ຊ່ວຍທັນພໍດີ

ຂຽນເມື່ອ June 22, 2008, ໃນຫມວດ ໄອເດຍ. (ອ່ານ 2,397 ຄັ້ງ)

ທີ່ມາ – aromdee.net

Tags: , , ,

ຄາຖາທັມບົດ ໂກທວັກທີ່ ໑໗

ຂຽນເມື່ອ June 17, 2008, ໃນຫມວດ ທັມມະ. (ອ່ານ 4,338 ຄັ້ງ)

“ພຶງຊະນະຄວາມໂກດດ້ວຍຄວາມບໍ່ໂກດ

ພຶງຊະນະຄວາມບໍ່ໃຍດີດ້ວຍຄວາມດີ

ພຶງຊະນະຄວາມຖີ່ດ້ວຍການໃຫ້

ພຶງຊະນະຄົນມັກກວ່າຄຳເຫລາະແຫລະດ້ວຍຄຳສັຈ”

ພໍດີມີໂອກາດໄດ້ອ່ານວາລະສານທັມມະໃກ້ຕົວ ເລີຍເຫັນພຸທພາສິດນີ້ມາ ອ່ານແລ້ວຂົນລຸກ

Tags: , , , , , ,

ໂມຂະບຸລຸດ

ຂຽນເມື່ອ June 16, 2008, ໃນຫມວດ ທັມມະ. (ອ່ານ 4,630 ຄັ້ງ)

ດູກ່ອນໂມຂະບຸລຸດ ທັມອັນເຮົາສະແດງແລ້ວໂດຍອະເນກປຣິຍາຍ ເພື່ອຄາຍຄວາມກຳໜັດ ບໍ່ແມ່ນເພື່ອມີຄວາມກຳໜັດ ເພື່ອຄວາມພາກ ບໍ່ແມ່ນເພື່ອຄວາມປະກອບ ເພື່ອຄວາມບໍ່ຍຶດໝັ້ນ ບໍ່ແມ່ນເພື່ອມີຄວາມຍຶດໝັ້ນບໍ່ແມ່ນຫຼື? ເມື່ອທັມຊື່ນັ້ນອັນເຮົາສະແດງແລ້ວ ເພື່ອຄາຍຄວາມກຳໜັດ ເຈົ້າຍັງຈະຄິດເພື່ອມີຄວາມກຳໜັດ ເຮົາສະແດງເພື່ອຄວາມພາກ ເຈົ້າຍັງຈະຄິດເພື່ອຄວາມປະກອບ ເຮົາສະແດງເພື່ອຄວາມບໍ່ຖືໝັ້ນ ເຈົ້າຍັງຈະຄິດເພື່ອມີຄວາມຖືໝັ້ນ.

ດູກ່ອນໂມຂະບຸລຸດ ທັມອັນເຮົາສະແດງແລ້ວໂດຍອະເນກປຣິຍາຍ ເພື່ອເປັນທີ່ສຳລອກແຫ່ງຣາຄະ ເພື່ອເປັນທີ່ສ່າງແຫ່ງຄວາມເມົາ ເພື່ອເປັນທີ່ດັບສູນແຫ່ງຄວາມຣະຫາຍ ເພື່ອເປັນທີ່ສຳຣອກແຫ່ງຕັນຫາ ເພື່ອເປັນທີ່ດັບແຫ່ງຕັນຫາ ເພື່ອອກໄປຈາກຕັນຫາຊື່ວ່ານະ ບໍ່ແມ່ນຫຼື?

ສ່ວນຫນຶ່ງຈາກ ພຣະໄຕຣປິດົກ ເຫຼັ້ມທີ່ ໑ ພຣະວິໄນປິດົກ ເຫຼັ້ມທີ່ ໑ ມະຫາວິພັງ ພາກ ໑

Tags: ,

IRON MAN

ຂຽນເມື່ອ June 15, 2008, ໃນຫມວດ ຮູບເງົາ. (ອ່ານ 2,344 ຄັ້ງ)

Poster ຂອງ IRON MAN

IRON MAN ເປັນຫນັງທີ່ສ້າງຈາກຫນັງກາຕູນ Marvel Comic ທີ່ໄດ້ຮັບຄວາມນິຍົມຫລາຍເລື່ອງຫນຶ່ງ ແລະເປັນທີ່ແນ່ນອນວ່າ ເລື່ອງຈາກ Marvel Comic ຕ້ອງຖືກສ້າງເປັນຫນັງ –ບໍ່ມື້ໃດກໍ່ມື້ຫນຶ່ງ ແລະຄັ້ງນີ້ກໍ່ຮອດຄິວຂອງ IRON MAN ຜູ້ເປັນ Hero ຄົນໃຫມ່ຫລ້າສຸດທີ່ລົງຈໍຍັກໄປເມື່ອຊ່ວງຕົ້ນພຶດສະພາທີ່ຜ່ານມາ ແຕ່ຜູ້ຂຽນຫາກໍ່ໄດ້ມີໂອກາດໄດ້ເບິ່ງ (ຈາກແຜ່ນ DVD ພາບໂຮງ ສຽງໂຮງ ແຕ່ພໍເບິ່ງໄດ້)

ເນື້ອເລື່ອງຂອງຫນັງ IRON MAN ຈະແຕກຕ່າງຈາກຫນັງແນວ Super Hero ຂອງ Marvel Comic ເລື່ອງອື່ນ. Tony Stark ພະເອກເປັນຄົນທີ່ບໍ່ໄດ້ມີພະລັງຕິດຕົວມາແຕ່ທ້ອງແມ່ ຫາກວ່າເປັນຜູ້ມີພອນສະຫວັນອັນລ້ຳເລີດ ສາມາດປະດິດພັດທະນາອຸປະກອນຕ່າງ ໆ ໄດ້ຢ່າງຫລວງຫລາຍ ແລະເປັນຜູ້ສ້າງອາວຸດສົງຄາມຕ່າງ ໆ ຈົນເມື່ອຖືກລັກພາຕົວໄປໂດຍຜູ້ກໍ່ການຮ້າຍ ແລະສາມາດຫນີອອກມາໄດ້ ຈຶ່ງຜັນປ່ຽນແນວຄິດທີ່ຈະສ້າງອາວຸດທຳລາຍລ້າງໂລກ ມາເປັນຫາວິທີທາງເຊິ່ງຈະພິທັກສັນຕິພາບໂລກແທນ

ສຳຫລັບຫນັງເລື່ອງນີ້ເປັນຫນັງທີ່ຫນ້າຕິດຕາມ ມີ plot ເລື່ອງທີ່ບໍ່ເຄັ່ງຂຶມເກີນໄປ ຄົນທີ່ບໍ່ເຄີຍອ່ານ IRON MAN ສະບັບກາຕູນມາກ່ອນກໍ່ສາມາດທຳຄວາມເຂົ້າໃຈຫນັງໄດ້ບໍ່ຍາກ

ບໍ່ແນ່ໃຈວ່າ ITECC ຈະນຳ IRON MAN ອອກສາຍມື້ໃດ ແຕ່ຂໍແນະນຳການຕິດຕາມຕາຕະລາງຫນັງໄດ້ຈາກ http://movie.laozaa.com/ (ຮູ້ສຶກວ່າ ບໍ່ຄ່ອຍອັບເດດແລ້ວ ສົງໄສເມົາແປ Ubuntu)

ສຳຫລັບຂໍ້ມູນອື່ນ ໆ ຂອງ IRON MAN ເບິ່ງໄດ້ໃນເວັບໄຊຢ່າງເປັນທາງການ http://ironmanmovie.marvel.com/

ດ້ານລຸ່ມເປັນ Trailer

Tags: , , , , ,

ຢ່າງເທບ -*-

ຂຽນເມື່ອ May 31, 2008, ໃນຫມວດ ໄອເດຍ. (ອ່ານ 2,608 ຄັ້ງ)

Danger! High Voltage

Gay Bar

ເຫັນໃນโก๋สิจ้ะ ວົງນີ້ຊື່ວ່າ Electric Six

Tags: , ,

ບັກຜີ້ບ້າໃນ IE6

ຂຽນເມື່ອ May 29, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 3,019 ຄັ້ງ)

ຕ້ອງຂໍຖະແຫລງກ່ອນວ່າ ຄຳວ່າ “ບັກ” ທີ່ຂຶ້ນໃນຫົວຂໍ້ນັ້ນ ຫມາຍເຖິງ “Bug” ເດີ້ ເຂົ້າເລື່ອງເລີຍ ກໍ່ຄືໃນ IE6 (ແລະຕ່ຳກວ່າ) ຈະມີບັ໊ກອັນແປກປະຫລາດຢູ່ຫລາຍຢ່າງ ຫນຶ່ງໃນຈຳນວນນັ້ນຄື ເນື້ອຫາຈະຫາຍໄປເມື່ອໃຊ້ float: left; ແຕ່ຢ່າງໃດກໍ່ຕາມ ບັນຫານີ້ສາມາດແກ້ໄດ້ໂດຍການກຳຫນົດ position: relative; ເພີ່ມໃສ່ກໍ່ຈະເປັນການແກ້ໄຂສະເພາະຫນ້າໄດ້ແລ້ວ 🙂

ກວ່າຊິແກ້ໄຂໄດ້ ກໍ່ກິນເວລາໄປເກືອບມື້ 🙁 ບໍ່ຫນ້າເລີຍ ລູກຄ້າເຮົາ ໃຊ້ IE6 ~_~)~~

ອ່ານເພີ່ມເຕີມໄດ້ໃນ http://www.positioniseverything.net/explorer/peekaboo.html

Tags: , , ,

Ubuntu ShipIt (ໃນທີ່ສຸດກໍ່) ມາຮອດແລ້ວ

ຂຽນເມື່ອ May 29, 2008, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 5,026 ຄັ້ງ)

ຮູ້ສຶກວ່າ ຈະຂໍແຜ່ນ Ubuntu ໄປດົນ ດົນ ດົນ ດົນ ຕັ້ງແຕ່ຕອນມັນຍັງບໍ່ທັນອອກເທື່ອ (Pre-order) ຫນ້າຈະເປັນເກືອບສອງເດືອນແລ້ວ ໃນທີ່ສຸດ ມື້ນີ້ມັນກໍ່ມາຮອດມື 🙂 ເປັນແຜ່ນຊີດີຟຣີທີ່ຂໍໄດ້ຈາກ https://shipit.ubuntu.com/ ໃຊ້ເວລາສົ່ງປະມານ 2 – 8 ອາທິດ ຫຼືປະມານສອງເດືອນເປັນຢ່າງຊ້າ ເຂົາຈະສົ່ງມາໃຫ້ຟຣີ ມີແຕ່ຖ້າຮັບເອົາຢູ່ບ້ານ 😀

Ubuntu ShipIt
ຫນ້າຫໍ່

(more…)

Tags: , , , ,

ພຕພ

ຂຽນເມື່ອ April 27, 2008, ໃນຫມວດ ເທັກໂນໂລຢີ. (ອ່ານ 4,926 ຄັ້ງ)

ບໍ່ໄດ້ຂຽນເລື່ອງ ພຕພ ດອກ ແຕ່ວ່າຂຽນເລື່ອງພັນລາວ ຄືວ່າ ສັງເກດວ່າ ພັນລາວມີ keyword ພຕພ ຕິດຢູ່ໃນຜົນການຊອກຫາຂອງ google ນຳ ຊອກຫາຄຳວ່າ ພຕພ ໃນ google ກໍ່ຈະພົບກັບອັລບັ້ມພາບຂອງທ່ານພະນົມສິນໃນອັນດັບຕົ້ນ ໆ ກ່ອນເລີຍ

Busy life ຕອນທີ່ ໑

ຂຽນເມື່ອ April 21, 2008, ໃນຫມວດ ທັມມະ. (ອ່ານ 4,718 ຄັ້ງ)

ໄດ້ໂອກາດປ່ຽນ Theme ພ້ອມເລີຍ ຍັງຄົງຄວາມມືດມົນເຊັ່ນເດີມ 😀 ຊ່ວງນີ້ຫຍຸ້ງວຽກຫລາຍເລື່ອງ ຮູ້ສຶກວ່າເຄີຍຂຽນໄປກ່ອນຫນ້ານີ້ແລ້ວໃນ ອີກບລັອກຫນຶ່ງ ແຕ່ບໍ່ເປັນຫຍັງ ຂຽນຕື່ມກໍ່ໄດ້ ເຮົາບໍ່ຖື ໕໕໕

ໄລຍະນີ້ກຳລັງງົມຢູ່ກັບການແກ້ໄຂຫລາຍ ໆ ຢ່າງໃຫ້ຮຽບຮ້ອຍ ບາງອັນເກົ່າໂພດກໍ່ຢາກເອົາມາປັດຝຸ່ນ ບາງອັນເກົ່າເກີນໃຊ້ໄດ້ກໍ່ຢາກເອົາໄປແຂວນປະໄວ້ ເຜື່ອມື້ຫນ້າມີເວລາຄ່ອຍເບິ່ງໃຫມ່ ແຕ່ວ່າ ເວລາກໍ່ຍັງຄົງເປັນບັນຫາ ອັນທີ່ຈິງບັນຫາບໍ່ໄດ້ມາຈາກເວລາ ແຕ່ບັນຫາມັນມາຈາກຄົນບໍລິຫານເວລາ ເພິ່ນວ່າ ຄົນເຮົາມີເວລາ ໒໔ ຊົ່ວໂມງເທົ່າກັນຫມົດ ແຕ່ວ່າ ໃຜກັນທີ່ຈະສາມາດໃຊ້ ໒໔ ຊົ່ວໂມງນັ້ນໃຫ້ເປັນປະໂຫຍດທີ່ສຸດ

(more…)

Tags: , , , , , ,

ເລົ່າເລື່ອງໃນຮ້ານອາຫານ ຕອນທີ່ 1

ຂຽນເມື່ອ April 6, 2008, ໃນຫມວດ ຮ້ານອາຫານ. (ອ່ານ 2,480 ຄັ້ງ)

ລູກຄ້າຊ່ວງນີ້ເລີ່ມປ່ວງອີກແລ້ວ ແຂກໂຕະສອງສັ່ງອາຫານໄດ້ພິດສະດານອີ່ຫລີ

ຄົນຫນຶ່ງສັ່ງວ່າ ເອົາຂົ້ວອິກໄກ່ແຖມມັນ ແຕ່ບໍ່ເອົາມັນ ຂໍເອົາເປັນຜັກແທນ

ອີກຄົນຫນຶ່ງບອກ ເອົາຂົ້ວເຕົາຫູ່ຜັກ ແຕ່ບໍ່ໃຫ້ຂົ້ວເຕົາຫູ່ ໃຫ້ເອົາໄປຕົ້ມແທນ ແລ້ວຄ່ອຍເອົາມາໃສ່ກັນ ເລີຍຖາມໄປວ່າ ຊັ້ນກໍ່ເອົາເປັນແກງເຕົາຫູ່ດີກວ່າບໍ່? ແຂກບອກວ່າ ບໍ່ ຂ້ອຍບໍ່ຢາກໄດ້ນ້ຳແກງ ວ່າຊັ້ນໃຫມ່ບາດນີ້ ປ໊າດດດດ ແຂກມັນກວນຂະຫນາດ

ອີກຄົນຫນຶ່ງຊິກິນຫມາກກ້ຽງປັ່ນ ບອກບໍ່ມີ ເພິ່ນເລີຍໃຫ້ເອົານ້ຳຫມາກກ້ຽງໄປປັ່ນແທນ -*-

Tags: , , , , ,