ນັບເປັນໂພສທີ່ຕ້ອງຂຽນໃຫ້ໄດ້ ເພາະເປັນບາດກ້າວອັນສຳຄັນໃຫຍ່ຫຼວງຂອງພາສາລາວໃນອິນເຕີເນັດ!
ໃນທີ່ສຸດພາສາລາວກໍສາມາດຕັດຄຳໄດ້ແລ້ວ ໂດຍໃນ Chrome ເວີຊັນ 38 ຂຶ້ນໄປ ທັງໃນ Desktop ແລະ Android ສາມາດຕັດຄຳ ຫຼືທີ່ເອີ້ນວ່າ word break ໄດ້ແລ້ວ ສະນັ້ນເວລາທີ່ເຮົາພິມຫຍັງຍາວໆຕິດໆກັນໂດຍບໍ່ຍະຫວ່າງ ລະບົບກໍຈະຕັດຄຳລົງແຖວໃຫ້ຢ່າງຖືກຕ້ອງ ບໍ່ຈຳເປັນຕ້ອງກົດ enter ລົງແຖວ ຫຼືຍະຫວ່າງອີກຕໍ່ໄປ (ແຕ່ເຖິງແນວໃດກໍຕ້ອງກົດແດ່ເພື່ອໃຫ້ຖືກຕາມຫຼັກໄວຍະກອນ)
ພັດທະນາການໃນຄັ້ງນີ້ຖືວ່າເປັນກ້າວສຳຄັນຫຼາຍ ເພາະຕະຫຼອດໄລຍະເວລານັບສິບປີທີ່ຜ່ານມາບໍ່ເຄີຍມີມາກ່ອນ. ທີ່ຜ່ານມາແມ່ນຕ້ອງອາໄສລະບົບ Zero Width Space Key (ZWSP) ໃນການລະບຸວ່າປະໂຫຍກໃດນຶ່ງນັ້ນມີຈັກຄຳ ແລ້ວໃສ່ສັນຍາລັກທີ່ເບິ່ງບໍ່ເຫັນເຂົ້າໄປເພື່ອລະບຸວ່າຄຳໃດແຍກອອກຈາກຄຳໃດ ເຊິ່ງເຮັດໄດ້ສະເພາະໃນ Lao Script for Windows.
ຢ່າງໃດກໍດີ ຕອນນີ້ໃຊ້ໄດ້ສະເພາະໃນ Chrome ເທົ່ານັ້ນ ອະນາຄົດບໍ່ຮູ້ວ່າ Firefox, IE ແລະໂປຣແກຣມທ່ອງເວັບອື່ນໆຈະໃຊ້ໄດ້ບໍ່ ແລະຕ້ອງຖ້າຮອດຕອນໃດ.
ເບິ່ງຈັກເທື່ອກໍມະຫັດສະຈັນ ເຂົາໜ້າຈະເຮັດເປັນໜັງ -“-
ເວລາ Export ໄຟລ໌ວິດີໂອມາຈາກ Premiere ຫາກວ່າ Export ເປັນ H.264 ມັກຈະເຈິບັນຫານຶ່ງກໍຄື gamma shift ຫຼື washed out ເປັນບັນຫາທີ່ເຮັດໃຫ້ສີສັນ ແລະ contrast ໃນວິດີໂອນັ້ນ ຕ່ຳກວ່າຕົ້ນສະບັບ
ຫຼັງຈາກທີ່ໃຊ້ເວລາຊອກຫາທາງແກ້ໄຂດົນນານ ກໍພົບວ່າ ເປັນສະເພາະກັບຄົນທີ່ໃຊ້ກາດຈໍ NVIDIA ໂດຍໃນ VLC ສາມາດແກ້ໄດ້ຕາມວິທີໃນ http://wiki.videolan.org/VSG:Video:Color_nVidia
ສ່ວນໃນ QuickTime ກໍພົບບັນຫາດຽວກັນ ແກ້ໄຂໄດ້ຕາມ http://www.videocopilot.net/blog/2008/06/fix-quicktime-gamma-shift/
ພໍດີຊິອັບຣອມໃໝ່ ກໍເລີຍມາຈົດປະໄວ້ວ່າໃຊ້ຫຍັງແດ່
Adobe Reader
Barcode Scanner
Business Calendar
ConvertPad
CWM
Dolphin Browser HD
eBay
Emulator ROMs
Facebook
File Expert
FlightBoard
Foursquare
GPS Tracker
How to Tie a Tie
Hybrid Stopwatch
InkPad
Kitchen Timer
Memory Trainer
Nesoid
Photoshop
Pixlr-o-matic
RealCalc
Root Explorer
Shazam
Sketch n Draw
Skype
SMS Backup & Restore
Tiger NES
Titanium Backup
Torch
TubeMate
Twitter
UlysseSpeed
Wifi Analyzer
Posts navigation
my life, thoughts, ideas, and random stuff… since 2007