Post archive for ‘ຝອຍໃຫ້ຟັງ’
ແລ້ວຊາດ
ວ່າຊິຂຽນດົນແລ້ວ ແຕ່ບໍ່ທັນຂຽນ ມື້ນີ້ເລີຍຊິຂຽນໃຫ້ຈົບ ໆ ໄປ ເລື້ອງມັນມີຢູ່ວ່າ ມື້ໜຶ່ງ ມີຄົນສົ່ງເພງມາໃຫ້ຟັງ ສົ່ງມາທາ Windows Live Messenger ກໍ່ຖ້າ ໆ ໆ ໆ ຈົນມັນແລ້ວ ແລ້ວກໍ່ຄລິກເປີດຟັງ… ປະກົດວ່າ… ຂຶ້ນ…
ແລ້ວຈາກນັ້ນ ມັນກໍ່ລຶບໄຟລ໌ໃຫ້ເອງພ້ອມ!!!! ໂອ້ວວວ!!! ຊ່າງມາສະຫຼາດລ້ຳລຶກຄຶກຄະນອງເອົາແທ້ເອົາວ່າ ບໍ່ສັ່ງມັນກໍ່ລຶບ 5555 ແຖມກູ້ຈາກໃສກໍ່ບໍ່ໄດ້ອີກ!!! ແລະທີ່ສຳຄັນໄປກວ່ານັ້ນ ບໍ່ສາມາດກຳໜົດໄດ້ວ່າໃຫ້ເຮັດແນວໃດເມື່ອພົບໄຟລ໌ທີ່ໜ້າສົງໄສ!! ແລ້ວຊາດ -_-”
Technorati Tags: windows live messenger, wlm, ແລ້ວຊາດ, ອັດຕະໂນມັດ, automatic, realme, au8ust
ຫາກໍ່ຮູ້
ພໍດີອ່ານ ໆ Feed ເຫັນຫົວຂໍ້ How I got banned from Digg ແລ້ວໃສ່ຂໍ້ຄວາມວ່າ (Stuff to Think About) ເລີຍຜຸດອອກທັນທີ່ວ່າ ມັນແປວ່າ “ເລື່ອງໃຫ້ຄິດ” !!!
ໂອ ພາສາອັງກິດບາງທີກໍ່ແປກັນຕາມຕົວເລີຍເນາະ ^_^
ອຸດົມໄປດ້ວຍວິຕາມິນແລະແປ້ງນົວ >_
ຕອນເຊົ້າໄປຮັບຟ່າງ ແລ້ວກໍ່ໄປເລາະເບິ່ງວ່າມີຫຍັງກິນບໍ່ ເລາະໄປເລາະມາ ຕອນນັ້ນປະມານ 7 ໂມງເກືອບເຄິ່ງລະ ແຕ່ວ່າ ຍັງບໍ່ມີຮ້ານໃດເປີດເທື່ອ (ຫລວງພະບາງ) ໄປ ໆ ມາ ໆ ເລີຍກາຍໄປຮ້ານເຂົ້າປຽກເຂົ້າ ຢູ່ໃກ້ ໆ ກັບທະນາຄານພັດທະນາລາວ ກໍ່ໄປນັ່ງກິນ ທຳອິດກໍ່ລືມມມມມມມມມມມມມ ກິນໄປຈົນຫມົດ ແລ້ວກໍ່ກັບ
ພໍກັບຮອດຮ້ານ ຮູ້ສຶກເພຍ ໆ ນັ່ງໄປນັ່ງມາ ຈຶ່ງຄິດອອກວ່າ ອໍ້….!!!! ຮ້ານອັນນີ້ມັນໃສ່ແປ້ງນົວເກີນຂະໜາດແລ້ວ 555+ ເວນກຳເອີ້ຍ ຮູ້ຊີ້ບໍ່ໄປກິນຂອງມັນດີກວ່າ ເຊັງຈິດ -*-
ຟ່າງໄປນຳກໍ່ຄືຊິເມື່ອຍ ໆ ຄືກັນ ບໍ່ເຂົ້າໃຈວ່າເຂົາຊິໃສ່ຫລາຍໄປເຮັດຫຍັງ ບ້ານເຮົານິຍົມກິນແປ້ງນົວ ເຮັດຫຍັງກໍ່ຕ້ອງໃສ່ແປ້ງນົວ ຄົນບ້ານອື່ນເມືອງອື່ນມາ ເຂົາບໍ່ກິນແປ້ງນົວ ມາເຈີະກັບອາຫານບ້ານເຮົາລະເຊົາຢາກເລີຍ 555
ເຄີຍມີຄົນໄທມາ ພີ່ເຈບ ກັບພີ່ຕັ້ມ ມາ ເພິ່ນວ່າ ເມືອງລາວໃສ່ແປ້ງນົວເກີນຂະໜາດ ເຊິ່ງຟັງແລ້ວກໍ່ແທ້ ເພາະວ່າ ຕອນກິນອາດຈະດີ ແຕ່ວ່າ ຫລັງຈາກກິນແລ້ວ ມັນບໍ່ດີ ບາງຄົນມີອາການບໍ່ຖືກກັບແປ້ງນົວເຖິງຂະໜາດວ່າ ກິນແລ້ວບໍ່ມີແຮງ ຫຼືເປັນອຳມະພາດຊົ່ວຄາວເລີຍກໍ່ມີ [...]
ກ່ຽວກັບ Laonux
ຫລັງຈາກໂພສຕ໌ກ່ອນໜ້ານີ້ ກໍ່ພະຍາຍາມຄົນຫາຂໍ້ມູນກ່ຽວກັບ Laonux ລະບົບປະຕິບັດການລິນຸກຂອງຄົນລາວ ແຕ່ກໍ່ບໍ່ພົບຫຍັງຫລາຍ ແຫລ່ງຂໍ້ມູນບາງບ່ອນລະບຸວ່າ Laonux ໄດ້ອອກສູ່ສາທາລະນະເປັນທີ່ຮຽບຮ້ອຍແຕ່ດົນແລ້ວ ເຊິ່ງກໍ່ໜ້າແປກ ເພາະໃນລາວເອງ ພັດບໍ່ມີໃຜຮູ້ຈັກ ຫຼືມີນ້ອຍຄົນເຫລືອເກີນທີ່ຈະຮູ້ຈັກວ່າ ມັນໜ້າຕາເປັນແນວໃດ???
Laonux ດັ້ງເດີມຈະມີເວບໄຊຕ໌ຂອງໂຄງການຢູ່ທີ່ http://laonux.muanglao.com/ ແຕ່ວ່າ ຕອນນີ້ມັນເຂົ້າບໍ່ໄດ້ເສຍແລ້ວ ຮູ້ສຶກວ່າ ກຳລັງປັບປຸງວ່າຊັ້ນ ໂຊກດີທີ່ໃນໂລກນີ້ມີເວບ Archive.org ກໍ່ເລີຍໄດ້ຮູ້ວ່າ ຫນ້າເວບແຕ່ກ່ອນຕອນຍັງບໍ່ໄດ້ປິດນັ້ນເປັນແນວໃດ ໂດຍໄປເບິ່ງໄດ້ທີ່ http://web.archive.org/
ບລັອກຂອງ ict4dev ກໍ່ບໍ່ມີຫຍັງຫລາຍ ບໍ່ອັບເດດມາດົນເຕີບແລ້ວ ເລີຍວ່າບໍ່ເປັນປະໂຫຍດຫຍັງຫລາຍ
ຊອກໄປຊອກມາ ຢູ່ເວບ ee43 ມີຂໍ້ມູນກ່ຽວກັບລາວນຸກລົງໄວ້ໜ້ອຍໜຶ່ງ ສາມາດອ່ານໄດ້ຈາກລິງກ໌ນີ້
ແລ້ວກໍ່ມີເວົ້າຮອດລາວນຸກອີກໜ້ອຍໜຶ່ງໃນບລັອກຂອງທ່ານເທບພິທັກ ເຊິ່ງເປັນນັກພັດທະນາຊາວໄທ ສາມາດອ່ານໄດ້ຈາກລິງກ໌ນີ້
ໃນຂະນະທີ່ຄົ້ນຫາຂໍ້ມູນກ່ຽວກັບເລື່ອງນີ້ ຮູ້ສຶກວ່າ ຈະມີຄົນເວົ້າເຖິງໂຄງການ “อินเทอร์เน็ตเท้าปั่น” ຟັງແລ້ວກໍ່ງົງ ໆ ບໍ່ເຂົ້າໃຈວ່າມັນກ່ຽວຫຍັງກັນ -__-)”
ຄືບໜ້າແນວໃດຈະມາລາຍງານຕໍ່
Technorati Tags: laonux, ict4dev, ee43, theppitak, realme, au8ust
ICT4Dev ກັບມາອີກຄັ້ງ
ກ່ອນໜ້ານີ້ຮູ້ສຶກວ່າຈະເຂົ້າບໍ່ໄດ້ເລີຍ ແຕ່ມື້ນີ້ລອງໃຫມ່ ເຂົ້າ ICT4Dev ປະກົດວ່າ ເຂົ້າໄດ້ແລ້ວ ແຕ່ກໍ່ຍັງຄືເກົ່າ ຄືເກົ່າເພາະວ່າ ບໍ່ອັບເດດຫຍັງເລີຍຫັ້ນແຫລ່ະ 555 ທຳອິດວ່າຊິໄປຊອກຫາຂໍ້ມູນກ່ຽວກັບ Laonux ເຊິ່ງກໍ່ຄື ລະບົບປະຕິບັດການລິນຸກທີ່… ອືມ ຈະວ່າແນວໃດດີ ເອີ້ນວ່າ ພັດທະນາໂດຍຄົນລາວລະກັນ ແຕ່ກໍ່ບໍ່ມີຫຍັງໃຫ້ເບີ່ງ
ເຄີຍໄດ້ຍິນມາວ່າ ເຂົາພັດທະນາແລ້ວ ໆ ແຕ່ບັນຫາກໍ່ຄື ຍັງບໍ່ມີໃຜໄດ້ເຄີຍໃຊ້ລາວຫັ້ນຕິ LOL
ຖ້າຄືບຫນ້າຄືບຫລັງແນວໃດ ຈະນຳມາລົງອີກເທື່ອໜ້າ
Technorati Tags: laonux, ລາວນຸກ, ລິນຸກ, linux, lao, lao linux, au8ust, realme, opensource
ເລື່ອງຂອງຊີ້ນດາດບຸບເຟ່
ແຕ່ໃດ ໆ ມາເວລາມີຄົນຊວນນິນໄປກິນຊີ້ນດ້ານບຸບເຟ່ ກໍ່ມັກຈະຕອບວ່າ “ບໍ່ໄປ” 555 ເພາະວ່າບໍ່ມັກ ເບິ່ງແລ້ວມັນຄືບໍ່ຫນ້າກິນເລີຍ ເພາະວ່າຫຍັງ? ເພາະວ່າ
ເຂົາເອົາແຕ່ປະລິມານ ຄຸນນະພາບບໍ່ໄດ້
ບໍ່ຄຸ້ມ ເພາະໄປກັນສາມສີ່ຄົນ ແຕ່ຈ່າຍຄົນລະຊາວຫ້າພັນ (ຢູ່ຫລວງພະບາງ) ແຕ່ກິນໜ້ອຍດຽວ ສູ້ໄປແບບທຳມະດາສັ່ງສອງຊຸດຄຸ້ມກວ່າ
ໄປແລ້ວບໍ່ເຈີະພວກຫນ້າຕາດີ (ກ່ຽວເດີ້ຂໍ້ນີ້ 555)
ດັງນັ້ນແຫລະ ຈຶ່ງບໍ່ມັກໄປກິນ ເຖິງມີຄົນຊວນໄປແນວໃດກໍ່ບໍ່ໄດ້ ເສຍເວລາ ເສຍຄວາມຮູ້ສຶກ ເຄຍບອກໝູ່ ບອກຄົນຮູ້ຈັກວ່າ ຢ່າໄປກິນເລີຍພວກເຈົ້າ ເຂົາເຮັດບໍ່ຄ່ອຍສະອາດ ບາງຄົນກໍ່ເຊື່ອ ບໍ່ຄົນກໍ່ຟັງແລ້ວ ໆ ໄປ ບໍ່ໃສ່ໃຈ
ພໍດີມື້ນີ້ໄປອ່ານກະທູ້ໃນມະຫາສານ
ເລື່ອງນີ້ບໍ່ແມ່ນເລື່ອງທີ່ຫາກໍ່ເກີດຂື້ນ ຄວາມຈິງແລ້ວມັນເກີດມາແຕ່ດົນມີຄົນຈຳນວນຫຼາຍ ທີ່ມີພຶດຕິກຳມັກກີນຂອງຟຼີ ຫຼືກີນແບບບຸບເຟ ເພາະໄດ້ກີນຫຼາຍ ກີນຕາມໃຈມັກ ໃນນີ້ລວມທັງຜູ້ຂຽນເອງ ແຕ່ຈະມີຈັກຄົນ ທີ່ຮູ້ຈັກ (ຜົນເສັຍ)ຂອງມັນ ໃນປະຈຸບັນ ກຳລັງມີການກໍ່ສ້າງເສັ້ນທາງຫຼາຍແຫ່ງໃນນະຄອນຫຼວງວຽງຈັນ ເຮັດໃຫ້ຮ້ານຊີ້ນດາດ ແບບບຸບເຟ ຫຼາຍແຫ່ງໄດ້ຮັບຜົນກະທົບ ມີບາງວັນ ຮ້ານອາຫານບໍ່ມີແຂກມາ ອາຫານທີ່ຕຽມໄວ້ເຫຼືອຫຼາຍ ເຈົ້າຂອງຮ້ານເກັບຊີ້ນໄວ້ດ້ວຍການໃຊ້ສານ ຮໍໂມນ (ເປັນສານກັນບູດ-ເນົ່າ) ເພີ່ນນິຍົມເອົາໄວ້ສັກຄົນຕາຍ ເພື່ອເຮັດໃຫ້ຊົບບໍ່ເນົ່າເໝັນ ໂດຍການປະສົມສານຮໍໂມນກັບນ້ຳໃນອັດຕາສ່ວນ 1ບ່ວງກາເຟ [...]
Spams Attack!
ຮູ້ສຶກວ່າ au8ust.org ຈະມີ spams ເຂົ້າມາຫລາຍສຸດ ໆ ເຊິ່ງກໍ່ພະຍາຍາມຫາປລັກອິນຕ່າງ ໆ ມາຈັດການແລ້ວ ແຕ່ປານນັ້ນກໍ່ຍັງມີເຂົ້າມາຢູ່ເລື້ອຍ ໆ ອີກ ຕອນຫລັງໃຊ້ WP-Hash ກໍ່ຍັງຫລຸດເຂົ້າມາອີກ ແຖມຍັງສ້າງບັນຫາໃຫ້ໂພສຕ໌ບໍ່ໄດ້ນຳ ເລີຍເອົາຊະ
ຕໍ່ມາ ໆ ໃຊ້ປລັກອິນໃຫ້ບວກເລກ ແຕ່ກໍ່ຍັງບໍ່ໄດ້ເລື້ອງໄດ້ລາວຫຍັງ ຍັງເຈີະ Spams ເຂົ້າມາອີກ ສົງໄສດຽວຊິໄດ້ໃຊ້ CAPTCHAs ແຕ່ມັນກໍ່ຫຍຸ້ງຍາກອີກ
ອືມ… ຈັກຊິໃຊ້ມຸກໃດແລ້ວບາດນີ້ ຫ້າ ຫ້າ ຫ້າ ບວກ
Technorati Tags: captcha, spam, au8ust, wp-hash, math
ພາຍຸໂຊນຮ້ອນລະຫວ່າງວັນທີ່ 24-26
ອ່ານຂ່າວໃນ RFA Lao ເຂົາບອກວ່າ ມີໂອກາດທີ່ຈະເກີດພາຍຸໂຊນຮ້ອນຂຶ້ນໄດ້ ເພາະຄວາມກົດອາກາດສູງຈາກຈີນມາປົກຄຸມ ຕາມສ່ວນຕ່າງ ໆ ຂອງລາວໄດ້ອ່ອນກຳລັງລົງແລະກາຍເປັນຄວາມກົດອາກາດຕ່ຳ ແລ້ວກໍ່ສະພາບອາກາດທີ່ຮ້ອນອົບເອົ້າ ເຊິ່ງອາດຈະເຮັດໃຫ້ເກີດພາຍຸລະດູຮ້ອນຂຶ້ນມາໄດ້
ອຸນຫະພູມສູງສຸດໃນເດືອນນີ້ຈະຢູ່ທີ່ປະມານ 34 ອົງສາ ຕ່ຳສຸດ 18 ອົງສາໃນພາກເຫນືອ ສ່ວນພາກອື່ນ ກໍ່ອ່ານເອົາຕາມລິງກ໌
ທີ່ມາ - RFA Lao
Technorati Tags: rfa lao, ຄວາມກົດອາກາດ, ຮ້ອນ, ອຸນຫະພູມ, ພາກເໜືອ. realme, au8ust
ບອກຮັກ ໑໐໑ ພາສາ
English - I love youAfrikaans - Ek het jou liefAlbanian - Te duaArabic - Ana behibak (to male)Arabic - Ana behibek (to female)Armenian - Yes kez sirumenBambara - M’bi feBengali - Ami tomake bhalobashi (pronounced: Amee toe-ma-kee bhalo-bashee)Belarusian - Ya tabe kahayuBisaya - Nahigugma ako kanimoBulgarian - Obicham teCambodian - Soro lahn nhee ahCantonese Chinese [...]
ພາບບັນຍາກາດງານສົງການຢູ່ຫລວງພະບາງ
ເບິ່ງທັງຫມົດໄດ້ຈາກລິງກ໌ Picasa Web Album
ປ.ລ. ນາງສັງຂານປີນີ້ຊື່ວ່າ “ສະລັກເພັດ ສີອຸດົມພັນ” ອາຍຸ 18 ປີ
Technorati Tags: ສົງການ, ບຸນປີໃຫມ່, ຮູບພາບ, ປີໃຫມ່ລາວ, ບຸນເດືອນຫ້າ, ແຫ່ນາງສັງຂານ, au8ust
