ນັບເປັນໂພສທີ່ຕ້ອງຂຽນໃຫ້ໄດ້ ເພາະເປັນບາດກ້າວອັນສຳຄັນໃຫຍ່ຫຼວງຂອງພາສາລາວໃນອິນເຕີເນັດ!
ໃນທີ່ສຸດພາສາລາວກໍສາມາດຕັດຄຳໄດ້ແລ້ວ ໂດຍໃນ Chrome ເວີຊັນ 38 ຂຶ້ນໄປ ທັງໃນ Desktop ແລະ Android ສາມາດຕັດຄຳ ຫຼືທີ່ເອີ້ນວ່າ word break ໄດ້ແລ້ວ ສະນັ້ນເວລາທີ່ເຮົາພິມຫຍັງຍາວໆຕິດໆກັນໂດຍບໍ່ຍະຫວ່າງ ລະບົບກໍຈະຕັດຄຳລົງແຖວໃຫ້ຢ່າງຖືກຕ້ອງ ບໍ່ຈຳເປັນຕ້ອງກົດ enter ລົງແຖວ ຫຼືຍະຫວ່າງອີກຕໍ່ໄປ (ແຕ່ເຖິງແນວໃດກໍຕ້ອງກົດແດ່ເພື່ອໃຫ້ຖືກຕາມຫຼັກໄວຍະກອນ)
ພັດທະນາການໃນຄັ້ງນີ້ຖືວ່າເປັນກ້າວສຳຄັນຫຼາຍ ເພາະຕະຫຼອດໄລຍະເວລານັບສິບປີທີ່ຜ່ານມາບໍ່ເຄີຍມີມາກ່ອນ. ທີ່ຜ່ານມາແມ່ນຕ້ອງອາໄສລະບົບ Zero Width Space Key (ZWSP) ໃນການລະບຸວ່າປະໂຫຍກໃດນຶ່ງນັ້ນມີຈັກຄຳ ແລ້ວໃສ່ສັນຍາລັກທີ່ເບິ່ງບໍ່ເຫັນເຂົ້າໄປເພື່ອລະບຸວ່າຄຳໃດແຍກອອກຈາກຄຳໃດ ເຊິ່ງເຮັດໄດ້ສະເພາະໃນ Lao Script for Windows.
ຢ່າງໃດກໍດີ ຕອນນີ້ໃຊ້ໄດ້ສະເພາະໃນ Chrome ເທົ່ານັ້ນ ອະນາຄົດບໍ່ຮູ້ວ່າ Firefox, IE ແລະໂປຣແກຣມທ່ອງເວັບອື່ນໆຈະໃຊ້ໄດ້ບໍ່ ແລະຕ້ອງຖ້າຮອດຕອນໃດ.
ຫຼາຍປີກ່ອນ ນັ່ງຍົນຈາກວຽງຈັນໄປລົງກຸງເທບ ສາຍການບິນທີ່ໃຊ້ບໍລິການເພິ່ນລົງຈອດຢູ່ສຸວັນນະພູມ ແຕ່ວ່າເຮົາຕ້ອງເດີນທາງໄປຕໍ່ທຳມະສາດຣັງສິດ ກໍເລີຍນັ່ງແທັກຊີ່ຈາກສຸວັນນະພູມໄປທຳມະສາດ ເຊິ່ງໄກຫຼາຍພໍສົມຄວນ ແທັກຊີ່ກໍຂັບພາໄປ
ໄປໄດ້ໄລຍະນຶ່ງແທັກຊີ່ກໍຊວນລົມ ກໍລົມໆ ໄປ ເພິ່ນກໍຫວັງດີເລີຍແນະນຳເຮົາວ່າ ເທື່ອໜ້າມາຫັ້ນລົງຢູ່ດອນເມືອງເອົາມັນຈຶ່ງໃກ້ທຳມະສາດ
ຕອນນັ້ນກຳລັງເຫງົານອນຢູ່ ຟັງແລ້ວຕື່ນເລີຍ ຄິດໃນໃຈ ເຮີ້ຍລຸງ ຍົນໃດບໍ່ແມ່ນລົດເມ ຊິໃຫ້ຈອດໃສກໍໄດ້ =_=!
ເຮັດປະໄວ້ ເພື່ອຈະມີປະໂຫຍດສຳລັບຄົນຈະນັ່ງລົດເມໄປໄທ 🙂
ຂໍ້ມູນນີ້ອັບເດດຫຼ້າສຸດ 16 ທັນວາ 2013
(Last updated 16 December 2013)
ວຽງຈັນ – ໜອງຄາຍ (15,000 ກີບ/ຄົນ) (Vientiane – Nong Khai)
ຖ້ຽວລົດ ໂມງອອກລົດ
(Bus Leave) (Departure time)
1 ——————— 07 : 30′
2 ——————— 09 : 30′
3 ——————— 12 : 40′
4 ——————— 14 : 30′
5 ——————— 15 : 30′
6 ——————— 18 : 00′
ວຽງຈັນ – ອຸດອນທານີ (22,000 ກີບ/ຄົນ) (Vientiane – Udonthani)
ຖ້ຽວລົດ ໂມງອອກລົດ
(Bus Leave) (Departure time)
1 ——————— 08 : 00′
2 ——————— 09 : 00′
3 ——————— 10 : 00′
4 ——————— 11 : 00′
5 ——————— 14 : 00′
6 ——————— 15 : 00′
7 ——————— 16 : 00′
8 ——————— 18 : 00′
ວຽງຈັນ – ຂອນແກ່ນ (50,000 ກີບ/ຄົນ) (Vientiane – Khon Kane)
ຖ້ຽວລົດ ໂມງອອກລົດ
(Bus Leave) (Departure time)
1 ——————— 08 : 15′
2 ——————— 14 : 45′
ວຽງຈັນ – ກຸງເທບ (248,000 ກີບ/ຄົນ) (Vientiane – Bangkok)
ຖ້ຽວລົດ ໂມງອອກລົດ
(Bus Leave) (Departure time)
1 ——————— 18 : 00′
Posts navigation
my life, thoughts, ideas, and random stuff… since 2007