Archive for 'ຝອຍໃຫ້ຟັງ'
Surviving a Zombie Apocalypse
Posted on July 12, 2008, under ຝອຍໃຫ້ຟັງ.
OnePlusYou Quizzes and Widgets
ຂຶ້ນໃຈ
ໄລຍະນີ້ເຖິງຈະບໍ່ຄ່ອຍວ່າງ ດ້ວຍເຫດຈາກຄວາມຂີ້ຄ້ານເປັນໃຫຍ່ ແລະຫຍຸ້ງຍາກກັບກິດຈະກຳໃຫມ່ ໆ ໃນພັນລາວ ກໍ່ເລີຍວ່າບໍ່ຄ່ອຍມີເວລາເຮັດອັນອື່ນ ແລະກ່ອນຫນ້ານີ້ ທາງ phpBB3 ກໍ່ອະນຸມັດໃຫ້ເປັນ The Official Language Maintainer for Lao Language ແລ້ວ (ເບິ່ງຫນ້າ Language) ລວມທັງຕ້ອງເລັ່ງເຮັດ Project ໃຫມ່ ໆ ອີກ ກໍ່ເປັນອັນວ່າ Busy ຕະຫລອດເວລາ -*-
ແຕ່ແນວໃດກໍ່ຍັງຫາໂອກາດອ່ານ Feed ແລະຂຽນຂ່າວໃນ au8ust.org ຢູ່ເນືອງ ໆ ເພື່ອບໍ່ໃຫ້ໃຍແມງມຸມມັນເຕັມບລັອກກ່ອນ ຮະຮະ
Ubuntu ShipIt (ໃນທີ່ສຸດກໍ່) ມາຮອດແລ້ວ
ຮູ້ສຶກວ່າ ຈະຂໍແຜ່ນ Ubuntu ໄປດົນ ດົນ ດົນ ດົນ ຕັ້ງແຕ່ຕອນມັນຍັງບໍ່ທັນອອກເທື່ອ (Pre-order) ຫນ້າຈະເປັນເກືອບສອງເດືອນແລ້ວ ໃນທີ່ສຸດ ມື້ນີ້ມັນກໍ່ມາຮອດມື
ເປັນແຜ່ນຊີດີຟຣີທີ່ຂໍໄດ້ຈາກ https://shipit.ubuntu.com/ ໃຊ້ເວລາສົ່ງປະມານ 2 - 8 ອາທິດ ຫຼືປະມານສອງເດືອນເປັນຢ່າງຊ້າ ເຂົາຈະສົ່ງມາໃຫ້ຟຣີ ມີແຕ່ຖ້າຮັບເອົາຢູ່ບ້ານ

ຫນ້າຫໍ່
ໜັງສືທັມມະຈາກບາງກອກ
ຝາກໃຫ້ອ້າຍຕັ້ມເພິ່ນຫາມາໃຫ້ ພໍ່ອ້າຍຕັ້ມລະໄປຊອກມາຫລາຍແທ້ຫລາຍວ່າ ຈັກຕອນໃດຊິອ່ານຫມົດບາດນີ້ 555
ໝາຖືກລົດຕຳອີກແລ້ວ -*-
ໃຄແຕ່ບໍ່ຕາຍ ຖືກລົດຈັກຕຳຖືກແຖວ ໆ ປາກ ເລືອດໄຫລຍ້ອນ ໄອເປັນເລືອກ ອັກ ໆ ແລ້ວກໍ່ພາໄປໂຮງຫມໍ ໂຮງຫມໍໃຫ້ໄປແຖວນາຫລວງ ໄປຮອດນາຫລວງເຂົາບໍ່ເຂົ້າການ ແຕ່ພໍດີມີພໍ່ເຖົ້າຫນຶ່ງກຳລັງທຳຄວາມສະອາດຢູ່ ເລີຍຖາມເພິ່ນ ໄດ້ເບີແລ້ວກໍ່ໂທໄປ ແຕ່ເງິນຫມົດ ກໍ່ຟ້າວໄປຊື້ບັດເຕີມ ເຕີມແລ້ວລະກໍ່ໂທໄປຖາມ ເພິ່ນບອກຊິອອກໄປຫາຢູ່ເຮືອນ ແຕ່ວ່າຖ້າບໍ່ໄດ້ ເລີຍໄປບ້ານເພິ່ນໃກ້ ໆ ໂຮງຫມໍໃຫມ່ ສຸດທ້າຍຮຽບຮ້ອຍແລ້ວ ຕອນນີ້ດີຂຶ້ນ
Update: ຕອນນີ້ເວລາ 5:18PM ມັນທຳທ່າຊິບໍ່ລອດແລ້ວ ໂທຫາເຈົ້າຂອງ ໆ ບອກວ່າ “ມັນບໍ່ຕາຍດອກ” ວ່າຊັ້ນ (ເທື່ອກ່ອນຫມາອີກໂຕຫນຶ່ງຕາຍເພິ່ນບອກວ່າ “ຄັນມັນຈ້າຫລາຍກໍ່ໃຫ້ມັນຕາຍຊະ”)
ກາເຟປັ່ນບໍ່ໃສ່ນ້ຳກ້ອນ!!!?
ແຂກວອນບາທາຫາເລື່ອງ ສັ່ງ Coffee Shake ບາດເອົາໄປໃຫ້ລະບໍ່ກິນ ບອກວ່າມັນເຢັນກິນບໍ່ໄດ້ ຊິເອົາ Coffee Shake ແບບບໍ່ໃສ່ນ້ຳກ້ອນວ່າຊັ້ນ ເວນກຳແທ້ ໆ ພີ່ນ້ອງເອີຍ LOL
Christmas Eve
ປີນີ້ກໍ່ອີກແລ້ວ -_-a
ຈົດໄວ້ກັນລືມອີກຮອບ
ເວັບໄຊຕ໌ຂອງ ຄະນະວິສະວາກຳສາດ ກຸ່ມນັກສຶກສາໂອທີ ວ່າຊັ້ນ!? ບໍ່ຮູ້ມັນກ່ຽວກັບໂພສຕ໌ກ່ອນຫນ້ານີ້ບໍ່
ເອົາລະ ໄປຈັດກວນກັບ community ຕໍ່ກ່ອນ ມັນຍັງແກ້ບໍ່ແລ້ວເທື່ອ
ຄະນະວິສະວະກຳສາດ
http://www.fe-nuol.edu.la/eng/
ຈົດໄວ້ ກັນລືມ ດຽວຊິເອົາໃສ່ DMOZ
au8ust’s community
au8ust’s community ເຊິ່ງເປັນເວັບບອຣ໌ດຖາມຕອບບັນຫາຄອມຯ ນັ້ນ ເຈ໊ງມາໄດ້ໄລຍະຫນຶ່ງແລ້ວ ພະຍາຍາມແກ້ໄຂຢູ່ຫລາຍວິທີແຕ່ກໍ່ບໍ່ໄປຮອດໃສ ຕອນນີ້ມີສອງທາງເລືອກ
1. ເອົາ backup ເດືອນຕຸລາມາໃຊ້ ຫຼື
2. Newly install ເລີຍ
ແຕ່ຄິດໄວ້ວ່າອາດຈະປ່ຽນໄປໃຊ້ phpBB3 ທີ່ຫາກໍ່ອອກມາໄດ້ບໍ່ດົນນີ້



