Chrome 38 ກັບການຕັດຄຳພາສາລາວ

Posted on October 15, 2014, under ເທັກໂນໂລຢີ.

ນັບເປັນໂພສທີ່ຕ້ອງຂຽນໃຫ້ໄດ້ ເພາະເປັນບາດກ້າວອັນສຳຄັນໃຫຍ່ຫຼວງຂອງພາສາລາວໃນອິນເຕີເນັດ!

ໃນທີ່ສຸດພາສາລາວກໍສາມາດຕັດຄຳໄດ້ແລ້ວ ໂດຍໃນ Chrome ເວີຊັນ 38 ຂຶ້ນໄປ ທັງໃນ Desktop ແລະ Android ສາມາດຕັດຄຳ ຫຼືທີ່ເອີ້ນວ່າ word break ໄດ້ແລ້ວ ສະນັ້ນເວລາທີ່ເຮົາພິມຫຍັງຍາວໆຕິດໆກັນໂດຍບໍ່ຍະຫວ່າງ ລະບົບກໍຈະຕັດຄຳລົງແຖວໃຫ້ຢ່າງຖືກຕ້ອງ ບໍ່ຈຳເປັນຕ້ອງກົດ enter ລົງແຖວ ຫຼືຍະຫວ່າງອີກຕໍ່ໄປ (ແຕ່ເຖິງແນວໃດກໍຕ້ອງກົດແດ່ເພື່ອໃຫ້ຖືກຕາມຫຼັກໄວຍະກອນ)

ພັດທະນາການໃນຄັ້ງນີ້ຖືວ່າເປັນກ້າວສຳຄັນຫຼາຍ ເພາະຕະຫຼອດໄລຍະເວລານັບສິບປີທີ່ຜ່ານມາບໍ່ເຄີຍມີມາກ່ອນ. ທີ່ຜ່ານມາແມ່ນຕ້ອງອາໄສລະບົບ Zero Width Space Key (ZWSP) ໃນການລະບຸວ່າປະໂຫຍກໃດນຶ່ງນັ້ນມີຈັກຄຳ ແລ້ວໃສ່ສັນຍາລັກທີ່ເບິ່ງບໍ່ເຫັນເຂົ້າໄປເພື່ອລະບຸວ່າຄຳໃດແຍກອອກຈາກຄຳໃດ ເຊິ່ງເຮັດໄດ້ສະເພາະໃນ Lao Script for Windows.

ຢ່າງໃດກໍດີ ຕອນນີ້ໃຊ້ໄດ້ສະເພາະໃນ Chrome ເທົ່ານັ້ນ ອະນາຄົດບໍ່ຮູ້ວ່າ Firefox, IE ແລະໂປຣແກຣມທ່ອງເວັບອື່ນໆຈະໃຊ້ໄດ້ບໍ່ ແລະຕ້ອງຖ້າຮອດຕອນໃດ.