ເຂົ້າໃຈວ່າເຂົາຊິໃສ່ຫລາຍໄປເຮັດຫຍັງ ບ້ານເຮົານິຍົມກິນແປ້ງນົວ ເຮັດຫຍັງກໍ່ຕ້ອງໃສ່ແປ້ງນົວ ຄົນບ້ານອື່ນເມືອງອື່ນມາ ເຂົາບໍ່ກິນແປ້ງນົວ ມາເຈີະກັບອາຫານບ້ານເຮົາລະເຊົາຢາກເລີຍ 555

ເຄີຍມີຄົນໄທມາ ພີ່ເຈບ ກັບພີ່ຕັ້ມ ມາ ເພິ່ນວ່າ ເມືອງລາວໃສ່ແປ້ງນົວເກີນຂະໜາດ ເຊິ່ງຟັງແລ້ວກໍ່ແທ້ ເພາະວ່າ ຕອນກິນອາດຈະດີ ແຕ່ວ່າ ຫລັງຈາກກິນແລ້ວ ມັນບໍ່ດີ ບາງຄົນມີອາການບໍ່ຖືກກັບແປ້ງນົວເຖິງຂະໜາດວ່າ ກິນແລ້ວບໍ່ມີແຮງ ຫຼືເປັນອຳມະພາດຊົ່ວຄາວເລີຍກໍ່ມີ ບາງຄົນກໍ່ກິນແລ້ວເຈັບເສັ້ນ ແມ່ນຫຍັງກໍ່ວ່າກັນໄປ ແລ້ວແຕ່ຄົນ

ໂພສຕ໌ນີ້ຈົ່ມລູກດຽວ 😛

Technorati Tags: ແປ້ງນົວ, ຜົງຊູລົດ, ผงชูรส, au8ust, realme, ເຂົ້າປຽກເຂົ້າ

ທາດຫລວງເມື່ອປີ ຄ.ສ. ໑໘໙໖

Posted on April 29, 2007, under ບ້ານເມືອງ.


ແປະໄວ້ກ່ອນ ຕໍ່ຫນ້າໄປມັນຊິຫາຍາກ 😉

Technorati Tags: ທາດຫລວງ, ທາດຫຼວງ, ພຣະທາຕຸຫລວງ, ໑໘໙໖