ຄຳສັ່ງ MySQL ທີ່ໃຊ້ເລື້ອຍໆ

ບັນຫາໃນການຍ້າຍເຊີບເວີຮອບນີ້ແມ່ນຕ້ອງຈັດການພວກຖານຂໍ້ມູນຫຼາຍຢ່າງ ເພາະຫຼາຍປີກ່ອນ (ກ່ອນໂຄວິດ) ບັນທຶກພາສາທີ່ບໍ່ແມ່ນອັງກິດລົງໄປໃສ່ latin1 ມັນກໍເລີຍອ່ານໃນຖານຂໍ້ມູນບໍ່ໄດ້ ແຕ່ສະແດງຜົນໜ້າເວັບໄດ້ ພໍຫຼາຍປີຕໍ່ມາຈະອັບເກຣດເປັນເວີຊັນໃໝ່ ມັນເຮັດແບບເກົ່າບໍ່ໄດ້ແລ້ວ ໜ້າເວັບຈະສະແດງຂໍ້ມູນຜິດພ້ຽນແບບໃນຖານຂໍ້ມູນ ເຊິ່ງເອີ້ນກັນວ່າບັນຫາ double encoding ກໍເລີຍຕ້ອງໃຊ້ເວລາຫຼາຍອາທິດໃນການຫາທາງແກ້ໄຂ

ຂໍ້ດີກໍຄື ການມີ AI ເຂົ້າມາຊ່ວຍກໍເຮັດໃຫ້ຂັ້ນຕອນຕ່າງໆ ງ່າຍຂຶ້ນພໍສົມຄວນ ແຕ່ AI ກໍບໍ່ໄດ້ສົມບູນເຕັມຮ້ອຍ ກໍເລີຍມີບັນຫາຫຼາຍຢ່າງໂດຍສະເພາະການໃຫ້ຄະແນະນຳຜິດໆ ເພາະມັນຫຼອນໄປເອງ ດັ່ງນັ້ນຈຶ່ງຕ້ອງມາຈົດຄຳສັ່ງທີ່ໃຊ້ເລື້ອຍໆ ເອົາໄວ້ອ້າງອີງໃນເທື່ອຕໍ່ໄປ

watch -n 1 ‘mysql -e “SHOW FULL PROCESSLIST\G”‘

ຄຳສັ່ງນີ້ຄ້າຍໆ top ກົດແລ້ວມັນຈະສະແດງສະຖານະການເຮັດວຽກຂອງ mysql ເພາະບາງເທື່ອເຮັດໆ ໄປແລ້ວມັນຄ້າງໄປເລີຍ ຕ້ອງເປີດອີກເຊດຊັນມາກວດເບິ່ງວ່າມັນເຮັດຫຍັງຢູ່ ຫຼື ຖ້າຈະເບິ່ງແບບເທື່ອດຽວຈົບກໍໃຊ້ຄຳສັ່ງ mysql -e “SHOW FULL PROCESSLIST\G” ກໍໄດ້

ອີກຄຳສັ່ງທີ່ໜ້າສົນໃຈແມ່ນ zstdcat smf_backup_2025.sql.zst |
sed -n ‘/DROP TABLE IF EXISTS smf_topics/,$p’ |
zstd -T0 -o smf_topics_tail.sql.zst

ຄຳສັ່ງນີ້ຈະແຍກເອົາຕາຕະລາງຊື່ smf_topics ອອກມາຈາກໄຟລ໌ smf_backup_2025.sql.zst ແລ້ວບັນທຶກເປັນໄຟລ໌ smf_topics_tail.sql.zst ເພື່ອໃຫ້ເຮົາໄດ້ສະເພາະບາງຕາຕະລາງທີ່ຕ້ອງການໃນໄຟລ໌ຖານຂໍ້ມູນຂະໜາດໃຫຍ່

ຕອນກວດສອບກໍໃຊ້ຄຳສັ່ງ tail -5 smf_topics_tail.sql ມັນກໍຈະສະແດງ 5 ແຖວສຸດທ້າຍມາໃຫ້ເບິ່ງ ຖ້າມັນຂຶ້ນວ່າ

/*!40111 SET SQL_NOTES=@OLD_SQL_NOTES */;
— Dump completed on …

ກໍແປວ່າແຍກອອກມາຄົບຕາຕະລາງນັ້ນແລ້ວ

ຍ້າຍເຊີບເວີແລ້ວ!

ນັບເປັນ 1,679 ມື້ຫຼັງຈາກໂພສຫຼ້າສຸດທີ່ເຄີຍຂຽນໄປ ເວລາຜ່ານໄປຢ່າງວ່ອງໄວ ຕອນນີ້ເຂົ້າກາງປີ 2025 ແລ້ວ ຄິດວ່າ ບລັອກນີ້ໜ້າຈະເປັນໜຶ່ງໃນບລັອກພາສາລາວພຽງບໍ່ເທົ່າໃດບລັອກທີ່ຍັງຄົງເຫຼືອລອດມາຈາກ 18 ປີກ່ອນ ແລະອາດຈະຢູ່ໄປໄດ້ຮອດ 20 ຫຼື 30 ປີຕໍ່ໄປ ເສຍດາຍທີ່ສຳຮອງຂໍ້ມູນບລັອກຫຼັກຜິດພາດ ເລີຍເຮັດໃຫ້ທຸກຢ່າງຫາຍໄປໝົດ…

ມື້ນີ້ຍ້າຍເຊີບເວີຈາກ dedicated ທີ່ເຊົ່າມາຫຼາຍປີມາຢູ່ VPS ນ້ອຍໆ ແທນ ເພາະປະຢັດກວ່າຫຼາຍ ແລະບໍ່ຄ່ອຍໄດ້ໃຊ້ຫຍັງແລ້ວ ເນື່ອງຈາກ PunlaoHosting ກໍປິດຕົວໄປດົນ (ທີ່ຈິງໂດເມນຍັງເຂົ້າໄດ້ຈົນຮອດປີນີ້ ແຕ່ບໍ່ມີລູກຄ້າມາຫຼາຍປີແລ້ວ)

ພາລະກິດຕໍ່ໄປແມ່ນຍ້າຍ ພັນລາວ.ຄອມ ໃຫ້ແລ້ວກ່ອນທີ່ຈະຮອດຮອບບິນເຊີບເວີເກົ່າ ແລ້ວກໍຈະໄດ້ໝົດພາລະໄປອີກໜຶ່ງຢ່າງ

ຈົນກວ່າຈະພົບກັນໃໝ່!

ກັບໄປໃຊ້ Facebook ໜ້າຕາເກົ່າດ້ວຍສ່ວນຂະຫຍາຍ Old Layout for Facebook

ຫຼາຍຄົນຕອນນີ້ໜ້າຈະຖືກບັງຄັບໃຫ້ໄປໃຊ້ໜ້າຕາ Facebook ແບບໃໝ່ໃນຄອມກັນແລ້ວ ເຊິ່ງກຳລັງເປັນກະແສວິພາກວິຈານກັນຢ່າງໃຫຍ່ຫຼວງໃນທົ່ວໂລກ ເພາະໜ້າຕາແບບໃໝ່ມັນໜ້າຜິດຫວັງແຮງ ພະຍາຍາມສ້າງຄວາມລຶ້ງເຄີຍແລ້ວແຕ່ບໍ່ໄດ້ອີ່ຫລີ

ມັນບໍ່ແມ່ນສະເພາະວ່າບໍ່ຖືກໃຈໜ້າຕາ ແຕ່ຟັງຊັນການເຮັດວຽກມັນມີບັນຫາແທ້ໆ ເຊັ່ນ: ບໍ່ສາມາດສົ່ງຮູບໃນ Messenger ໄດ້ທັນທີ ກົດສົ່ງແລ້ວມັນຈະຫາຍໄປເລີຍຄືກັບວ່າບໍ່ໄດ້ສົ່ງ ລໍຖ້າ 3-4 ນາທີຮູບຈຶ່ງຂຶ້ນມາໂດຍບໍ່ມີບອກກ່າວສິ່ງໃດທັງສິ້ນທັງປວງ

ນອກຈາກຮູບແລ້ວ, ເວລາສົ່ງລິ້ງ ປົກກະຕິຖ້າວາງລິ້ງໃສ່ແລ້ວກົດຍະຫວ່າງ ລະບົບຈະສ້າງຕົວຢ່າງລິ້ງໃຫ້ ເຊິ່ງເຮົາສາມາດເລືອກໄດ້ວ່າຈະໃຫ້ມີແຕ່ຕົວຢ່າງລິ້ງໄປຫາໜ້າເວັບນັ້ນ ຫຼື ໃຫ້ມີລິ້ງນຳກໍໄດ້ ແຕ່ແບບໃໝ່ ບໍ່ສາມາດເຮັດໄດ້ແລ້ວ ມັນຈະໃຫ້ເຮົາສົ່ງລິ້ງເທົ່ານັ້ນ ແລະ ຈະສ້າງຕົວຢ່າງໃຫ້ກໍຕໍ່ເມື່ອກົດສົ່ງໄປແລ້ວຢ່າງດຽວ

ຍັງບໍ່ທັນເວົ້າຮອດຄວາມຂີ້ກາກສຸດອີກຢ່າງກໍຄື ສຳລັບຄົນທີ່ໃຊ້ໜ້າຈໍຂະໜາດໃຫຍ່ ແບບພວກຄວາມລະອຽດ 4K ນັ້ນ ແຖບທາງຂ້າງຊ້າຍຂວາ ມັນຈະໄປຢູ່ຂອບສຸດຂອງຈໍ ແທນທີ່ຈະຢູ່ແນບຂ້າງຊ້າຍຂວາຖັນກາງແບບປົກກະຕິ ກາຍເປັນວ່າຈະມີຊ່ອງຫວ່າງໂລ່ງໆ ນີ້ຫຼື UI ຂອງເວັບໄຊລະດັບໂລກ

ຢ່າງໃດກໍຕາມ, ຖ້າໃຜທີ່ຢາກກັບໄປໃຊ້ແບບເກົ່າ ແລ້ວພົບວ່າບໍ່ມີເມນູໃຫ້ກົດກັບໄປໄດ້ແລ້ວ ສາມາດຕິດຕັ້ງສ່ວນຂະຫຍາຍ Old Layout for Facebook ຂອງ Chrome ເພື່ອກັບໄປໃຊ້ແບບຄລາດສິກໄດ້ຢູ່ບ່ອນນີ້ https://chrome.google.com/webstore/detail/old-layout-for-facebook/abmkkackbbimmdbfjdilpnfaegaeagge/related

ຍ້າຍເຊີບເວີ + ອັບເດດພັນລາວ ແລະ ເວັບໄຊອື່ນໆໃນເຄືອ

ບໍ່ໜ້າເຊື່ອວ່າມັນຈະຜ່ານມາແລ້ວເກືອບ 13 ປີກັບເວັບໄຊພັນລາວ ນັບວ່າເປັນການເດີນທາງທີ່ຍາວນານ ແລະ ຍັງບໍ່ມີທີ່ສຸດສິ້ນງ່າຍໆ ໃນຂະນະທີ່ເວັບໄຊລາວອື່ນໆໃນຍຸກດຽວກັນຕ່າງກໍລົ້ມຫາຍຕາຍຈາກກັນໄປຫຼາຍເວັບ ສິ່ງດຽວທີ່ຍັງຄົງເຮັດໃຫ້ພັນລາວຢູ່ມາໄດ້ຮອດທຸກມື້ນີ້ແມ່ນຄວາມເສຍດາຍທີ່ຈະເຫັນມັນຈາກໄປພຽງເພາະທຸກຄົນໄປໃຊ້ Facebook ນັ້ນເອງ 555.

ຕອນຊ່ວງຕົ້ນເດືອນເມສາທີ່ຜ່ານມາ ເປັນໄລຍະທີ່ COVID-19 ກຳລັງລະບາດໄປທົ່ວທຸກສາລະທິດ ເຮັດໃຫ້ຫຼາຍຄົນເກີດພາວະຝືດເຄືອງທາງການເງິນຢ່າງບໍ່ສາມາດຫຼີກເວັ້ນໄດ້. ເບິ່ງແລ້ວຄ່າໃຊ້ຈ່າຍເຊີບເວີຖືວ່າໜັກໜາເອົາການ ເພາະຕ້ອງຈ່າຍເດືອນລະ $155 ແລະ ເປັນແບບນັ້ນມາຫຼາຍປີແລ້ວ. ກໍເລີຍມາຄິດວ່າເຮັດແນວໃດດີ ແລ້ວກໍຄິດອອກວ່າໜ້າຈະຕ້ອງຍ້າຍເຊີບເວີຈາກທີ່ເປັນ dedicated ໄປໃຊ້ VPS ແທນ ເພາະຕອນນີ້ເວັບໄຊໃນເຄືອກໍເຫຼືອໜ້ອຍຫຼາຍ ແລະ ອາດຈະຍົກເລີກ PunlaoHosting.com ໄປໃນອີກບໍ່ດົນ. ດັ່ງນັ້ນພາລະໃນການໃຊ້ເຊີບເວີກໍຄົງບໍ່ຫຼາຍຄືແຕ່ເກົ່າ. ຈຶ່ງຕັດສິນໃຈຍ້າຍໄປໃຊ້ VPS ເຮັດໃຫ້ຄ່າໃຊ້ຈ່າຍແຕ່ລະເດືອນບໍ່ຮອດ $90 (ຈື່ຕົວເລກແທ້ບໍ່ໄດ້). ກໍຖືວ່າຊ່ວຍໄດ້ຫຼາຍ.

ສຳລັບຕອນນີ້ກໍຕ້ອງຈັດການອັບເດດເວັບໄຊເກົ່າໆ ໃຫ້ມັນກັບມາໃຊ້ໄດ້ຄືນ. ຕອນນີ້ກຳລັງອັບເດດ Punlao.com ຢູ່:

  • ແກ້ໄຂການສະກົດຄຳ ເຊັ່ນ: ຄຳວ່າ ຜູ່ ແກ້ເປັນ ຜູ້, ອີເມລ ແກ້ເປັນ ອີເມວ ເປັນຕົ້ນ.
  • ອັບເດດລິ້ງເວັບໄຊທີ່ບໍ່ມີແລ້ວ ເຊັ່ນ: ລຶບເວັບໄຊ umc.la ອອກ.
  • ອັບເດດການຕັ້ງຄ່າບາງຢ່າງ.
  • ຕິດຕັ້ງ SSL (ຕິດຕັ້ງແລ້ວແຕ່ຍັງໃຊ້ໄດ້ບໍ່ສົມບູນ)
  • ອັບເດດເພກ Punlao.com ໃນ Facebook

ຄິດວ່າຄົງຕ້ອງໃຊ້ເວລາອີກໄລຍະໜຶ່ງສຳລັບການປັບປຸງສ່ວນອື່ນໆ ແຕ່ພາລະກິດຫຼັກແມ່ນໃຫ້ແນ່ໃຈວ່າຈະຍັງສາມາດເຮັດວຽໄດ້ຕໍ່ໄປ.

ນອກຈາກພັນລາວ ກໍຍັງມີ LaoDictionary.net ທີ່ຍັງໃຊ້ໄດ້ຢູ່. ມີແຜນວ່າຢາກ OCR ຂໍ້ມູນຈາກວັດຈະນານຸກົມສະບັບມະຫາສິລາໃຫ້ເປັນໄຟລ໌ດິຈິຕອນ. ຈາກນັ້ນຄ່ອຍຊອກຄົນມາຊ່ວຍກັນສຳເນົາ/ວາງຂໍ້ມູນໃສ່ໃນ Glossword ເຊິ່ງເປັນ CMS ທີ່ໃຊ້ໃນເວັບ LaoDictionary.net ໃຫ້ສົມບູນ ເພາະເຮັດຄ້າງໄວ້ມາດົນແລ້ວ.

ເອົາລະ, ໄວ້ຄ່ອຍວ່າກັນໃໝ່.

ການສຳເນົາຂໍ້ຄວາມລວງຕັ້ງໃນ Chrome Windows

ປົກກະຕິໃນ Mac ສາມາດກົດປຸ່ມ option ແລ້ວລາກເພື່ອເລືອກຂໍ້ຄວາມລວງຕັ້ງໄດ້ເລີຍ ແຕ່ໃນ Windows ເຮັດບໍ່ໄດ້ໂດຍກົງ ແນວໃດກໍດີຖ້າຕ້ອງການສຳເນົາຂໍ້ຄວາມລວງຕັ້ງໃນ Chrome ແມ່ນເຮັດໄດ້ໂດຍການຕິດຕັ້ງສ່ວນຂະຫຍາຍຊື່ ColumnCopy ກໍຈະສາມາດເຮັດໄດ້

my life, thoughts, ideas, and random stuff… since 2007