ສົງໄສບໍ່ແມ່ນຄົນລາວ

ຂຽນເມື່ອ July 27, 2009, ໃນຫມວດ ຝອຍໃຫ້ຟັງ.

ພໍດີມີຄົນລາວມາປ່ຽນເງິນນຳ ເປັນສອງແມ່ລູກ ຄົນວຽງຈັນ ມາຮອດ ເພິ່ນບອກວ່າ “ປ່ຽນເງິນແດ່ $100” ຈາກນັ້ນກໍຖາມວ່າ “ໄລ່ເທົ່າໃດ” ເລີຍຊີ້ໃຫ້ເບິ່ງເຈ້ຍອັດຕາແລກປ່ຽນ ທຳອິດເພິ່ນບໍ່ເຫັນ ເລີຍຊີ້ໃຫ້ເບິ່ງໃໝ່ ເພິ່ນໃຊ້ສາຍຕາເບິ່ງເຈ້ຍບາດດຽວແລ້ວເວົ້ານຳລູກສາວວ່າ “ສົງໄສບໍ່ແມ່ນຄົນລາວ” ລູກສາວຟັງແລ້ວຖາມວ່າ “ເປັນຫຍັງ?” ຜູ່ເປັນແມ່ຕອບລູກວ່າ “ລາວບໍ່ຕອບເດ້ ຖາມເປັນພາສາລາວ ລາວບໍ່ຕອບກໍແປວ່າບໍ່ແມ່ນຄົນລາວ ຖ້າແມ່ນຄົນລາວ ລາວກໍຕ້ອງຕອບ”

ນັ່ງຟັງສອງແມ່ລູກລົມກັນ ຮູ້ສຶກງົງ ເອ໊ະ? ເປັນຫຍັງຕ້ອງມັກໃຫ້ຢ້ຳໃນສິ່ງທີ່ມີຢູ່ແລ້ວ ເຈ້ຍກໍຕິດຢູ່ຕໍ່ໜ້າ ຊິວ່າລາວສາຍຕາບໍ່ດີກໍບໍ່ແມ່ນ ເພາະໄລ່ເງິນໄດ້ຕາມປົກກະຕິ ບາດວ່າຊີ້ໃຫ້ເບິ່ງໂຕເລກແລ້ວ ຍັງບໍ່ພໍໃຈອີກ ຫຼືວ່າຢາກໃຫ້ຄົນເອົາໃຈ?

ກໍບໍ່ໄດ້ຕອບຫຍັງສອງແມ່ລູກ ໄລ່ເງິນໃຫ້ ເອົາເຈ້ຍໃຫ້ (ເຈ້ຍທີ່ເວລາໄລ່ເງິນແລ້ວເປັນໂຕເລກຄູນໃຫ້ເບິ່ງພ້ອມຈຳນວນເງິນທັງໝົດທີ່ໄດ້) ເພິ່ນກໍເອົາໄປໄລ່ ແລ້ວເອົາເຈ້ຍນັ້ນໃຫ້ລູກສາວ ໄລ່ເງິນແລ້ວ ໆ ຖາມລູກສາວວ່າ “ເຈ້ຍ receipt ຢູ່ນຳລູກຫວາ?” ລູກກໍຕອບວ່າແມ່ນແລ້ວ.

ຄຳເວົ້າການຄຳເວົ້າ ມັນຊ່າງຂັດກັນດີແທ້ -_-‘

Tags: ,

2 ຄຳເຫັນກ່ຽວກັບເລື່ອງນີ້ to "ສົງໄສບໍ່ແມ່ນຄົນລາວ"

gravatar

Co2  on July 27, 2009

ສົງໃສເພິ່ນມີຄະຕິມາແຕ່ຢີ່ປຸ່ນວ່າ “ລູກຄ້າຄືພະເຈົ້າ”….. ຕິ.

gravatar

au8ust  on July 27, 2009

ເປັນນຳເຮົາບໍ່ຊ່າງເອົາໃຈລູກຄ້າຫັ້ນນາທ່ານໂກ້ -_-

ຂຽນຄຳເຫັນ

*

code