ຈາກກ່ອນໜ້ານີ້ໃນ “WiFi (no)switch” ປາກົດວ່າ ຕອນນີ້ສາມາດແກ້ໄຂບັນຫາໄດ້ແລ້ວ … ໂດຍການໃຊ້ວິທີງ່າຍໆ ເທົ່ານັ້ນເອງ .. ລອງທວາຍກັນເບິ່ງວ່າເຮັດແນວໃດ?
- re-assembly switch ເອງໃໝ່ດ້ວຍຕົນເອງ
- ໃຊ້ປາຕິຫານ
- ສົ່ງໄປຮ້ານແປງ
- ໃຊ້ Google
ຈາກກ່ອນໜ້ານີ້ໃນ “WiFi (no)switch” ປາກົດວ່າ ຕອນນີ້ສາມາດແກ້ໄຂບັນຫາໄດ້ແລ້ວ … ໂດຍການໃຊ້ວິທີງ່າຍໆ ເທົ່ານັ້ນເອງ .. ລອງທວາຍກັນເບິ່ງວ່າເຮັດແນວໃດ?
ຫລັງຈາກທີ່ກຽມການມື້ນຶ່ງໄປນັ້ນ (ຕອນທີ່ ໑, ໒ ແລະ ໓) ມື້ຄືນວານນີ້ເອງກໍ່ຈັດການຕິດຕັ້ງ Ubuntu 8.10 ລົງໃນ Acer Aspire 5052 ເປັນທີ່ຮຽບຮ້ອຍ
ໃນເບື້ອງຕົ້ນພົບວ່າ ບັນຫາ Wireless ເຊິ່ງໃຊ້ AR5007EG ນັ້ນຫຍຸ້ງຍາກພໍສົມຄວນ ຈົນໄດ້ພົບກັບບົດຄວາມໃນ UbuntuGeek ຈຶ່ງເຮັດໃຫ້ຜ່ານພົ້ນໄປໄດ້ ນອກນັ້ນກໍ່ບໍມີບັນຫາຫຍັງຫລາຍ ມີແຕ່ພວກບັນຫາຈຸກຈິກເຊັ່ນວ່າ ຟອນສະແດງຜົນບໍ່ໄດ້ດັ່ງໃຈ ພາສາລາວໃຊ້ keymap ລຸ້ນດຶກດຳບັນ putty ໃນ linux ຣັນຜ່ານ WINE ເປັນຕົ້ນ
ຕໍ່ຈາກນີ້ໄປຄົງຕ້ອງໃຊ້ເວລາປັບຕົວແລະຈັດການຫຍັງຫລາຍຢ່າງພໍສົມຄວນ
Notebook ຍີ່ຫໍ້ Acer 5052ANWXMi ເປີດແບບບໍ່ເຄີຍປິດ ໄປນອນກໍ່ເປີດໄວ້ ຕື່ນມາກໍ່ເປີດໄວ້ ຖ້າໄຟບໍ່ດັບຫຼື Battery ຫມົດແມ່ນບໍ່ເຄີຍປິດໄວ້ ໃຊ້ຫນັກຫລາຍເຄື່ອງນີ້ ບໍ່ຮູ້ມັນຈະຍືນຍາວພຽງໃດ ຫວັງວ່າຈະໄດ້ເງິນຈາກ GG ມາຊື້ເຄື່ອງໃຫມ່ກ່ອນເຄື່ອງນີ້ຈະເພ 555
ທີ່ຈິງເປີດຕິດຕໍ່ກັນເກີນ 9 ມື້ແລ້ວ ແຕ່ວ່າມີບາງຊ່ວງທີ່ Connection ມັນຫລຸດ ເລີຍເລີ່ມນັບໃຫມ່