ກ່ຽວກັບບລັອກນີ້

ທຳອິດຫັ້ນຂຽນຢູ່ au8ust.org ແຕ່ວ່າ ຮູ້ສຶກວ່າ ຈະເປັນທາງການໄປຫນ້ອຍຫນຶ່ງ ຊິສະແດງຄວາມຄິດເຫັນສ່ວນຕົວ ຫລາຍເກີນກໍ່ບໍ່ເຫມາະສົມປານໃດ ຊິໂພສເລື່ອງທີ່ເປັນຄວາມຄິດເຫັນສ່ວນຕົວກໍ່ ຢາກຍາກແດ່ ເລີຍວ່າ ເອົາແບບນີ້ ມາຂຽນແບບ “real me” ກໍ່ຄື ຂຽນຢ່າງທີ່ເປັນຕົວຂອງຕົວເອງ ກໍ່ແລ້ວກັນ 😉

ໃນບລັອກນີ້ ກໍ່ຈະມີເລື່ອງທົ່ວໆ ໄປ ອາດຈະເປັນເລື່ອງການເມືອງ ສັງຄົມ ໄອທີ ເວັບໄຊທ໌ ບລັອກ ເພງ ຫນັງ ລະຄອນ ກົດຫມາຍ ທຸລະກິດ ໆລໆ ຂຽນໄປຕາມທີ່ຢາກເລົ່າຊູ່ກັນຟັງ ອາດຈະມີການໃຊ້ສັບແສງທີ່ບໍ່ເປັນທາງການແດ່ຈັກຫນ່ອຍ ຫລືອາດຈະມີການໃຊ້ສັບ ສອດໄທ ສອດຝຣັ່ງ ສອດອັງກິດ ເລັກນ້ອຍເຖິງປານກາງ ກໍ່ຢ່າວ່າກັນເດີ້ 🙂

໑໓ ກຸມພາ ໒໕໕໐

ນິນ

2 thoughts on “ກ່ຽວກັບບລັອກນີ້”

  1. ສະບາຍດີ ຂ່ອຍ ກຳລັງ ຣຽນພາສາລາວ
    ແຕ່ວ່າ ຢັງບໍ່ ເກ່ງ ພອ ສິອ່ານອອກ
    ແຕວ່າຂຽນຢັງບໍ່ຄ່ອຍຖືກ

Leave a Reply

Your email address will not be published. Required fields are marked *