Archive for 'ຮູບເງົາ'

The Floating Castle (のぼうの城)

Posted on January 25, 2014, under ຮູບເງົາ.

floating-castle

ເບິ່ງ The Floating Castle (のぼうの城) ຈົບ ເປັນໜັງທີ່ມ່ວນໃຊ້ໄດ້ ເນື້ອຫາເວົ້າເຖິງຍຸກສະໄໝ Sengoku ຊ່ວງປີ 1582 ເມື່ອກອງທັບຂອງ Toyotomi Hideyoshi (豊臣 秀吉) ປະກາດສົງຄາມຕີເອົາຜາສາດໄປທົ່ວແຜ່ນດິນ ຈົນມາຮອດຜາສາດ Oshi (ປັດຈຸບັນຕັ້ງຢູ່ແຂວງ Musashi) ເຊິ່ງໃນເວລານັ້ນນຳທັບໂດຍ Narita Nagachika ໃຊ້ຈຳນວນທະຫານພຽງ 500 ຄົນສູ້ກັບກອງທັບຂອງ Hideyoshi ທີ່ນຳທັບໂດຍ Ishida Mitsunari (石田 三成) ແລະມີຈຳນວນພົນເຖິງ 20,000 ຄົນ

(Spoil) ສົງຄາມດຳເນີນໄປໂດຍທີ່ຝ່າຍ Oshi ສາມາດຕ້ານຢູ່ໄດ້ເປັນໄລຍະເວລາດົນພໍສົມຄວນ ຈົນ Mitsunari ຕັດສິນໃຈໃຊ້ການໂຈມຕີດ້ວຍນ້ຳເພື່ອຈົບເສິກຄັ້ງນີ້ໃຫ້ໄວທີ່ສຸດ ແຕ່ກໍບໍ່ສາມາດເຮັດໄດ້ຕາມປະສົງ ແລະເມື່ອນ້ຳລົງແລ້ວ ກໍຈຳຕ້ອງໄດ້ສູ້ກັນອີກຄັ້ງ ແຕ່ປາກົດວ່າ Odawara (小田原城) ເຊິ່ງເປັນຜາສາດຫຼັກນັ້ນຍອມປະລາໄຊໄປກ່ອນແລ້ວ (Oshi ເປັນຜາສາດຮອງ ຖ້າຜາສາດຫຼັກຍອມກ່ອນ ຕົນກໍຕ້ອງຍອມເປີດປະຕູເມືອງຕາມ) ເຮັດໃຫ້ Nagachika ຕ້ອງຍອມເປີດປະຕູເມືອງໄປໂດຍບໍ່ສາມາດຂັດຂືນໄດ້

ການຕໍ່ສູ້ຕ້ານກອງກຳລັງທີ່ມີຂະໜາດໃຫຍ່ກວ່າເຖິງ 1 ຕໍ່ 40 ຂອງ Oshi ນັ້ນເປັນທີ່ເລົ່າຂານກັນຕໍ່ມາໃນຄວາມກ້າຫານ ແລະໄຫວພິບໃນການເຮັດເສິກສົງຄາມ ແລະເປັນຜາສາດສຸດທ້າຍໃນຈຳນວນຜາສາດທັງໝົດ ທີ່ຂຶ້ນຕໍ່ Odawara ທີ່ຍອມເປີດປະຕູເມືອງ.

The Best Offer

Posted on January 6, 2014, under ຮູບເງົາ.

ສ່ວນໂຕແລ້ວເຫັນວ່າເປັນໜັງທີ່ເລົ່າເລື່ອງໄດ້ສວຍງາມ ແລະມີສະເໜ່ຫຼາຍທີ່ສຸດເລື່ອງນຶ່ງເທົ່າທີ່ເຄີຍເບິ່ງມາ

ເນື້ອຫາເວົ້າເຖິງຊາຍເຖົ້າຜູ່ຈັດການປະມູນສິນລະປະເກົ່າແກ່ ໄດ້ຮັບການຂໍຮ້ອງໃຫ້ໄປປະເມີນລາຄາເຄື່ອງເກົ່າໃນເຮືອນຫຼັງນຶ່ງ ແຕ່ເຈົ້າຂອງຊັບສິນເຫຼົ່ານັ້ນບໍ່ສາມາດໃຫ້ເຫັນໂຕໄດ້ດ້ວຍເຫດຜົນບາງຢ່າງ. ໂຕໜັງຄ່ອຍໆ ເລົ່າແລະຄາຍປົມປິດສະໜາໄປເລື້ອຍໆ ພ້ອມທັງຄວາມຜູກພັນຂອງຮັກລະຕ່າງໄວທີ່ກໍ່ເກີດຂຶ້ນເທື່ອລະນ້ອຍ ບວກກັບຄວາມໄວ້ໃຈທີ່ຄ່ອຍໆ ເພີ່ມຂຶ້ນ ຈົນເປັນເຫດໃຫ້ສອງໂຕລະຄອນໄດ້ຮັກກັນ ແຕ່ຖ້າມັນຈົບງ່າຍໆແບບນັ້ນ ກໍຄົງຈະບໍ່ຕ້ອງເຮັດໜັງໃຫ້ເບິ່ງໃຫ້ເສຍເວລາ ແລະຈະເປັນແນວໃດ ກໍຂໍໃຫ້ໄປເບິ່ງກັນເອົາ ຖ້າໃຜມັກໜັງແນວ romantic mystery film ຮັບຮອງວ່າຖືກໃຈ!

ມັກຄຳເວົ້ານຶ່ງໃນໜັງວ່າ “Living with a woman is like taking part in an auction sale. You never know if yours will be the best offer.”

ຢ່າງໃດກໍຕາມ ເຖິງວ່າໜັງຈະດີຖືກໃຈຜູ່ຂຽນ ແຕ່ໃນແງ່ຂອງການທຳລາຍໄດ້ ແລະຄະແນນວິຈານແລ້ວ ຖືວ່າບໍ່ປະສົບຄວາມສຳເລັດປານໃດ. ໜ້າເສຍດາຍ.

画皮MV(周迅 陈坤版)

Posted on August 13, 2011, under ຮູບເງົາ.

ເບິ່ງໜັງນີ້ແລ້ວ ປະທັບໃຈ! Painted Skin

TMB Panyee FC Shortfilm

Posted on April 1, 2011, under ຮູບເງົາ.

So inspired!

IP MAN 2

Posted on April 20, 2010, under ຮູບເງົາ.

http://www.youtube.com/watch?v=CrhNQXX2XTg&feature=player_embedded

ໃກ້ເຂົ້າມາແລ້ວກັບໜັງ IP MAN ພາກ 2 ເຊິ່ງເຫດການຕໍ່ເນື່ອງມາຈາກ IP MAN ພາກທຳອິດ ເຫດການແມ່ນຫຼັງຈາກທີ່ທ່ານອາຈານຕ້ອງເດີນທາງເຂົ້າສູ່ເມືອງໃຫຍ່ ເປີດສຳນັກ ແລະເຈິກັບອຸປະສັກນານັບປະການ ຫວັງວ່າຈະໄດ້ເບິ່ງໄວໆ -.-‘

Lollipop Love Story

Posted on April 6, 2010, under ຮູບເງົາ.

ຕ້ອມສົ່ງມາໃຫ້ເບິ່ງ ຄັກດີ ມີຫຼາຍຕອນ ຫາກໍໄດ້ເບິ່ງແຕ່ 4 ຕອນ

http://www.youtube.com/watch?v=G9Tg8RyFI-8

http://www.youtube.com/watch?v=xTIjMqNjfPo

http://www.youtube.com/watch?v=Xr_IaZxMSGk

http://www.youtube.com/watch?v=KPwzOeskjys

ປ.ລ. ໄປໆ ມາໆ ບລັອກນີ້ໂພສແຕ່ຄລິບ YouTube O.o

edit: ຕອນທີ 5

ໂຮງໜັງລາວ

Posted on February 4, 2010, under ຮູບເງົາ.

ພໍດີໄປເຫັນ blog ນຶ່ງມາ ເພິ່ນຮວບຮວມເອົາບັນດາໂຮງໜັງເກົ່າໆ ໃນລາວແລະໃນບັນດາປະເທດໃນແຖບນີ້ ໜ້າສົນໃຈດີ

ວຽງຈະເລີນ

ສຽງສະຫວັນ

ວຽງສະໄໝ

ສົນໃຈໄປເບິ່ງເພີ່ມໄດ້ຈາກ http://seatheater.blogspot.com/search/label/Laos%20-%20Central

Iron Man 2

Posted on January 17, 2010, under ຮູບເງົາ.

http://www.youtube.com/watch?v=J6Olpjl_IrE

ໂຄສະນາຢ່າງເປັນທາງການອອກມາໃຫ້ເບິ່ງກັນແລ້ວ ຈາກໃນໂຄສະນາ ສັງເກດວ່າພະເອກຄົນເກົ່າ ແລະມີນາງເອກເກົ່າມານຳ ຫະຫະ ຄຶດວ່າຊິປ່ຽນຄົນລະ.

ສຳລັບ Iron man ພາກນີ້ເປັນພາກຕໍ່ຈາກກ່ອນໜ້ານີ້ເຊິ່ງອອກມາຕອນປີ 2008 ນັບເປັນພາກທີ 2 ຈາກທັງໝົດ 3 ພາກທີ່ວາງແຜນຈະເຮັດອອກມາ. Iron Man 2 ມີກຳນົດອອກສາຍແມ່ນເດືອນມິຖຸນາ 2010 ກໍຖ້າເບິ່ງກັນວ່າຈະເປັນແນວໃດ.

ຟົງຫວິ໋ນ ໒

Posted on December 21, 2009, under ຮູບເງົາ.

ບໍ່ຄຶດວ່າຊິມີພາກໃໝ່ ແຕ່ມັນກໍມີແລ້ວ!!!

(more…)

Paranormal Activity

Posted on December 2, 2009, under ຮູບເງົາ.

Paranormal Activity ເປັນໜັງສະຫຍອງຂວັນໃນຮູບແບບວິດີໂອທີ່ຖ່າຍກັນເອງ ຄອນເຊັບຄ້າຍໆ ພວກ Blair Witch Project ປະມານວ່າເປັນວິດີໂອທີ່ບັນທຶກເຫດການລີ້ລັບໄວ້… ການຕະຫຼາດຂອງໜັງນີ້ດີຫຼາຍ ເຖິງຂະໜາດທີ່ວ່າ ສາມາດເຮັດໃຫ້ໜັງທຶນສ້າງ $15,000 ນັ້ນ ສາມາດຂາຍໄດ້ໃນລາຄາ $300,000 (Paramount ຊື້ໄປ) ແລະສ້າງລາຍໄດ້ຮວມກວ່າ $100,000,000!!

ແຕ່ຢ່າງຂະໜາດນັ້ນເລີຍ ເມື່ອໄດ້ເບິ່ງແລ້ວ ເວົ້າໄດ້ແຕ່ວ່າ ມັນເສຍເວລາເບິ່ງອີ່ຫລີພີ່ນ້ອງ!!! ທັງປວດຮາກ ທັງເຈັບຫົວ ກັບມຸມກ້ອງແບບໃຊ້ມືຈັບກ້ອງໄປມາ ແລະເນື້ອຫາພາຍໃນເລື່ອງທີ່ຈຳເຈໄຣ້ສາລະໜ້າເບື່ອສຸດໆ … ທີ່ສຳຄັນ ບໍ່ໄດ້ສະຫຍອງຫຍັງເລີຍ = =’

(ຄລິກເບິງຮູບ Poster ດ້ານໃນ..)

(more…)