Tag Archives: ເວັບໄຊ

Punlao.com ໂສມໃໝ່ໃນຮອບ 18 ປີ

ຈາກໂພສກ່ອນໜ້ານີ້ທີ່ຄິດວ່າຈະເປີດໃຫ້ໃຊ້ໄດ້ແລ້ວເກັບເປັນ archive ໄປຍາວໆ ປາກົດວ່າ ພໍແກ້ແລ້ວໆ ພົບບັນຫາຫຼາຍຢ່າງ ກໍເລີຍແກ້ບາງສ່ວນໄປ ພໍແກ້ບາງສ່ວນໄປ ສ່ວນອື່ນກໍບໍ່ເຂົ້າກັນ ເລີ່ມຈາກແກ້ໜ້າທຳອິດ ແກ້ໄປແລ້ວມັນຕ່າງກັບໜ້າອື່ນເກີນໄປ ເລີຍຕ້ອງແກ້ໜ້າອື່ນນຳ ແລ້ວກໍລາມໄປຈົນຄົບທຸກສ່ວນຂອງເວັບ ງົງເລີຍ

ຕອນນີ້ພັນລາວກໍເລີຍກາຍເປັນຮູບແບບໃໝ່ໂດຍສົມບູນ ແຕ່ກໍຍັງມີລິ້ງກັບໄປເບິ່ງແບບເກົ່າໄດ້ຢູ່ ເຮັດໃຫ້ສາມາດໃຊ້ໄດ້ທັງແບບໃໝ່ທີ່ເໝາະສົມກັບມືຖື ແລະແບບເກົ່າທີ່ເຄີຍຈື່ໄດ້ເມື່ອ 18 ປີກ່ອນ

ຫວັງວ່າໃຜທີ່ຍັງຢູ່ ຈະລອງເຂົ້າໄປຫວນຄືນຄວາມຊົງຈຳເກົ່າໆກັນຢູ່ພັນລາວ 🙂

ປ.ລ. ຮູ້ຫຼືບໍ່ວ່າພັນລາວເປັນໜຶ່ງໃນເວັບໄຊບໍ່ເທົ່າໃດເວັບທີ່ຍັງເຫຼືອລອດມາຈາກຍຸກປີ 2000!