The Floating Castle (のぼうの城)

Posted on January 25, 2014, under ຮູບເງົາ.

floating-castle

ເບິ່ງ The Floating Castle (のぼうの城) ຈົບ ເປັນໜັງທີ່ມ່ວນໃຊ້ໄດ້ ເນື້ອຫາເວົ້າເຖິງຍຸກສະໄໝ Sengoku ຊ່ວງປີ 1582 ເມື່ອກອງທັບຂອງ Toyotomi Hideyoshi (豊臣 秀吉) ປະກາດສົງຄາມຕີເອົາຜາສາດໄປທົ່ວແຜ່ນດິນ ຈົນມາຮອດຜາສາດ Oshi (ປັດຈຸບັນຕັ້ງຢູ່ແຂວງ Musashi) ເຊິ່ງໃນເວລານັ້ນນຳທັບໂດຍ Narita Nagachika ໃຊ້ຈຳນວນທະຫານພຽງ 500 ຄົນສູ້ກັບກອງທັບຂອງ Hideyoshi ທີ່ນຳທັບໂດຍ Ishida Mitsunari (石田 三成) ແລະມີຈຳນວນພົນເຖິງ 20,000 ຄົນ

(Spoil) ສົງຄາມດຳເນີນໄປໂດຍທີ່ຝ່າຍ Oshi ສາມາດຕ້ານຢູ່ໄດ້ເປັນໄລຍະເວລາດົນພໍສົມຄວນ ຈົນ Mitsunari ຕັດສິນໃຈໃຊ້ການໂຈມຕີດ້ວຍນ້ຳເພື່ອຈົບເສິກຄັ້ງນີ້ໃຫ້ໄວທີ່ສຸດ ແຕ່ກໍບໍ່ສາມາດເຮັດໄດ້ຕາມປະສົງ ແລະເມື່ອນ້ຳລົງແລ້ວ ກໍຈຳຕ້ອງໄດ້ສູ້ກັນອີກຄັ້ງ ແຕ່ປາກົດວ່າ Odawara (小田原城) ເຊິ່ງເປັນຜາສາດຫຼັກນັ້ນຍອມປະລາໄຊໄປກ່ອນແລ້ວ (Oshi ເປັນຜາສາດຮອງ ຖ້າຜາສາດຫຼັກຍອມກ່ອນ ຕົນກໍຕ້ອງຍອມເປີດປະຕູເມືອງຕາມ) ເຮັດໃຫ້ Nagachika ຕ້ອງຍອມເປີດປະຕູເມືອງໄປໂດຍບໍ່ສາມາດຂັດຂືນໄດ້

ການຕໍ່ສູ້ຕ້ານກອງກຳລັງທີ່ມີຂະໜາດໃຫຍ່ກວ່າເຖິງ 1 ຕໍ່ 40 ຂອງ Oshi ນັ້ນເປັນທີ່ເລົ່າຂານກັນຕໍ່ມາໃນຄວາມກ້າຫານ ແລະໄຫວພິບໃນການເຮັດເສິກສົງຄາມ ແລະເປັນຜາສາດສຸດທ້າຍໃນຈຳນວນຜາສາດທັງໝົດ ທີ່ຂຶ້ນຕໍ່ Odawara ທີ່ຍອມເປີດປະຕູເມືອງ.

IP MAN 2

Posted on April 20, 2010, under ຮູບເງົາ.

http://www.youtube.com/watch?v=CrhNQXX2XTg&feature=player_embedded

ໃກ້ເຂົ້າມາແລ້ວກັບໜັງ IP MAN ພາກ 2 ເຊິ່ງເຫດການຕໍ່ເນື່ອງມາຈາກ IP MAN ພາກທຳອິດ ເຫດການແມ່ນຫຼັງຈາກທີ່ທ່ານອາຈານຕ້ອງເດີນທາງເຂົ້າສູ່ເມືອງໃຫຍ່ ເປີດສຳນັກ ແລະເຈິກັບອຸປະສັກນານັບປະການ ຫວັງວ່າຈະໄດ້ເບິ່ງໄວໆ -.-‘