ເກືອບຊົນລົດຊາວບ້ານ ກັບຖືກລົດຊາວບ້ານຊົນທ້າຍ

ຂຽນເມື່ອ February 22, 2008, ໃນຫມວດ ບ້ານເມືອງ.

ສະບາຍດີພໍ່ແມ່ພີ່ນ້ອງລຸງປ້ານ້າອາທີ່ຮັກແລະເຄົາລົບທຸກ ໆ ທ່ານ ມື້ນີ້ມາຝອຍໃຫ້ຟັງເລື່ອງ ພໍດີໄປເອົາເຄື່ອງຢູ່ແຖວຄິວລົດສາຍເຫນືອ ໄປທາງພູວ່າວໄປ ໄປຮອດຈຸດຫນຶ່ງ ພໍດີມີລົດປ້າຍຈີນເພິ່ນຂັບມາ ພະຍາຍາມແຊງ ແລ້ວກໍ່ແຊງຂຶ້ນໄປໄດ້ ພໍຈັກຫນ່ອຍຢູ່ ໆ ມັນກໍ່ຢຸດ ເຮົາລະເພີນ ຢຸດເກືອບບໍ່ທັນ ເກືອບຕຳທ້າຍລົດປ້າຍຈີນເພິ່ນ ເບຣກສຽງດັງແອ໊ດດດດດດດ ແຕ່ກໍ່ບໍ່ເປັນຫຍັງ ບໍ່ໄດ້ຕຳ ພຽງແຕ່ ມີຄົນຫລຽວມາເບິ່ງຫນ້າຄົນຄັບ

ຈາກນັ້ນຕອນຂາກັບ ກໍ່ກັບທາງຕະຫລາດມິດຕະພາບ ກໍ່ຂີ່ມາທຳມະດາ ຕອນນັ້ນຍັງເຊົ້າຢູ່ ປະມານແປດໂມງ ລົດກຳລັງຫລາຍ ຂັບ ໆ ມາຢູ່ ມານຳຫລັງລົດຄັນອື່ນອີກຫລາຍຄັນ ນຳກົ້ນກັນໄປ ມາຮອດໃກ້ ໆ ສາມແຍກທີ່ມີຫ້ອງການຕຳຫລວດຢູ່ ລົດຄັນທາງໜ້າເພິ່ນຢຸດ ເຮົາກໍ່ຢຸດນຳ ບາດຄັນທາງຫລັງລົດຈັກຊ້ຳພັດວ່າບໍ່ຢຸດ ຂີ່ມາຕຳກົ້ນລົດໃຫຍ່ເຮົາເສີຍເລີຍ ແລ້ວເພິ່ນກໍ່ຕົກໃຈ ແລ້ວຂີ່ແຊງໄປຕໍ່ ອ່າວ ເວນກຳ ດີແຕ່ບໍ່ເປັນຫຍັງຫລາຍ

ບ້ານເຮົາທາງມັນແຄບ ບາດນີ້ບາງຄົນກໍ່ຂີ່ລົດຮຽງກັນ ໂດຍສະເພາະລົດຈັກກັບລົດຖີບ ບາດລົດໃຫຍ່ຊ້ຳພັດວ່າມັກຈອດແຄມທາງ ທາງມັນແຄບຢູ່ແລ້ວເລີຍແຮງແຄບເຂົ້າໄປອີກ ແຖວບ້ານເຈັກຈະມີລົດຕິດປະຈຳກໍ່ຍ້ອນບໍ່ມີບ່ອນຈອດ ຈຳເປັນໄດ້ຈອດແຄມທາງ ທາງກໍ່ແຄບລົງ ລົດສວນທາງກັນຍາກ ບາງຄັ້ງຕ່າງຝ່າຍຕ່າງຟ້າວ ລົດກໍ່ໄປບໍ່ຫວິດກັນ ໄດ້ຖ້າເປັນຄິວຍາວ ບໍ່ຮູ້ຕອນໃດຈະມີຄົນມາແກ້ໄຂບັນຫາເຫລົ່ານີ້

Tags: , , , , ,

2 ຄຳເຫັນກ່ຽວກັບເລື່ອງນີ້ to "ເກືອບຊົນລົດຊາວບ້ານ ກັບຖືກລົດຊາວບ້ານຊົນທ້າຍ"

gravatar

pnomsin  on February 25, 2008

ທາງກວ້າງລົດກໍ່ຕິດຄືກັນ

ຂຽນຄຳເຫັນ

*

code