ຕອນແລງມື້ນີ້ຂະນະທີ່ກຳລັງນັ່ງຖ່າຍຮູບຢູ່ດີໆ ໄດ້ຍິນສຽງແຊວໆ ທາງນອກ ຟັງຄັກໆ ປາກົດວ່າ ເຂົາລົມກັນເລື່ອງເງິນເສຍ
ເລື່ອງຂອງເລື່ອງລະແມ່ນ ຄົນຍີ່ປຸ່ນທີ່ເຮັດວຽກຢູ່ລາວ (ເວົ້າພາສາລາວໄດ້) ມາປ່ຽນເງິນວັນທີ 9 ເດືອນ 4 ປີ 2010 ເພິ່ນບອກວ່າ ເອົາມາປ່ຽນ $100 ແຕ່ຂໍປ່ຽນ $50 ອີກ $50 ຂໍເປັນເງິນໂດລ່າຄືນ ປາກົດວ່າ ຕອນຮັບເງິນນັ້ນ ບໍ່ໄດ້ໄລ່ເງິນວ່າຄົບບໍ່…
ຜ່ານໄປຮອດວັນທີ 13 ເດືອນ 4 ປີ 2010 ເພິ່ນມາເວົ້າວ່າ ມື້ນັ້ນ (4 ມື້ກ່ອນ) ບໍ່ໄດ້ນັບເງິນ ແຕ່ມື້ນີ້ໄປນັບແລ້ວ ມັນມີແຕ່ $5 ບໍ່ແມ່ນ $50 ສະແດງວ່າ ພະນັກງານເຈົ້ານີ້ໂກງຂ້ອຍ…!!! ອືມ… ຟັງແລ້ວກໍງົງໆ ຊິມາບອກຫຍັງເອົາຕອນນີ້ຫວະ ກໍເລີຍອະທິບາຍວ່າ ທຳມະດາ ປ່ຽນເງິນ ຕ້ອງໄດ້ນັບເງິນກ່ອນອອກໄປ ເພິ່ນກໍວ່າ ເພິ່ນຮູ້ຢູ່ ແຕ່ຄຶດວ່າຊິເປັນແບບທະນາຄານ ບໍ່ຕ້ອງນັບກໍໄດ້!!!
ອືມ… ກໍເລີຍບອກວ່າ ທະນາຄານກໍຄືກັນ ຕ້ອງໄດ້ນັບກ່ອນ ຖ້າເຮົາອອກໄປແລ້ວບໍ່ນັບ ແລ້ວພົບວ່າ ເງິນບໍ່ຄົບ ຊິກັບໄປເຂົາກໍບໍ່ເອົາໃຫ້ດອກ ເພາະເຮົາອອກໄປແລ້ວເດ ຢູ່ນີ້ກໍຄືກັນ … ຄົນຍີ່ປຸ່ນຟັງແລ້ວກໍບໍ່ຍອມ ບອກວ່າ ຂ້ອຍບໍ່ໄດ້ຈ້າ!!! ຂ້ອຍເປັນຄົນຊື່ ຂ້ອຍກໍເລີຍບໍ່ໄດ້ນັບກ່ອນ ບໍ່ຄຶດວ່າພະນັກງານເຈົ້າຊິໂກງຂ້ອຍ!
ເອີ… ຊັ້ນ ຈັກຊິບອກແນວໃດ ຄົນບໍ່ໄດ້ຈ້າ ແຕ່ຊື່ນິ ບໍ່ຮູ້ຊິເວົ້ານຳ ກໍເລີຍວ່າ ເອີ້ ຊັ້ນແລ້ວ ຂ້ອຍກໍບໍ່ຮູ້ຊິຊ່ວຍ ເພາະທຳມະດາ ຕ້ອງໄດ້ນັບກ່ອນ ແລ້ວຄົນຍີ່ປຸ່ນກໍເວົ້າໄປສາລະພັດ ເວົ້າຮອດວ່າຊິໄປແຈ້ງຕຳຫຼວດ (ໄປໂລດ ຮີບໄປ ດຽວເຂົາຊິປິດຫ້ອງການກ່ອນ ໄປດຽວນີ້ໂລດ) ແຕ່ລົມໄປລົມມາ ເພິ່ນກໍບອກວ່າ ກັບກ່ອນ ບໍ່ລົມແລ້ວ -__-‘
ຕອນແລງມື້ນີ້ຂະນະທີ່ກຳລັງນັ່ງຖ່າຍຮູບຢູ່ດີໆ ໄດ້ຍິນສຽງແຊວໆ ທາງນອກ ຟັງຄັກໆ ປາກົດວ່າ ເຂົາລົມກັນເລື່ອງເງິນເສຍ
ເລື່ອງຂອງເລື່ອງລະແມ່ນ ຄົນຍີ່ປຸ່ນທີ່ເຮັດວຽກຢູ່ລາວ (ເວົ້າພາສາລາວໄດ້) ມາປ່ຽນເງິນວັນທີ 9 ເດືອນ 4 ປີ 2010 ເພິ່ນບອກວ່າ ເອົາມາປ່ຽນ $100 ແຕ່ຂໍປ່ຽນ $50 ອີກ $50 ຂໍເປັນເງິນໂດລ່າຄືນ ປາກົດວ່າ ຕອນຮັບເງິນນັ້ນ ບໍ່ໄດ້ໄລ່ເງິນວ່າຄົບບໍ່…
ຜ່ານໄປຮອດວັນທີ 13 ເດືອນ 4 ປີ 2010 ເພິ່ນມາເວົ້າວ່າ ມື້ນັ້ນ (4 ມື້ກ່ອນ) ບໍ່ໄດ້ນັບເງິນ ແຕ່ມື້ນີ້ໄປນັບແລ້ວ ມັນມີແຕ່ $5 ບໍ່ແມ່ນ $50 ສະແດງວ່າ ພະນັກງານເຈົ້ານີ້ໂກງຂ້ອຍ…!!! ອືມ… ຟັງແລ້ວກໍງົງໆ ຊິມາບອກຫຍັງເອົາຕອນນີ້ຫວະ ກໍເລີຍອະທິບາຍວ່າ ທຳມະດາ ປ່ຽນເງິນ ຕ້ອງໄດ້ນັບເງິນກ່ອນອອກໄປ ເພິ່ນກໍວ່າ ເພິ່ນຮູ້ຢູ່ ແຕ່ຄຶດວ່າຊິເປັນແບບທະນາຄານ ບໍ່ຕ້ອງນັບກໍໄດ້!!!
ອືມ… ກໍເລີຍບອກວ່າ ທະນາຄານກໍຄືກັນ ຕ້ອງໄດ້ນັບກ່ອນ ຖ້າເຮົາອອກໄປແລ້ວບໍ່ນັບ ແລ້ວພົບວ່າ ເງິນບໍ່ຄົບ ຊິກັບໄປເຂົາກໍບໍ່ເອົາໃຫ້ດອກ ເພາະເຮົາອອກໄປແລ້ວເດ ຢູ່ນີ້ກໍຄືກັນ … ຄົນຍີ່ປຸ່ນຟັງແລ້ວກໍບໍ່ຍອມ ບອກວ່າ ຂ້ອຍບໍ່ໄດ້ຈ້າ!!! ຂ້ອຍເປັນຄົນຊື່ ຂ້ອຍກໍເລີຍບໍ່ໄດ້ນັບກ່ອນ ບໍ່ຄຶດວ່າພະນັກງານເຈົ້າຊິໂກງຂ້ອຍ!
ເອີ… ຊັ້ນ ຈັກຊິບອກແນວໃດ ຄົນບໍ່ໄດ້ຈ້າ ແຕ່ຊື່ນິ ບໍ່ຮູ້ຊິເວົ້ານຳ ກໍເລີຍວ່າ ເອີ້ ຊັ້ນແລ້ວ ຂ້ອຍກໍບໍ່ຮູ້ຊິຊ່ວຍ ເພາະທຳມະດາ ຕ້ອງໄດ້ນັບກ່ອນ ແລ້ວຄົນຍີ່ປຸ່ນກໍເວົ້າໄປສາລະພັດ ເວົ້າຮອດວ່າຊິໄປແຈ້ງຕຳຫຼວດ (ໄປໂລດ ຮີບໄປ ດຽວເຂົາຊິປິດຫ້ອງການກ່ອນ ໄປດຽວນີ້ໂລດ) ແຕ່ລົມໄປລົມມາ ເພິ່ນກໍບອກວ່າ ກັບກ່ອນ ບໍ່ລົມແລ້ວ -__-’
ພໍດີມື້ຄືນມີຄົນສົ່ງຫຍັງແປກໆ ໃຫ້ເບິ່ງ ກໍບໍ່ທັນສັງເກດຫຍັງຫຼາຍ ເຂົາວ່າແມ່ນ laobuddy.net ກໍເລີຍໄປເບິ່ງປາກົດວ່າ …

ຄຸ້ນໆ ເນາະ ຄືໆ ເຄີຍອ່ານຢູ່ໃສມາກ່ອນ… (ຕິ໊ກຕັອກ ຕິ໊ກຕັອກ ຄຶດອອກບໍ່?)
ສະເຫຼີຍເລີຍດີກວ່າ ທີ່ເຫັນທາງເທິງນັ້ນ ແມ່ນກັອບປີ້ມາຈາກໜ້າທຳອິດພັນລາວນັ້ນເອງ

ເທົ່ານັ້ນຍັງດ້ານບໍ່ພໍ ເພິ່ນຍັງເຮັດໄດ້ດີກວ່ານັ້ນອີກ!! ໂດຍການໄປປ່າວປະກາດຕາມເວັບຕ່າງໆ ຮວມເຖິງ au8ust.org ແລະ laoblogger.com ໂດຍມີຂໍ້ຄວາມເຊີນຊວນໃຫ້ເຂົ້າເວັບ LaoBuddy.net !!! (ລາວຊ່າງກ້າພິລຶກ O.o)

ທາງເທິງແມ່ນໂຄສະນາເພິ່ນໃນ au8ust.org

ແລ້ວກໍ LaoBlogger.com
ຍັງ ຍັງບໍ່ພໍ ເທົ່ານີ້ຍັງນ້ອຍໄປ ດຽວຊິບໍ່ມີຄົນເຂົ້າເວັບ ດັ່ງນັ້ນຕ້ອງໄປເວັບດັງໆ ຢ່າງ Samakomlao ນຳ

ເໜືອຄຳບັນຍາຍ ~_~
ແຕ່ກີ້ ກ່ອນມີ LaoBuddy.net ປະມານປີກ່ອນ ຫຼືປີກາຍ ມັນມີເວັບ LaoBuddy.com ນຳ ອັນນັ້ນແຮງຄັກ ກັອບເອົາຮູບສະມາຊິກໃນພັນລາວໄປໄວ້ໜ້າເວັບໂຕເອງ ຈົນຕ້ອງແຈ້ງໄປໃຫ້ເອົາອອກ ແລ້ວກໍຜິດຖຽງກັນ ລົມກັນໄປລົມກັນມາ ເພິ່ນສົ່ງມາບອກວ່າ ເພິ່ນອ່ານພາສາລາວບໍ່ອອກ ໃຫ້ສົ່ງເປັນພາສາອັງກິດໄປ (ເຈົ້າຂອງເວັບ LaoBuddy.com ແມ່ນຄົນລາວຢູ່ຕ່າງປະເທດ) ກໍເລີຍກາຍເປັນວ່າ ບໍ່ຕ້ອງລົມກັນຊ້ຳ ເພາະວ່າເພິ່ນລືມວິທີອ່ານພາສາລາວ!!!
ສັ່ງ Zoom H4n ຈາກເມກາມາຕັ້ງແຕ່ພຸ້ນ ວັນທີ 15 ມັງກອນ 2010 ຈົນຮອດ 24 ກຸມພາ 2010 ຈຶ່ງໄດ້ຮັບ ເບິ່ງໃນເວັບໄຊ USPS ເຂົາບອກວ່າ ເຄລຍພາສີໃນລາວຜ່ານຕັ້ງແຕ່ວັນທີ 2 ກຸມພາ ແຕ່ຜັດວ່າຫາກໍໄດ້ຮັບເອົາວັນທີ 24 ຍ້ອນໂທໃຫ້ຄົນໄປນຳຊອກເຄື່ອງ ບໍ່ຊັ້ນຄືຊິບໍ່ໄດ້ =”=
ແລ້ວວັນທີ 25 ກຸມພາ 2010 ກໍມີບຸລຸດໄປສະນີເອົາໃບທາງລຸ່ມມາໃຫ້ ໂອ ເວນກຳ -_-‘

ຂຽນວ່າ ຄັ້ງທີ 2 ແລ້ວຄັ້ງທີ 1 ມັນຢູ່ໃສຫວະງົງ -*-
ມັນຊ່າງເຂົ້າກັບສະຖານະການຕອນນີ້ດີແທ້ 🙂

ຈາກ Harold’s Planet ຜ່ານ pradt.net
my life, thoughts, ideas, and random stuff… since 2007