Archive for 'ພັນລາວ'

ຍ້າຍເຊີບເວີ + ອັບເດດພັນລາວ ແລະ ເວັບໄຊອື່ນໆໃນເຄືອ

Posted on May 3, 2020, under ພັນລາວ.

ບໍ່ໜ້າເຊື່ອວ່າມັນຈະຜ່ານມາແລ້ວເກືອບ 13 ປີກັບເວັບໄຊພັນລາວ ນັບວ່າເປັນການເດີນທາງທີ່ຍາວນານ ແລະ ຍັງບໍ່ມີທີ່ສຸດສິ້ນງ່າຍໆ ໃນຂະນະທີ່ເວັບໄຊລາວອື່ນໆໃນຍຸກດຽວກັນຕ່າງກໍລົ້ມຫາຍຕາຍຈາກກັນໄປຫຼາຍເວັບ ສິ່ງດຽວທີ່ຍັງຄົງເຮັດໃຫ້ພັນລາວຢູ່ມາໄດ້ຮອດທຸກມື້ນີ້ແມ່ນຄວາມເສຍດາຍທີ່ຈະເຫັນມັນຈາກໄປພຽງເພາະທຸກຄົນໄປໃຊ້ Facebook ນັ້ນເອງ 555.

ຕອນຊ່ວງຕົ້ນເດືອນເມສາທີ່ຜ່ານມາ ເປັນໄລຍະທີ່ COVID-19 ກຳລັງລະບາດໄປທົ່ວທຸກສາລະທິດ ເຮັດໃຫ້ຫຼາຍຄົນເກີດພາວະຝືດເຄືອງທາງການເງິນຢ່າງບໍ່ສາມາດຫຼີກເວັ້ນໄດ້. ເບິ່ງແລ້ວຄ່າໃຊ້ຈ່າຍເຊີບເວີຖືວ່າໜັກໜາເອົາການ ເພາະຕ້ອງຈ່າຍເດືອນລະ $155 ແລະ ເປັນແບບນັ້ນມາຫຼາຍປີແລ້ວ. ກໍເລີຍມາຄິດວ່າເຮັດແນວໃດດີ ແລ້ວກໍຄິດອອກວ່າໜ້າຈະຕ້ອງຍ້າຍເຊີບເວີຈາກທີ່ເປັນ dedicated ໄປໃຊ້ VPS ແທນ ເພາະຕອນນີ້ເວັບໄຊໃນເຄືອກໍເຫຼືອໜ້ອຍຫຼາຍ ແລະ ອາດຈະຍົກເລີກ PunlaoHosting.com ໄປໃນອີກບໍ່ດົນ. ດັ່ງນັ້ນພາລະໃນການໃຊ້ເຊີບເວີກໍຄົງບໍ່ຫຼາຍຄືແຕ່ເກົ່າ. ຈຶ່ງຕັດສິນໃຈຍ້າຍໄປໃຊ້ VPS ເຮັດໃຫ້ຄ່າໃຊ້ຈ່າຍແຕ່ລະເດືອນບໍ່ຮອດ $90 (ຈື່ຕົວເລກແທ້ບໍ່ໄດ້). ກໍຖືວ່າຊ່ວຍໄດ້ຫຼາຍ.

ສຳລັບຕອນນີ້ກໍຕ້ອງຈັດການອັບເດດເວັບໄຊເກົ່າໆ ໃຫ້ມັນກັບມາໃຊ້ໄດ້ຄືນ. ຕອນນີ້ກຳລັງອັບເດດ Punlao.com ຢູ່:

  • ແກ້ໄຂການສະກົດຄຳ ເຊັ່ນ: ຄຳວ່າ ຜູ່ ແກ້ເປັນ ຜູ້, ອີເມລ ແກ້ເປັນ ອີເມວ ເປັນຕົ້ນ.
  • ອັບເດດລິ້ງເວັບໄຊທີ່ບໍ່ມີແລ້ວ ເຊັ່ນ: ລຶບເວັບໄຊ umc.la ອອກ.
  • ອັບເດດການຕັ້ງຄ່າບາງຢ່າງ.
  • ຕິດຕັ້ງ SSL (ຕິດຕັ້ງແລ້ວແຕ່ຍັງໃຊ້ໄດ້ບໍ່ສົມບູນ)
  • ອັບເດດເພກ Punlao.com ໃນ Facebook

ຄິດວ່າຄົງຕ້ອງໃຊ້ເວລາອີກໄລຍະໜຶ່ງສຳລັບການປັບປຸງສ່ວນອື່ນໆ ແຕ່ພາລະກິດຫຼັກແມ່ນໃຫ້ແນ່ໃຈວ່າຈະຍັງສາມາດເຮັດວຽໄດ້ຕໍ່ໄປ.

ນອກຈາກພັນລາວ ກໍຍັງມີ LaoDictionary.net ທີ່ຍັງໃຊ້ໄດ້ຢູ່. ມີແຜນວ່າຢາກ OCR ຂໍ້ມູນຈາກວັດຈະນານຸກົມສະບັບມະຫາສິລາໃຫ້ເປັນໄຟລ໌ດິຈິຕອນ. ຈາກນັ້ນຄ່ອຍຊອກຄົນມາຊ່ວຍກັນສຳເນົາ/ວາງຂໍ້ມູນໃສ່ໃນ Glossword ເຊິ່ງເປັນ CMS ທີ່ໃຊ້ໃນເວັບ LaoDictionary.net ໃຫ້ສົມບູນ ເພາະເຮັດຄ້າງໄວ້ມາດົນແລ້ວ.

ເອົາລະ, ໄວ້ຄ່ອຍວ່າກັນໃໝ່.

ບໍ່ຕ້ອງມີກົດລະບຽບກໍໄດ້?

Posted on December 23, 2013, under ພັນລາວ.

fb

 

ພໍດີມີໂພສນຶ່ງໃນ Facebook ຕາມຂ້າງເທິງ

ເອົາແທ້ໆ ໂດຍສ່ວນໂຕແລ້ວ ບໍ່ຄິດວ່າການເຮັດເວັບທີ່ບໍ່ມີກົດລະບຽບ ບໍ່ມີການວາງນະໂຍບາຍການນຳໃຊ້ທີ່ດີ ມັນຈະເປັນເລື່ອງດີ ຫຼືຍືນຍາວຫຍັງ. ຄືໃນແງ່ຂອງການບໍລິຫານແລ້ວ ການທີ່ເຮັດເວັບເປັນເວັບເສລີ ແນ່ນອນລະ ມັນມີຄົນເຮັດ ກໍເຊັ່ນແບບເວັບບອດມະຫາສານ ຫຼື ແບບອິນລາວ ທີ່ສຸດທ້າຍແລ້ວມີແຕ່ກະທູ້ດ່າກັນ ໃສ່ຮ້າຍປ້າຍສີ ໂດຍບໍ່ມີໃຜມາເບິ່ງຄວາມເປັນລະບຽບຮຽບຮ້ອຍ ອີກທັງມີການປອມໂຕມາໂພສ ສາລະພັດຢ່າງ. ແລ້ວມັນດີແນວໃດ? ອາດຈະດີສຳລັບຄົນທີ່ຕ້ອງການຄວາມວຸ້ນວາຍ…

ຖ້າບໍ່ເຂົ້າຂ້າງໂຕເອງ ເຊື່ອວ່າ ພັນລາວມັນບໍ່ມີຄົນເຂົ້າຍ້ອນວ່າ:

  • ຄົນຍ້າຍໄປ Facebook ໝົດ ເຊິ່ງກໍບໍ່ແມ່ນພັນລາວດອກ ເວັບອື່ນໆ ເຊັ່ນ Laozaa, Mahasan, Samakomlao ຫຼືເວັບໃນຍຸກດຽວກັນກໍໄດ້ຮັບຜົນກະທົບ
  • ເວັບເຂົ້າຊ້າຫຼາຍ ໃນໄລຍະຫຼັງ ຫຼືຈະເວົ້າອີກຢ່າງ ຕັ້ງແຕ່ຕົ້ນມາ ລະບົບພັນລາວມີບັນຫາຫຼາຍ ຫຼາຍຄັ້ງມັນກໍເຮັດໃຫ້ Server ດັບ ບໍ່ຕອບສະໜອງ ເຂົ້າຫຼາຍເທື່ອບໍ່ໄດ້ ຄົນກໍບໍ່ຢາກເຂົ້າ
  • ບໍ່ມີຫຍັງໜ້າສົນໃຈ ແຕ່ກ່ອນມີຄົນເຂົ້າ ເພາະຕອນນັ້ນບໍ່ມີຫຍັງໃນອິນເຕີເນັດຫຼາຍເທື່ອ ແຕ່ຕອນນີ້ເນື້ອຫາສ່ວນໃຫຍ່ໄປໂຮມກັນໃນ Facebook​ ຕອບສະໜອງໂຈດຜູ່ໃຊ້ໄດ້ຫຼາຍກວ່າ ເວັບອື່ນໆ ຄົນກໍໜ້ອຍລົງເປັນປົກກະຕິ ເຊິ່ງພວກເວັບຂ່າວຕ່າງໆ ໃນລາວກໍໄດ້ຮັບຜົນກະທົບເຊັ່ນກັນ
  • ມັກເປີດໆປິດໆເວັບ ຍອມຮັບວ່າຫຼາຍເທື່ອ ມັກເປີດ ມັກປິດ ໂດຍບໍ່ແຈ້ງລ່ວງໜ້າ ບາງທີກໍອັບເກຣດເວັບ ແລ້ວ roll back​ ໂດຍບໍ່ບອກຜູ່ໃຊ້ ກໍເຫັນໃຈແຫລະ ຄົນເຂົ້າມາບໍ່ໄດ້ ດຽວໄດ້ ດຽວບໍ່ໄດ້ ໃຜຊິຢາກເຂົ້າ

ສຳລັບຕອນນີ້ກໍຕັ້ງໃຈວ່າ ຈະປັບປຸງໃນສ່ວນຂອງເພງໃຫ້ດີຂຶ້ນ ແຕ່ມັນຈະເປັນແນວໃດ ກໍຖ້າເບິ່ງກັນໄດ້ຫຼັງປີໃໝ່ໃນພັນລາວ 🙂

ຍຸບພັນລາວ

Posted on October 27, 2008, under ພັນລາວ.

ຖ້າມື້ໃດໝີເຊົາມັກເກມ FPS, ບູ້ເຊົາຫຼິ້ນ 3ds max, ອາລຸນເຊົານິຍົມ security, ໂອ້ດໝົດຮັກທີ່ມີຕໍ່ທິບ, ແອເສື່ອມຄວາມຫຼົງກັບການແຕ້ມ, ທິບໝົດສັດທາໃນ OpenSource, ເບີດເຊົາຮັກສາວແວ່ນ ແລະໂຍເຊົາຈີບມີ່ ມື້ນັ້ນນິນນີ່ຈະຍຸບພັນລາວ