ອັບເດດລາຍຊື່ເວັບໃນເຄືອຫລ້າສຸດ

ຂຽນເມື່ອ November 26, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ, ໄອເດຍ.

ຊ່ວງນີ້ມີວຽກຫລາຍຢ່າງຕ້ອງເຮັດ ກໍ່ເລີຍບໍ່ຄ່ອຍໄດ້ Active ໃນການເຮັດເວັບປານໃດແລ້ວ ແຕ່ວ່າຢ່າງໃດກໍ່ຕາມ ເວັບໃນເຄືອຂ່າຍ au8ust ກໍ່ມີການເພີ່ມຂຶ້ນເລັກນ້ອຍເຖິງປານກາງຕາມແຮງລົມຈາກທິດຕາເວັນອອກ 😛

ມາເຂົ້າເລື່ອງກັນເລີຍ ສຳຫລັບຄວາມຄືບຫນ້າຕອນນີ້ LaoBlogger.com ສຳເລັດໄປສ່ວນຫນຶ່ງແລ້ວ ແຕ່ວ່າຫນ້າຫລັກຍັງຄົງບໍ່ໄດ້ຮັບການປັບແຕ່ງໃຫ້ດີເທື່ອ ລວມໄປເຖິງການໃສ່ HTML/JavaScript code ທີ່ຍັງເຮັດບໍ່ໄດ້ ເຊິ່ງສ່ວນນີ້ສຳຄັນຫລາຍ ເພາະຕ້ອງໃຊ້ໃນກໍລະນີຈະເອົາ Tracker ເຂົ້າມາ

ຕໍ່ມາກໍ່ຄື LaoUpload.com ຄວາມຈິງໂດເມນນີ້ໄດ້ມາດ້ວຍຄວາມບັງເອີນ ເພາະວ່າກ່ອນຫນ້ານີ້ໄປຈົດທະບຽນເຊົ່າ host ກັບ Dreamhost ແລ້ວເຂົາມີ Promotion ສະຫລອງຄົບຮອບ 10 ປີ ກໍ່ເລີຍໄດ້ Host + Domain ມາໃນລາຄາຖືກແສນຖືກ (ປະມານ $10 ຕໍ່ປີ ຫາກຈື່ບໍ່ຜິດ) ໃນ LaoUpload.com ນີ້ເຮັດເປັນເວັບສຳຫລັບອັບໂຫລດໄຟລ໌ຕ່າງ ໆ ໄປຝາກໄວ້ ເພື່ອໃຫ້ຄົນອື່ນໄດ້ດາວໂຫລດໄດ້ ເຊິ່ງຕອນນີ້ລາວອັບໂຫລດກໍ່ຄືບຫນ້າໄປຫລາຍແລ້ວ ແຕ່ຍັງຄົງມີຫລາຍສ່ວນທີ່ຕ້ອງແກ້ໄຂ ລວມໄປເຖິງການເຮັດ subdomain ແຍກສຳຫລັບຜູ້ຕ້ອງການອັບໂຫລດຮູບພາບໂດຍສະເພາະ

ແລະສຸດທ້າຍແຕ່ຍັງບໍ່ທ້າຍສຸດກໍ່ຄື Punlao.com ອັນນີ້ຕັ້ງໃຈວ່າຈະເຮັດເປັນ… ອືມ…ໄວ້ Surprise ດີກວ່າ 😀 ແຕ່ວ່າຕອນນີ້ກໍ່ຍັງບໍ່ທັນໄປຮອດໃສເລີຍສຳຫລັບພັນລາວ.ຄອມ ຄາດວ່າຄົງຈະເປັນຊ່ວງປາຍປີ ຫຼືຕົ້ນປີຫນ້າກວ່າຈະໄດ້ເປີດໂຕ

ເອົາລ່ະ ມື້ນີ້ກໍ່ພໍເທົ່ານີ້ກ່ອນ ໄວ້ຈະມາຂຽນໃຫມ່ອີກ 😀

2 ຄຳເຫັນກ່ຽວກັບເລື່ອງນີ້ to "ອັບເດດລາຍຊື່ເວັບໃນເຄືອຫລ້າສຸດ"

gravatar

ksp  on November 29, 2007

LaoUpload.com ຄັກຫຼາຍ, ແຕ່ LaoBlogger.com ຢູ່ຈີນເຂົ້າບໍ່ໄດ້ T_T

gravatar

au8ust  on November 29, 2007

ເອ… ແປກ ເປັນຫຍັງ LaoBlogger ຄືເຂົ້າບໍ່ໄດ້ຊັ້ນນ່າ? ຖືກບລັອກ domain name ຫວາ? ທີ່ຈິງ laoblogger.com ຊື່ນີ້ຍັງບໍ່ເຄີຍມີໃຜໃຊ້ໜາ…​ (ຫຼືອາດຈະຖືກຄຸມກຳເນີດຕັ້ງແຕ່ກ່ອນຄອດກໍ່ເປັນໄດ້!!?)

ຂຽນຄຳເຫັນ

*

code