ບັນຫາຫຍຸ້ງຍາກຂອງທະນາຄານຮ່ວມພັດທະນາກັບການໃຊ້ບັດເດບິດ

Posted on December 29, 2014, under ເທັກໂນໂລຢີ.

ມື້ເຊົ້າໄປທະນາຄານຮ່ວມພັດທະນາສາຂາແຂວງຫຼວງພະບາງ ພິມໃບສະເຕດເມັນອອກມາ (ເສຍເງິນ 20,000 ກີບນຳ -“-) ແລ້ວເຫັນມີການເຄື່ອນໄຫວບັນຊີ 4 ລາຍການທີ່ບໍ່ຮັບຮູ້ໃນຕົ້ນເດືອນ 12 ກໍເລີຍແຈ້ງໄປ ເຂົາເຈົ້າບອກຊິກວດສອບແລ້ວໂທຫາ
ຜ່ານໄປ 30 ນາທີ ໂທມາບອກວ່າເປັນການຮຽກເກັບທີ່ຖືກຕ້ອງແລ້ວ ກໍທັກທ້ວງໄປວ່າບໍ່ແມ່ນ ຂ້ອຍບໍ່ໄດ້ໃຊ້ ຂ້ອຍໃຊ້ແຕ່ລາຍການດຽວ ແຕ່ເຂົາເກັບມາ 5 ລາຍການ ມັນບໍ່ຖືກ ທາງທະນາຄານກໍໃຫ້ໄປຖາມເອົານຳເວັບໄຊ ບອກວ່າລະບົບກວດສອບແມ່ນຖືກແລ້ວ ໂອຍ ເນາະ ກໍຍັງວ່າບໍ່ໄດ້ອະນຸມັດໃຫ້ຫັກເງິນ
ກໍເລີຍບອກໄປວ່າ ຖ້າຮູ້ທັນທີຕັ້ງແຕ່ມື້ທີ່ເຂົາຫັກເງິນກໍຊິໂທຫາຕັ້ງແມ່ນມື້ນັ້ນ ແຕ່ອັນນີ້ລະບົບຂອງ JDB ຂີ້ກາກແຮງ ບໍ່ມີແຈ້ງເຕືອນຫຍັງເລີຍ ຄິດເບິ່ງຖ້າໃຜເອົາບັດເຮົາໄປໃຊ້ໂລເລ ກວ່າເຮົາຊິຮູ້ກໍແມ່ນຕອນໄປອັບເດດປຶ້ມ ເງິນກໍໄປຮອດໃສລະ ທາງພະນັກງານ JDB ກໍບອກວ່າ ທຳມະດາຈະມີແຈ້ງໄປທາງອີເມວທຸກວັນທີ 9 (ຫຼື 29 ຟັງບໍ່ຄັກ) ກ່ຽວກັບຍອດການນຳໃຊ້ໃນແຕ່ລະເດືອນ ກໍເລີຍຖາມວ່າ ແລ້ວຂ້ອຍຄືບໍ່ຮູ້ ມັນໃຊ້ແນວໃດ?

ພະນັກງານກໍຕອບວ່າ ເບິ່ງໃນເວັບໄຊ JDB ໄດ້ເລີຍ ກໍເລີຍບອກໄປວ່າ ເບິ່ງແລ້ວ! ເບິ່ງມື້ວານນີ້ ມັນບໍ່ມີ! ອິນເຕີເນັດແບ້ງຄິງກໍໃຊ້ບໍ່ໄດ້ຈົນປານນີ້ (ເຄີຍຖາມໄປເທື່ອນຶ່ງ 1 ປີກ່ອນ) ເຂົາກໍຢືນຢັນວ່າມີໆໆໆ ລອງເຂົ້າໄປເບິ່ງ ຮ່ວຍ! ກໍຍັງວ່າເຂົ້າໄປແລ້ວບໍ່ມີຂໍ້ມູນ T_T
ຕັດສາກໄປ 3 ຊົ່ວໂມງຫຼັງຈາກນັ້ນ ກັບມາເຮືອນ ໂທຫາສາຍດ່ວນ JDB ເບີ 1499 ຢູ່ວຽງຈັນ ເຂົາກໍບອກວ່າ ໂອ… ອັນສົ່ງອີເມວ statement ລາຍງານທຸກເດືອນຫັ້ນ ມີແຕ່ຂອງບັດ Credit ບັດ Debit ບໍ່ມີ ແລ້ວສ່ວນ Internet Banking ກໍຍັງໃຊ້ບໍ່ໄດ້ ແນະ! ເວົ້າຄົນລະຢ່າງກັນ ສະຫຼຸບລະແນວໃດເຮົາກໍບໍ່ມີທາງຮູ້ເວລາມີຄົນໃຊ້ບັດເຮົາ ແລ້ວຄວາມປອດໄພມັນຢູ່ໃສ T_T
ມື້ນີ້ກໍເລີຍໄປຖອນເງິນອອກມາໝົດ ປະໄວ້ເຝົ້າບັນຊີໜ້ອຍທີ່ສຸດເທົ່າທີ່ລະບົບໃຫ້ໜ້ອຍໄດ້ ບໍ່ໄຫວ ຄວາມປອດໄພບໍ່ມີແບບນີ້ ໂອຍ ເນາະ ພະນັກງານສາຂາຢູ່ຫຼວງພະບາງຍັງເວົ້າອີກວ່າ “ຖ້າເຂົາເອົາບັດອ້າຍໄປໃຊ້ໄດ້ກໍແປວ່າເຂົາຮູ້ລະຫັດແຫລະ” ເຮົາຟັງແລ້ວກໍງົງ ອ່າວ… ບໍ່ຊັ້ນເຂົາຊິເອີ້ນວ່າລັກເອົາບັດໄປໃຊ້ບໍນ້ອງ 555 ໂອຍ ເນາະ ບັນຫາກໍຄື ທະນາຄານບໍ່ມີລະບົບແຈ້ງເຕືອນເມື່ອມີການເຄື່ອນໄຫວບັນຊີ ເຮັດໃຫ້ຖ້າຄົນອື່ນ ຫຼືມີຮ້ານຄ້າທີ່ມີຂໍ້ມູນບັດເຮົາ ສາມາດເອົາບັດເຮົາໄປໃຊ້ ໂດຍທີ່ເຮົາບໍ່ຮູ້ໄດ້!

ຫຼ້າສຸດ ສາຂາຫຼວງພະບາງໂທມາໃຫ້ໄປສາຂາເພື່ອເຮັດໃບທັກທ້ວງປະຕິເສດການຮຽກເກັບເງິນ ດຽວຈັກໜ່ອຍເຂົ້າໄປໃໝ່ ເຫີ້… ຊິໃຊ້ສະເພາະ BCEL ຢ່າງດຽວກໍຢ້ານມີບັນຫາເງິນເດືອນບໍ່ເຂົ້າແບບເກົ່າອີກ (ຕອນນັ້ນມີບັນຫາໂອນເງິນມາ 15 ມື້ບໍ່ໄດ້ຮັບ ເພາະ BCEL ຍົກເລີກສັນຍາກັບ JP Morgan ເຮັດໃຫ້ເງິນບໍ່ເຂົ້າ ກວ່າຊິຮູ້ກໍຜ່ານໄປ 10 ມື້ ຖ້າອີກ 5 ມື້ໃຫ້ດຳເນີນການສົ່ງມາໃໝ່ ຄິດເບິ່ງຖ້າດົນໂຄດດດດ ບໍ່ມີໃຜໂທມາບອກອີກ ໄດ້ນຳເອົາ 555 ມັນຕ້ອງຈັ່ງຊີ້ຕາມເພິ່ນວ່າ ຢາກໄດ້ຫຍັງເຮັດເອົາ! 55)

ການຮັບເງິນໂອນຈາກຕ່າງປະເທດຂອງ BCEL

Posted on March 12, 2014, under ຊີວິດ.

***ອ່ານອັບເດດໄດ້ຢູ່ລຸ່ມໆ***

ມະຫາກາບການຮັບເງິນໂອນຈາກຕ່າງປະເທດຂອງທະນາຄານ BCEL ດຳເນີນຕໍ່ໄປ

ເປັນເວລາ 13 ມື້ແລ້ວທີ່ໂອນເງິນມາຈາກສິງກະໂປມາໃຫ້ບັນຊີ BCEL ແຕ່ຈົນປານນີ້ກໍຍັງບໍ່ໄດ້ຮັບ. ພໍສອບຖາມ BCEL ໄປກໍບອກວ່າຜູ່ໂອນຫັ້ນ ໂອນຜ່ານ JP Morgan ເຊິ່ງທາງ BCEL ຍົກເລີກສັນຍາກັບ JP Morgan ແລ້ວ ຈຶ່ງເຮັດໃຫ້ບໍ່ໄດ້ຮັບເງິນ. ອັນນີ້ເປັນຄວາມຜິດຂອງຜູ່ຮັບເງິນເອງທີ່ບໍ່ຮູ້ວ່າທະນາຄານເຂົາຍົກເລີກສັນຍາກັນ ແລະທາງ BCEL ກໍບໍ່ໄດ້ສົນໃຈ ເພາະຄິດວ່າແຈ້ງໃນເວັບໄຊແລ້ວ ແຕ່ວ່າໃນເວັບໄຊບໍ່ໄດ້ແຈ້ງ ສະນັ້ນກໍເປັນຄວາມຜິດຂອງຄົນຝ່າຍເຮັດເວັບ ບໍ່ກ່ຽວກັບຝ່າຍ FX

ແລ້ວບາດນີ້ເງິນມັນໄປຢູ່ໃສ? ຖາມນຳທະນາຄານຕົ້ນທາງກໍບອກວ່າບໍ່ໄດ້ຮັບເງິນຕີກັບມາ ສະແດງວ່າເງິນໄປຮອດແລ້ວ… ແຕ່ຜູ່ຮັບບໍ່ໄດ້ຮັບເງິນເທື່ອ? ມັນເປັນໄປໄດ້ແນວໃດ???

ສອບຖາມກັບໄປຫາ BCEL ອີກກໍບອກວ່າເງິນຖືກຕີກັບໄປແລ້ວ ແລະຖືກສົ່ງຜ່ານ Citibank ແທນ ແຕ່ຜູ່ຮັບຕ້ອງເສຍເງິນ $40 ເປັນຄ່າຕີກັບ ແລະແນ່ນອນວ່າຜູ່ຮັບຜິດເອງທີ່ບໍ່ຮູ້ວ່າ BCEL ກັບ JP Morgan ເຂົາຍົກເລີກສັນຍານຳກັນແລ້ວ ສະນັ້ນ ໃຜບໍ່ຮູ້ ຄົນນັ້ນກໍເປັນຄົນຈ່າຍ… ເອີ ໃຫ້ມັນໄດ້ຈັ່ງຊີ້

ແຕ່ກ່ອນໃຊ້ JDB ຮັບເງິນແຕ່ລະເດືອນ ບໍ່ເຄີຍມີບັນຫາ ຮັບກົງເວລາຕະຫຼອດ ເສືອກຢາກອວດເກັ່ງໄປໃຊ້ BCEL ຮູ້ທັງຮູ້ວ່າເປັນທະນາຄານອັນດັບນຶ່ງຂອງປະເທດ ບໍ່ຮູ້ຈັກຈຽມ ທະນາຄານນີ້ເຂົາບໍ່ສົນໃຈດອກ ເງິນໃຜກັບເງິນໃຜ ແນວວ່າທະນາຄານເພິ່ນມີລູກຄ້າຫຼາຍສຸດເດເນາະ -“-

ເສຍເວລາ ເສຍຄວາມຮູ້ສຶກ ແລ້ວຍັງເສຍເງິນອີກ ເຊົາໃຊ້ມັນເທາະ BCEL ກັບໄປໃຊ້ JDB ດີກວ່າ ບໍ່ມີ Online Banking ກໍໂທຖາມເອົາລະກັນວ່າເງິນເຂົ້າຫຼືຍັງ

ເລື່ອງນີ້ສອນໃຫ້ຮູ້ວ່າ:

  1. ຖ້າດົນກວ່າ 5 ມື້ເຂົ້າການແລ້ວຍັງບໍ່ໄດ້ເງິນ ໃຫ້ໂທຖາມ
  2. ເວລາຈະຮັບເງິນໂອນ ໃຫ້ຖາມນຳທະນາຄານກ່ອນວ່າຕ້ອງຮັບຜ່ານທະນາຄານໃດ ແລະຫ້າມຮັບຜ່ານທະນາຄານໃດ ພ້ອມກັບບອກຂໍ້ມູນນີ້ກັບຄົນໂອນນຳ
  3. ຢ່າຄິດວ່າທະນາຄານທີ່ຄົນໃຊ້ຫຼາຍທີ່ສຸດຈະດີທີ່ສຸດ ບາງຄັ້ງມັນກໍບໍ່ເປັນແບບນັ້ນສະເໝີໄປ
  4. ທະນາຄານບໍ່ເຄີຍຜິດ ຖ້າມີຫຍັງເກີດຂຶ້ນ ລູກຄ້າຕ້ອງເສຍເງິນຄ່າຕີກັບເອງ

ຊີວິດ!

ຄືເອົາເຂົ້າແທ້ໆແລ້ວຢາກຖາມວ່າ ການທີ່ໄປຍົກເລີກສັນຍາຫຍັງນຳທະນາຄານໃດ ຈົນເຮັດໃຫ້ມັນມີຜົນກະທົບໃນວົງກວ້າງ ເປັນຫຍັງບໍ່ແຈ້ງລ່ວງໜ້າ? ຖ້າການຍົກເລີກສັນຍາກັບ JP Morgan ມັນເຮັດໃຫ້ຄົນອື່ນຕ້ອງຮັບເງິນໂອນບໍ່ໄດ້ ແລ້ວຍັງຕ້ອງເສຍເງິນຄ່າທີ່ເງິນໂອນຖືກຕີກັບຫັ້ນ ເປັນຫຍັງບໍ່ບອກກ່ອນ? ເສຍທັງເວລາ ທັງຄວາມຮູ້ສຶກ ແລ້ວຍັງເສຍທັງເງິນອີກ. ຖາມຝ່າຍ FX ກໍຕອບວ່າແຈ້ງແລ້ວ ແຈ້ງໃນເວັບ..​. ຂໍໂທດເທາະ ຂ້ອຍກຳລັງເປີດໜ້າເວັບ BCEL ຢູ່ ເຈົ້າແຈ້ງຢູ່ໜ້າໃດ? ກໍພັດຕອບວ່າສົງໄສພະນັກງານເວັບໄຊບໍ່ໄດ້ອັບເດດເທື່ອ… ເອີ ດີ! ແລ້ວຈັ່ງໃດ? ປັດຄວາມຮັບຜິດຊອບໄປໆມາໆ ປານເດັກນ້ອຍເຮັດວຽກ.

ຖ້າບໍ່ໂທໄປນຳ ກໍຄືຊິບໍ່ໄປຮອດໃສຈັກເທື່ອ ຍອມນຳ. ບໍ່ແມ່ນຍ້ອງທະນາຄານອື່ນດອກ ແຕ່ທະນາຄານອື່ນມັນທະນາຄານນ້ອຍໆ ຄົນໃຊ້ໜ້ອຍ ແຕ່ມັນຍັງບໍ່ເຄີຍເຮັດໃຫ້ຜິດຫວັງ ບໍ່ເຮັດໃຫ້ເສຍເວລາ ເສຍເງິນ ແລ້ວກໍເສຍຄວາມຮູ້ສຶກແບບນີ້.

ລະບົບມັນດີ ມີຄວາມເປັນໄປໄດ້ໃນການຮອງຮັບການນຳໃຊ້ຫຼາຍ ແຕ່ການຈັດການບໍລິຫານບໍ່ໄດ້ເລື່ອງ. ເຊິ່ງເຖິງເຮົາຈະເປັນລູກຄ້າລາຍນ້ອຍໆ ຈົນທາງທະນາຄານເພິ່ນບໍ່ສົນໃຈ ຫຼືໃສ່ໃຈຫຍັງນຳ ເຮົາກໍມີເວລາທີ່ຈຳກັດຂອງເຮົາ ບໍ່ສາມາດເອົາເວລາໄປນຳເງິນໄດ້ທຸກມື້ທຸກເວັນ ເສຍວຽກເສຍການ. ຍ້າຍກັບໄປໃຊ້ທະນາຄານເກົ່າດີກວ່າ. ຫວັງວ່າອີກ 5 ປີ ຫຼື10 ປີຊິດີກວ່ານີ້.

 

ອັບເດດຫຼ້າສຸດ ມື້ນີ້ (13 ມີນາ 2014) ໃນທີ່ສຸດກໍໄດ້ຮັບເງິນແລ້ວ ຂອບໃຈທຸກຝ່າຍທີ່ນຳເລື່ອງໃຫ້ ຂອບໃຈຫຼາຍໆ ແລະກໍຂໍໂທດນຳທຸກຄົນທີ່ເດືອດຮ້ອນໄປນຳ ກໍບໍ່ຮູ້ຊິວ່າແນວໃດ ເຮົາກໍເດືອດຮ້ອນ ໄປຮັບປາກຄົນອື່ນວ່າຊິໂອນເງິນໃຫ້ ຄິດວ່າເງິນຊິມາຕາມກຳນົດຄືທຸກເທື່ອ ພັດວ່າຊ້າແລ້ວຊ້າອີກ ຈົນບໍ່ຮູ້ຊິເອົາໜ້າໄປໄວ້ໃສລະ ມື້ໃດກໍບອກວ່າມີບັນຫານຳທະນາຄານ ປານໄປຕົວະເຂົາເຈົ້າ. ແຕ່ບໍ່ເປັນຫຍັງ ບາດນີ້ກໍປ່ຽນໄປຮັບເງິນຜ່ານທະນາຄານເກົ່າເອົາ ລ້າສະໄໝໜ້ອຍນຶ່ງ ໄດ້ໂທຖາມເອົາ ແຕ່ສະບາຍໃຈກວ່າ.

ສຸດທ້າຍກໍມີແຕ່ຢາກບອກວ່າ ບໍ່ໄດ້ໂທດທະນາຄານ ເພາະໂຕທະນາຄານມີລະບົບທີ່ດີ ແຕ່ການສື່ສານ ການຈັດການບັນຫາຕ່າງໆ ມັນຍັງບໍ່ທັນໃຈເທື່ອ ກໍເຂົ້າໃຈຫັ້ນລະ ວ່າລູກຄ້າຫຼາຍ ແຕ່ຖ້າລູກຄ້າຫຼາຍ ກໍຄວນປັບປຸງຄົນ ເພີ່ມຄົນໃຫ້ເໝາະກັບສະພາບການທີ່ປ່ຽນໄປ. ເພາະບາງທີກໍຮູ້ສຶກວ່າ ເຮົາໄປທະນາຄານນ້ອຍໆ ແຕ່ອຸ່ນໃຈ ດີກວ່າໄປທະນາຄານໃຫຍ່ໆ ແຕ່ບໍ່ຮູ້ຈັກໃຜເລີຍ.

ອັບເດດວັນທີ 14 ມີນາ 2014: ທາງຕົວແທນຂອງທະນາຄານໂທມາຊີ້ແຈງເລື່ອງທີ່ເກີດຂຶ້ນ ໂດຍລະບຸວ່າ

1. ການປິດບັນຊີຂອງ JP Morgan ເກີດຂຶ້ນໃນເດືອນ 2
2. ທະນາຄານ BCEL ໄດ້ພະຍາຍາມແຈ້ງໃຫ້ລູກຄ້າແລ້ວ ແຕ່ກໍບໍ່ສາມາດແຈ້ງໃຫ້ຄົບຖ້ວນໄດ້
3. ທະນາຄານບໍ່ສາມາດຮູ້ໄດ້ວ່າມີເງິນຈາກໃສຄ້າງແດ່ ເວັ້ນເສຍລູກຄ້າຈະແຈ້ງໄປແລ້ວທະນາຄານຈຶ່ງສາມາດນຳໃຫ້ໄດ້ ແຕ່ການນຳໃຫ້ກໍບໍ່ສາມາດເລັ່ງລັດໄດ້ ເພາະເປັນການເຮັດວຽກຂອງສອງ ຫຼືຫຼາຍກວ່າສອງທະນາຄານຮ່ວມກັນ ດັ່ງນັ້ນ ຕ້ອງຖ້າໃຫ້ທະນາຄານອື່ນຕອບກັບມາຈຶ່ງຈະສາມາດຕອບລູກຄ້າອີກເທື່ອນຶ່ງໄດ້
4. ການຫັກເງິນ $40 ບໍ່ຮູ້ໃຜຫັກ ບໍ່ແມ່ນ JP Morgan ກໍຄືຊິແມ່ນທະນາຄານຕົ້ນທາງທີ່ດຶງເງິນກັບ
5. ທາງ BCEL ໄດ້ພະຍາຍາມເຕັມທີ່ໃນການຕິດຕາມແລະຊ່ວຍເຫຼືອແລ້ວ

ຟັງແລ້ວກໍບໍ່ມີຫຍັງຊິເວົ້າ ກໍໄດ້ແຕ່ຂອບໃຈທີ່ແຈ້ງມາ ແລ້ວກໍໄດ້ແຕ່ຖອນຫາຍໃຈຍາວໆ ວ່າເປັນການຕັດສິນໃຈຍ້າຍທະນາຄານໃນຊ່ວງເວລາທີ່ບໍ່ຖືກຕ້ອງເອງ ເພາະກາຍເປັນວ່າຍ້າຍເອົາຕອນທີ່ JP Morgan ປິດບັນຊີຢູ່ລາວ ເຊິ່ງມີຜົນກັບທຸກທະນາຄານ (ຕາມທີ່ຕົວແທນຂອງ BCEL ບອກມາ) ກໍເລີຍເຮັດໃຫ້ຖືກຄາວຊວຍໄປ.

ກໍມີແຕ່ ຂອບໃຈອີກຄັ້ງນຶ່ງ ສຳລັບຕົວແທນ BCEL ທີ່ໂທມາຊີ້ແຈງແລະຂໍໂທດໃນເຫດການທີ່ເກີດຂຶ້ນ. ສຳລັບໃນນາມຂອງລູກຄ້າ ຜູ່ໃຊ້ບໍລິການແລ້ວ ກໍຜິດຫວັງ ແຕ່ກໍບໍ່ຊ່າງຊິວ່າແນວໃດ ເຮົາກໍວ່າເຮົາເສຍຫາຍ ເສຍທັງເວລາທັງຄວາມຮູ້ສຶກ ທັງເງິນ ສ່ວນທະນາຄານເພິ່ນກໍວ່າເຮັດດີທີ່ສຸດແລ້ວ ກໍຄືຊິສຸດແນວນັ້ນລະເນາະ.