ຄວາມຊວຍອັນປະເສີດ

ຂຽນເມື່ອ June 10, 2007, ໃນຫມວດ ຊີວິດ, ບ້ານເມືອງ, ຝອຍໃຫ້ຟັງ, ສັງຄົມ, ເທັກໂນໂລຢີ.

ມື້ວານນີ້ໄຟດັບ ດັບມັນກໍ່ດັບຫມົດມື້ ດັບແຕ່ເຊົ້າຈົນຄ່ຳ ພໍໄຟມັນດັບແລ້ວກໍ່ຍາກ ເພາະວ່າໃດ ໆ ກໍ່ລ້ວນແຕ່ຕ້ອງອາໄສໄຟຟ້າ ພໍມັນບໍ່ມີໄຟຟ້າໃຊ້ກໍ່ຍາກໄປຫມົດ ຄອມກໍ່ເປີດບໍ່ໄດ້ ໂທລະສັບທີ່ມັນໃຊ້ໄຟຟ້າກໍ່ໃຊ້ບໍ່ໄດ້ ມືຖືແບັດຫມົດກໍ່ສາກບໍ່ໄດ້ ຮ້ອນກໍ່ຕ້ອງວີເອົາ ຯລຯ

ວ່າຊິຕິດຕັ້ງກ້ອງວົງຈອນປິດ ແຕ່ວ່າຍັງບໍ່ມີສາຍ ກ້ອງມັນມີ 8 ຕົວ ຕ້ອງຕິດຕັ້ງອ້ອມ ໆ ສະຖານທີ່ ລາກສາຍໄປມາ ຫນ້າຈະໃຊ້ຄວາມຍາວປະມານ 50 ແມັດ ແຕ່ວ່າໂທຖາມຢູ່ວຽງແລ້ວເພິ່ນບໍ່ວ່າ ສາຍ AV ຂະຫນາດ 2 ແມັດລາຄາ 15,000 ກີບ!! ຄິດມາແລ້ວຫນັກໃຈ ດ້ານສາຍສອງແມັດຍັງ 15 ພັນແລ້ວ ເອົາເປັນ 50 ແມັດຊິປານໃດ

ອືມ ບາງທີຕ້ອງປ່ຽນໃຊ້ສາຍ Cable ເອົາ ແຕ່ວ່າຖ້າໃຊ້ Cable ມັນຕ້ອງປ່ຽນຫົວແຈັກພ້ອມ ຕ້ອງລອງໂທໄປຖາມຢູ່ທ່າສະເດັດກ່ອນວ່າເຂົາມີຫົວແຈັກແບບ Cable ບໍ່

ຂຽນຄຳເຫັນ

*

code