ບັນຫາປ່ວງໆ ຂອງລູກຄ້າຕ່າງປະເທດ

Posted on December 23, 2009, under ຮ້ານອາຫານ.

ກ່ອນໜ້ານີ້ເຄີຍຂຽນບລັອກກ່ຽວກັບລູກຄ້າທີ່ມາສຽບໄຟຢູ່ຮ້ານໄປແດ່ແລ້ວ ມື້ນີ້ມາຂຽນເພີ່ມເຕີມ. ດັ່ງທີ່ຮູ້ກັນວ່າ ນັກທ່ອງທ່ຽວຊາວຕ່າງຊາດມັກຈະມີ Notebook ຫຼື Netbook ຫຼືອຸປະກອນຂະໜາດນ້ອຍທີ່ສາມາດເຊື່ອມຕໍ່ອິນເຕີເນັດໄດ້ຜ່ານທາງ WiFi ນຳສະເໝີ. ເມື່ອນັກທ່ອງທ່ຽວເຫຼົ່ານີ້ເຂົ້າມາຮ້ານ ກໍກາຍເປັນລູກຄ້າເຮົາໄປ ແລະບັນດາລູກຄ້າປະເພດນີ້ເອງທີ່ມັກມີຄວາມບໍ່ເຂົ້າໃຈ ຫຼືພະຍາຍາມຈະບໍ່ເຂົ້າໃຈ ຫຼືແມ່ນແຕ່ “ຝ່າຝືນ” ກົດລະບຽບຂອງຮ້ານ.

ໂດຍປົກກະຕິແລ້ວ ຮ້ານຈະໃຫ້ໃຊ້ WiFi ໄດ້ຟຣີໂດຍບໍ່ຄຶດຄ່າໃຊ້ຈ່າຍໃດໆ ແຕ່ມີຂໍ້ກຳນົດວ່າ ບໍ່ສາມາດສຽບສາຍໄຟ ເພື່ອໃຊ້ໄຟຈາກຮ້ານໄດ້ ຂໍ້ນີ້ມີລະບຸໃນປ້າຍດຽວກັບທີ່ລະບຸວ່າມີ WiFi ໃຫ້ໃຊ້ຟຣີນັ້ນລະ.

ບັນຫາກໍຄື ລູກຄ້າມັກຈະບໍ່ສົນໃຈກົດລະບຽບດັ່ງກ່າວ ບາງຄັ້ງກໍຊອກບ່ອນສຽບໄຟໂດຍບໍ່ສົນໃຈຫຍັງທັງໝົດ ຕໍ່ໃຫ້ມີສາຍໄຟສຽບຢູ່ແລ້ວ ເພິ່ນກໍຖອດອອກແລ້ວສຽບສາຍຂອງຕົນເອງໃສ່ແທນທີ່ ໂດຍບໍ່ຖາມທາງຮ້ານເລີຍຈັກຄຳ! ເມື່ອໄປແຈ້ງໃຫ້ຮູ້ວ່າບໍ່ອະນຸຍາດໃຫ້ໃຊ້ໄຟແລ້ວ ກໍມັກຈະຖືກບັນດາລູກຄ້າຈາກປະເທດທີ່ເອີ້ນກັນວ່າ “ພັດທະນາແລ້ວ” ຖາມກັບມາວ່າ “Why” ເຊິ່ງກໍອະທິບາຍໄປວ່າ ພວກເຮົາໃຫ້ບໍລິການຟຣີ WiFi ເປັນ value added ແຕ່ບໍ່ສາມາດເສຍຄ່າໃຊ້ຈ່າຍເພີ່ມເຕີມເພື່ອ “ຈ່າຍ” ຄ່າໄຟໃຫ້ລູກຄ້າໄດ້ອີກ.

ຢ່າງໃດກໍຕາມ ລູກຄ້າສ່ວນຫຼາຍມັກຈະບໍ່ພໍໃຈ ແລະບໍ່ພະຍາຍາມເຂົ້າໃຈ ໂດຍສະເພາະແມ່ນເຮັດໜ້າປະມານວ່າ “ກ…ລະເຊັງ” = =’

ເນື່ອງດ້ວຍວ່າ ບາງທີປ້າຍມັນອາດຈະບໍ່ເປັນທີ່ສົນໃຈພໍປານໃດໃຫ້ເຫັນຂໍ້ຄວາມວ່າ ບໍ່ອະນຸຍາດໃຫ້ໃຊ້ໄຟຈາກຮ້ານ ດັ່ງນັ້ນຈຶ່ງພິມຂໍ້ຫ້າມເປັນເຈ້ຍໂຕໜັງສືຂະໜາດພໍອ່ານໄດ້ໃນໄລຍະ 3 ແມັດວ່າ “DO NOT USE WITHOUT PERMISSION” ຕິດໃສ່ບ່ອນປລັກໄຟໄວ້ ເວລາເຂົາຈະສຽບກໍຈະໄດ້ອ່ານເຫັນງ່າຍໆ ພ້ອມວ່າບໍ່ໃຫ້ໃຊ້ໂດຍບໍ່ໄດ້ຮັບອະນຸຍາດ.

ອະນິດຈາ ໂລກນີ້ບໍ່ທ່ຽງແທ້! ເປັນດັ່ງທີ່ທ່ານຜູ່ອ່ານຄຶດໄວ້ນັ້ນລະ ລູກຄ້າກໍຍັງສຽບໄຟທັງໆ ທີ່ມີປ້າຍຕິດຢູ່ນັ້ນເອງ!

ລູກຄ້າບາງຄົນກໍແຄ້ນແຮງທີ່ບໍ່ສາມາດໃຊ້ໄຟຈາກຮ້ານໄດ້ ໂດຍອ້າງເຫດຜົນວ່າ ລາວໄດ້ມາກິນເບຍຢູ່ຮ້ານນີ້ ລາຄາແພງຫຼາຍ (ແກ້ວລະ 12,000 ກີບ) ເປັນຫຍັງສຽບໄຟເທົ່ານີ້ບໍ່ໃຫ້ສຽບ!?! ທາງຮ້ານກໍອະທິບາຍໃຫ້ຟັງ ແຕ່ແນວໃດທ່ານລູກຄ້າກໍຍັງບໍ່ພໍໃຈ ແລະຂູ່ວ່າຈະໄປໂພສໃນອິນເຕີເນັດ.

ຫຼາຍມື້ຜ່ານໄປ ຜູ່ຂຽນພົບວ່າ ລູກຄ້າຄົນດັ່ງກ່າວໄດ້ເຂົ້າໄປໂພສໃນເວັບໄຊກ່ຽວກັບການທ່ອງທ່ຽວແຫ່ງນຶ່ງ ໂດຍລະບຸວ່າຕົນເອງໄດ້ມາພັກທີ່ບ້ານພັກແຫ່ງນີ້ ແລະບໍ່ສາມາດໃຊ້ໄຟໄດ້ເນື່ອງຈາກທາງຮ້ານບໍ່ອະນຸຍາດ!! ເຊິ່ງຄວາມຈິງກໍຄື ລູກຄ້າຄົນດັ່ງກ່າວບໍ່ໄດ້ເປັນແຂກບ້ານພັກຂອງທາງຮ້ານ ເປັນພຽງລູກຄ້າຮ້ານອາຫານທີ່ມາກິນອາຫານເທົ່ານັ້ນເອງ.

ຂຽນມາກໍຍາວ ສະຫຼຸບແລ້ວ ເລື່ອງນີ້ໃຫ້ຂໍ້ຄຶດກໍຄື:

  • ອັນຂຶ້ນຊື່ວ່າ “ຝຣັ່ງ” ທີ່ບອວກ່າມັກເຮັດຕາມກົດລະບຽບ ເຂັ່ງຂັດນັ້ນ ບາງຄົນກໍບໍ່ເປັນແບບນັ້ນ ແຕ່ເປັນໃນທາງກົງກັນຂ້າງກັນ.
  • ແລະກໍ “ຝຣັ່ງ” ອີກນັ້ນລະ ທີ່ຂີ້ຕົວະເກັ່ງສຸດໆ 🙂
  • ມັນຈະເກີດຂຶ້ນແບບນີ້ອີກຍາວນານນນນນນນນ ຮະຮາ

ຈົບດີກວ່າເນາະ .. ສະບາຍດີ.

ໃນທີ່ສຸດກໍໄດ້ໃຊ້ WPA2!!!

Posted on October 4, 2009, under ເທັກໂນໂລຢີ.

ດັ່ງທີ່ຮູ້ໆ ກັນວ່າ WPA ນັ້ນເປັນການເຂົ້າລະຫັດທີ່ບໍ່ປອດໄພອີກຕໍ່ໄປແລ້ວ ເນື່ອງຈາກມີລາຍການ ແລະບົດຄວາມກ່ຽວກັບການ hack ອອກມາຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ການເຂົ້າລະຫັດແບບ WPA ນັ້ນຂາດປະສິດທິພາບດ້ານຄວາມປອດໄພໄປໃນທີ່ສຸດ.

ສຳລັບ Router ທີ່ໃຊ້ຢູ່ບ້ານແມ່ນ Netgear DG834GT ເຊິ່ງເປັນ ADSL Modem + Router + Wireless Access point ໃນໂຕ ໂດຍຕອນທຳອິດສາມາດລະບຸ Security Options ໄດ້ພຽງ WEP, WPA ແລະ WPA-802.1x ເທົ່ານັ້ນ ແຕ່ດ້ວຍຄວາມບັງເອີນ ມື້ນີ້ໄດ້ອ່ານບລັອກຂອງ @sikachu ເລື່ອງ Upstream margin ຕິດລົບ ກໍເລີຍພະຍາຍາມຫາທາງກວດສອບ Upstream margin ໃນ router ທີ່ໃຊ້ ປາກົດວ່າຊອກບໍ່ເຫັນຈັກເທື່ອ, ຈຶ່ງໄດ້ໄປເວັບໄຊຂອງ netgear ເພື່ອກວດສອບ ແລະພົບວ່າ ມີ firmware ໃໝ່ຂອງ router ລຸ້ນທີ່ໃຊ້ຢູ່ນຳ.

ຫຼັງຈາກອ່ານ changelog ແລ້ວ ພົບວ່າຫຍໍ້ໜ້າສຸດທ້າຍລະບຸເລື່ອງທີ່ຕື່ນເຕັ້ນສຸດໆ ນຳ ນັ້ນຄື:

Added support for Wi-Fi Protected Access Version 2 (WPA2) wireless encryption, which is a more powerful encryption method than WPA and which utilizes the Advanced Encryption Standard (AES) block cipher (WPA uses the RC4 stream cipher). To invoke this feature go to Security Options on the Wireless Settings page.

ເມື່ອຮູ້ດັ່ງນັ້ນແລ້ວກໍຈັດການດາວໂຫຼດມາແລ້ວອັບເກຣດຊະ ຕອນນີ້ກໍເລີຍເປັນອັນວ່າໄດ້ໃຊ້ WPA2 ສົມໃຈຢາກ 😀

ອັນທີ່ຈິງກ່ອນໜ້ານີ້ຫຼາຍເດືອນ ເຄີຍພະຍາຍາມຫາທາງໃຊ້ WPA2 ເນື່ອງຈາກມີລູກຄ້າບາງຄົນທຳທ່າວ່າຈະໃຊ້ Wireless ຂອງຮ້ານໂດຍບໍ່ໄດ້ຮັບອະນຸຍາດ ຈຶ່ງຄຶດວ່າໃຊ້ WPA2 ດີກວ່າເພື່ອຄວາມປອດໄພ ແຕ່ຕອນນັ້ນ router ຍັງບໍ່ຮອງຮັບ WPA2 ແລະກໍຍັງບໍ່ມີ firmware ອອກມາ. ດັ່ງນັ້ນຈຶ່ງໄປເອົາ ASUS WL-700gE Router ທີ່ຊື້ມາດອງມາໃຊ້ … ຊ້ຳຮ້າຍ WL-700gE ບໍ່ມີ WPA2 ຄືກັນ -*-

ປ.ລ. ເບິ່ງ Upstream/Downstream margin ຂອງ Netgear ເບິ່ງໄດ້ຈາກເມນູ Maintenance -> Router Status -> Show Statistics

WiFi (no)switch #2

Posted on September 20, 2009, under ເທັກໂນໂລຢີ.

ຈາກກ່ອນໜ້ານີ້ໃນ “WiFi (no)switch” ປາກົດວ່າ ຕອນນີ້ສາມາດແກ້ໄຂບັນຫາໄດ້ແລ້ວ … ໂດຍການໃຊ້ວິທີງ່າຍໆ ເທົ່ານັ້ນເອງ .. ລອງທວາຍກັນເບິ່ງວ່າເຮັດແນວໃດ?

  1. re-assembly switch ເອງໃໝ່ດ້ວຍຕົນເອງ
  2. ໃຊ້ປາຕິຫານ
  3. ສົ່ງໄປຮ້ານແປງ
  4. ໃຊ້ Google

(more…)

WiFi (no)switch

Posted on September 16, 2009, under ເທັກໂນໂລຢີ.

USB WiFi Adapter

ພໍດີວ່າເຮັດ switch ສຳລັບເປີດປິດ WiFi ໃນ Notebook ຍີ່ຫໍ້ Acer ລຸ້ນ Aspire 5052 ເພ.. ແບບວ່າ ມັນເພມາດົນແລ້ວ ເລື່ອງມັນເກີດຂຶ້ນຕອນປະມານເກືອບສອງປີກ່ອນ ຕອນນັ້ນຄອມມັນຮ້ອນຂຶ້ນນັບມື້ນັບຮ້ອນ ແລ້ວພໍດີໄປອ່ານເຫັນໃນເວັບບອດນຶ່ງ ເພິ່ນວ່າຂອງເພິ່ນຮ້ອນຫຼາຍ ກໍເລີຍແກະ NB ມາປັດຝຸ່ນແລ້ວກໍ… bingo ມັນກໍເຊົາຮ້ອນ.

ກໍເລີຍໄປລອງນຳ ປາກົດວ່າ… ໄຂໄປໄຂມາ ສຸດຍາກກກ!! ໄຂແລ້ວບາດນີ້ປິດຄືນບໍ່ໄດ້ອີກ ບັນດານັອດກໍເຫຼືອກັນເຕັມ ທີ່ໂຊກຮ້າຍກໍຄື ຕອນປິດນັ້ນ ໄປເຮັດ switch ທີ່ເປັນຢາງຍື່ນອອກມາສຳລັບປິດເປີດ WiFi ຫັກ… ນັບແຕ່ນັ້ນມາຈຶ່ງຕ້ອງໃຊ້ເຫຼັກເຂົ້າໄປແຍ່ເພື່ອໃຫ້ມັນເປີດແທນ… ຫາເລື່ອງໂດຍແທ້ -_-‘

WiFi switch

ຕາມຮູບທາງເທິງ ຈະເຫັນວ່າ ບໍ່ມີສະວິດສຳລັບເປີດປິດແລ້ວ ເພາະມັນຫ້ຽນໄປ .. ທຳອິດມັນບໍ່ໄດ້ຫ້ຽນຂະໜາດນັ້ນ ແຕ່ເກີດຂຶ້ນຍ້ອນວ່າ ໄປແຍ່ແຮງໂພດຈົນມັນຫັກ ກໍເລີຍຄວັດໆໆໆ ອອກມາຈົນໝົດ 555+

ທີ່ເຫຼືອເຊື່ອກໍຄື ປາກົດວ່າມັນໃຊ້ໄດ້!!! ຕອນນີ້ກາຍເປັນ ບໍ່ມີ switch ສຳລັບເປີດປິດ ແຕ່ມັນກໍເປີດໄວ້ຕະຫຼອດ (ຍັງບໍ່ໄດ້ລອງ shutdown) ເອີ.. ກໍດີຄືກັນ..

ເສດ switch

ຮູບທາງເທິງ ເສດຂອງ switch ທີ່ເຫຼືອ = =”

ບັນຫາ Acquiring Network Address ແບບບໍ່ຮູ້ຈົບ

Posted on August 31, 2008, under ເທັກໂນໂລຢີ.

ເນື່ອງຈາກວ່າຢູ່ຮ້ານຈະເປີດສັນຍານອິນເຕີເນັດ Wireless ໃຫ້ລູກຄ້າຫຼິ້ນ ແຕ່ວ່າ ຈະພົບບັນຫາລູກຄ້າບາງຄົນບໍ່ສາມາດເຊື່ອມຄໍ່ກັບ Access Point ໄດ້ ເຊິ່ງກໍ່ໜ້າແປກ ທຳອິດຄິດວ່າເປັນນຳຮອງຮັບ Encrytion ທີ່ໃຊ້ຢູ່ (ໃຊ້ WPA-PSK) ແຕ່ວ່າລອງໃຊ້ No encryption ແລ້ວກໍ່ຍັງບໍ່ໄດ້ອີກ ວິນິໄສຕໍ່ໄປວ່າອາດຈະເປັນນຳຄອມຯ ຂອງຜູ້ກ່ຽວກເອງ ເພາະເຄື່ອງອື່ນກໍ່ຄືວ່າໃຊ້ໄດ້ຢູ່ (ຢ່າງນ້ອຍກໍ່ມີຄອມຯ ເຮົາກັບຂອງ POS ທີ່ໃຊ້ຢູ່)

ຫຼັງຈາກທີ່ໄປກູກິ້ງສອງຮອບ ກໍ່ພົບວ່າ ຕ້ອງປ່ຽນ SSID ເປັນຊື່ອື່ນ (ຊື່ເກົ່າມັນຍາວ) ພໍລອງປ່ຽນແລ້ວ ປະກົດວ່າ Surprise! ແກ້ໄຂບັນຫາໄດ້ຢ່າງທັນຄວັນ 😀

ແຕ່ສະຫຼຸບແລ້ວກໍ່ຍັງງົງວ່າຕົກລົງແລ້ວມັນມີບັນຫາຍ້ອນ SSID ແລ້ວເປັນຫຍັງບາງເຄື່ອງຄືເຂົ້າໄດ້ລະ?