ການຂໍ VISA ອາເມລິກາ

ຂຽນເມື່ອ December 24, 2013, ໃນຫມວດ ຊີວິດ.

UPDATE 5 ເມສາ 2014: ຕອນນີ້ວິທີການຂໍ VISA ແຕກຕ່າງໄປແລ້ວ ໂດຍສະເພາະການຈ່າຍເງິນ ແລະນັດໝາຍ ແມ່ນເຮັດຜ່ານເວັບໄຊ ustraveldocs ສຳລັບຜູ່ສົນໃຈ ໃຫ້ໄປທີ່ http://www.ustraveldocs.com/la/index.html ໄດ້ເລີຍ

 

ເຄີຍຂຽນເທື່ອນຶ່ງແລ້ວໃນ ປະສົບການໄປສຳພາດ VISA USA ແຕ່ມັນບໍ່ຄ່ອຍລະອຽດ ບາງຄົນອ່ານແລ້ວອາດຈະງົງ ກໍເລີຍຂຽນໃໝ່ ເພາະຮອບນີ້ໄປຂໍຮອບທີ 3 ແລ້ວ (ເພິ່ນກໍບໍ່ອະນຸມັດ long-term VISA ໃຫ້ຈັກເທື່ອ ໃຫ້ແຕ່ 3 ເດືອນຕະຫຼອດ ໄດ້ໄປຂໍໃຫມ່ປະຈຳ)

ຂັ້ນຕອນການຂໍ VISA ຈະມີ 3 ສ່ວນ:

  1. ການຂຽນແບບຟອມ
  2. ການສຳພາດ
  3. ການໄປຮັບ VISA (ໃນກໍລະນີທີ່ຜ່ານ)

ມາເບິ່ງກັນເລີຍວ່າເຮັດແນວໃດແດ່

1. ການຂຽນແບບຟອມ

ຂັ້ນຕອນທຳອິດ ສາມາດເຮັດໄດ້ສອງທາງ ຄືໄປຂໍແບບຟອມມາຂຽນ ຫຼືຂຽນແບບຟອມອອນລາຍຜ່ານໜ້າເວັບຂອງສະຖານທູດອາເມລິກາ ເຊິ່ງແນະນຳໃຫ້ເຮັດຕາມແບບຫຼັງ ເພາະງ່າຍ ແລະໄວກວ່າ

ເລີ່ມຕົ້ນແມ່ນເຂົ້າໄປທີ່ https://ceac.state.gov/GenNIV/Default.aspx ຈາກນັ້ນເລືອກບ່ອນຢູ່ເປັນ Vientiane, Laos  ແລ້ວກໍຄລິກ Start an application ແລ້ວກໍຈັດການເຮັດຕາມຂັ້ນຕອນໄປເລື້ອຍໆ ກໍຈະມີການລະບຸຄຳຖາມລັບ ຄຳຕອບລັບ ແລ້ວກໍຕາມດ້ວຍຂໍ້ມູນສາລະພັດຊະນິດທີ່ເພິ່ນຢາກຮູ້ ເຮັດໄປຈົນຂັ້ນຕອນສຸດທ້າຍ ຈະໄດ້ Confirmation Number ມາ ເປັນໂຕເລກ ປົນໂຕອັກສອນຈຳນວນ 10 ໂຕມາ ເຊັ່ນວ່າ AA003QW3Y7 ເປັນຕົ້ນ ໃຫ້ເກັບເລກນີ້ໄວ້ໃຫ້ດີ ອາດຈະພິມໄວ້ນຳກໍໄດ້ ເຂົາເຈົ້າມີບ່ອນໃຫ້ກົດ Print.

ປົກກະຕິ ຄວນຈະພິມອອກມາສອງຊຸດ ຊຸດທຳອິດແມ່ນ Application letter ມັນຈະມີສອງໜ້າ ແລ້ວກໍອີກຊຸດແມ່ນ Confirmation number (ຕາມຮູບທາງລຸ່ມ) ຈະມີລະຫັດ 10 ໂຕຢູ່ນຳ ແລ້ວກໍຢ່າລືມຮູບ 1 ໃບປະໄວ້ ເພື່ອເຂົາເຈົ້າຊິຖາມອີກ (ເອົາຮູບດຽວກັບທີ່ເຮົາໃຊ້ຕອນຂຽນແບບຟອມອອນລາຍກໍໄດ້)

usvisa

2. ການສຳພາດ

ບາດນີ້ຂັ້ນຕອນການສຳພາດ ຈະມີສອງສ່ວນ ຄື 1. ການນັດໝາຍສຳພາດ ແລ້ວກໍ 2. ການໄປສຳພາດ

2.1. ການນັດໝາຍສຳພາດ

ໃຫ້ໄປທີ່ https://evisaforms.state.gov/default.asp?postcode=VNT&appcode=3 ຈາກນັ້ນຄລິກທີ່ຫົວຂໍ້ Schedule Appointment ຕາມຮູບລຸ່ມ

NIV Appointment System

ຄລິກແລ້ວໆ ຈະມາອອກອີກໜ້ານຶ່ງຢູ່ລຸ່ມ

NIV Appointment System

ບ່ອນ Barcode Number ໝາຍເຖິງ Confirmation number ຫັ້ນລະ ເປັນລະຫັດ 10 ໂຕ ກໍພິມໃສ່ ຫຼືກັອບໃສ່ ແລ້ວກໍຄລິກ Submit ທາງຂວາ ແລ້ວຈະມີປະຕິທິນອອກມາໃຫ້ເລືອກມື້ສຳພາດ ກໍຄລິກເລືອກໄປຕາມນັ້ນ ຈາກນັ້ນໜ້າຖັດໄປອີກ ຈະມີໃຫ້ລະບຸຊື່, ນາມສະກຸນ, ໝາຍເລກ Passport, ອີເມວ ກັບເບີໂທ ພ້ອມທັງເວລາທີ່ຕ້ອງການສຳພາດ (ຢູ່ວຽງຈັນມີເວລາດຽວແມ່ນຕອນ 7:45 AM) ເລືອກແລ້ວໆ ກໍກົດ Submit ໄປກໍເປັນອັນວ່າແລ້ວ (ຖ້າຈື່ບໍ່ຜິດ ໜ້າຈະມີໃຫ້ຢືນຢັນນຳ ແລ້ວກໍພິມອອກມາໄດ້ ໜ້າຢືນຢັນການສຳພາດ ເຊິ່ງຈະມີລະບຸວັນເວລາການສຳພາດ)

2.2. ການໄປສຳພາດ

ຂັ້ນຕອນນີ້ກໍບໍ່ມີຫຍັງຫຼາຍ ກຽມໂຕກຽມໃຈໃຫ້ພ້ອມເພື່ອໄປສຳພາດ ຢ່າລືມເອົາ Passport ກັບຮູບໄປນຳ (ຮູບອາດຈະບໍ່ໄດ້ໃຊ້ ແຕ່ເອົາໄປເພື່ອໄວ້ເຂົາຖາມ) ສະຖານທີ່ (ນະ ຕອນທີ່ກຳລັງຂຽນໂພສນີ້) ແມ່ນສະຖານທູດອາເມລິກາປະຈຳປະເທດລາວ ຕັ້ງຢູ່ທີ່ຖະໜົນບາໂຕໂລນີ (Bartholonie) ບ້ານທາດດຳ ຫຼືເບິ່ງຕາມແຜນທີ່ 17° 57.908′, 102° 36.695′ ເລີຍ (ກັອບໄປໃສ່ Google Maps).

ການໄປຄວນໄປແຕ່ເຊົ້າ ເພິ່ນເລີ່ມແມ່ນ 7:45 AM ແຕ່ຖ້າໄປໄວ ກໍຈະໄດ້ຄິວໄວ ສົມມຸດວ່າມີ 24 ຄົນ ຄິວທີ 16 ຈະໃຊ້ເວລາ 2 ຊົ່ວໂມງກວ່າຊິໄດ້ສຳພາດ ພວກຄິວທ້າຍໆ ຕ້ອງຖ້າດົນຫຼາຍ ສະນັ້ນ ໄປກ່ອນ ຖ້າໜ້ອຍກວ່າ

ການເຂົ້າໄປເພິ່ນຈະບໍ່ໃຫ້ເອົາໂທລະສັບ ຫຼືສິ່ງທີ່ເປັນເຄື່ອງ electronic ເຂົ້າໄປ ສະນັ້ນ ຖ້າຢ້ານເບື່ອຖ້າ ໃຫ້ເອົາປຶ້ມທີ່ມັກ ໄປອ່ານນຳ ສ່ວນເລື່ອງຫ້ອງນ້ຳບໍ່ຕ້ອງຫ່ວງ ມີໃຫ້ໃຊ້ຢູ່ພາຍໃນ

ຫຼັງຈາກທີ່ເຂົ້າໄປພາຍໃນໄດ້ແລ້ວ ຈະເຫັນວ່າມັນມີປ່ອງຢ້ຽມຢູ່ 5 ປ່ອງ ຮຽງກັນ (ມີປ່ອງອື່ນນຳ ແຕ່ຢ່າມັນເທາະ) ເຮົາຕ້ອງຖ້າເຂົາເຈົ້າເອີ້ນໝາຍເລກເຮົາ ແລ້ວກໍໄປປ່ອງທີ 1 ເພື່ອຈ່າຍເງິນ ແລະຍື່ນເອກະສານ (Passport ກັບເອກະສານ VISA application ຂອງເຮົາ) ແລ້ວກໍມານັ່ງຖ້າອີກດົນນນນນນນ ເຕີບ ກວ່າເຂົາເຈົ້າຈະເອີ້ນອີກຮອບນຶ່ງ ໃຫ້ໄປປ່ອງທີ 4 ຫຼືບໍ່ກໍ 5 ຈາກນັ້ນກໍຈັດການສະແກນລາຍນິ້ວມື ທຳອິດແມ່ນສະແກນ 4 ນິ້ວຊ້າຍກ່ອນ ແລ້ວ 4 ນິ້ວຂວາ ຈາກນັ້ນຕາມດ້ວຍນິ້ວໂປ້ 2 ນິ້ວພ້ອມກັນ ຮວມເປັນ 10 ນິ້ວ ຂັ້ນຕອນນີ້ເອີ້ນວ່າ ten-print ວ່າຊັ້ນ.

ໃນການສຳພາດ ຈະຖາມຫຼາຍຢ່າງ ແຕ່ວ່າຫຼາຍຊ່ຳໃດແມ່ນແລ້ວແຕ່ການພິຈາລະນາຂອງຜູ່ສຳພາດ ເຊັ່ນ: ອາດຈະຖາມວ່າໄປເຮັດຫຍັງ? ໄປດົນບໍ່? ໃຜຈ່າຍເງິນໃຫ້? ຢາກໄປຢູ່ພຸ້ນບໍ່? ຢູ່ພຸ້ນໜາວໃດ! ຮວມເຖິງວ່າ ຫາກເຮົາບອກວ່າເຮົາເຮັດທຸລະກິດນັ້ນນີ້ນີ້ນັ້ນ ເຂົາເຈົ້າກໍອາດຈະຂໍເບິ່ງເອກະສານປະກອບການພິຈາລະນານຳ ສະນັ້ນ ໃຜບໍ່ແນ່ໃຈ ກໍຄວນເອົາເອກະສານໄປໃຫ້ຄົບ ເວລາຖາມຫຍັງຈຶ່ງງ່າຍ.

ຖ້າວ່າຜ່ານ ຄົນສຳພາດກໍຈະເອົາເຈ້ຍໃບນຶ່ງໃຫ້ ຂຽນລາຍລະອຽດວັນເວລາ ແລະຊື່ໃຫ້ ວ່າໃຫ້ມາຮັບເອົາ VISA ພ້ອມ Passport ມື້ໃດ ແຕ່ຫາກວ່າບໍ່ຜ່ານ ກໍຄື ບໍ່ຜ່ານ ເທື່ອໜ້າມາເຮັດໃໝ່ລະກັນເນາະ ເທື່ອນີ້ເສຍເງິນ $160 ໄປລ້າໆ 🙁

3. ການໄປຮັບ VISA (ໃນກໍລະນີທີ່ຜ່ານ)

ຫາກວ່າໃຜສຳພາດຜ່ານແລ້ວ ກໍສະບາຍລະ ມີແຕ່ໄປເອົາ VISA ໄດ້ເລີຍ ມັນຈະເປັນເຈ້ຍໃບນຶ່ງ ຕິດຢູ່ໃນ Passport ໜ້າໃດໜ້ານຶ່ງຂອງເຮົາ.

ໂດຍປົກກະຕິແລ້ວ ຈະນັດໄປເອົາເວລາ 3:30 PM ກໍກັບໄປສະຖານທູດເມກາໃນວັນເວລາທີ່ກຳນົດ ແລ້ວກໍໄປນັ່ງຖ້າຄິວເອົາ VISA + Passport ຈາກນັ້ນກໍຈົບເລື່ອງ ກັບບ້ານມານອນຕີພຸງຖ້າໄປເມກາໄດ້ເລີຍ 🙂

 

Tags: , , , ,

ຂຽນຄຳເຫັນ

*

code