ລະຫັດໄປສະນີລາວ

Posted on October 21, 2013, under ສັງຄົມ.

ເຄີຍສົງໄສມາດົນແລ້ວວ່າລະຫັດໄປສະນີແຕ່ລະເຂດ ແຕ່ລະແຂວງມັນແມ່ນຫຍັງ ແຕ່ກໍຊອກຫາຂໍ້ມູນບໍ່ໄດ້ ຈົນໃນທີ່ສຸດໝູ່ສະນິດທີ່ຢູ່ຫຼວງພະບາງກໍຊອກມາໃຫ້ ຕ້ອງຂອບໃຈຫຼາຍໆ

ໃນໂອກາດນີ້ກໍໂພສໄວ້ນີ້ເລີຍເພື່ອຈະໄດ້ນຳໃຊ້ນຳກັນ

(more…)

ໃບແຈ້ງການ ຄັ້ງທີ 2

Posted on February 25, 2010, under ຝອຍໃຫ້ຟັງ.

ສັ່ງ Zoom H4n ຈາກເມກາມາຕັ້ງແຕ່ພຸ້ນ ວັນທີ 15 ມັງກອນ 2010 ຈົນຮອດ 24 ກຸມພາ 2010 ຈຶ່ງໄດ້ຮັບ ເບິ່ງໃນເວັບໄຊ USPS ເຂົາບອກວ່າ ເຄລຍພາສີໃນລາວຜ່ານຕັ້ງແຕ່ວັນທີ 2 ກຸມພາ ແຕ່ຜັດວ່າຫາກໍໄດ້ຮັບເອົາວັນທີ 24 ຍ້ອນໂທໃຫ້ຄົນໄປນຳຊອກເຄື່ອງ ບໍ່ຊັ້ນຄືຊິບໍ່ໄດ້ =”=

ແລ້ວວັນທີ 25 ກຸມພາ 2010 ກໍມີບຸລຸດໄປສະນີເອົາໃບທາງລຸ່ມມາໃຫ້ ໂອ ເວນກຳ -_-‘

ໃບແຈ້ງການ ຄັ້ງທີ 2

ຂຽນວ່າ ຄັ້ງທີ 2 ແລ້ວຄັ້ງທີ 1 ມັນຢູ່ໃສຫວະງົງ -*-