Tag Archives: laoblogger

ຄັງເກັບ LaoBlogger

LaoBlogger.com ເປັນ WordPress Mu-powered site ທີ່ສ້າງປະມານປີ 2007-2008 ຊ່ວງເວລາໃກ້ໆ ກັບພັນລາວ ຕອນນັ້ນໃນລາວບໍ່ຄ່ອຍມີໃຜຂຽນບລັອກກັນ ກໍຖືວ່າດຶງຄົນມາຂຽນໄດ້ຫຼາຍຂຶ້ນ ເຖິງແມ່ນວ່າຈະບໍ່ໄດ້ມີຫຼາຍເປັນພັນເປັນໝື່ນຄືກັບບ່ອນອື່ນ

ບໍ່ແນ່ໃຈວ່າມີບັນຫາຫຍັງ ອາດເປັນເລື່ອງເຊີບເວີ ຫຼື ພື້ນທີ່ຈັດເກັບ ຫຼື ການບຳລຸງຮັກສາ ແຕ່ສຸດທ້າຍກໍປິດຕົວລົງໄປ ແຕ່ສິ່ງທີ່ໜ້າເຫຼືອເຊື່ອຄື ມີການເກັບສຳຮອງຂໍ້ມູນບາງສ່ວນໄວ້ ເປັນສ່ວນຂອງທ້າຍປີ 2008 ແລ້ວທີ່ເຫຼືອເຊື່ອໄປກວ່ານັ້ນຄື ແຟ້ມສຳຮອງຂໍ້ມູນນັ້ນຖືກເກັບຮັກສາອີກຕໍ່ມາກວ່າ 18 ປີ

ເມື່ອບໍ່ດົນມານີ້ໄດ້ໄປຮື້ຄົ້ນ harddrive ເກົ່າໆ ແລ້ວພົບຖານຂໍ້ມູນນີ້ໂດຍບັງເອີນ ຈຶ່ງນຳກັບມາເປີດເປີດຄັງເກັບແບບອ່ານຢ່າງດຽວຢູ່ laoblogger.punlao.com ຖ້າໃຜໄດ້ຜ່ານມາ ແລະຢາກຮູ້ວ່າສະໄໝນັ້ນຂຽນຫຍັງກັນກໍລອງແວ່ໄປເບິ່ງໄດ້

ບັນຫາໃນ LaoBlogger.com

ມື້ຄືນນີ້ໄປນອນແລ້ວອ້າຍເລັກເພິ່ນທັກມາໃນເອັມຯ ບອກວ່າລາວບລັອກເກີມັນຂຶ້ນ

Apache is functioning normally

ກໍ່ສົງໄສຢູ່ວ່າ ເອ໊ະ ຄືວ່າແປງເທື່ອນັ້ນລະ ຍັງກັບມາເປັນໃໝ່ອີກ ສົງໄສເປັນນຳມີບັນຫາ Datacenter ມື້ກ່ອນແນ່ນອນແບບນີ້ ກໍ່ເລີຍຕ້ອງຫາທາງແກ້ ແກ້ໄປແກ້ມາ ດຽວເຂົ້າ subdomain ໄດ້ແຕ່ domain ບໍ່ໄດ້ ດຽວເຂົ້າ domain ໄດ້ແຕ່ subdomain ບໍ່ໄດ້ອີກ ງົມແກ້ຢູ່ປະມານເກືອບຊົ່ວໂມງກໍ່ແກ້ໄດ້ ເທື່ອນີ້ຈົດ config ໄວ້ດີກວ່າ ກັນບັນຫາໃນອະນາຄົດ 🙂

Continue reading ບັນຫາໃນ LaoBlogger.com