Tag Archives: ພັນລາວ

Punlao.com ໃນປີ 2026

ຫຼັງຈາກທີ່ປິດໄປເກືອບ 1 ປີເຕັມເນື່ອງຈາກຕອນນັ້ນຕັດສິນໃຈຍົກເລີກການເຊົ່າ dedicated server ເພາະຄ່າໃຊ້ຈ່າຍສູງ ແລະຈ່າຍມາຕະຫຼອດ 15+ ປີ (ໜ້າຈະໝົດໄປປະມານ $20,000~) ແລ້ວທາງຜູ້ໃຫ້ບໍລິການກໍຈະເພີ່ມຄ່າເຊົ່າ ກໍເລີຍຍ້າຍຂໍ້ມູນໄປຢູ່ VPS ແທນ ເພາະບໍ່ຄ່ອຍມີຄົນເຂົ້າແລ້ວ ບໍ່ໄດ້ໃຊ້ຊັບພະຍາກອນຫຼາຍ

ບັນຫາກໍຄື ຂໍ້ມູນໃນເຊີບເວີເກົ່າມັນເກົ່າຫຼາຍ ແລະທຸກຢ່າງເກົ່າຈົນບໍ່ສາມາດໃຊ້ໃນ VPS ໃໝ່ໄດ້ ຈົນຕ້ອງປິດປັບປຸງ ແຕ່ກໍໃຊ້ເວລາແກ້ໄຂຫຼາຍຢ່າງ ຫຼາຍຮອບ ຫຼາຍວິທີ ແຕ່ກໍບໍ່ສຳເລັດ ຈົນໃນທີ່ສຸດກໍໃຊ້ວິທີທີ່ຄິດວ່າໜ້າຈະງ່າຍທີ່ສຸດ ໂດຍຮັບຄວາມຊ່ວຍເຫຼືອຈາກ Fino ກໍເລີຍກັບມາໃຊ້ໄດ້ໃນເບື້ອງຕົ້ນ

ຈາກນັ້ນກໍໃຊ້ເວລາອີກໄລຍະໜຶ່ງໃນການແກ້ໄຂສ່ວນຕ່າງໆ ໃຫ້ກັບມາ ບໍ່ວ່າຈະເປັນລະບົບເວັບບອດ, ລະບົບລັອກອິນ, ລະບົບອີເມວ, char-encoding, SSL, ໄປຈົນຮອດ timezone ແລະໃນທີ່ສຸດ ຕອນນີ້ພັນລາວກໍກັບມາເປີດໃຫ້ບໍລິການອີກຄັ້ງ ແລະປີນີ້ຈະເປັນປີທີ່ 19 ຂອງເວັບໄຊນີ້

ໃນອະນາຄົດ ຄິດວ່າກໍຈະເກັບຂໍ້ມູນໄວ້ແບບນີ້ໄປເລື້ອຍໆ ເປັນ archive ໃຫ້ຄົນຮຸ່ນຫຼັງໄດ້ເບິ່ງຄວາມຊົງຈຳຂອງຫຼາຍໆ ຄົນ ແລະຫວັງວ່າຈະສາມາດເຂົ້າໄດ້ໄປອີກຫຼາຍໆ ປີນັບຈາກນີ້

ໃຜຍັງບໍ່ເຄີຍເຂົ້າ ຫຼືຢາກກັບໄປເບິ່ງຄວາມຊົງຈຳ ເຂົ້າໄປໄດ້ເລີຍ Punlao.com

ບໍ່ຕ້ອງມີກົດລະບຽບກໍໄດ້?

fb

 

ພໍດີມີໂພສນຶ່ງໃນ Facebook ຕາມຂ້າງເທິງ

ເອົາແທ້ໆ ໂດຍສ່ວນໂຕແລ້ວ ບໍ່ຄິດວ່າການເຮັດເວັບທີ່ບໍ່ມີກົດລະບຽບ ບໍ່ມີການວາງນະໂຍບາຍການນຳໃຊ້ທີ່ດີ ມັນຈະເປັນເລື່ອງດີ ຫຼືຍືນຍາວຫຍັງ. ຄືໃນແງ່ຂອງການບໍລິຫານແລ້ວ ການທີ່ເຮັດເວັບເປັນເວັບເສລີ ແນ່ນອນລະ ມັນມີຄົນເຮັດ ກໍເຊັ່ນແບບເວັບບອດມະຫາສານ ຫຼື ແບບອິນລາວ ທີ່ສຸດທ້າຍແລ້ວມີແຕ່ກະທູ້ດ່າກັນ ໃສ່ຮ້າຍປ້າຍສີ ໂດຍບໍ່ມີໃຜມາເບິ່ງຄວາມເປັນລະບຽບຮຽບຮ້ອຍ ອີກທັງມີການປອມໂຕມາໂພສ ສາລະພັດຢ່າງ. ແລ້ວມັນດີແນວໃດ? ອາດຈະດີສຳລັບຄົນທີ່ຕ້ອງການຄວາມວຸ້ນວາຍ…

ຖ້າບໍ່ເຂົ້າຂ້າງໂຕເອງ ເຊື່ອວ່າ ພັນລາວມັນບໍ່ມີຄົນເຂົ້າຍ້ອນວ່າ:

  • ຄົນຍ້າຍໄປ Facebook ໝົດ ເຊິ່ງກໍບໍ່ແມ່ນພັນລາວດອກ ເວັບອື່ນໆ ເຊັ່ນ Laozaa, Mahasan, Samakomlao ຫຼືເວັບໃນຍຸກດຽວກັນກໍໄດ້ຮັບຜົນກະທົບ
  • ເວັບເຂົ້າຊ້າຫຼາຍ ໃນໄລຍະຫຼັງ ຫຼືຈະເວົ້າອີກຢ່າງ ຕັ້ງແຕ່ຕົ້ນມາ ລະບົບພັນລາວມີບັນຫາຫຼາຍ ຫຼາຍຄັ້ງມັນກໍເຮັດໃຫ້ Server ດັບ ບໍ່ຕອບສະໜອງ ເຂົ້າຫຼາຍເທື່ອບໍ່ໄດ້ ຄົນກໍບໍ່ຢາກເຂົ້າ
  • ບໍ່ມີຫຍັງໜ້າສົນໃຈ ແຕ່ກ່ອນມີຄົນເຂົ້າ ເພາະຕອນນັ້ນບໍ່ມີຫຍັງໃນອິນເຕີເນັດຫຼາຍເທື່ອ ແຕ່ຕອນນີ້ເນື້ອຫາສ່ວນໃຫຍ່ໄປໂຮມກັນໃນ Facebook​ ຕອບສະໜອງໂຈດຜູ່ໃຊ້ໄດ້ຫຼາຍກວ່າ ເວັບອື່ນໆ ຄົນກໍໜ້ອຍລົງເປັນປົກກະຕິ ເຊິ່ງພວກເວັບຂ່າວຕ່າງໆ ໃນລາວກໍໄດ້ຮັບຜົນກະທົບເຊັ່ນກັນ
  • ມັກເປີດໆປິດໆເວັບ ຍອມຮັບວ່າຫຼາຍເທື່ອ ມັກເປີດ ມັກປິດ ໂດຍບໍ່ແຈ້ງລ່ວງໜ້າ ບາງທີກໍອັບເກຣດເວັບ ແລ້ວ roll back​ ໂດຍບໍ່ບອກຜູ່ໃຊ້ ກໍເຫັນໃຈແຫລະ ຄົນເຂົ້າມາບໍ່ໄດ້ ດຽວໄດ້ ດຽວບໍ່ໄດ້ ໃຜຊິຢາກເຂົ້າ

ສຳລັບຕອນນີ້ກໍຕັ້ງໃຈວ່າ ຈະປັບປຸງໃນສ່ວນຂອງເພງໃຫ້ດີຂຶ້ນ ແຕ່ມັນຈະເປັນແນວໃດ ກໍຖ້າເບິ່ງກັນໄດ້ຫຼັງປີໃໝ່ໃນພັນລາວ 🙂

ຍຸບພັນລາວ

ຖ້າມື້ໃດໝີເຊົາມັກເກມ FPS, ບູ້ເຊົາຫຼິ້ນ 3ds max, ອາລຸນເຊົານິຍົມ security, ໂອ້ດໝົດຮັກທີ່ມີຕໍ່ທິບ, ແອເສື່ອມຄວາມຫຼົງກັບການແຕ້ມ, ທິບໝົດສັດທາໃນ OpenSource, ເບີດເຊົາຮັກສາວແວ່ນ ແລະໂຍເຊົາຈີບມີ່ ມື້ນັ້ນນິນນີ່ຈະຍຸບພັນລາວ