ອຸດົມໄປດ້ວຍວິຕາມິນແລະແປ້ງນົວ >_

ຂຽນເມື່ອ April 29, 2007, ໃນຫມວດ ບ້ານເມືອງ, ຝອຍໃຫ້ຟັງ.

ຕອນເຊົ້າໄປຮັບຟ່າງ ແລ້ວກໍ່ໄປເລາະເບິ່ງວ່າມີຫຍັງກິນບໍ່ ເລາະໄປເລາະມາ ຕອນນັ້ນປະມານ 7 ໂມງເກືອບເຄິ່ງລະ ແຕ່ວ່າ ຍັງບໍ່ມີຮ້ານໃດເປີດເທື່ອ (ຫລວງພະບາງ) ໄປ ໆ​ ມາ ໆ ເລີຍກາຍໄປຮ້ານເຂົ້າປຽກເຂົ້າ ຢູ່ໃກ້ ໆ ກັບທະນາຄານພັດທະນາລາວ ກໍ່ໄປນັ່ງກິນ ທຳອິດກໍ່ລືມມມມມມມມມມມມມ ກິນໄປຈົນຫມົດ ແລ້ວກໍ່ກັບ

ພໍກັບຮອດຮ້ານ ຮູ້ສຶກເພຍ ໆ ນັ່ງໄປນັ່ງມາ ຈຶ່ງຄິດອອກວ່າ ອໍ້….!!!! ຮ້ານອັນນີ້ມັນໃສ່ແປ້ງນົວເກີນຂະໜາດແລ້ວ 555+ ເວນກຳເອີ້ຍ ຮູ້ຊີ້ບໍ່ໄປກິນຂອງມັນດີກວ່າ ເຊັງຈິດ -*-

ຟ່າງໄປນຳກໍ່ຄືຊິເມື່ອຍ ໆ ຄືກັນ ບໍ່ເຂົ້າໃຈວ່າເຂົາຊິໃສ່ຫລາຍໄປເຮັດຫຍັງ ບ້ານເຮົານິຍົມກິນແປ້ງນົວ ເຮັດຫຍັງກໍ່ຕ້ອງໃສ່ແປ້ງນົວ ຄົນບ້ານອື່ນເມືອງອື່ນມາ ເຂົາບໍ່ກິນແປ້ງນົວ ມາເຈີະກັບອາຫານບ້ານເຮົາລະເຊົາຢາກເລີຍ 555

ເຄີຍມີຄົນໄທມາ ພີ່ເຈບ ກັບພີ່ຕັ້ມ ມາ ເພິ່ນວ່າ ເມືອງລາວໃສ່ແປ້ງນົວເກີນຂະໜາດ ເຊິ່ງຟັງແລ້ວກໍ່ແທ້ ເພາະວ່າ ຕອນກິນອາດຈະດີ ແຕ່ວ່າ ຫລັງຈາກກິນແລ້ວ ມັນບໍ່ດີ ບາງຄົນມີອາການບໍ່ຖືກກັບແປ້ງນົວເຖິງຂະໜາດວ່າ ກິນແລ້ວບໍ່ມີແຮງ ຫຼືເປັນອຳມະພາດຊົ່ວຄາວເລີຍກໍ່ມີ ບາງຄົນກໍ່ກິນແລ້ວເຈັບເສັ້ນ ແມ່ນຫຍັງກໍ່ວ່າກັນໄປ ແລ້ວແຕ່ຄົນ

ໂພສຕ໌ນີ້ຈົ່ມລູກດຽວ 😛

Technorati Tags: ແປ້ງນົວ, ຜົງຊູລົດ, ผงชูรส, au8ust, realme, ເຂົ້າປຽກເຂົ້າ

ມີຄົນຂຽນຄຳເຫັນ ໑ ຄົນ to "ອຸດົມໄປດ້ວຍວິຕາມິນແລະແປ້ງນົວ >_"

gravatar

Microsoft Office 2007 & OpenOffice 2.2 | au8ust’s tech channel  on May 1, 2007

[…] (ອ່ານໄດ້ໃນ *real me) ກໍ່ມາເປີດອ່ານ Feeds ເຫັນມີ feed ໃນ ZDNet Blog […]

ຂຽນຄຳເຫັນ

*

code