ນັບເປັນ 1,679 ມື້ຫຼັງຈາກໂພສຫຼ້າສຸດທີ່ເຄີຍຂຽນໄປ ເວລາຜ່ານໄປຢ່າງວ່ອງໄວ ຕອນນີ້ເຂົ້າກາງປີ 2025 ແລ້ວ ຄິດວ່າ ບລັອກນີ້ໜ້າຈະເປັນໜຶ່ງໃນບລັອກພາສາລາວພຽງບໍ່ເທົ່າໃດບລັອກທີ່ຍັງຄົງເຫຼືອລອດມາຈາກ 18 ປີກ່ອນ ແລະອາດຈະຢູ່ໄປໄດ້ຮອດ 20 ຫຼື 30 ປີຕໍ່ໄປ ເສຍດາຍທີ່ສຳຮອງຂໍ້ມູນບລັອກຫຼັກຜິດພາດ ເລີຍເຮັດໃຫ້ທຸກຢ່າງຫາຍໄປໝົດ…
ມື້ນີ້ຍ້າຍເຊີບເວີຈາກ dedicated ທີ່ເຊົ່າມາຫຼາຍປີມາຢູ່ VPS ນ້ອຍໆ ແທນ ເພາະປະຢັດກວ່າຫຼາຍ ແລະບໍ່ຄ່ອຍໄດ້ໃຊ້ຫຍັງແລ້ວ ເນື່ອງຈາກ PunlaoHosting ກໍປິດຕົວໄປດົນ (ທີ່ຈິງໂດເມນຍັງເຂົ້າໄດ້ຈົນຮອດປີນີ້ ແຕ່ບໍ່ມີລູກຄ້າມາຫຼາຍປີແລ້ວ)
ພາລະກິດຕໍ່ໄປແມ່ນຍ້າຍ ພັນລາວ.ຄອມ ໃຫ້ແລ້ວກ່ອນທີ່ຈະຮອດຮອບບິນເຊີບເວີເກົ່າ ແລ້ວກໍຈະໄດ້ໝົດພາລະໄປອີກໜຶ່ງຢ່າງ
ຈົນກວ່າຈະພົບກັນໃໝ່!
ຫຼາຍຄົນຕອນນີ້ໜ້າຈະຖືກບັງຄັບໃຫ້ໄປໃຊ້ໜ້າຕາ Facebook ແບບໃໝ່ໃນຄອມກັນແລ້ວ ເຊິ່ງກຳລັງເປັນກະແສວິພາກວິຈານກັນຢ່າງໃຫຍ່ຫຼວງໃນທົ່ວໂລກ ເພາະໜ້າຕາແບບໃໝ່ມັນໜ້າຜິດຫວັງແຮງ ພະຍາຍາມສ້າງຄວາມລຶ້ງເຄີຍແລ້ວແຕ່ບໍ່ໄດ້ອີ່ຫລີ
ມັນບໍ່ແມ່ນສະເພາະວ່າບໍ່ຖືກໃຈໜ້າຕາ ແຕ່ຟັງຊັນການເຮັດວຽກມັນມີບັນຫາແທ້ໆ ເຊັ່ນ: ບໍ່ສາມາດສົ່ງຮູບໃນ Messenger ໄດ້ທັນທີ ກົດສົ່ງແລ້ວມັນຈະຫາຍໄປເລີຍຄືກັບວ່າບໍ່ໄດ້ສົ່ງ ລໍຖ້າ 3-4 ນາທີຮູບຈຶ່ງຂຶ້ນມາໂດຍບໍ່ມີບອກກ່າວສິ່ງໃດທັງສິ້ນທັງປວງ
ນອກຈາກຮູບແລ້ວ, ເວລາສົ່ງລິ້ງ ປົກກະຕິຖ້າວາງລິ້ງໃສ່ແລ້ວກົດຍະຫວ່າງ ລະບົບຈະສ້າງຕົວຢ່າງລິ້ງໃຫ້ ເຊິ່ງເຮົາສາມາດເລືອກໄດ້ວ່າຈະໃຫ້ມີແຕ່ຕົວຢ່າງລິ້ງໄປຫາໜ້າເວັບນັ້ນ ຫຼື ໃຫ້ມີລິ້ງນຳກໍໄດ້ ແຕ່ແບບໃໝ່ ບໍ່ສາມາດເຮັດໄດ້ແລ້ວ ມັນຈະໃຫ້ເຮົາສົ່ງລິ້ງເທົ່ານັ້ນ ແລະ ຈະສ້າງຕົວຢ່າງໃຫ້ກໍຕໍ່ເມື່ອກົດສົ່ງໄປແລ້ວຢ່າງດຽວ
ຍັງບໍ່ທັນເວົ້າຮອດຄວາມຂີ້ກາກສຸດອີກຢ່າງກໍຄື ສຳລັບຄົນທີ່ໃຊ້ໜ້າຈໍຂະໜາດໃຫຍ່ ແບບພວກຄວາມລະອຽດ 4K ນັ້ນ ແຖບທາງຂ້າງຊ້າຍຂວາ ມັນຈະໄປຢູ່ຂອບສຸດຂອງຈໍ ແທນທີ່ຈະຢູ່ແນບຂ້າງຊ້າຍຂວາຖັນກາງແບບປົກກະຕິ ກາຍເປັນວ່າຈະມີຊ່ອງຫວ່າງໂລ່ງໆ ນີ້ຫຼື UI ຂອງເວັບໄຊລະດັບໂລກ
ຢ່າງໃດກໍຕາມ, ຖ້າໃຜທີ່ຢາກກັບໄປໃຊ້ແບບເກົ່າ ແລ້ວພົບວ່າບໍ່ມີເມນູໃຫ້ກົດກັບໄປໄດ້ແລ້ວ ສາມາດຕິດຕັ້ງສ່ວນຂະຫຍາຍ Old Layout for Facebook ຂອງ Chrome ເພື່ອກັບໄປໃຊ້ແບບຄລາດສິກໄດ້ຢູ່ບ່ອນນີ້ https://chrome.google.com/webstore/detail/old-layout-for-facebook/abmkkackbbimmdbfjdilpnfaegaeagge/related
ປົກກະຕິໃນ Mac ສາມາດກົດປຸ່ມ option ແລ້ວລາກເພື່ອເລືອກຂໍ້ຄວາມລວງຕັ້ງໄດ້ເລີຍ ແຕ່ໃນ Windows ເຮັດບໍ່ໄດ້ໂດຍກົງ ແນວໃດກໍດີຖ້າຕ້ອງການສຳເນົາຂໍ້ຄວາມລວງຕັ້ງໃນ Chrome ແມ່ນເຮັດໄດ້ໂດຍການຕິດຕັ້ງສ່ວນຂະຫຍາຍຊື່ ColumnCopy ກໍຈະສາມາດເຮັດໄດ້
ເຄີຍຂຽນກ່ຽວກັບ NCDU ໄປແບບສັ້ນໆດົນມາແລ້ວ ຫຼ້າສຸດຕ້ອງຕິດຕັ້ງ ແຕ່ໃຊ້ຄຳສັ່ງ yum install ncdu ແລ້ວມັນບໍ່ມາ ກໍເລີຍຕ້ອງໄປໂຫຼດມາຄອມພາຍແລ້ວຕິດຕັ້ງເອງ ກໍເລີຍເປັນທີ່ມາຂອງໂພສນີ້ເພື່ອກັນລືມໃນອະນາຄົດ
ວິທີຕິດຕັ້ງກໍບໍ່ຍາກ
- ເຂົ້າໄປ https://dev.yorhel.nl/ncdu ແລ້ວເລືອກເວີຊັນຫຼ້າສຸດ ຕອນນີ້ແມ່ນ 1.13 ເຊິ່ງ URL ແມ່ນ https://dev.yorhel.nl/download/ncdu-1.13.tar.gz
- ຢູ່ Terminal ຂອງເຮົາ ໃຫ້ເຂົ້າໄປ /root ແລ້ວພິມ wget http://dev.yorhel.nl/download/ncdu-1.13.tar.gz
- ຈາກນັ້ນກໍແຕກໄຟລ໌ດ້ວຍຄຳສັ່ງ tar -xzvf ncdu-1.13.tar.gz
- ເຂົ້າໄປໂຟນເດີທີ່ແຕກໄຟລ໌ໄວ້ມື້ກີ້ກໍຄື ncdu-1.13 ແລ້ວພິມຄຳສັ່ງ ./configure –prefix=/usr
- ຂັ້ນຕອນສຸດທ້າຍແມ່ນພິມ make && make install ເພື່ອຄອມພາຍ ແລະ ຕິດຕັ້ງໃຫ້ຮຽບຮ້ອຍ
ພຽງເທົ່ານີ້ເຮົາກໍສາມາດພິມຄຳສັ່ງ ncdu ເພື່ອກວດສອບການໃຊ້ດິສກ໌ໄດ້ແລ້ວ
ວ່າຊິຂຽນດົນແລ້ວ ຈົນລືມແລ້ວລືມອີກແລ້ວກໍລືມແລ້ວລືມອີກ ຈົນໃນທີ່ສຸດກໍໄດ້ຂຽນ
ປົກກະຕິຈະກວດສອບບ່ອນຈັດເກັບຂໍ້ມູນໃນ Linux ດ້ວຍຄຳສັ່ງ df -h ແຕ່ວ່າມັນກວດເບິ່ງໄດ້ແຕ່ປະມານໜຶ່ງ ຊິກວດໃຫ້ເລິກ ໃຫ້ລະອຽດ ກໍຕ້ອງຂຽນພາຣາມິເຕີຊັບຊ້ອນ ແລ້ວກໍຊ້າ ກໍເລີຍໄປຊອກໆ ຈົນຄົ້ນພົບເຄື່ອງມືອັນໜຶ່ງກໍຄື ncdu ສາມາດດາວໂຫລດຈາກ yum ໄດ້ເລີຍຫາກໃຊ້ CentOS
ວິທີໃຊ້ກໍງ່າຍຫຼາຍ ມີແຕ່ພິມ ncdu ແລ້ວລະບົບກໍຈະກວດສອບໄຟລ໌ທັງໝົດໃນດິສກ໌ພ້ອມກັບເຮັດຕາຕະລາງໃຫ້ເຮົາເບິ່ງ ສະດວກດີ
my life, thoughts, ideas, and random stuff… since 2007