ໃນ Google Talk

ຂຽນເມື່ອ November 29, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ.

ພໍດີມື້ວານມື້ກ່ອນໄດ້ເຫັນຊື່ຂອງອ້າຍອະນຸສັກໃນເວັບໂຄງການ Lao Open Source Localization project ກໍ່ເລີຍຄິດອອກວ່າຢາກລົມນຳ ເລີຍແອດເມລເພິ່ນໄປໃນ Google Talk ເຊິ່ງມື້ຖັດມາກໍ່ໄດ້ລົມຫນ້ອຍຫນຶ່ງແຕ່ວ່າເພິ່ນ log out ໄປກ່ອນ ມື້ວານເລີຍໄດ້ລົມອີກບາດຫນຶ່ງ ເວົ້າກັນຫລາຍເລື່ອງ ຕັ້ງແຕ່ເລື່ອງຄວາມຄືບຫນ້າຂອງໂຄງການ OpenSource ຕ່າງ ໆ ໄປຈົນເຖິງເລື່ອງການພັດທະນາ software ໃນລາວ ກໍ່ວ່າບ້ານເຮົາອັນທີ່ຈິງອາດຈະມີນັກພັດທະນາຢູ່ຫລາຍ ແຕ່ວາບໍ່ເກາະກຸ່ມກັນຢູ່ ກ່າວຄືມັກຈະຢູ່ກັນຢ່າງສັນໂດດ ເຈົ້າກໍ່ເຮັດແຕ່ຂອງເຈົາ ຂ້ອຍກໍ່ເຮັດແຕ່ຂອງຂ້ອຍ ບໍ່ໄດ້ມີການແລກປ່ຽນຂໍ້ມູນກັນເທົ່າທີ່ຄວນ ກໍ່ເລີຍໄປ ໆ ມາ ໆ ຢຽບແຕ່ຮອຍເກົ່າ

ຢ່າງໃດກໍ່ຕາມ ສຳຫລັບສະຖານະການໃນຕອນນີ້ກໍ່ຖືວ່າດີຂຶ້ນຫລາຍເມື່ອທຽບກັບເມື່ອກ່ອນ ສາເຫດຫລັກໃຫຍ່ອາດຈະເນື່ອງມາຈາກວ່າມີ Unicode font ໃຫ້ໃຊ້ງານ ຈຶ່ງເຮັດໃຫ້ລະບົບພາສາລາວເທິງເວັບບໍ່ເປັນອຸປະສັກອີກຕໍ່ໄປ

ຂຽນຄຳເຫັນ

*

code