The Floating Castle (のぼうの城)
ຂຽນເມື່ອ January 25, 2014, ໃນຫມວດ ຮູບເງົາ. (ອ່ານ 3,052 ຄັ້ງ)
ເບິ່ງ The Floating Castle (のぼうの城) ຈົບ ເປັນໜັງທີ່ມ່ວນໃຊ້ໄດ້ ເນື້ອຫາເວົ້າເຖິງຍຸກສະໄໝ Sengoku ຊ່ວງປີ 1582 ເມື່ອກອງທັບຂອງ Toyotomi Hideyoshi (豊臣 秀吉) ປະກາດສົງຄາມຕີເອົາຜາສາດໄປທົ່ວແຜ່ນດິນ ຈົນມາຮອດຜາສາດ Oshi (ປັດຈຸບັນຕັ້ງຢູ່ແຂວງ Musashi) ເຊິ່ງໃນເວລານັ້ນນຳທັບໂດຍ Narita Nagachika ໃຊ້ຈຳນວນທະຫານພຽງ 500 ຄົນສູ້ກັບກອງທັບຂອງ Hideyoshi ທີ່ນຳທັບໂດຍ Ishida Mitsunari (石田 三成) ແລະມີຈຳນວນພົນເຖິງ 20,000 ຄົນ
(Spoil) ສົງຄາມດຳເນີນໄປໂດຍທີ່ຝ່າຍ Oshi ສາມາດຕ້ານຢູ່ໄດ້ເປັນໄລຍະເວລາດົນພໍສົມຄວນ ຈົນ Mitsunari ຕັດສິນໃຈໃຊ້ການໂຈມຕີດ້ວຍນ້ຳເພື່ອຈົບເສິກຄັ້ງນີ້ໃຫ້ໄວທີ່ສຸດ ແຕ່ກໍບໍ່ສາມາດເຮັດໄດ້ຕາມປະສົງ ແລະເມື່ອນ້ຳລົງແລ້ວ ກໍຈຳຕ້ອງໄດ້ສູ້ກັນອີກຄັ້ງ ແຕ່ປາກົດວ່າ Odawara (小田原城) ເຊິ່ງເປັນຜາສາດຫຼັກນັ້ນຍອມປະລາໄຊໄປກ່ອນແລ້ວ (Oshi ເປັນຜາສາດຮອງ ຖ້າຜາສາດຫຼັກຍອມກ່ອນ ຕົນກໍຕ້ອງຍອມເປີດປະຕູເມືອງຕາມ) ເຮັດໃຫ້ Nagachika ຕ້ອງຍອມເປີດປະຕູເມືອງໄປໂດຍບໍ່ສາມາດຂັດຂືນໄດ້
ການຕໍ່ສູ້ຕ້ານກອງກຳລັງທີ່ມີຂະໜາດໃຫຍ່ກວ່າເຖິງ 1 ຕໍ່ 40 ຂອງ Oshi ນັ້ນເປັນທີ່ເລົ່າຂານກັນຕໍ່ມາໃນຄວາມກ້າຫານ ແລະໄຫວພິບໃນການເຮັດເສິກສົງຄາມ ແລະເປັນຜາສາດສຸດທ້າຍໃນຈຳນວນຜາສາດທັງໝົດ ທີ່ຂຶ້ນຕໍ່ Odawara ທີ່ຍອມເປີດປະຕູເມືອງ.
Tags: ຍີ່ປຸ່ນ, ນ້ຳ, ຜາສາດ, ສົງຄາມ, ໜັງ, ຮູບເງົາ, ເມືອງ, ເສິກ
ຝາກຄວາມຍິນດີ
ຂ້ອຍມາຍິນດີໃຫ້ກັບຮັກທີ່ສົດໃສ
ຍິນດີທີ່ເຈົ້າໄດ້ພົບເຈີ
ຄົນທີ່ດີ ຄົນທີ່ຄວນຄູ່ຮັກຂອງເຈົ້າ
ຄົນທີ່ເຂົ້າກັນຫຼາຍກວ່າຂ້ອຍ
ຂ້ອຍຫວັງຈະຢືນບ່ອນນັ້ນຂ້າງໆເຈົ້າ
ໄດ້ເດີນຮ່ວມທາງກັນຄືເກົ່າ
ແຕ່ກໍຮູ້ໜ້າເສຍໃຈເມື່ອມັນສວາຍເກີນ
ບໍ່ມີແລ້ວທີ່ເຄີຍຮັກກັນ
ໃນມື້ນີ້ມີພຽງຖ້ອຍຄຳສົ່ງທ້າຍ
ລາກ່ອນຮັກທີ່ເຄີຍສວຍງາມ
ບໍ່ໂກດເຄືອງເຈົ້າເລີຍມີແຕ່ຄຳຍິນດີ
ແລະຄຳອວຍພອນຈາກໃຈໃຫ້ເຈົ້າ
ຂໍໃຫ້ຄວາມຮັກມີແຕ່ຄວາມສຸກໃຈ
ບໍ່ວ່າສິ່ງໃດເຂົ້າກັນໝົດທຸກຢ່າງ
ຂໍໃຫ້ຄວາມຮັກເຂົາແລະລາວບໍ່ຈືດຈາງ
ມີລາວຄຽງຂ້າງບໍ່ມີຄວາມທຸກໃດ
ຂໍໃຫ້ຄວາມຮັກດີກວ່າທີ່ຝັນ
ບໍ່ມີປ່ຽນຜັນຮັກກັນໝົດຫົວໃຈ
ຂໍໃຫ້ເຈົ້ານັ້ນໄດ້ຄຽງຄູ່ກັນຕະຫຼອດໄປ
ເຖິງແມ່ນຂ້ອຍຍັງບໍ່ປ່ຽນໃຈ
ແລະຮັກໄດ້ພຽງແຕ່ເຈົ້າຢູ່ຄືເກົ່າ
ເຊື່ອງນ້ຳຕາໄວ້ໃຕ້ຮອຍຍິ້ມທີ່ໃຫ້ໄປ
ບໍ່ມີໃຜຮູ້ຄວາມເປັນຈິງ
ວ່າຂ້ອຍຝືນເກັບເລື່ອງຄວາມຮູ້ສຶກທຸກສິ່ງ
ກົດມັນໄວ້ຈົນໃຈປວດຮ້າວ
ຂໍໃຫ້ຄວາມຮັກດີກວ່າທີ່ຝັນ
ຂໍໃຫ້ຄົນນັ້ນດີກວ່າຂ້ອຍທຸກຢ່າງ
ໃຫ້ລາວຄອຍຮັກ ຄອຍເບິ່ງແຍງ ຄອຍຢູ່ຄຽງຂ້າງ
ແບບທີ່ຂ້ອຍເອງບໍ່ເຄີຍເຮັດໃຫ້ເຈົ້າ
ຂໍໃຫ້ຄາດຫວັງແລ້ວບໍ່ຕ້ອງຜິດພັ້ງ
ບໍ່ຄືຄວາມຫຼັງທີ່ເຈົ້າເຄີຍພົບເຈີ
ຂໍໃຫ້ເທື່ອນີ້ໄດ້ຢ່າງໃຈເຈົ້າຢູ່ສະເໝີ
ເຖິງແມ່ນຂ້ອຍຍັງມີແຕ່ເຈົ້າ
ແລະຮັກໄດ້ພຽງແຕ່ເຈົ້າຢູ່ຄືເກົ່າ
ຂໍໃຫ້ຮັກນັ້ນໄດ້ຄູ່ຄຽງກັນຕະຫຼອດໄປ
ເຖິງແມ່ນຂ້ອຍຍັງບໍ່ປ່ຽນໃຈ
ແລະຮັກໄດ້ພຽງແຕ່ເຈົ້າຢູ່ຄືເກົ່າ
Tags: ຄວາມຍິນດີ, ຝາກ, ເຄລຍ, ເນື້ອເພງ
ພະຍາດຫົວໃຈອົກຫັກ (broken heart syndrome)
ໃຜສົນໃຈກໍໄປອ່ານກັນໄດ້ເລີຍ http://www.oknation.net/blog/health2you/2009/03/28/entry-1
ວິທີລຶບ blank line ໃນ TextWrangler
ທຳມະດາໃນ PC ຈະໃຊ້ Notepad++ ມັນຈະມີເມນູ TextFX ໃຫ້ຄລິກລຶບແຖວທີ່ບໍ່ມີຂໍ້ມູນໄດ້ເລີຍ ແຕ່ໃນ Mac ໃຊ້ TextWrangler ມັນບໍ່ມີເມນູທີ່ວ່າ ແຕ່ກໍສາມາດເຮັດໄດ້ ໂດຍການໃຊ້ຄຳສັ່ງ Search and Replace ແລ້ວເລືອກ Use Grep ຈາກນັ້ນພິມ ^\r ໃສ່ຊ່ອງ Find ແລ້ວປ່ອຍຊ່ອງ Replace ໃຫ້ຫວ່າງໄວ້ ຈາກນັ້ນກໍກົດ Replace ໂປຣແກຣມກໍຈະລຶບໃຫ້ເລີຍ ງ່າຍດີ.
Tags: editor, find, replace, text, textfx, textwrangler
the scoop on semen
ຂຽນເມື່ອ January 12, 2014, ໃນຫມວດ ວິທະຍາດສາດ. (ອ່ານ 1,672 ຄັ້ງ)
ບໍ່ເຫັນຝຸ່ນ
ມື້ນຶ່ງເກີດມີລົມແຮງໆ ພັດໄປໃກ້ເຈົ້າຫຼາຍເກີນໄປ
ຂ້ອຍກໍຮູ້ໂຕວ່າລົບກວນຈິດໃຈ ເຮັດໃຫ້ເຈົ້າລຳຄານ
ຄົນມັນຮັກ ກໍເລີຍມາຕາມມາໃສ່ໃຈ
ກໍຄົນໃນໃຈຄົນດຽວຂອງຂ້ອຍຄືເຈົ້າ
ແຕ່ເຈົ້າບໍ່ເບິ່ງເສດຝຸ່ນຄືຂ້ອຍ
ຢູ່ໃກ້ໆຍັງລຳຄານໜັກໜາ
ຍິ່ງມາລອຍໃກ້ຊິດສາຍຕາ
ມີແຕ່ເຮັດໃຫ້ຂຸ່ນເຄືອງ
ຖ້າຫາກມື້ໃດເຂົ້າໃກ້ເກີນໄປ
ຢ່າພັກໃສຂ້ອຍພຽງຕ້ອງການແຕ່ພຽງ
ລັກມາລອຍລັກມາຂ້າງຄຽງ
ບໍ່ໄດ້ຫວັງໃຫ້ເຫັນ ໃນສາຍຕາ
Tags: ກະລາ, ຄວາມຮັກ, ບໍ່ເຫັນຝຸ່ນ, ເນື້ອເພງ
The Best Offer
ສ່ວນໂຕແລ້ວເຫັນວ່າເປັນໜັງທີ່ເລົ່າເລື່ອງໄດ້ສວຍງາມ ແລະມີສະເໜ່ຫຼາຍທີ່ສຸດເລື່ອງນຶ່ງເທົ່າທີ່ເຄີຍເບິ່ງມາ
ເນື້ອຫາເວົ້າເຖິງຊາຍເຖົ້າຜູ່ຈັດການປະມູນສິນລະປະເກົ່າແກ່ ໄດ້ຮັບການຂໍຮ້ອງໃຫ້ໄປປະເມີນລາຄາເຄື່ອງເກົ່າໃນເຮືອນຫຼັງນຶ່ງ ແຕ່ເຈົ້າຂອງຊັບສິນເຫຼົ່ານັ້ນບໍ່ສາມາດໃຫ້ເຫັນໂຕໄດ້ດ້ວຍເຫດຜົນບາງຢ່າງ. ໂຕໜັງຄ່ອຍໆ ເລົ່າແລະຄາຍປົມປິດສະໜາໄປເລື້ອຍໆ ພ້ອມທັງຄວາມຜູກພັນຂອງຮັກລະຕ່າງໄວທີ່ກໍ່ເກີດຂຶ້ນເທື່ອລະນ້ອຍ ບວກກັບຄວາມໄວ້ໃຈທີ່ຄ່ອຍໆ ເພີ່ມຂຶ້ນ ຈົນເປັນເຫດໃຫ້ສອງໂຕລະຄອນໄດ້ຮັກກັນ ແຕ່ຖ້າມັນຈົບງ່າຍໆແບບນັ້ນ ກໍຄົງຈະບໍ່ຕ້ອງເຮັດໜັງໃຫ້ເບິ່ງໃຫ້ເສຍເວລາ ແລະຈະເປັນແນວໃດ ກໍຂໍໃຫ້ໄປເບິ່ງກັນເອົາ ຖ້າໃຜມັກໜັງແນວ romantic mystery film ຮັບຮອງວ່າຖືກໃຈ!
ມັກຄຳເວົ້ານຶ່ງໃນໜັງວ່າ “Living with a woman is like taking part in an auction sale. You never know if yours will be the best offer.”
ຢ່າງໃດກໍຕາມ ເຖິງວ່າໜັງຈະດີຖືກໃຈຜູ່ຂຽນ ແຕ່ໃນແງ່ຂອງການທຳລາຍໄດ້ ແລະຄະແນນວິຈານແລ້ວ ຖືວ່າບໍ່ປະສົບຄວາມສຳເລັດປານໃດ. ໜ້າເສຍດາຍ.
SMS ປີໃໝ່
ມື້ນີ້ພະຍາຍາມສົ່ງ SMS ຫາໃຜຄົນນຶ່ງ
ທີ່ຈິງສົ່ງຕັ້ງແຕ່ມື້ຄືນແລ້ວ ນັ່ງຖ້າຈົນຮອດ 12:00 ແລ້ວກໍກົດສົ່ງ ແລ້ວກໍໄປນອນ
ຕື່ນເຊົ້າມານັ່ງເຮັດອັນອື່ນແລ້ວພໍດີເຫັນ report ວ່າສົ່ງບໍ່ຮອດ =_=
ພະຍາຍາມສົ່ງໃໝ່ ສົ່ງແລ້ວສົ່ງອີກ ສົ່ງທຸກທາງທີ່ຄິດອອກທີ່ມັນຈະບໍ່ສະແດງຊື່ ຫຼືເບີໂທ ແຕ່ກໍບໍ່ໄດ້ຈັກເທື່ອ ມັນ Rejected ກັບ Undelivered ຕະຫຼອດ ຈົນເມື່ອຍໃຈ
ສົ່ງເບີອື່ນໄດ້ໝົດ ຍົກເວັ້ນເບີທີ່ຢາກສົ່ງໃຫ້ ເຫີ້…
ພະຍາຍາມຢູ່ເກືອບຊົ່ວໂມງ ກໍເລີຍຖອດໃຈ ໃຊ້ເບີທຳມະດາສົ່ງກໍໄດ້ ຫວັງວ່າຈະບໍ່ຖືກຮ້າຍ 🙁
ຄາຖາປຸກວິນຍານ (ຄາຖາປຸກຜີລຸກ)
ນັ່ງເບິ່ງຄົນອວດຜີລະເຂົາເວົ້າຄາຖານຶ່ງ ວ່າ
ສະອະນິໂສ ສະອະນິສັງ ທຸສະນິໂສ ທຸສະນິສັງ ໂອມ ນະໂມນາມະມັງ ສະມາໂສ ຍຸດຕະໂສ ຍຸດຖະ ເອຫິມານະ ຫິເນຖາເນ ນາມະວິກຣຶງ ຄະເຣ ເອຫິຈິດຕັງ ມາມະ ພູຕາ ພັນທານັງ ວິກຣຶງຄະເຣ ເອຫິ ມະມາ ອະອິເອອຸ ທຸສະນະໂສ ນະໂມພຸດທະຍາ
ເຂົາເຈົ້າບອກວ່າ ຕ້ອງເວົ້າຄາຖານີ້ໃນຍາມເດິກ ແລະຕ້ອງມີຍຳກຸ້ງ ມີເຫຼົ້້າມາປະກອບພິທີນຳ
ເອົ້າ! ໃຜລອງໄດ້ຜົນລະມາບອກລະກັນ 😀
Tags: ຄາຖາ, ຄົນອວດຜີ, ຜີ, ວິນຍານ
lao character picker
ຂຽນເມື່ອ December 26, 2013, ໃນຫມວດ ເທັກໂນໂລຢີ. (ອ່ານ 12,409 ຄັ້ງ)
ໜ້າຈະມີປະໂຫຍດດີ
ລອງໃຊ້ໄດ້ໃນ http://rishida.net/scripts/pickers/lao/
Tags: ພາສາລາວ, ພິມລາວ, ແປ້ນພິມລາວ, ໂຕອັກສອນລາວ