Post archive for ‘ຄວາມຮັກ’
ຄຳຕອບຂອງຄຳຖາມທີ່ຟັງແລ້ວຍິ້ມ ^-^
ໄດ້ມີໂອກາດສົນທະນາກັບຄົນ ໆ ໜຶ່ງ ລາວເປັນຜູ້ຊາຍ… ທີ່ມັກຜູ້ຊາຍນຳກັນ
ນ : ທ ບໍ່ມາຫຼວງພະບາງນຳອ້າຍ ຕ ຫວາ?
ທ : ເຫີະ ໆ ບໍ່ດີກວ່າ ເບິ່ງລາວຄືຊິບໍ່ມັກລົມກັບເຮົາເທົ່າໃດ
ນ : ອ້າວ ຫວາ… ອື…
ທ : ກໍ່ບໍ່ຮູ້ຄືກັນ ເຫັນລາວມິດ ໆ ໄປ
ນ : ເປັນຫຍັງ ທ ມັກຜູ້ຊາຍລະ? ສົງໄສ ໆ
ທ : ແລ້ວເປັນຫຍັງ ນ ມັກຜູ້ຍິງລະ?
ນ : …
…ຮັກ…
“ຄວາມຮັກຄືການໃຫ້ອະໄພ”
ຄືນ້ຳເຜິ້ງ ຄືນ້ຳຕາ ຄືຢາຜິດຄືຢາດນ້ຳອຳມະລິດອັນຊື່ນຊຸ່ມ ຄືເກສອນ ຄືດອກໄມ້ ຄືໄຟລຸມຄືຄວາມກຸ້ມ ຄືຄວາມຝັນ
ນັ້ນແຫລະ“ຮັກ”
ຈະຢູ່ຄຽງຂ້າງກັນໄປຈົນວັນສຸດທ້າຍ ຂອງລົມຫາຍໃຈ
ຮູ້ດີວ່າເສັ້ນທາງຂ້າງຫນ້ານີ້ຕ້ອງລຳບາກທຸກຍາກ ແຕ່ກໍ່ຈະເດີນໄປ ບໍ່ຍອມຖອຍຫລັງເດັດຂາດ
ສັ້ນ ໆ ແຕ່ໄດ້ໃຈຄວາມ ^_^
ຄວາມລັບກັບຄວາມຮັກ
ຄວາມລັບ…ໄດ້ຍິນວ່າມັກເປັນສີດຳ
ຄວາມຮັກ…ຈື່ໄດ້ວ່າເປັນສີຊົມພູ
ຄວາມລັບ…ຕ້ອງກະຊິບຂ້າງ ໆ ຫູ
ຄວາມຮັກ…ອາດຮັບຮູ້ໄດ້ດ້ວຍໃຈ
ຄວາມລັບ…ຕ້ອງມີການວາງແຜນ
ຄວາມຮັກ…ຈະຈັກຫມື່ນແສນກໍ່ຍັງຍິ່ງໃຫຍ່
ຄວາມລັບ…ຖ້າບອກຈະບໍ່ລັບອີກຕໍ່ໄປ
ຄວາມຮັກ…ໄດ້ຟັງເມື່ອໃດກໍ່ຍັງຄົງງົດງາມ
ຄວາມລັບ…ຟັງແລ້ວອາດສົງໄສ
ຄວາມຮັກ…ມັກບໍ່ຕ້ອງມີຄຳຖາມ
ຄວາມລັບ…ຕ້ອງເກັບໄວ້ໃຫ້ດີຄືນິຍາມ
ຄວາມຮັກ…ອາດບໍ່ຕ້ອງໃຫ້ຄຳຈຳກັດຄວາມມາປະປົນ
ຄວາມລັບ…ຈະບໍ່ບອກໃຫ້ໃຜຮູ້
ຄວາມຮັກ…ຢາກໃຫ້ໄດ້ຟັງຢູ່…ກໍ່ສຸກລົ້ນ
ຄວາມລັບ…ເຂົ້າໄປຫລາຍຈະວົກວົນ
ຄວາມຮັກ…ພຽງຢູ່ໃນໃຈໃຜຈັກຄົນ…ກໍ່ພຽງພໍ
