ຕະຫລົກຮ້າຍ : ຫນຸ່ມນ້ອຍ IT ກັບ ລຸງຊາວທະເລ

ຂຽນເມື່ອ May 14, 2007, ໃນຫມວດ ຊີວິດ, ເທັກໂນໂລຢີ.

ຫນຸ່ມນ້ອຍກຳລັງຈະຂ້າມຝາກໄປຫາເກາະແຫ່ງໜຶ່ງ ໂດຍອາໄສລຸງຊາວປະມົງພາຍເຮືອພາໄປ ແລະເມື່ອມາຮອດກາງທະເລນັ້ນ…

ຫນຸ່ມນ້ອຍ : ລຸງ ລຸງມີມືຖືຫຼືບໍ່? ຂ້ອຍຈະໄດ້ໂທເອີ້ນລຸງຕອນກັບ
ລຸງ : ບໍ່ມີດອກພໍ່ໜຸ່ມ ລຸງມີຫຍັງກໍ່ຍ່າງໄປຫາ ບໍ່ຕ້ອງໃຊ້ມືຖືດອກ
ຫນຸ່ມນ້ອຍ : ຕາຍ ໆ ນີ່ລຸງ ຖືວ່າຕາຍໄປແລ້ວ 25% ແລ້ວເດີ້ນີ້

…ຫນຸ່ມນ້ອຍກໍ່ລົມໂທລະສັບກາງທະເລກັບໝູ່ ແລ້ວລຸງກໍ່ພາຍເຮືອຕໍ່ໄປ…


ຫນຸ່ມນ້ອຍ : ນີ່ລຸງ ເຄີຍຫຼິ້ນເນັດບໍ່? ເຂົ້າເວບນີ້ແມະ ຂໍ້ມູນກ່ຽວກັບປາທະເລ ມີວິທີການຈັບປາ ແຫລ່ງຂາຍ ແລ້ວຄລິກດຽວກໍ່ຂາຍໄດ້ທົ່ວໂລກເລີຍ

ລຸງ : ລຸງກໍ່ຈັບພໍກິນ ຖ້າເຫລືອກໍ່ເອົາໄປຂາຍເທົ່ານັ້ນແຫລະ
ຫນຸ່ມນ້ອຍ : ຕາຍ ໆ ລຸງເຮັດວຽກແບບນີ້ຊິລວຍໄດ້ແນວໃດ ມືຖືບໍ່ມີ ຄອມບໍ່ມີ ເນັດກໍ່ບໍ່ມີ ແບບນີ້ເທົ່າກັບວ່າຕາຍໄປແລ້ວ 75%
ລຸງ : ລຸງຖາມແດ່ ລອຍນ້ຳເປັນບໍ່?
ຫນຸ່ມນ້ອຍ : ລອຍບໍ່ເປັນດອກລຸງ ໂອຍ…​ໃຜຊິເຮັດເປັນທຸກຢ່າງເດ້
ລຸງ : ລຸງວ່າໂຕຫັ້ນຊິຕາຍແນ່ ໆ 100% ເພາະຄື່ນຍັກກຳລັງມາຈາກທາງນັ້ນແລ້ວ!!!

ມີຄົນຂຽນຄຳເຫັນ ໑ ຄົນ to "ຕະຫລົກຮ້າຍ : ຫນຸ່ມນ້ອຍ IT ກັບ ລຸງຊາວທະເລ"

gravatar

SiaN  on December 2, 2009

ຖືກໃຈຫຼາຍ, ຮາໆ….

ແຕ່ວ່າສີຂຽວຫັ້ນເກືອບແນມບໍ່ເຫັນ… -_-“

ຂຽນຄຳເຫັນ

*

code