ຄຳແນະນຳດີໆ

Posted on October 15, 2014, under ຊີວິດ.

ຫຼາຍປີກ່ອນ ນັ່ງຍົນຈາກວຽງຈັນໄປລົງກຸງເທບ ສາຍການບິນທີ່ໃຊ້ບໍລິການເພິ່ນລົງຈອດຢູ່ສຸວັນນະພູມ ແຕ່ວ່າເຮົາຕ້ອງເດີນທາງໄປຕໍ່ທຳມະສາດຣັງສິດ ກໍເລີຍນັ່ງແທັກຊີ່ຈາກສຸວັນນະພູມໄປທຳມະສາດ ເຊິ່ງໄກຫຼາຍພໍສົມຄວນ ແທັກຊີ່ກໍຂັບພາໄປ

ໄປໄດ້ໄລຍະນຶ່ງແທັກຊີ່ກໍຊວນລົມ ກໍລົມໆ ໄປ ເພິ່ນກໍຫວັງດີເລີຍແນະນຳເຮົາວ່າ ເທື່ອໜ້າມາຫັ້ນລົງຢູ່ດອນເມືອງເອົາມັນຈຶ່ງໃກ້ທຳມະສາດ

ຕອນນັ້ນກຳລັງເຫງົານອນຢູ່ ຟັງແລ້ວຕື່ນເລີຍ ຄິດໃນໃຈ ເຮີ້ຍລຸງ ຍົນໃດບໍ່ແມ່ນລົດເມ ຊິໃຫ້ຈອດໃສກໍໄດ້ =_=!