ໂຮງໜັງລາວ

ຂຽນເມື່ອ February 4, 2010, ໃນຫມວດ ຮູບເງົາ. (ອ່ານ 4,576 ຄັ້ງ)

ພໍດີໄປເຫັນ blog ນຶ່ງມາ ເພິ່ນຮວບຮວມເອົາບັນດາໂຮງໜັງເກົ່າໆ ໃນລາວແລະໃນບັນດາປະເທດໃນແຖບນີ້ ໜ້າສົນໃຈດີ

ວຽງຈະເລີນ

ສຽງສະຫວັນ

ວຽງສະໄໝ

ສົນໃຈໄປເບິ່ງເພີ່ມໄດ້ຈາກ http://seatheater.blogspot.com/search/label/Laos%20-%20Central

Tags: , , ,

Amazon Aff

ຂຽນເມື່ອ January 19, 2010, ໃນຫມວດ ອິນເຕີເນັດມາເກັດຕິງ. (ອ່ານ 1,723 ຄັ້ງ)

Amazon Affiliate

.. ໄດ້ມາແບບງົງໆ -*-

Tags: , ,

Iron Man 2

ຂຽນເມື່ອ January 17, 2010, ໃນຫມວດ ຮູບເງົາ. (ອ່ານ 1,845 ຄັ້ງ)

http://www.youtube.com/watch?v=J6Olpjl_IrE

ໂຄສະນາຢ່າງເປັນທາງການອອກມາໃຫ້ເບິ່ງກັນແລ້ວ ຈາກໃນໂຄສະນາ ສັງເກດວ່າພະເອກຄົນເກົ່າ ແລະມີນາງເອກເກົ່າມານຳ ຫະຫະ ຄຶດວ່າຊິປ່ຽນຄົນລະ.

ສຳລັບ Iron man ພາກນີ້ເປັນພາກຕໍ່ຈາກກ່ອນໜ້ານີ້ເຊິ່ງອອກມາຕອນປີ 2008 ນັບເປັນພາກທີ 2 ຈາກທັງໝົດ 3 ພາກທີ່ວາງແຜນຈະເຮັດອອກມາ. Iron Man 2 ມີກຳນົດອອກສາຍແມ່ນເດືອນມິຖຸນາ 2010 ກໍຖ້າເບິ່ງກັນວ່າຈະເປັນແນວໃດ.

Tags: , , ,

How to get connected to the Internet

ຂຽນເມື່ອ January 12, 2010, ໃນຫມວດ ຝອຍໃຫ້ຟັງ. (ອ່ານ 1,956 ຄັ້ງ)

ມັນຊ່າງເຂົ້າກັບສະຖານະການຕອນນີ້ດີແທ້ 🙂

ຈາກ Harold’s Planet ຜ່ານ pradt.net

Tags: , , ,

ບັນຫາປ່ວງໆ ຂອງລູກຄ້າຕ່າງປະເທດ

ຂຽນເມື່ອ December 23, 2009, ໃນຫມວດ ຮ້ານອາຫານ. (ອ່ານ 3,938 ຄັ້ງ)

ກ່ອນໜ້ານີ້ເຄີຍຂຽນບລັອກກ່ຽວກັບລູກຄ້າທີ່ມາສຽບໄຟຢູ່ຮ້ານໄປແດ່ແລ້ວ ມື້ນີ້ມາຂຽນເພີ່ມເຕີມ. ດັ່ງທີ່ຮູ້ກັນວ່າ ນັກທ່ອງທ່ຽວຊາວຕ່າງຊາດມັກຈະມີ Notebook ຫຼື Netbook ຫຼືອຸປະກອນຂະໜາດນ້ອຍທີ່ສາມາດເຊື່ອມຕໍ່ອິນເຕີເນັດໄດ້ຜ່ານທາງ WiFi ນຳສະເໝີ. ເມື່ອນັກທ່ອງທ່ຽວເຫຼົ່ານີ້ເຂົ້າມາຮ້ານ ກໍກາຍເປັນລູກຄ້າເຮົາໄປ ແລະບັນດາລູກຄ້າປະເພດນີ້ເອງທີ່ມັກມີຄວາມບໍ່ເຂົ້າໃຈ ຫຼືພະຍາຍາມຈະບໍ່ເຂົ້າໃຈ ຫຼືແມ່ນແຕ່ “ຝ່າຝືນ” ກົດລະບຽບຂອງຮ້ານ.

ໂດຍປົກກະຕິແລ້ວ ຮ້ານຈະໃຫ້ໃຊ້ WiFi ໄດ້ຟຣີໂດຍບໍ່ຄຶດຄ່າໃຊ້ຈ່າຍໃດໆ ແຕ່ມີຂໍ້ກຳນົດວ່າ ບໍ່ສາມາດສຽບສາຍໄຟ ເພື່ອໃຊ້ໄຟຈາກຮ້ານໄດ້ ຂໍ້ນີ້ມີລະບຸໃນປ້າຍດຽວກັບທີ່ລະບຸວ່າມີ WiFi ໃຫ້ໃຊ້ຟຣີນັ້ນລະ.

ບັນຫາກໍຄື ລູກຄ້າມັກຈະບໍ່ສົນໃຈກົດລະບຽບດັ່ງກ່າວ ບາງຄັ້ງກໍຊອກບ່ອນສຽບໄຟໂດຍບໍ່ສົນໃຈຫຍັງທັງໝົດ ຕໍ່ໃຫ້ມີສາຍໄຟສຽບຢູ່ແລ້ວ ເພິ່ນກໍຖອດອອກແລ້ວສຽບສາຍຂອງຕົນເອງໃສ່ແທນທີ່ ໂດຍບໍ່ຖາມທາງຮ້ານເລີຍຈັກຄຳ! ເມື່ອໄປແຈ້ງໃຫ້ຮູ້ວ່າບໍ່ອະນຸຍາດໃຫ້ໃຊ້ໄຟແລ້ວ ກໍມັກຈະຖືກບັນດາລູກຄ້າຈາກປະເທດທີ່ເອີ້ນກັນວ່າ “ພັດທະນາແລ້ວ” ຖາມກັບມາວ່າ “Why” ເຊິ່ງກໍອະທິບາຍໄປວ່າ ພວກເຮົາໃຫ້ບໍລິການຟຣີ WiFi ເປັນ value added ແຕ່ບໍ່ສາມາດເສຍຄ່າໃຊ້ຈ່າຍເພີ່ມເຕີມເພື່ອ “ຈ່າຍ” ຄ່າໄຟໃຫ້ລູກຄ້າໄດ້ອີກ.

ຢ່າງໃດກໍຕາມ ລູກຄ້າສ່ວນຫຼາຍມັກຈະບໍ່ພໍໃຈ ແລະບໍ່ພະຍາຍາມເຂົ້າໃຈ ໂດຍສະເພາະແມ່ນເຮັດໜ້າປະມານວ່າ “ກ…ລະເຊັງ” = =’

ເນື່ອງດ້ວຍວ່າ ບາງທີປ້າຍມັນອາດຈະບໍ່ເປັນທີ່ສົນໃຈພໍປານໃດໃຫ້ເຫັນຂໍ້ຄວາມວ່າ ບໍ່ອະນຸຍາດໃຫ້ໃຊ້ໄຟຈາກຮ້ານ ດັ່ງນັ້ນຈຶ່ງພິມຂໍ້ຫ້າມເປັນເຈ້ຍໂຕໜັງສືຂະໜາດພໍອ່ານໄດ້ໃນໄລຍະ 3 ແມັດວ່າ “DO NOT USE WITHOUT PERMISSION” ຕິດໃສ່ບ່ອນປລັກໄຟໄວ້ ເວລາເຂົາຈະສຽບກໍຈະໄດ້ອ່ານເຫັນງ່າຍໆ ພ້ອມວ່າບໍ່ໃຫ້ໃຊ້ໂດຍບໍ່ໄດ້ຮັບອະນຸຍາດ.

ອະນິດຈາ ໂລກນີ້ບໍ່ທ່ຽງແທ້! ເປັນດັ່ງທີ່ທ່ານຜູ່ອ່ານຄຶດໄວ້ນັ້ນລະ ລູກຄ້າກໍຍັງສຽບໄຟທັງໆ ທີ່ມີປ້າຍຕິດຢູ່ນັ້ນເອງ!

ລູກຄ້າບາງຄົນກໍແຄ້ນແຮງທີ່ບໍ່ສາມາດໃຊ້ໄຟຈາກຮ້ານໄດ້ ໂດຍອ້າງເຫດຜົນວ່າ ລາວໄດ້ມາກິນເບຍຢູ່ຮ້ານນີ້ ລາຄາແພງຫຼາຍ (ແກ້ວລະ 12,000 ກີບ) ເປັນຫຍັງສຽບໄຟເທົ່ານີ້ບໍ່ໃຫ້ສຽບ!?! ທາງຮ້ານກໍອະທິບາຍໃຫ້ຟັງ ແຕ່ແນວໃດທ່ານລູກຄ້າກໍຍັງບໍ່ພໍໃຈ ແລະຂູ່ວ່າຈະໄປໂພສໃນອິນເຕີເນັດ.

ຫຼາຍມື້ຜ່ານໄປ ຜູ່ຂຽນພົບວ່າ ລູກຄ້າຄົນດັ່ງກ່າວໄດ້ເຂົ້າໄປໂພສໃນເວັບໄຊກ່ຽວກັບການທ່ອງທ່ຽວແຫ່ງນຶ່ງ ໂດຍລະບຸວ່າຕົນເອງໄດ້ມາພັກທີ່ບ້ານພັກແຫ່ງນີ້ ແລະບໍ່ສາມາດໃຊ້ໄຟໄດ້ເນື່ອງຈາກທາງຮ້ານບໍ່ອະນຸຍາດ!! ເຊິ່ງຄວາມຈິງກໍຄື ລູກຄ້າຄົນດັ່ງກ່າວບໍ່ໄດ້ເປັນແຂກບ້ານພັກຂອງທາງຮ້ານ ເປັນພຽງລູກຄ້າຮ້ານອາຫານທີ່ມາກິນອາຫານເທົ່ານັ້ນເອງ.

ຂຽນມາກໍຍາວ ສະຫຼຸບແລ້ວ ເລື່ອງນີ້ໃຫ້ຂໍ້ຄຶດກໍຄື:

  • ອັນຂຶ້ນຊື່ວ່າ “ຝຣັ່ງ” ທີ່ບອວກ່າມັກເຮັດຕາມກົດລະບຽບ ເຂັ່ງຂັດນັ້ນ ບາງຄົນກໍບໍ່ເປັນແບບນັ້ນ ແຕ່ເປັນໃນທາງກົງກັນຂ້າງກັນ.
  • ແລະກໍ “ຝຣັ່ງ” ອີກນັ້ນລະ ທີ່ຂີ້ຕົວະເກັ່ງສຸດໆ 🙂
  • ມັນຈະເກີດຂຶ້ນແບບນີ້ອີກຍາວນານນນນນນນນ ຮະຮາ

ຈົບດີກວ່າເນາະ .. ສະບາຍດີ.

Tags: , ,

ຟົງຫວິ໋ນ ໒

ຂຽນເມື່ອ December 21, 2009, ໃນຫມວດ ຮູບເງົາ. (ອ່ານ 4,047 ຄັ້ງ)

ບໍ່ຄຶດວ່າຊິມີພາກໃໝ່ ແຕ່ມັນກໍມີແລ້ວ!!!

(more…)

Tags: , , , ,

Chrome Features

ຂຽນເມື່ອ December 14, 2009, ໃນຫມວດ ເທັກໂນໂລຢີ. (ອ່ານ 2,178 ຄັ້ງ)

Tags: , , ,

ມືຖືລ້ຳຍຸກ

ຂຽນເມື່ອ December 11, 2009, ໃນຫມວດ ໄອເດຍ. (ອ່ານ 2,246 ຄັ້ງ)

Tags: , ,

Paranormal Activity

ຂຽນເມື່ອ December 2, 2009, ໃນຫມວດ ຮູບເງົາ. (ອ່ານ 2,103 ຄັ້ງ)

Paranormal Activity ເປັນໜັງສະຫຍອງຂວັນໃນຮູບແບບວິດີໂອທີ່ຖ່າຍກັນເອງ ຄອນເຊັບຄ້າຍໆ ພວກ Blair Witch Project ປະມານວ່າເປັນວິດີໂອທີ່ບັນທຶກເຫດການລີ້ລັບໄວ້… ການຕະຫຼາດຂອງໜັງນີ້ດີຫຼາຍ ເຖິງຂະໜາດທີ່ວ່າ ສາມາດເຮັດໃຫ້ໜັງທຶນສ້າງ $15,000 ນັ້ນ ສາມາດຂາຍໄດ້ໃນລາຄາ $300,000 (Paramount ຊື້ໄປ) ແລະສ້າງລາຍໄດ້ຮວມກວ່າ $100,000,000!!

ແຕ່ຢ່າງຂະໜາດນັ້ນເລີຍ ເມື່ອໄດ້ເບິ່ງແລ້ວ ເວົ້າໄດ້ແຕ່ວ່າ ມັນເສຍເວລາເບິ່ງອີ່ຫລີພີ່ນ້ອງ!!! ທັງປວດຮາກ ທັງເຈັບຫົວ ກັບມຸມກ້ອງແບບໃຊ້ມືຈັບກ້ອງໄປມາ ແລະເນື້ອຫາພາຍໃນເລື່ອງທີ່ຈຳເຈໄຣ້ສາລະໜ້າເບື່ອສຸດໆ … ທີ່ສຳຄັນ ບໍ່ໄດ້ສະຫຍອງຫຍັງເລີຍ = =’

(ຄລິກເບິງຮູບ Poster ດ້ານໃນ..)

(more…)

Tags: , , , ,

Sony Cybershot TX1 TV Commercial “Firefly”

ຂຽນເມື່ອ November 5, 2009, ໃນຫມວດ ໄອເດຍ. (ອ່ານ 2,357 ຄັ້ງ)

ໄດ້ຍິນເພງນີ້ຈາກໂທລະທັດກ່ອນໜ້ານີ້ສອງສາມຄັ້ງ ແຕ່ຊອກບໍ່ເຫັນວ່າມັນແມ່ນເພງຫຍັງ .. ບັງເອີນມື້ນີ້ເບິ່ງ Discovery Channel ແລ້ວເຫັນເພງນີ້ອອກອີກ ກໍເລີຍໄປຊອກຕື່ມ ປາກົດວ່າ ມັນແມ່ນເພງສະເພາະສຳລັບໂຄສະນາຂອງກ້ອງ Cybershot ລຸ້ນ TX1 ຈາກ Sony…

When the twighlight sings,
its washed away, way by the sea
open up your eyes, believe the dream
You see how I feel,
that feeling something’s just not real
we are drifting through the stars
floating here to Mars
Believe the dream

ສາມາດໂຫຼດ ringtone ໄດ້ຈາກ http://tx1.sony-asia.com/ap/downloads/ringtone.zip

Tags: , , ,