ຖ້າຂ້ອຍຍ້ອນເວລາກັບໄປໄດ້

ຂຽນເມື່ອ November 26, 2013, ໃນຫມວດ ຄວາມຮັກ.

ຂ້ອຍຈະບໍ່ເອົາແຕ່ໃຈ
ຂ້ອຍຈະບໍ່ບັງຄັບເຈົ້າ
ຂ້ອຍຈະບໍ່ຫ້າມເຈົ້າເຮັດໃນສິ່ງທີ່ເຈົ້າຮັກ
ຂ້ອຍຈະບໍ່ເຮັດໃຫ້ເຈົ້າເສຍໃຈ
ຂ້ອຍຈະບໍ່ລືມວ່າເຈົ້າຮັກຂ້ອຍເທົ່າໃດ
ຂ້ອຍຈະເອົາໃຈເຈົ້າມາໃສ່ໃຈຂ້ອຍ
ຂ້ອຍຈະເຂົ້າໃຈເຈົ້າໃຫ້ຫຼາຍໆ
ຂ້ອຍຈະສະໜັບສະໜຸນເຈົ້າໃຫ້ເຮັດໃນສິ່ງທີ່ເຈົ້າຮັກ
ຂ້ອຍຈະບອກຮັກເຈົ້າທຸກໆມື້
ຂ້ອຍຈະເຮັດດີນຳເຈົ້າທຸກໆລົມຫາຍໃຈ
ຂ້ອຍຈະຖະໜອມເຈົ້າໃຫ້ດີທີ່ສຸດ

ຂຽນຄຳເຫັນ

*

code